ບ້ານຈັດສັນຫ້ວຍທີບ ມ.ນາແລ ປະເຊີນ ດິນເຈື່ອນ

ບ້ານຈັດສັນ ຫ້ວຍທີບ ຂອງໂຄງການ ເຂື່ອນໄຟຟ້າ ນ້ຳທາ 1 ເມືອງນາແລ ປະເຊີນກັບບັນຫາ ດິນເຈື່ອນ ຢ່າງໜັກ.

ເຂດບ້ານຈັດສັນ ຂອງປະຊາຊົນ ທີ່ ຖືກໂຍກຍ້າຍອອກຈາກ ໂຄງການເຂື່ອນນໍ້າທາ 1 ຮູບພາບຈາກ : ນັກຂ່າວພົລເມືອງ

ປະຊາຊົນຢູ່ບ້ານຈັດສັນຫ້ວຍທີບ ຂອງໂຄງການເຂື່ອນໄຟຟ້ານ້ຳທາ 1 ທີ່ ເມືອງນາແລ ແຂວງຫລວງນ້ຳທາ 87 ຄອບຄົວ 310 ຄົນ ປັດຈຸບັນ ກຳລັງເດືອດຮ້ອນຫລາຍ ຫລັງຈາກຝົນຕົກລິນ ຫລາຍມື້ເມື່ອ ອາທິດ ຜ່ານມາ ທີ່ເຮັດໃຫ້ດິນເຈື່ອນ ລົງມາໃກ້ເຮືອນ ຂອງ ພວກເຂົາເຈົ້າ. ຕາມຄຳເວົ້າຂອງປະຊາຊົນ ໃນເຂດບ້ານດັ່ງກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 7 ສິງຫາ ນີ້:

"ໂອ ກໍເດືອດຮ້ອນ ເພາະມັນບ້ານເຮົາເປັນເຂດພູ ເຮົາບໍ່ຮູ້ແນວສິແກ້ໄຂນໍ ຝົນຕົກນ້ຳລົງມານີ້ ກໍນ້ຳຝົນມັນໄຫລນໍ ນ້ຳຝົນແຮງນໍ ເປັນເດືອນ 7 ນີ້ແຫລະ ມັນນ້ຳຝົນຫລາຍໂພດຍາມນີ້ນີ່ນະ ໄຫລມົດ ເຈື່ອນໝົດ ຄັນແກ້ໄຂກໍມີແຕ່ຂັ້ນເທິງ ຫັ້ນແຫລະນໍ ຍັງບໍ່ທັນໄດ້ ມາຊ່ວຍເທື່ອ."

ທ່ານເວົ້າວ່າ ຝົນໄດ້ຕົກລິນຢ່າງໜັກ ຕິດຕໍ່ກັນ 4 ມື້ ຄືແຕ່ມື້ວັນທີ 31 ກໍຣະກະດາ ຫາ ວັນທີ 3 ສິງຫານີ້, ນ້ຳໄຫຼລົງມາຈາກພູ ເຮັດໃຫ້ ດິນເຈື່ອນລົງ ມາໃກ້ເຮືອນປະຊາຊົນ ຢູ່ເຂດບ້ານຈັດສັນຫ້ວຍທີບ ທີ່ຢູ່ຕາມຕີນພູ.

ມາເຖິງປັດຈຸບັນ ປະຊາຊົນກັງວົນຫລາຍ ແລະຢ້ານວ່າຈະບໍ່ມີພາກສ່ວນໃດ ມາຊ່ອຍເຫລືອ ແລະເຮືອນຂອງພວກເຂົາເຈົ້າ ຈະເຈື່ອນເພພັງ ໄປນຳ ເນື່ອງຈາກບ່ອນດິນເຈື່ອນ ຫລາຍທີ່ສຸດນັ້ນ ຢູ່ຫ່າງຈາກເຮືອນ ບໍ່ຮອດ 5 ແມັດ. ດັ່ງນັ້ນຈຶ່ງຢາກຮຽກຮ້ອງ ໃຫ້ເຈົ້າໜ້າທີ່ ພາກສ່ວນທີ່ ກ່ຽວຂ້ອງ ຊ່ອຍເຫລືອຢ່າງຮີບດ່ວນ, ໃນຂນະທີ່ ເຈົ້າໜ້າທີ່ຫ້ອງການ ຊັພຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເມືອງນາແລ ທ່ານນຶ່ງ ເວົ້າວ່າ ພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ສາມາດເຂົ້າໄປ ເກັບກຳຂໍ້ມູນໃນເຂດບ້ານ ດັ່ງກ່າວໄດ້ ຍ້ອນວ່າຫົນທາງ ໄປຫາບ້ານນັ້ນ ເປ່ເພເສັຽຫາຍ ໜັກ ຫລັງຈາກຝົນຕົກລິນຫລາຍມື້. ແຕ່ກໍໄດ້ແຈ້ງໄປທາງແຂວງ ໃຫ້ຫາແນວທາງຊ່ອຍແກ້ໄຂແລ້ວ:

"ປັດຈຸບັນນີ້ເສັ້ນທາງນີ້ໂອະ ໄປບໍ່ໄດ້ລຳບາກອີ່ຫລີ ຈຸດທີ່ຈະໄປຫາພໍ່ແມ່ ປະຊາຊົນຫັ້ນ ພວກເຮົາມື້ວານນີ້ ກໍໄດ້ລົມນໍ ສເນີແນະ ສເນີໄປ ທາງແຂວງແລ້ວ ທາງຫ້ອງວ່າການເມືອງ ການນຳຂອງເມືອງ ເພິ່ນໄດ້ສເນີໄປທາງແຂວງ ລັກສນະທີ່ວ່າຊອກ ເສັ້ນທາງ ໃນການແກ້ໄຂ."

ປັດຈຸບັນ ປະຊາຊົນໃນເຂດບ້ານຈັດສັນຫ້ວຍທີບ ຫລາຍຄອບຄົວ ທີ່ມີເຮືອນຢູ່ເຈີ້ຍພູ ໄປຂໍອາສັຍຢູ່ນຳພີ່ນ້ອງ ທີ່ຢູ່ໄກພູ ຍ້ອນກັງວົນວ່າ ຫາກມີຝົນຕົກໜັກ ລົງມາຕື່ມອີກ ເຮືອນຂອງພວກເຂົາເຈົ້າ ກໍຈະເຈື່ອນໄປຕາມໆກັນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org