ພາກປະຊາຊົນ ຕ້ອງມີສ່ວນ ໃນການພັທນາ ແມ່ນ້ຳຂອງ

ຊາວປະມົ້ງພື້ນບ້ານ ທີ່ອາໄສ ການຫາປາ ໃນແມ່ນ້ຳຂອງ ລ້ຽງຊີພ ໃນສະພາວະ ທີ່ແມ່ນ້ຳຂອງ ກຳລັງປ່ຽນແປງໄປ ເນື່ອງມາຈາກ ການສ້າງເຂື່ອນ ໃສ່ແມ່ນ້ຳຂອງ ທັງໃນປະເທດຈີນ ແລະ ສປປ ລາວ.
ຊາວປະມົ້ງພື້ນບ້ານ ທີ່ອາໄສ ການຫາປາ ໃນແມ່ນ້ຳຂອງ ລ້ຽງຊີພ ໃນສະພາວະ ທີ່ແມ່ນ້ຳຂອງ ກຳລັງປ່ຽນແປງໄປ ເນື່ອງມາຈາກ ການສ້າງເຂື່ອນ ໃສ່ແມ່ນ້ຳຂອງ ທັງໃນປະເທດຈີນ ແລະ ສປປ ລາວ. (RFA)

0:00 / 0:00

ຄະ​ນະ​ກັມ​ມາ​ທິ​ການ ​ແມ່​ນ້ຳ​ຂອງ​ສາ​ກົນ ຫຼື MRC ຈະ​ເປັນ​ເຈົ້າ​ພາບ ​ຈັດ​ກອງ​ປະ​ຊຸມ​ຜູ້​ທີ່​ມີ​ສ່ວນ​ໄດ້ ​ສ່ວນ​ເສັຽ ລະ​ດັບ​ພາກ​ພື້ນ ຄັ້ງ​ທີ 13 ຂຶ້ນ ຢູ່​ນະ​ຄອນ​ໂຮ​ຈິ​ມິນ ປະ​ເທດ​ວຽດ​ນາມ ເພື່​ອ​ອັບ​ເດດ ສະ​ຖາ​ນະ​ການກ່ຽວ​ກັບ​ເຂື່ອນ​ໄຟ​ຟ້າ ແລະ ການ​ພັ​ທ​ນາ​ອື່ນໆ ຢູ່​ແມ່​ນ້ຳ​ຂອງ. ຍ້ອນ​ວ່າ ແມ່​ນ້ຳ​ຂອງ​ເປັນ​ແມ່​ນ້ຳ​ ທີ່​ສຳ​ຄັນຂອງ​ປະ​ເທດ​ເອ​ເຊັຽ​ ຕາ​ເວັນ​ອອກ​ ສ່ຽງ​ໃຕ້ ໄປ​ພ້ອມ​ກັບ​ການ​ເປີດ​ໂອ​ກາດ ໃຫ້​ບັນ​ດາ​ເຄື່ອ​ຂ່າຍ ​ອົງ​ການ​ພາກ​ປະ​ຊາ​ສັງ​ຄົມ ຂອງ​ປະ​ເທດ​ສະ​ມາ​ຊິກ ໄດ້​ສະ​ແດງ​ຄວາມ​ຄິດ​ເຫັນ ​ກ່ຽວ​ກັບ​ຜົ​ລ​ປ​ໂຍດ ແລະ ຜົ​ລ​ກ​ະ​ທົບ ທີ່​ຈະ​ເກີດ​ຂຶ້ນ ຖ້າ​ວ່າ ການ​ໄຫຼ​ ແລະ ການ​ຂຶ້ນ​ລົງ ​ຂອງ​ນ້ຳ​ຂອງ ມີ​ການ​ປ່ຽນ​ແປງ.

