ນໍ້າແອດ-ພູເລີຍ ຂາດງົບ ບຸຣະນະ
2021.01.27
ນັບແຕ່ທ້າຍປີກາຍ ຈົນມາຮອດຕົ້ນປີນີ້ ອຸທິຍານແຫ່ງຊາດ ນໍ້າແອດ-ພູເລີຍ ແຂວງຊຽງຂວາງ ຖືກບຸກລຸກຫຼາຍຄັ້ງ ເຊິ່ງສ່ວນໃຫຍ່ ແມ່ນການລັກລອບເຂົ້າໄປລ່າສັດປ່າ ແລະ ຕັດໄມ້. ໂດຍສະເພາະ ການຕັດໄມ້ນັ້ນ ມີຜູ້ທີ່ມີອິດທິພົນໜູນຫຼັງ. ດັ່ງເຈົ້າໜ້າທີ່ ປະຈຳ ອຸທິຍານແຫ່ງຊາດ ນໍ້າແອດ-ພູເລີຍ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 26 ມົກຣາ 2021 ວ່າ:
"ກະຫຍຸ້ງຍາກກ່ຽວກັບການຄຸ້ມຄອງນີ້ລະ, ໂດຍສະເພາະກໍແມ່ນມີປະຊາຊົນຈຳນວນນຶ່ງ, ທີ່ສວຍໂອກາດເຂົ້າໄປລັກລອບຕັດໄມ້ ລ່າສັດປ່າ, ເກັບເຄື່ອງປ່າຂອງດົງ. ສອງມາກໍແມ່ນ ເຣື່ອງມີຜູ້ມີອິດທິພົນ ຢູ່ເບື້ອງຫຼັງ 4 ແສນ ກວ່າເຮັກຕ້າ ເປັນເຂດປ່າສງວນໝົດ 3 ແຂວງ 10 ເມືອງ."
ເຈົ້າໜ້າທີ່ໄດ້ກ່າວຕື່ມວ່າ ໃນການຄຸ້ມຄອງຕ້ອງປະເຊີນ ກັບຄວາມຫຍຸ້ງຍາກ, ປັຈຈຸບັນມີເຈົ້າໜ້າທີ່ 40 ຄົນ ທີ່ເຮັດວຽກຢູ່ປ່າສງວນ ແຫ່ງນີ້ເຊິ່ງທັງໝົດເປັນອາສາສະມັກ. ອີກດ້ານນຶ່ງ ທີ່ໜ່ວຍງານອະນຸຮັກປ່າສງວນແຫ່ງຊາດ ນໍ້າແອດ-ພູເລີຍ, ກຳລັງປະເຊີນກັບ ຄວາມຫຍຸ້ງຍາກ ກໍແມ່ນເຣື່ອງ ງົບປະມານ. ເພາະການອະນຸຮັກຕ້ອງມີກຳລັງພົລ ຈຳນວນ ຫຼາຍເພື່ອມາສະກັດ ການບຸກລຸກ ເພາະເທົ່າທີ່ມີແມ່ນບໍ່ພຽງພໍ ຈຶ່ງເຮັດໃຫ້ມີຜູ້ລັກລອບເຂົ້າມາ ລ່າສັດ ແລະ ຕັດໄມ້ໄດ້. ດັ່ງເຈົ້າໜ້າທີ່ຜແນກກະສິກັມ ແລະ ປ່າໄມ້ ແຂວງຫົວພັນ ໄດ້ກ່າວວ່າ:
"ປັຈຈຸບັນນີ້ປະຊາຊົນບຸກລຸກເຂົ້າເຂດຫວງຫ້າມ, 1 ຫາກິນ, 2 ຕັດໄມ້, ພວກນາຍທຶນເຂົ້າໄປລັກສນະຕັດໄມ້ ກຳລົງພົລນ້ອຍໂພດ ຍ້ອນງົບປະມານ ມີຈຳກັດກໍມີຢູ່ແຜນແຕ່ມັນບໍ່ມີງົບ ການຈັດການທັງໝົດ ບໍ່ມີບັນຫາຖ້າມີງົບ ເພາະວ່າເຮົາວາງຕໍາແໜ່ງໄວ້ໝົດ."
