ຜູ້ເຄາະຮ້າຍຈາກພັຍທັມຊາດ

ຈໍາປາທອງ
2014.08.12
F-vangvieng ພັຍທັມຊາດ ທີ່ ເມືອງວັງວຽງ ນໍ້າໄຫຼເຂົ້າຖ້ວມບ້ານເຮືອນ ຢ່າງກະທັນຫັນ
Citizen Journalist

 

ປະຊາຊົນ ທີ່ ໄດ້ຮັບ ຜົນກະທົບ ຈາກ ພັຍນ້ຳຖ້ວມ ໃນປີນີ້ ຄວນໄດ້ຮັບ ການ ຊ່ວຍເຫລືອ ເປັນຢ່າງດີ ຂນະທີ່ ຣັຖບານ ລາວ ມີຣາຍຮັບ ຈາກ ການຂາຍໄມ້ ຂາຍຄຳ ຂາຍທອງ ຂາຍ ໄຟຟ້າ ຢ່າງ ຫລວງຫລາຍໃນ ແຕ່ລະປີ.

ເກືອບວ່າ ແຕ່ລະປີ ເກີດມີໄພ ທັມຊາດ ຢູ່ ສປປ ລາວ ບໍ່ແມ່ນ ແຫ້ງແລ້ງ ກໍແມ່ນ ນໍ້າຖ້ວມ. ເວົ້າສະເພາະ ປີນີ້ ກໍແມ່ນ ນໍ້າຖ້ວມ ຢູ່ ຫລາຍແຂວງ ທາງ ພາກເໜືອ ພາກກາງ ແລະ ພາກໃຕ້ ຂອງ ປະເທສ ໜັກໜ່ວງ ພໍສົມຄວນ ເຮັດໃຫ້ ປະຊາຊົນ ໄດ້ຮັບຄວາມ ເດືອດຮ້ອນ ແລະ ມີຜົລກະທົບ ຕໍ່ເຄື່ອງປູກ ຂອງຝັງ ຕລອດເຖິງ ສັດລ້ຽງ ອື່ນໆ ຊຶ່ງ ທາງການລາວ ຄວນເອົາໃຈໃສ່ ແກ້ໄຂ ໃຫ້ການ ຊ່ວຍເຫລືອ ເປັນຢ່າງດີ ໃນເມື່ອ ຣັຖບາລ ລາວ ມີຣາຍຮັບ ຈາກ ການຂາຍໄມ້ ຂາຍຄໍາ ຂາຍທອງ ຂາຍໄຟຟ້າ ແລະ ຊັພຍາກອນ ທັມຊາດ ທີ່ຄຸນຄ່າສູງ ຢ່າງຫຼວງຫຼາຍ ໃນແຕ່ລະປີ ຢູ່ນີ້ ແລະ ທາງການ ລາວ ກໍໃຫ້ຄໍາ ໝັ້ນສັນຍາ ຊໍ້າແລ້ວ ຊໍ້າອີກ ຕລອດມາ ວ່າ ຈະນໍາຣາຍຮັບ ຈາກການຂາຍ ຊັພຍາກອນ ທັມຊາດ ອັນມີຄຸນຄ່າ ສູງ ເຫລົ່ານັ້ນ ມາສ້າງ ຜົລປະໂຫຍດ ໃຫ້ກັບ ປະຊາຊົນ ແກ້ໄຂ ຄວາມຫຍຸ້ງຍາກ ຂັດສົນ ຂອງ ປະຊາຊົນ ໃຫ້ ປະຊາຊົນ ມີຊີວິດ ການເປັນຢູ່ ດີຂຶ້ນ ແລະ ຣັຖບານ ກໍທັງຮັບວ່າ ຈະເຮັດໃຫ້ ປະຊາຊົນ ລາວ ຫລຸດພົ້ນ ອອກຈາກ ຄວາມ ທຸກຍາກ ຈະເຮັດໃຫ້ ປະເທສລາວ ຫຼຸດພົ້ນ ຈາກ ການດ້ອຍ ພັທນາ ໃນປີ 2020 ຊຶ່ງ ທ່ານ ຈູມມະລີ ໄຊຍະສອນ ເລຂາທິການ ໃຫ່ຍ ຄນະ ບໍຣິຫານ ງານ ສູນກາງ ພັກ ປະຊາຊົນ ປະຕິວັດ ລາວ ໃຫ້ສັນຍາ ເອົາໄວ້ ຢູ່ໃນ ກອງປະຊຸມ ໃຫຍ່ ຂອງພັກ.