ທີ່​ຜ່ານ​ມາ, ອົງ​ການ​ຈັດ​ຕັ້ງ​ ພາກ​ປະ​ຊາ​ສັງ​ຄົມ​ ພາຍ​ໃນ​ປະ​ເທດ​ລາວ ທີ່​ເຮັດ​ວຽກ​ດ້ານ​ສິ່ງ​ແວດ​ລ້ອມ ແລະ ການ​ປ່ຽນ​ແປງ ​ທາງ​ດ້ານ​ດິນ​ຟ້າ​ອາ​ກາດ ໄດ້​ເດີນ​ທາງ​ໄປ​ເຂົ້າ​ຮ່ວມ ກອງ​ປະ​ຊຸມ​ ໃນ​ລັກ​ສະ​ນະ​ດັ່ງ​ກ່າວ ທີ່ MRC ຈັດ​ຂຶ້ນຢ່າງ​ຕໍ່​ເນື່ອງ ແລະ ໄດ້​ນຳ​ສ​ເນີ ຕາມ​ວາ​ລະ​ກອງ​ປະ​ຊຸມ ​ທົ່ວ​ໄປ.

ຜູ້​ປະ​ສານ​ງານ​ ໂຄງ​ການທີ່​ກ່ຽວ​ຂ້ອງ ​ກັບ​ແມ່​ນ້ຳ​ຂອງ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່​ ວິທຍຸ ເອ​ເຊັຽ ​ເສ​ຣີ ວ່າ:

" ເຄີຍໆ ກໍ ​ໄປ​ເລື້ອຍ​ຢູ່​ໂຕນີ້ ຖ້າ​ກ່ຽວ​ກັບ​ຂ້ອງ​ກັບ​ມູ​ລ​ນິ​ທິ ເຂົາ​ຈະ​ເຊີນ​ມາ​ເນະ ມູ​ລ​ນິ​ທິ​ຢູ່​ລາວ 7 ມູ​ລ​ນິ​ທິນີ້​ແຫຼະ 7 ຫຼື 8 ພຸ້ນ​ແຫຼະ ມູ​ລ​ນິ​ທິ ທີ່​ຣັ​ຖ​ບານ​ເພິ່ນ​ຮັບ​ຮູ້​ແລ້ວ ກໍ​ອະ​ນຸ​ຍາດ​ໃຫ້​ດຳ​ເນີນ​ການນີ້ ເຮັດ​ໂດຍ​ລວມ​ແລ້ວ ມັນ​ຊິ​ເຮັດ​ຫຼາຍ​ຢ່າງ​ນ່າ ກ່ຽວ​ກັບ​ພວກ​ສິ່ງ​ແວດ​ລ້ອມ ນີ້​ແຫຼະ."

ຂະ​ນະ​ດຽວ​ກັນ ທາງ​ດ້ານ​ຜູ້​ທີ່​ເຮັດ​ວຽກ​ ດ້ານ​ການ​ອະ​ນຸ​ຮັກ​ແມ່​ນ້ຳ​ຂອງ ແລະ ເຄີຍ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ດັ່ງ​ກ່າວນີ້ ອີກ​ທ່ານ​ນຶ່ງ ກ່າວ​ວ່າ MRC ແລະ ປະ​ເທດ​ສະ​ມາ​ຊິກ ຄວນ​ຜັກ​ດັນ ​ເຣື່ອງ​ແມ່​ນ້ຳ​ຂອງ ເຂົ້າ​ສູ່​ເວ​ທີ​ລະ​ດັບ​ນາໆຊາຕ ພ້ອມ​ເປີດ​ພື້ນ​ທີ່​ ໃຫ້​ຄົນ​ທຸກ​ກຸ່ມ ບໍ່​ວ່າ​ຈະ​ເປັນ​ເຍົາ​ວະ​ຊົນ ຫຼື ຜູ້​ໃຫຍ່ເຂົ້າ​ມາ​ມີ​ສ່ວນ​ຮ່ວມ ໃນ​ການ​ສະ​ແດງ​ຄວາມ​ຄິດ​ເຫັນ ເນື່ອງ​ຈາກ​ແມ່​ນ້ຳ​ຂອງ ເປັນ​ຂອງ​ທຸກ​ຄົນ.