ໃນໄລຍະຜ່ານມາເຈົ້າໜ້າທີ່ ໃນເຂດປ່າສງວນກວດກາຢ່າງເຂັ້ມງວດ, ແຕ່ກໍມີຊາວບ້ານເຂົ້າໄປຫາເຄື່ອງປ່າຂອງດົງຢູ່ແຕ່ກໍເອົາມາກິນ ໃນຄອບຄົວເທົ່ານັ້ນ. ດັ່ງຊາວບ້ານໄດ້ ກ່າວວ່າ:
"ບໍ່ມີດອກພວກໄປຕັດໄມ້ ເພາະວ່າມີພວກເຈົ້າໜ້າທີ່ເພິ່ນໄປຕັ້ງຢູ່ພຸ້ນ, ເຂົາກໍໄປແຖວໃກ້ໆ ຫາຢູ່ຫາກິນຍິງນົກຍິງກະຮອກ ບໍ່ໄດ້ຫຼາຍ ດອກໄດ້ມາຫາກິນຢູ່ຄອບຄົວ ເຂົາບໍ່ໄດ້ມາຄ້າ ມາຂາຍ."
ເຈົ້າໜ້າທີ່ອຸທິຍານ ນໍ້າແອດ-ພູເລີຍ ໄດ້ກ່າວຕໍ່ສື່ທາງການລາວ ເມື່ອວັນທີ 24 ມົກຣາ 2021 ວ່າ, ອຸທິຍານ ນໍ້າແອດ-ພູເລີຍ ມີເນື້ອທີ່ ທັງໝົົດ 4 ແສນ ປາຍເຮັກຕ້າ, ກວມເອົາ 10 ເມືອງຂອງ 3 ແຂວງ ຄື, ແຂວງຫົວພັນ ກວມເອົາ ເມືອງຮ້ຽນ, ເມືອງຊ່ອນ, ເມືອງແອດ, ຫົວເມືອງ ແລະ ຊຳເໜືອ , ແຂວງຫຼວງພຣະບາງ ກວມເອົາ ເມືອງວຽງຄຳ, ເມືອງປາກແຊງ ແລະ ເມືອງໂພນໄຊ ແລະ ແຂວງຊຽງຂວາງ ກວມເອົາ ເມືອງພູກູດ. ໃນນີ້ມີປະຊາກອນອາສັຍຢູ່ໃກ້ເຂດຊາຍປ່າສງວນ 107 ບ້ານ ຮວມ 35 ພັນຄົນ.
ເຂດອຸທິຍານ ແບ່ງອອກເປັນ 3 ເຂດ ສຳຄັນ; ໄດ້ແກ່ເຂດຫວງຫ້າມເດັດຂາດ, ເຂດຄຸ້ມຄອງ ນໍາໃຊ້ ແລະ ເຂດກັນຊົນ. ໃນນີ້ມີ ສັດຕະກຸນ ເສືອ ອາສັຍຢູ່ ປະມານ 9 ຊນິດ ແລະ ສັດປີກ ປະເພດນົກ ປະມານ 300 ຊນິດ.
ປັຈຈຸບັນ ການແກ້ໄຂການບຸກລຸກ ອຸທິຍານຂອງປະຊາຊົນນັ້ນ ທ່ານ ມົ່ວ ຜູ້ປະສານງານກິຈກັມສົ່ງເສີມ ຊີວິດການເປັນຢູ່ ຂອງ ອົງການ WSC ທີ່ເຮັດວຽກຢູ່ປະຈຳອຸທິຍານແຫ່ງຊາດ ໄດ້ໃຫ້ສັມພາດວ່າ ໄດ້ຮັບທຶນສນັບສນູນ ຈາກປະເທດອັງກິດ ມາສົ່ງເສີມ ໃຫ້ປະຊາຊົນ ໃນເຂດ 5 ບ້ານ ຂອງເມືອງຊ່ອນ ແຂວງຫົວພັນເຊັ່ນ ບ້ານ ລ່ອງງົວປ່າ, ນໍ້າເນີນ, ບວມຟາດ, ຫ້ວຍຕືນ ແລະ ໂພນຊອງ ເຂົ້າຮ່ວມໂຄງການ ທົດລອງປູກກາເຟ. ໂດຍມີ 80 ຄອບຄົວສາມາດປູກກາເຟໄດ້ ໃນເນື້ອທີທັງໝົດ 43 ເຮັກຕ້າ.