ຢ່າງໃດກໍຕາມ ເວົ້າເຖິງການ ຊ່ວຍເຫລືອ ຂອງ ທາງການລາວ ຕໍ່ ປະຊາຊົນ ທີ່ໄດ້ຮັບ ຜົລກະທົບ ຈາກພັຍ ນໍ້າຖ້ວມ ຢູ່ ສປປລາວ ກໍມີຫລາຍ ຂ່າວອອກ ມາວ່າມີ ໜ້ອຍ ແລະ ບໍ່ທົ່ວເຖິງ ແມ່ນແຕ່ ນໍ້າດື່ມ ແລະ ອາຫານ ແຫ້ງ ກໍຍັງ ບໍ່ພຽງພໍ ບໍ່ວ່າແຕ່ ໃນຊຸມປີ ທີ່ ຜ່ານມາ ໃນປີນີ້ ກໍເປັນ ເຊັ່ນດຽວກັນ. ນໍ້າເລີ່ມຖ້ວມ ມາຕັ້ງແຕ່ ຕົ້ນເດືອນ ກໍຣະກະດາ ເວົ້າທົ່ວໄປ ແລ້ວ ການຊ່ວຍເຫລືອ ທີ່ວ່ານັ້ນ ກໍຍັງບໍ່ ໄປຮອດ ໄປເຖິງ ປະຊາຊົນ ພໍເທົ່າໃດ ເຖິງຈະມີ ພາຫານະ ຂົນສົ່ງ ຢູ່ແລ້ວ ຈໍານວນໃດ ຈໍານວນນຶ່ງ ແລະ ໃນວັນທີ 8 ສິງຫາ ນີ້ ກະຊວງ ແຮງງານ ແລະ ສວັດດີ ການສັງຄົມ ຂອງລາວ ກໍໄດ້ເອົາ ຣົດກະບະ 25 ຄົນ ແລະ ຣົດ ບັນທຸກ 6 ລໍ້ ທີ່ ຣັຖບາລ ຍີ່ປຸ່ນ ຊ່ວຍໃຫ້ລ້າ ມູນຄ່າ 47 ຕື້ ກີບ ນັ້ນ ມອບໃຫ້ ຜແນກແຮງງານ ແລະ ສວັດດີການ ສັງຄົມ 17 ແຂວງ ແລະ ນະຄອນຫຼວງ ວຽງຈັນ ເພື່ອ ນໍາໃຊ້ເຂົ້າ ໃນວຽກງານ ແກ້ໄຂ ພັຍພິບັດ ສຸກເສີນນັ້ນ ກໍຕາມ.

ພັຍພິບັດ ທາງ ທັມຊາດ ຢູ່ລາວ ໃນປີນີ້ ເກີດຂຶ້ນຢູ່ ຫລາຍເມືອງ ຫຼາຍແຂວງ ຮວມທັງ ເຂດເມືອງ ໂພນໄຊ ແຂວງ ຫລວງພຣະບາງ ເມືອງວັງວຽງ ແຂວງວຽງຈັນ ເມືອງຈໍາພອນ ແຂວງ ສາຣະວັນ ເມືອງ ຄົງເຊໂດນ ແຂວງ ສາຣະວັນ. ສໍາລັບ ແຂວງ ຈໍາປາສັກ ແມ່ນ ມີນໍ້າຖ້ວມ 9 ເມືອງ. ໃນນັ້ນ ເມືອງ ທີ່ໄດ້ຮັບ ຜົລກະທົບ ໜັກກວ່າໝູ່ ແມ່ນ ເມືອງປາກເຊ ຊຶ່ງ ຊາວເມືອງ ປາກເຊ ທ່ານນຶ່ງ ໄດ້ເວົ້າເຖິງ ສະພາບ ນໍ້າຖ້ວມ ຢູ່ທີ່ນັ້ນວ່າ ຖ້ວມຫຼາຍ ຂຶ້ນໆລົງໆ ຈົນວ່າ ເຂົ້າຕາຍ:

"ຫລາຍອີ່ຫລີ ໃດ ຖ້ວມແລ້ວ ຖ້ວມອີກຢູ່ ຄອນ ກະຮ້ວຍໆ ຂຶ້ນມາອີກ ສອງເທື່ອ ສາມເທື່ອ ລຽບລ້ອຍ ວ່າຊັ້ນ ຊື້ຂ້າຫອຍ ຊື້ແລ້ວ ໃສ່ແລ້ວ ນໍ້າຂຶ້ນມາ ຖ້ວມເບິດ".