ດັ່ງ​ ທ່ານ ກ່າວ​ຕໍ່ ວິທຍຸ ​ເອ​ເຊັຽ​ ເສ​ຣວ່າ:

" ວຽກ ​ງານ ​ການ​ອະ​ນຸ​ຮັກ​ແມ່​ນ້ຳ​ຂອງ ຢູ່​ໃນ 5 ປະ​ເທດນີ້ ຕ້ອງ​ລົມ​ຢູ່​ລະ​ດັບ​ອາ​ຊ້ຽນ ຕ້ອງ​ເວົ້າ​ເຣື່ອງ​ການ​ສຶກ​ສານີ້​ແຫຼະ ນຳ​ໜ້າ​ອັນ​ອື່ນ ຕ້ອງ​ເຮັດ 2-3 ລະ​ດັບ, ລະ​ດັບ​ເຍົາ​ວະ​ຊົນ-ອະ​ນຸ​ຊົນ ລະ​ດັບ​ປະ​ຊາ​ຊົນ ແລ້ວ​ກໍ​ລະ​ດັບ CSO ເບື້ອງ​ຣັ​ຖ​ບານ ​ເພິ່ນ​ກະ​ຊິ​ເວົ້າ​ກັນ​ຢູ່​ແລ້ວ ຕ້ອງ​ແກ້​ອະ​ນາ​ຄົຕ ຕ້ອງ​ຊອກ​ປະ​ເດັນ​ໂຕນີ້​ໃຫ້​ມັນ​ໄດ້."

ການ​ຈັດ​ກອງ​ປະ​ຊຸມ​ຄັ້ງ​ນີ້ ເປັນ​ຄັ້ງ​ທຳ​ອິດ ທີ່ MRC ໄດ້​ສົ່ງ​ໜັງ​ສື​ເຊີ​ນ ​ຢ່າງ​ເປັນ​ທາງ​ການ ໄປ​ຍັງ​ເຄືອ​ຂ່າຍ​ ສະ​ພາ​ອົງ​ກອນ​ຊຸມ​ຊົນ ​ລຸ່ມ​ແມ່​ນ້ຳ​ຂອງ 7 ແຂວງ ພາກ​ອີ່​ສານ​ຂອງ​ໄທ​ຍ ທີ່​ເຮັດ​ວຽກ​ກ່ຽວ​ກັບ​ການ​ອະ​ນຸ​ຮັກ​ແມ່​ນ້ຳ​ຂອງ.

ເຄືອ​ຂ່າຍ​ມີ​ແຜນ ​ທີ່​ຈະ​ຕອບ​ຮັບ​ການ​ເຂົ້າ​ຮ່ວມ ພ້ອມ​ສ​ເນີ​ໃຫ້ MRC ແລະ ຜູ້​ທີ່​ມີ​ສ່ວນ​ໄດ້ ​ສ່ວນ​ເສັຽ ໄດ້​ຮັບ​ຟັງ ​ຜູ້​ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ.

ຍາ​ນາງ ອ້ອມ​ບຸນ ທິບ​ສຸ​ນາ ປະ​ທານ​ເຄືອ​ຂ່າຍ ສະ​ພາ ອົງ​ກອນ​ຊຸມ​ຊົນ ລຸ່ມ​ນ້ຳ​ຂອງ 7 ແຂວງ ພາກ​ອີ່​ສານ​ຂອງ​ໄທ​ຍ ໄດ້​ກ່າວ​ວ່າ:

