ນ້ຳງື່ມບົກແຫ້ງ ຫຼາຍເຂື່ອນ ຕັນນ້ຳ

ນ້ຳງື່ມ ບົກແຫ້ງຫລາຍ ຍ້ອນເຂື່ອນ ຫລາຍແຫ່ງ ເລີ້ມ ຕັນນ້ຳໄວ້.

ສະພາບລະດັບນໍ້າງື່ມ ທີ່ບົກແຫ້ງຫຼາຍທີ່ສຸດ ໃນຮອບ 50 ປີ ເຂດບ້ານເກິນ ເມືອງທຸລະຄົມ ແຂວງວຽງຈັນ ຮູບຖອນຈາກ : ວີດີໂອ ນັກຂ່າວພົລເມືອງ

ລະດັບນ້ຳງື່ມ ຢູ່ເຂດບ້ານທ່າລາດ ເມືອງແກ້ວອຸດົມ ໄປຫາບ້ານເກີນ ເມືອງທຸລະຄົມ ແຂວງວຽງຈັນ ບົກແຫ້ງຫຼາຍ ຍ້ອນວ່າເຂື່ອນ ຫລາຍ ແຫ່ງກັ້ນນ້ຳໄວ້ ເພື່ອຜລິດກະແສໄຟຟ້າ. ເຈົ້າໜ້າທີ່ ຜແນກກະສິກັມ ແລະ ປ່າໄມ້ ແຂວງວຽງຈັນ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 26 ກັນຍາ ວ່າ:

"ເຈົ້າໂອ, ແມ່ນແຫຼະ ນ້ຳງື່ມເຮົາແຫ້ງຫຼາຍ ຊ້ວງນີ້ເພາະອ່າງນ້ຳເຂື່ອນນ້ຳງື່ມ 1 ເຮົາຍັງແຫ້ງຢູ່ ກໍຕົກຢູ່ມັນຫາກຊິບໍ່ໄດ້ ຕາມຄາດໝາຍມັນ ຫັ້ນແຫລະ ເຫດຜົນນຶ່ງກໍຊິແມ່ນ ອັນທາງເໜືອຕັນ 2-3 ເຂື່ອນ ໄວ້ເນາະ."

ນອກຈາກນີ້ ເຂື່ອນນ້ຳງື່ມ 2,3,4,5 ໄດ້ມີການກັກນ້ຳເອົາໄວ້ ເພື່ອບໍ່ໃຫ້ສົ່ງຜົນກະທົບ ຕໍ່ການຜລິດ ກະແສໄຟຟ້າ, ອີງຕາມຂໍ້ມູນ ຈາກ ເຈົ້າໜ້າທີ່ ທາງການແຂວງວຽງຈັນ, ແຕ່ເຈົ້າໜ້າທີ່ ຍັງຄາດການວ່າ ໃນເດືອນ ຕຸລາ ນີ້ ຝົນຈະຕົກລົງມາຕື່ມອີກ, ດັ່ງທ່ານກ່າວວ່າ:

"ກໍຄາດການວ່າ ຕຸລາ ນີ້ມັນອາດຊິຝົນມາແດ່ ແລ້ວສາຍນ້ຳງື່ມເຮົາ ມັນກໍຍັງມີນ້ຳລີກ ກໍມີ 2 ເຂື່ອນ ລີກ 1 ລີກ 2 ນີ້ນ່າ ກໍມາໄຫຼໂຮມ ກັນນີ້ແຫລະ ແຕ່ວ່າຊ້ວງນີ້ ຂະເຈົ້າຊິເກັບກັກໄວ້ແດ່ ຂະເຈົ້າປ່ອຍບໍ່ເຕັມ ມັນກໍຊິພາແຫ້ງໜ້ອຍລົງ."

ຕາມປົກກະຕິແລ້ວ ລະດັບນ້ຳງື່ມ ຢູ່ລຸ່ມເຂື່ອນນ້ຳງື່ມ 1 ຈະບໍ່ຕ່ຳກວ່າ 5 ແມັດ ແຕ່ປັດຈຸບັນ ລະດັບນ້ຳງື່ມບາງຈຸດ ຕ່ຳກວ່າ 5 ແມັດ ແລະ ປະຊາຊົນສາມາດ ຍ່າງຂ້າມໄດ້ ຊຶ່ງຖືວ່າ ນ້ຳງື່ມບົກແຫ້ງຫລາຍໃນຮອບ 10 ປີ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org