ຫລຸດລົງມາ ຈາກເມືອງ ປາກເຊ ຕາມລໍາດັບ ກໍແມ່ນ ເມືອງ ຊນະສົມບູນ ສຸຂຸມາ ປະທຸມພອນ ເມືອງຈໍາປາສັກ ມຸລປະໂມກ ແລະ ເມືອງໂຂງ ຊຶ່ງຄາດວ່າ ໄດ້ຮັບ ຄວາມເສັຽຫາຍ ທັງໝົດ ປະມານ 30 ຕື້ ລ້ານກີບ ນໍ້າຖ້ວມ ເນື້ອທີ່ ການຜລິດ 8 ພັນ ກວ່າເຮັກຕາ ໃນນັ້ນ ເປັນເນື້ອທີ່ນາ 7 ພັນ ກວ່າເຮັກຕາ ມີຜູ້ເສັຍຊີວິດ 1 ຄົນ ຢູ່ເຂດ ທ່າພະບາດ ເມືອງປາກເຊ ໃນຂນະທີ່ ທໍາມາ ຫາກິນຢູ່.

ເວົ້າສະເພາະ ຢູ່ເມືອງ ຊນະສົມບູນ ເມືອງດຽວ ຂ່າວວ່າ ນໍ້າຖ້ວມ 29 ບ້ານ ທີ່ ຢູ່ລຽບແຄມ ລໍານໍ້າເຊໂດນ ແລະ ຫ້ວຍຕ່າງໆ ນໍ້າຖ້ວມນາ ທີ່ ຫາກໍ່ປັກດໍາ ໃໝ່ໆ ເກືອບເຖິງ 4 ພັນ ເຮັກຕາ ທີ່ຄາດວ່າ ຈະເສັຍຫາຍ ທັງໝົດ ຊຶ່ງ ທາງແຂວງ ກໍວ່າຈະຫາທາງ ແກ້ໄຂຊ່ວຍ.

ທ່ານ ຄໍາລ້ານ ແກ້ວບຸຜາ ຫົວໜ້າ ຂແນງຂໍ້ມູນ ຂ່າວສານ ຜແນກ ຊັພຍາກອນ ທັມຊາດ ແລະ ສິ່ງແວດລ້ອມ ກ່າວເມື່ອ ວັນທີ 8 ສິງຫາ ໂດຍຂໍໃຫ້ ອໍານາດ ການປົກຄອງ ທຸກພາກສ່ວນ ແລະ ປະຊາຊົນ ໂດຍ ສະເພາະ ຜູ້ທີ່ຢູ່ລຽບ ແມ່ນໍ້າຂອງ ແລະ ລໍານໍ້າ ສາຂາ ໃຫ້ ມີສິຕິ ຣະມັດຣະວັງ ຍົກຍ້າຍ ສິ່ງຂອງມີຄ່າ ຮວມທັງ ສັດລ້ຽງ ໄປໄວ້ຢູ່ໃນ ທີ່ປອດພັຍ.