" ປະ ​ເດັນກໍ​ຍັງ​ເປັນ​ການ​ເກົ່າ ກໍ​ຄື​ວ່າ ເຮັດ​ຈັ່ງ​ໃດ ພາກ​ປະ​ຊາ​ສັງ​ຄົມ ​ຈຶ່ງ​ຈະ​ມີ​ສ່ວນ​ຮ່ວມ ໃນ​ການ​ຕັດ​ສິນ​ໃຈ ເພາະ​ວ່າ ການ​ຕັດ​ສິນ​ໃຈ​ເຣື່ອງ​ແມ່​ນ້ຳ​ຂອງ ທຸກ​ເທື່ອນີ້ ໃນ​ກົ​ລ​ໄກ MRC ນີ້ ກໍ​ຊິ​ຍັງ​ຈຳ​ກັດ ຢູ່​ກັບ​ລະ​ດັບ​ຣັ​ຖ​ມົນ​ຕ​ຣີ ແລະ ລະ​ດັບ​ໜ່ວຍ​ງານ ຕໍ່​ໜ່ວຍ​ງານ ປະ​ເທດ​ຕໍ່​ປະ​ເທດ ບາດນີ້ ພື້​ນ​ທີ່ ທີ່​ຈະ​ໃຫ້​ພາກ​ປະ​ຊາ​ສັງ​ຄົມ ມີ​ສ່ວນ​ຮ່ວມ​ໃນ​ການ​ຕັດ​ສິນ​ໃຈນຳ​ນີ້ ເຮົາ​ບໍ່​ມີ​ສ່ວນ​ຮ່ວມທີ່​ຜ່ານ​ມາ​ເນາະ."

​ທ່ານ ໄຊວັດ ພາ​ລະ​ຄຸນ ສະ​ມາ​ຊິກ​ເຄືອ​ຂ່າຍ ສະ​ພາ​ອົງ​ກອນ​ຊຸມ​ຊົນ ລຸ່ມ​ແມ່ນ​ນ້ຳ​ຂອງ 7 ແຂວງ ພາ​ກ​ອີ່​ສານ​ຂອງ​ໄທ​ຍ ກ່າ​ວ​ວ່າ MRC ເປັນ​ອົງ​ກອນ ທີ່​ຈັດ​ຕັ້ງ​ຂຶ້ນ​ມາ​ເພື່ອ​ເຮັດ​ວຽກ​ ໃຫ້ແກ່​ຜູ້​ຄົນ​ໃນ​ລຸ່ມ​ແມ່​ນ້ຳ​ຂອງ ກໍ​ຄວນ​ຈະ​ເປີດ​ພື້ນ ​ທີ່​ໃຫ້​ຜູ້​ຄົນ​ໃນ​ລຸ່ມ​ແມ່​ນ້ຳ​ຂອງ ເຂົ້າ​ໄປ​ມີ​ສ່ວນ​ຮ່ວມ ແຕ່​ມາ​ຮອດ​ປັດ​ຈຸ​ບັນ ​ຜູ້​ທີ່​ມີ​ສ່ວນ​ໄດ້​ສ່ວນ​ເສັຽ ພັດ​ແຕ່ງ​ຕັ້ງ​ຄະ​ນະ​ເຮັດ​ວຽກ ຢູ່​ແຕ່​ສະ​ເພາະ​ເບື້ອງ​ສູນ​ກາງ ເຮັດ​ໃຫ້​ບັນ​ຫາ​ທີ່​ເກີດ​ຂຶ້ນ ກັບ​ຜູ້​ຄົນ​ທີ່​ອາ​ໄສ​ຢູ່​ ແຄມ​ນ້ຳ​ຂອງ ບໍ່​ໄດ້​ຮັບ​ການ​ແກ້​ໄຂ.

ດັ່ງ​ ທ່ານ ກ່າວ​ວ່າ:

" ສ່ວນ ຫຼາຍ ແລ້ວ ນະ ໂຍ ບາຍຈະ ເປັນ ໂຕ ແທນ MRC ຂອງ ປະ ເທ ໄທ ເຊິ່ງ ໃນ ສ່ວນ ນັ້ນ ຄື ວ່າ MRC ຍັງ ເຂົ້າ ບໍ່ ເຖິງ ໃນ ສ່ວນ ຂອງ ປະ ຊາ ຊົນ ພາກ ປະ ຊາ ຊົນ ຄື ຄົນ ລຸ່ມ ແມ່ ນ້ຳ ຂອງແທ້ໆ ແລ້ວ MRC ໜ້າ ຈະ ຍາຍ ວຽກ ໃຫ້ ກວ້າງ ຫຼາຍກວ່າ ນັ້ນ ແລ້ວ ກໍ ລົງ ພື້ນ ທີ່ ໃຫ້ ຫຼາຍກວ່າ ນັ້ນ ເພື່ອ ຈະ ໄດ້ ຮັບ ຮູ້ ເຖິງ ຜົ ກະ ທົບ ແລະ ບັນ ຫາ ທີ່ ມັນ ເກີດ ຂຶ້ນ ."

