ນໍ້າຖ້ວມຂັງຢູ່ທາງລອດ ທາງດ່ວນ ບ້ານນາຂ່າ
2021.05.08
ຊາວບ້ານເຂດເມືອງນາຊາຍທອງ ນະຄອນຫລວງວຽງຈັນ ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ແກ້ໄຂບັນຫານໍ້າຖ້ວມຂັງ ບໍຣິເວນທາງ ລອດກ້ອງທາງດ່ວນ ນະຄອນຫລວງວຽງຈັນ ຫາ ເມືອງວັງວຽງ ແຂວງວຽງຈັນ ເຂດບ້ານນາຂ່າ ທັງຣົດຈັກ, ຣົດໃຫຍ່ບໍ່ສາມາດ ສັນຈອນຜ່ານເຂດນັ້ນໄດ້ ເວລາຝົນຕົກກໍໃຫ້ເກີດ ນໍ້າຖ້ວມຂັງສູງເຖີງ 50-70 ຊັງຕີແມັດ. ດັ່ງຊາວບ້ານທີ່ຢູ່ໃກ້ຄຽງ ເຂດດັ່ງກ່າວ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 07 ພຶສພາ ວ່າ:
"ຢູ່ບ້ານນາຂ່າຫັ້ນນ່າ ຢູ່ທາງເຂົ້າວັດໂພນຄ້ອງຫັ້ນນ່າ ລູກນ້ອງຂອງເອື້ອຍນີ້ 10 ປາຍຄອບຄົວຢູ່ຫັ້ນ, ລູກຊິໄປໂຮງຮຽນກະບໍ່ໄດ້ ເພາະວ່າມັນຂ້າມໄປບໍ່ໄດ້ຫັ້ນນ່າ. ເລີ່ມແຕ່ເພິ່ນ ເຮັດທາງຣົດດ່ວນນີ້ແຫລະດຽວນີ້ຫັ້ນນ່າ ມັນກະເປັນເລີຍ ຢາກໃຫ້ພາກສ່ວນທີ່ ກ່ຽວຂ້ອງຫັ້ນແຫລະ ມາຊ່ອຍເຮັດສາ ຊິເຮັດແນວໃດແກ້ໄຂແບບໃດຫັ້ນນ່າ."
ຊາວບ້ານໄດ້ກ່າວຕື່ມວ່າ ປີຜ່ານມາເຂດດັ່ງກ່າວນີ້ ກໍມີພາກສ່ວນກ່ຽວຂ້ອງລົງມາແກ້ໄຂແລ້ວ ແຕ່ເປັນການແກ້ໄຂສະເພາະໜ້າ, ເຊັ່ນ ເອົາຈັກມາດູດນໍ້າອອກ ແຕ່ບໍ່ໄດ້ກໍ່ສ້າງແນວປ້ອງກັນໃດໆ. ຕົກມາປີນີ້ພໍຝົນຕົກ ນໍ້າກໍກັບມາຖ້ວມຂັງອີກ.
ຄຣູບາຢູ່ວັດນພຣະບາດໂພນຄ້ອງເຂດບ້ານນາຂ່າ ທີ່ຜ່ານເຂດຈຸດດັ່ງກ່າວໄດ້ກ່າວວ່າ ສະພາບນໍ້າຖ້ວມຂັງຢູ່ທາງລອດນີ້ແມ່ນເກີດຂຶ້ນ ຕລອດຖ້າມີຝົນຕົກ. ເຮັດໃຫ້ຊາວບ້ານ ລຳບາກທີ່ຈະເດີນທາງໄປ ປະຕິບັດກິຈວັຕໃນວັດແຫ່ງນີ້ ຕ້ອງໄດ້ອ້ອມໄປທາງໃໝ່ ທີ່ມີໄລຍະ ທາງໄກກວ່າເກົ່າ.
"ເປັນຕັ້ງແຕ່ກ່ອນໂຄວິດ ພຸ້ນນ່າມັນເປັນອ່າງກະທະເດ້ ຕົກລົງມາມັນກະ ສາມາດຖ້ວມເລີຍຫັ້ນນ່າ. ໂອມັນກໍກະທົບແນ່ນອນເພາະ ອອກໄປບໍ່ໄດ້ເນາະ ສອງມາອອກຕົນຍາດໂຍມ ຂະເຈົ້າມາຫຍັງຂະເຈົ້າກະມາບໍ່ໄດ້ ຂະເຈົ້າທຽວທາງລັດເນາະໄປທາງພຸ້ນມັນໄກ ລັດມາທາງພີ່ນ່າ."
ຊາວບ້ານນາຂ່າຜູ້ຂໍສງວນຊື່ ແລະສຽງກ່າວວ່າແນວໃດກໍຂໍຮຽກຮ້ອງ ມາຍັງພາກສ່ວນກ່ຽວຂ້ອງມາປັບປຸງແກ້ໄຂໃຫ້ປະຊາຊົນ ເພາະ ເສັ້ນທາງນີ້ເປັນເສັ້ນທາງ ທີ່ປະຊາຊົນທຽວຫຼາຍ ແລະກໍເປັນທາງສາຍຫລັກ ທີ່ປະຊາຊົນໃຊ້ປະຈຳວັນ. ຖ້າເກີດສະພາບ ນໍ້າຖ້ວມຂັງ ແບບນີ້ຊາວບ້ານກໍລຳບາກໃນການສັນຈອນໄປມາ.
ພາກສ່ວນເຈົ້າໜ້າທີ່ຫ້ອງການໂຍທາທິການ ແລະຂົນສົ່ງເມືອງນາຊາຍທອງ ໄດ້ໃຫ້ຄຳຕອບຕໍ່ບັນຫານີ້ຕໍ່ນັກຂ່າວ ເອເຊັຽເສຣີວ່າ ໃນເບື້ອງຕົ້ນຍັງບໍ່ໄດ້ຮັບໜັງສື ຮ້ອງຮຽນຈາກ ປະຊາຊົນເທື່ອ ແຕ່ທາງຄະນະກັມມະການ ທີ່ກ່ຽວຂ້ອງຈະມີການປຶກສາຫາລື ເພື່ອແກ້ໄຂບັນຫາດັ່ງກ່າວໃນໄວໆນີ້.
"ໂອໂຕນີ້ຍັງບໍ່ເຂົ້າໃຈປານໃດເດີ້ ເພາະວ່າບໍ່ໄດ້ເຫັນຄະນະກັມມະການ ເພິ່ນມັນມີຄະນະທີມງານເພິ່ນຕ່າງຫາກນ່າ ເພິ່ນຊິປະຊຸມ ກັນນ່າ."
ເມື່ອເດືອນກໍຣະກະດາ ປີຜ່ານມາຊາວບ້ານອີ່ໄລເໜືອ ແລະອີ່ໄລໃຕ້ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນກໍເຄີຍປະສົບບັນຫາ ທາງລອດທາງດ່ວນ ຢູ່ຈຸດບ້ານອີໄລເໜືອໄດ້ ເກີດສະພາບນໍ້າຖ້ວມຂັງເຊັ່ນກັນ. ເຊິ່ງຊາວບ້ານກໍໄດ້ສເນີໃຫ້ພາກສ່ວນກ່ຽວຂ້ອງ ສ້າງຂົວຂ້າມທາງດ່ວນເຂດດັ່ງກ່າວ ແຕ່ບັນຫາທີ່ສເນີຍັງບໍ່ໄດ້ ຮັບການແກ້ໄຂຕາມທີ່ຊາວບ້ານ ໄດ້ສເນີໄປນັ້ນ.