ທ່ານວ່າ ໄດ້ຣະດົມ ທຶນຮອນ ຈາກ ຫລາຍ ພາກສ່ວນ ທັງພາກຣັດ ແລະ ພາກ ເອກກະຊົນ. ສໍາລັບ ພາກຣັດ ເປັນຕົ້ນ ກໍແມ່ນ ຜແນກ ການຄ້າແຂວງ ຜແນກ ກະສິກັມ ຜແນກ ຊັພຍາກອນ ທັມຊາດ ແລະ ສິ່ງ ແວດລ້ອມ ກອງກໍ່ສ້າງ ຮາກຖານເມືອງ. ສ່ວນພາກ ເອກກະຊົນ ທ່ານວ່າ ຫລາຍ ຫົວໜ່ວຍ ທຸຣະກິດ ຮວມທັງ ອົງການ ແພດໂລກ ຊ່ວຍເຫລືອ ຮວມເປັນ ມູລຄ່າ ທັງໝົດ 2 ລ້ານ 7 ແສນກີບ. ເງິນ ຊ່ວຍເຫລືອ ທີ່ວ່ານີ້ ໄດ້ແບ່ງ ຈໍານວນນຶ່ງ ໄປຊື້ໝີ່ ແລະ ນໍ້າດື່ມ ແຈກຢາຍ ປະຊາຊົນ ທີ່ໄດ້ຮັບ ຜົລກະທົບ ຈາກ ພັຍ ນໍ້າຖ້ວມ ຄັ້ງນີ້. ເຈົ້າໜ້າທີ່ ແຂວງ ນີ້ວ່າ ປະຊາຊົນ ຕ້ອງການ ຄວາມຊ່ວຍເຫລືອ ດ່ວນ ເປັນຕົ້ນ ແມ່ນ ນໍ້າ ສະອາດ ແລະ ອາຫານ:

"ເຮົາປະເມີນ ບ່ອນຄ່າ ເສັຽຫາຍ ບໍ່ທັນໄດ້ ຄັກແທ້ ໂອ ພວກເຮົາເອົາ ມີແຕ່ແກ້ໄຂ ສຸກເສີນ ມີແຕ່ນໍ້າ ກັບ ອາຫານແຫ້ງ ແກ້ ສຸກເສີນ ກ່ອນ".

ແລະ ຢູ່ເມືອງຄົງ ແຂວງ ສາຣະວັນ ທີ່ວ່າ ໃນເບື້ອງຕົ້ນ ນໍ້າຖ້ວມ ທົ່ງນາ ປະມານ 7 ພັນ ເຮັກຕາ ຄືກັນ ກັບຢູ່ ແຂວງ ຈໍາປາສັກ ນັ້ນ ເຈົ້າໜ້າທີ່ ເມືອງ ກໍເວົ້າວ່າ ທາງແຂວງ ເພີ່ນໃຫ້ ຊ່ວຍເຫລືອ ໄດ້ນໍາເອົາ ກໍາລັງ ທະຫານ ແລະ ຕໍາຣວດ ມາຊ່ວຍ ແລະ ທາງເມືອງ ກໍ ຊ່ວຍກັນ. ແລະວ່າ ທາງ ຫ້ອງວ່າການ ປົກຄອງ ແຂວງ ກໍໄດ້ ນໍາເອົາ ເຂົ້າສານ ຈໍານວນ 100 ຕັນ ໄປແຈກຢາຍ ປະຊາຊົນ ແຕ່ກໍຍັງ ບໍ່ພຽງພໍ ຕາມຄວາມ ຕ້ອງການ ອັນຈໍາເປັນ ຊຶ່ງ ເວລານີ້ ຍັງຕ້ອງການ ນໍ້າສະອາດ ແລະ ຢາຮັກສາໂຣຄ.