ທ່ານ ອາ​ນຸ​ລັກ ກິດ​ຕິ​ຄຸນ ຫົວ​ໜ້າ​ກອງ​ເລ​ຂາ ຄະ​ນະ​ກັມ​ມາ​ທິ​ການ ແມ່​ນ້ຳ​ຂອງ​ສາ​ກົນ ໄດ້​ກ່າວ​ວ່າ: ສຳ​ລັບ​ກອງ​ປະ​ຊຸມ​ຜູ້​ທີ່​ມີ​ສ່ວນ​ໄດ້​ ສ່ວນ​ເສັຽລະ​ດັບ​ພາກ​ພື້ນ ໃນ​ຄັ້ງ​ນີ້ ຈະ​ຈັດ​ຂຶ້ນ​ຢູ່​ປະ​ເທດ​ວຽກ​ນາມ ແລະ ຜ່ານ​ລະ​ບົບ​ອອນ​ລາຍນ໌ ລະ​ຫວ່າງ ວັນ​ທີ 12-13 ທັນ​ວາ 2022 ເພື່ອ​ເປີດ​ໂອ​ກາດ ​ໃຫ້​ອົງ​ການ​ຈັດ​ຕັ້ງ​ພາກ​ປະ​ຊາ​ສັງ​ຄົມ ຂອງ​ປະ​ເທດ​ສະ​ມາ​ຊິກ ​ໃນ​ຖາ​ນະ​ຕາງ​ໜ້າ​ປະ​ຊາ​ຊົນ ທີ່​ໄດ້​ຮັບ​ຜົ​ລ​ກະ​ທົບ ​ໂດຍ​ຕຣົງ ເຂົ້າ​ມາ​ມີ​ສ່ວນ​ຮ່ວມ ​ສະ​ແດງ​ຄວາມ​ເຫັນ​ຫຼາຍ​ຂຶ້ນ ບໍ່​ວ່າ​ຈະ​ເປັນ​ບັນ​ຫາ​ທີ່​ເກີດຂຶ້ນ ​ໃນ​ປັດ​ຈຸ​ບັນ ແລະ ແນວ​ທາງ​ແກ້​ໄຂ​ໃນ​ອະ​ນາ​ຄົຕ ຈາກ​ນັ້ນ MRC ຈະ​ນຳ​ຄວາມ​ເຫັນ ທີ່​ໄດ້​ຮັບ​ໄປ​ພິ​ຈາ​ລະ​ນາ ແລະ ປັບ​ໃຊ້​ໃນ​ການ​ກຳ​ນົດ ​ແຜນ​ການ​ດໍ​າ​ເນີນ​ງານ ​ໃນ​ໄລ​ຍະ​ຕໍ່​ໄປ.

ສຳ​ລັບ ​ຫົວ​ຂໍ້​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້ ຈະ​ປະ​ກອບ​ດ້ວຍ ​ການ​ດຳ​ເນີນ​ງານ​ຂອງ MRC ວ່າ ດ້ວຍ​ການ​ປົກ​ປ້ອງ​ ຄວາມ​ອຸ​ດົມ​ສົມ​ບູນ ​ຂອງ​ແມ່​ນ້ຳ​ຂອງ ແລະ ການ​ນຳ​ຂໍ້​ມູນ​ໃໝ່ ກ່ຽວ​ກັບ​ໂຄງ​ການ​ ເຂື່ອນ​ໄຟ​ຟ້າ​ພ​ລັງ​ງານ​ນ້ຳ ​ຫຼາຍ​ແຫ່ງ ເປັນ​ຕົ້ນ ເຂື່ອນດອນ​ສະ​ໂຮງ, ເຂື່ອນ​ຊະ​ນະ​ຄາມ, ເຂື່ອນ​ເຊກອງ ເອ (A) ແລະ ເຂື່ອ​ນ​ພູ​ງອຍ.