ມູລຄ່າເສັຽຫາຍຍ້ອນພັຍ ທັມມະຊາດ ຢູ່ ລາວ

ໃນປີຜ່ານມາ ມີຜູ້ເສັຽຊີວິດ 27 ຄົນ ແລະ ສູນຫາຍ 7 ຄົນ ຍ້ອນ ພັຍພິບັດ ທັມມະຊາດ ມູລຄ່າເສັຽຫາຍ 170 ລ້ານ ໂດລາ ສະຫະຣັດ.

ສະພາບນໍ້າຖ້ວມ ຢູ່ແຂວງພາກໃຕ້ຂອງລາວ ເມື່ອປີທີ່ຜ່ານມາ RFA

ທາງການລາວຣາຍງານວ່າ ມີຄົນເສັຽຊີວິດ 27 ຄົນ ແລະຍັງສູນຫາຍ 7 ຄົນ ແລະ 16 ຄົນ ໄດ້ຮັບບາດເຈັບ ຊັພສິນເສັຽຫາຍກ່ວາ 1,500 ຕຶ້ກິບ ຍ້ອນພັຍພິບັດ ທັມມະຊາດ ທີ່ເກິດຂຶ້ນໃນປີ 2019 ສ່ວນໃຫຍ່ ເສັຽຫາຍໄປກັບພັຍພິບັດ ນໍ້າຖ້ວມແລະພະຍຸ ໂດຍສເພາະ ທາງພາກ ໃຕ້ຂອງລາວ, ສາເຫດເກີດຈາກ ຝົນຕົກໜັກລົມພະຍຸ ແລະ ສ່ວນນຶ່ງແມ່ນມາຈາກ ມວນມະນຸດທໍາຣາຍ ຊັພຍາກອນທັມມະຊາດ ຮວມໄປ ເຖິງການສ້າງເຂື່ອນ. ອິງຕາມຄໍາເວົ້າຂອງເຈົ້າໜ້າທີ່ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ່ 7 ມົກກະຣານີ້:

“ໂຕນີ້ແຫລະພັຍນໍ້າຖ້ວມ ກັບພະຍຸ, ພາກໃຕ້ກໍຖ້ວມ ພາກກາງກໍຖ້ວມ ຖ້ວມຫລາຍນັ້ນ, ໂຕພາກໃຕ້ ຢູ່ແຂວງສາຣະວັນ ແຂວງອັດຕະປື ຫັ້ນເດ້, ສາເຫດຍ້ອນ ພັຍທັມມະຊາດແດ່ ຍ້ອນຄົນແດ່ ໂຕເຂື່ອນແດ່ ກໍຮຸນແຮງຢູ່ ມີບາງເຂດ ກໍບໍ່ໄລຍະຍາວປານໃດ.”

ທ່່ານກ່າວຕື່ມວ່າ ພັຍທັມມະຊາດເກີດຂຶ້ນຫລາຍຢ່າງ, ຫາກເກີດຂຶ້ນແລ້ວ ບໍ່ສາມາດຍັບຍັ້ງໄດ້, ຄືນໍ້າຖ້ວມຢູ່ພາກໃຕ້ ກໍຖືວ່າເສັຽຫາຍໜັກ, ປະຊາຊົນໄດ້ຮັບຄວາມເດຶອດຮ້ອນ ກັນຫລາຍ, ນອກຈາກນັ້ນ ໃນຣະຫວ່າງ ເດືອນສິງຫາ 2019 ກໍເກີດພະຍຸ, ນໍ້າຖ້ວມ ດິນເຈື່ອນ ຢູ່ ແຂວງຫົວພັນ ເຮັດໃຫ້ມີ ຜູ້ສູນຫາຍ 7 ຄົນ ແລະ ຍັງບໍ່ສາມາຄົ້ນພົບ ສົບ ຜູ້ສູນຫາຍ ແລະ ປັຈຈຸບັນ ພັຍທັມມະຊາດ ກໍເກີດຂຶ້ນ ໃນ ຫລາຍແຂວງ ອີກແລ້ວ ຄື ພັຍແຫ້ງແລ້ງ:

“ຖ້າທຽບ 2018 ພັຍພິບັດ ມັນຮຸນແຮງກວ່າ ກໍຍ້ອນເຂື່ອນແຕກ ດຽວນີ້ມັນກໍຈະເຣີ້ມ ເຂົ້າພັຍແຫ້ງແລ້ງ ເນາະ ກໍຖືວ່າ ກໍເຣີ້ມແລ້ງຫລາຍ ແລ້ວເດ້ ປີນີ້ ໃນເຂດ ຫລາຍແຂວງ ພາກເໜືອ ພາກກາງ ແລະ ພາກໃຕ້.“

ອີງຕາມຣາຍງານຂ່າວ ຂອງຫ້ອງການ ປ້ອງກັນພັຍພິບັດ ແຫ່ງຊາດ ແລະ ຄນະກັມມາທິການ ປ້ອງກັນພັຍທັມມະຊາດ ກະຊວງແຮງງານ ແລະ ສວັດດິການສັງຄົມ ສປປລາວ ຣາຍງານວ່າ ຕັ້ງແຕ່ເດືອນ ມົກກະຣາ ມາຮອດ ເດືອນພຶສຈິກາ ປີ 2019 ມີເຫດ ພັຍພິບັດເກີດຂຶ້ນ ໃນຫລາຍແຂວງຂອງລາວ ເປັນຕົ້ນ ແຂວງຜົ້ງສາລີ, ແຂວງສາຣະວັນ ແຂວງເຊກອງ ແຂວງອັດຕະປື ແລະ ແຂວງຈໍາປາສັກ, ເຫດການ ດັ່ງກ່າວ ສົ່ງຜົນກະທົບຕໍ່ປະຊາຊົນຈໍານວນ 163 ພັນຄອບຄົວ ໃນຈໍານວນ 1,961 ບ້ານ ແລະ 128 ເມືອງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org