ທ່ານວ່າ ນອກຈາກ ເມືອງ ຄົງເຊໂດນ ແລ້ວ ເມືອງເລົ່າງາມ ແລະ ເມືອງວາປີ ກໍຖືກນໍ້າຖ້ວມ ເຊັ່ນກັນ ແລະ ຢູ່ເມືອງວັງວຽງ ແຂວງວຽງຈັນ ຂ່າວກໍວ່າ ນໍ້າຖ້ວມ ເສົາໄຟຟ້າຫັກ ຖ້ວມຖນົນ ຂົວຂາດ ເຮັດໃຫ້ ການ ຈະຣາຈອນ ຕິດຂັດ ແລະມີຜູ້ ສູນຫາຍ 1 ຄົນ. ເຈົ້າເມືອງ ເມືອງນີ້ວ່າ ມີກົນຈັກ ແລະ ນັກວິຊາການ ສ້ອມແປງ ແລ້ວ ລໍຖ້າແຕ່ ຝົນ ເຊົາຕົກ. ແລະໃນວັນທີ 12 ສິງຫາ ນີ້ກໍມີ ຂ່າວວ່າ ຢູ່ເມືອງ ເຊບັ້ງໄຟ ແຂວງ ຄໍາ ມ່ວນ ທາງການ ກໍບອກໃຫ້ ປະຊາຊົນ ກຽມໂຍກຍ້າຍ ໄປຢູ່ ໃນສະຖານ ທີ່ປອດພັຍ ນໍ້າຖ້ວມ ເນື້ອທີ່ ເກືອບເຖິງ 2,000 ເຮັກຕາ ໃນ 23 ບ້ານ ມາແຕ່ມື້ ວັນຈັນ ຂອງ ທິດ ທີ່ແລ້ວ ແລະ ທາງການເມືອງ ກໍຄາດວ່າ ເຂົ້າໃນນາ ປະມານ 90% ຈະຕາຍ ຖ້າຫາກນໍ້າ ຍັງຖ້ວມໝົດ ທິດນີ້. ປັດຈຸບັນ ປະຊາຊົນ ກໍາລັງ ລໍຖ້າ ການຊ່ວຍເຫລືອ ຢູ່. ສ່ວນວ່າ ຢູ່ເມືອງ ຈໍາພອນ ແຂວງ ສວັນນະເຂດ ນໍ້າຖ້ວມ 58 ບ້ານ ປະຊາຊົນ 4,000 ກວ່າ ຄອບຄົວ ໄດ້ຮັບຜົນ ກະທົບ ມາແຕ່ ທ້າຍເດືອນ ທີ່ແລ້ວ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ກ່ຽວຂ້ອງ:

"ໃນ 58 ບ້ານ ມີຈໍານວນ ຄອບຄົວ ຖືກຖ້ວມ 4,077 ຄອບຄົວ ມີຈໍານວນ ຄົນ ຢູ່ 25,321 ຄົນ. ປະຊາຊົນ ກໍຍັງ ລໍຖ້າ ການຊ່ວຍເຫລືອ ເຊັ່ນກັນ".

ແຕ່ການ ຊ່ວຍເຫລືອ ຂອງ ທາງການລາວ ໃຫ້ ປະຊາຊົນ ຕັ້ງແຕ່ເໜືອ ຕລອດໃຕ້ ທີ່ໄດ້ຮັບ ຜົນກະທົບ ຈາກພັຍ ນໍ້າຖ້ວມນັ້ນ ມີການ ວິພາກ ວິຈານກັນ ໂດຍທົ່ວໄປ ວ່າ ມີໜ້ອຍຫລາຍ ບໍ່ສົມກັບ ຣາຍຮັບ ທີ່ ຣັຖບາລ ລາວ ໄດ້ຮັບຈາກ ການ ອະນຸມັດໃຫ້ ພວກນັກ ລົງທຶນ ຕ່າງປະເທສ ເຂົ້າມາ ສໍາປະທານ ສ້າງ ເຂື່ອນໄຟຟ້າ ຫລາຍ ສິບແຫ່ງ ຂຸດຄົ້ນແຮ່ທາດ ປະເສີດ ທີ່ຈະກຸດຫ້ຽນ ໄປ ຢູ່ໃນ ຫລາຍແຂວງ ຕັດໄມ້ ທໍາລາຍ ປ່າ ຢ່າງ ເປັນຂະບວນ ສ້າງເຂດ ເສຖກິດ ພິເສດ ເຂດເສຖກິດ ສະເພາະ ຮວມທັງ ນໍາເອົາ ການພະນັນ ຊຶ່ງ ເປັນ ອະບາຍມຸກ ເບື່ອເມົາ ສັງຄົມ ເຂົ້າມາ ແລກປ່ຽນ ເອົາເງິນ ຫລາຍຮ້ອຍລ້ານ ໂດລາ ສະຫະຣັຖ ໃນແຕ່ ລະປີ ຂນະທີ່ ຜູ້ນໍາ ພັກ-ຣັຖ ແຂ່ງກັນ ໃຊ້ສິດ ໃຊ້ອໍານາດ ສໍ້ຣາດ ບັງຫລວງ ທີ່ ຍັງຂຍາຍ ວົງກວ້າງ ອອກໄປ ນໍາເລື້ອຍໆ ຢູ່ໃນຂນະນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.