ນໍ້າງື່ມບົກຜິດປົກກະຕິ

ຈໍາປາທອງ
2019.09.30
F-NamNgum ຫລາຍບ້ານ ທີ່ອາສັຍຢູ່ໃຕ້ເຂື່ອນໄຟຟ້າ ນໍ້າງື່ມ 1 ເລີ່ມໄດ້ຮັບຜົນກະທົບ ຍ້ອນ ນໍ້າງື່ມບົກລົງຫລາຍ
RFA/PV

ຫລາຍບ້ານ ເປັນຕົ້ນບ້ານທ່າລາດ, ບ້ານເກິນ ແລະ ບ້ານທ່າງ່ອນ ທີ່ຢູ່ໃຕ້ເຂື່ອນໄຟຟ້ານໍ້າງື່ມ 1 ເລີ່ມໄດ້ຮັບຜົນກະທົບໜັກ ຈາກ ນໍ້າງື່ມ ບົກລົງຫລາຍ, ແຫ້ງແລ້ງຫລາຍ, ນໍ້າບໍ່ພໍໃຊ້, ກະທົບໃສ່ທຸກຢ່າງ ແລະ ຮຽກຮ້ອງໃຫ້ທາງການ ຊ່ອຍແກ້ໄຂດ່ວນ, ຕາມຄໍາເວົ້າຂອງ ຊາວບ້ານເກິນ ເມືອງທຸລະຄົມ ແຂວງວຽງຈັນ ຕໍ່ວິທຍຸເອເຊັຍເສຣີ ໃນວັນທີ 30 ກັນຍາ ນີ້:

"ແຫ້ງແລ້ງ ແຫ້ງແລ້ງຫລາຍ ບໍ່ປີກາຍນີ້ບໍ່ແຫ້ງ ປີກາຍນີ້ມີຝົນ ປີນີ້ບໍ່ມີຝົນ ເພິ່ນເບິ່ງນໍ ເພິ່ນສິເຮັດແນວໃດ ວ່າດຽວນີ້ແຫ້ງແລ້ງ ປະຊາຊົນ ກໍຈົ່ມແຫລ້ວ ບໍ່ມີນ້ຳ."

ທ່ານເວົ້າວ່າ ບໍ່ເຄີຍເຫັນສະພາບນໍ້າງື່ມບົກແຫ້ງ ປານນີ້ມາກ່ອນ ບໍ່ສາມາດດູດ ນໍ້າງື່ມຂຶ້ນມາໃສ່ນາໄດ້ ຢ່າງພຽງພໍ, ຫາກນໍ້າງື່ມຍັງຢູ່ໃນ ສະພາບແບບນີ້ຕໍ່ໄປ ກໍອາດຈະກະທົບໃສ່ ການຜລິດເຂົ້ານາແຊງ ໃນທ້າຍ ປີນີ້. ນອກຈາກນັ້ນ ຍັງກະທົບ ຕໍ່ທຸຣະກິດ ຮ້ານອາຫານ ເຮືອນແພ ແລະ ການລ້ຽງປາກະຊັງ ຢູ່ບ້ານທ່າງ່ອນ ເມືອງ ໄຊທານີ ນະຄອນຫລວງວຽງຈັນ ນໍາດ້ວຍ.

ກ່ຽວກັບເຣຶ່ອງນີ້ ເຈົ້າໜ້າທີ່ຫ້ອງການເມືອງທຸລະຄົມ ກ່າວໃນມື້ດຽວກັນນັ້ນວ່າ ຂນະນີ້ປະຣິມານນໍ້າ ໃນອ່າງນໍ້າງື່ມ ຍັງເຫລືອໜ້ອຍ ແລະ ບໍ່ພຽງພໍສໍາລັບການ ຜລິດກະແສໄຟຟ້າ ໄດ້ຢ່າງເຕັມເມັດເຕັມໜ່ວຍ ຍ້ອນໄດ້ປ່ອຍນໍ້າ ໃນເດືອນມິນາ ທີ່ຜ່ານມາ ຍ້ອນຢ້ານເກີດນໍ້າຖ້ວມ ຄືປີກາຍ ແຕ່ປາກົດວ່າ ປີນີ້ຝົນຕົກໜ້ອຍ:

"ນໍ້າເຂື່ອນມັນໜ້ອຍ ກະແສໄຟ ກໍບໍ່ຢາກພໍໃຊ້ເດ້ ກໍຍາກແທ້ ເພາະວ່າປີຜ່ານມາກັກນ້ຳໄວ້ຫລາຍ ພັດຖ້ວມ ປີນີ້ປ່ອຍນ້ຳອອກຫລາຍ ພັດຝົນບໍ່ຕົກ ຕົກບໍ່ແຮງກໍຍາກຢູ່."

ສາເຫດທີ່ເຮັດໃຫ້ນໍ້າງື່ມບົກແຫ້ງລົງຫລາຍ ໃນໄລຍະນີ້ ແມ່ນຍ້ອນເຂື່ອນໄຟຟ້ານໍ້າງື່ມ 1, 2 ແລະ 5 ເກັບກັກນໍ້າເອົາໄວ້ ເພື່ອບໍ່ໃຫ້ມີ ຜົນກະທົບ ຕໍ່ການຜລິດໄຟຟ້າຫລາຍ ເພາະຝົນຕົກໜ້ອຍ ໃນປີນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.