ຜົນກະທົບຂອງ ຢາງພາລາ

ທາງການລາວ ຍັງບໍ່ຮູ້ດີ ເຣື່ອງການປູກ ຢາງພາລາ ແລະ ຜົນກະທົບ ຂອງມັນ ຕໍ່ ສິ່ງແວດລ້ອມ.
ມະນີຈັນ
2013.02.15

ນັກລົງທຶນ ຕ່າງປະເທດ ໄດ້ຮັບ ສໍາປະທານ ທີ່ດິນ ປູກຢາງພາລາ ເປັນຈໍານວນ ຫລວງຫລາຍ ແຕ່ທາງການລາວ ຍັງບໍ່ມີ ຄວາມຮູ້ ທີ່ແນ່ນອນ ເຖິງຜົນກະທົບ ຂອງມັນ ຕໍ່ສິ່ງແວດລ້ອມ. ທີ່ຜ່ານມາ ການໃຫ້ ສໍາປະທານ ນັ້ນກໍບໍ່ມີ ການຄົ້ນຄວ້າ ເຖິງຜົນກະທົບ ຢ່າງຄັກແນ່ກ່ອນ, ດັ່ງນັ້ນ ຈຶ່ງເກີດບັນຫາ ຫລາຍຢ່າງ ທີ່ແກ້ໄຂຍາກ ໃນທຸກມື້ນີ້. ກ່ຽວກັບ ເຣື່ອງນີ້ ເຈົ້າໜ້າທີ່ ກະຊວງ ຊັພຍາກອນ ແລະ ສິ່ງແວດລ້ອມ ຂອງລາວ ທ່ານນຶ່ງ ກໍມີຄວາມ ກັງວົນນໍາ ຂະນະດຽວກັນ ກໍເປັນຫ່ວງນໍາ ນັກລົງທຶນ ທີ່ອາດຈະບໍ່ໄດ້ ຮັບຜົນຕອບແທນ ທີ່ດີ:

"ຕົວນີ້ນີ່ ພວກເຮົາ ກໍຍັງບໍ່ທັນໄດ້ ສຶກສາ ລະອຽດເທື່ອວ່າ ບັນຫາຂອງມັນ ພວກເຮົາ ກໍບໍ່ທັນຮູ້ວ່າ ຢາງພາລາ ນີ້ມັນເໝາະສົມ ຢູ່ພາກໃດ ເພາະວ່າມັນ ຈະກະທົບ ເຣື່ອງ ຜົນຜລິດຢາງ ຂອງ ບໍຣິສັດ ເພາະ ເຮົາເປັນຫ່ວງວ່າ ຢ້ານສິບໍ່ໄດ້ ປະລິມານ ນໍ້າຢາງ ຕາມທີ່ຕ້ອງການ ເພື່ອບໍ່ໃຫ້ ເປັນການເສັຍ ເວລາ ສໍາລັບ ການລົງທຶນ.

ນາງເວົ້າ ຕື່ມອີກວ່າ ປັດຈຸບັນ ທາງໜ່ວຍງານ ທີ່ກ່ຽວຂ້ອງ ໄດ້ເລີ່ມສຶກສາ ສໍາຣວດ ພື້ນທີ່ ທີ່ເໝາະສົມ ແລະ ສະພາບອາກາດ ສໍາລັບ ການປູກ ຢາງພາລາ ແຕ່ກໍຍັງ ບໍ່ຮູ້ແນ່ວ່າ ຈະປະສົບ ຜົນສໍາເຣັດ ເມື່ອໃດ.

ເຈົ້າໜ້າທີ່ ກະຊວງ ກະສິກັມ ເວົ້າວ່າ ການສົ່ງເສີມ ໃຫ້ ປະຊາຊົນ ປູກ ຢາງພາລາ ທີ່ໃຊ້ທຶນສູງ ເຮັດໃຫ້ບາງຄົນ ທຸກກວ່າເກົ່າ ຍ້ອນບໍ່ມີ ຄວາມຮູ້ ພຽງພໍ ທີ່ຈະເຮັດໃຫ້ ຜົລປູກ ນັ້ນງອກງາມ ແລະ ໃຫ້ຜົນຫລາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.