ນ້ຳບາກກາຍເປັນສີຂຽວ ກະທົບ 9 ບ້ານ

ສິດນີ
2021.06.09
ນ້ຳບາກກາຍເປັນສີຂຽວ ກະທົບ 9 ບ້ານ ສາຍນ້ຳບາກ ປະກົດການ ເປັນສີຂຽວ ໄປຮອດເຂດ ບ້ານບົມ ແລ້ວ ແລະສີຂຽວກໍໄດ້ ຈາງລົງແດ່ແລ້ວ.
ນັກຂ່າວພົລເມືອງ

ເຫດການສາຍນ້ຳຍາກ ກາຍເປັນສີຂຽວ ມີກິ່ນເນົ່າເໝັນ ຢູ່ເຂດບ້ານຫົວນ້ຳບາກ ເມືອງໄຊ ແຂວງອຸດົມໄຊ ແລ້ວໄຫຼລົງໄປທາງໃຕ້, ປັດຈຸບັນ ມາຮອດເຂດເທສບານ ຫຼວງພຣະບາງ ຈຳນວນ 9 ບ້ານ ໄດ້ຮັບຜົລກະທົບ ຊຶ່ງສະພາບນ້ຳຍັງມີສີຂຽວຢູ່ ຍັງບໍ່ດີຂຶ້ຶ້ນແຕ່ ຍັງມີປາຕາຍຟູຢູ່ ທຸກມື້.

ກ່ຽວກັບບັນຫານີ້ ເຈົ້າຫນ້າທີ່ຜແນກຊັພຍາກອນ ແລະ ສິ່ງແວດລ້ອມ ແຂວງຫຼວງພຣະບາງ ຄາດຄະເນວ່າ ນ້ຳກາຍເປັນສີຂຽວເກີດ ຈາກປະກົດການທັມມະຊາດ ທີ່ປ່າໄມ້ຊຸດໂຊມ ບໍ່ມີສິ່ງກັ້ນນ້ຳ ຈຶ່ງປ່ອຍນ້ຳສີຂຽວອອກມາ ແຕ່ໃຫ້ລໍຖ້າແຈ້ງການຈາກທາງການກ່ອນ ວ່າປາຕາຍ ແລະ ນ້ຳສີຂຽວນີ້ ເປັນຍ້ອນຫຍັງກັນແທ້. ດັ່ງທ່ານກ່າວວ່າ:

“ມັນໄຫຼມາແຕ່ເມືອງໄຊພຸ້ນແລ້ວເຮົາກໍຖາມທາງນັ້ນແລ້ວ ນຶ່ງມາບໍ່ມີໂຮງຈັກໂຮງງານ ສອງມາເຂດນັ້ນມັນບໍ່ມີຜູ້ໃດຊິເຊົ່າສັມປະທານ ເນື້ອທີ່ດິນນ່າ ສານເຄມີຕ່າງໆອີ່ຫຍັງມັນກໍບໍ່ມີ ຈຶ່ງຄາດຄະເນວ່າ ເປັນປະກົດການທາງທັມມະຊາດ ບາງເທື່ອມັນເນື່ອງຈາກທີ່ວ່າ ປ່າໄມ້ມັນຖືກຊຸດໂຊມໝົດແຫຼະ ມັນບໍ່ມີແຫຼ່ງເກັບນ້ຳ ມັນບໍ່ມີອ່າງໂຕ່ງຂອງເຮົາ ມັນກໍມີການໄຫຼວຽນ ມັນຈຶ່ງເຮັດໃຫ້ເກີດປາກົດ ການພວກນີ້ຂຶ້ນ.”

ເຈົ້າໜ້າທີ່ກ່ຽວຂ້ອງຢູ່ເມືອງນ້ຳບາກ ແຂວງຫຼວງພຣະບາງ ທ່ານນຶ່ງກ່າວວ່າຫຼັງຈາກເຈົ້າໜ້າທີ່ເມືອງ ໄດ້ມອບໃຫ້ທິມຄົ້ນຄວ້າວິຈັຍ ຈາກແຂວງລົງໄປເກັບໂຕຢ່າງນ້ຳມາກວດ ກໍຍັງບໍ່ມີຄຳຕອບຢ່າງຊັດເຈນວ່າ ປາຕາຍ ແລະ ນ້່ຳສີຂຽວເກີດຈາກຫຍັງແທ້ ແຕ່ຄຳ ຕອບກ່ອນໜ້ານີ້ແມ່ນເກີດຈາກປາກົົດການ ທັມມະຊາດ ແລະສາຍນ້ຳບາງສາຍກໍມີປາກົດການ ແບບດຽວກັນນີ້ເກີດຂຶ້ນເປັນຕົ້ນ ຢູ່ນະຄອນຫຼວງວຽງຈັນ ເມື່ອສອງ-ສາມປີ ຜ່ານມາ.

“ທາງເມືອງເຮົາກໍປະກາດ ບໍ່ໃຫ້ຄົນລົງຫລິ້ນນ້ຳ ບໍ່ໃຫ້ລົງອາບ ແລ້ວກໍບໍ່ໃຫ້ໄປຫາປູ ຫາປາ ເພາະວ່າຢ້ານມັນຊິເກີດອັນຕະຣາຍ ແລ້ວຫ້າມຜູ້ທີ່ລ້ຽງສັດລ້ຽງຫຍັງ ບໍ່ໃຫ້ລົງກິນນ້ຳບາກ ໃນຊ້ວງນີ້ກ່ອນ ເພາະວ່າ ຢ້ານມັນຈະເປັນອັນຕະຣາຍ ຕໍ່ສັດໄດ້ ມີແຕ່ໃຫ້ ເຂົາເຈົ້າໄປວິຈັຍແລ້ວ ເຂົາກໍວ່າ ມັນເປັນປະກົດການທັມມະຊາດ ອີ່ຫຍັງປະມານນີ້ແຫຼະ ສ່ວນຫຼາຍແມ່ນ້ຳ ຫຼາຍສາຍມັນກໍເກີດ ວ່າຊັ້ນ ໂດຍສະເພາະ ຢູ່ນະຄອນຫຼວງ ກໍເປັນຕຣອດວ່າຊັ້ນ ກໍໃຫ້ນັກວິຈັຍມາກວດ ເຂົາເຈົ້າກໍໃຫ້ຄຳຕອບແບບນີ້ ເຮົາກໍບໍ່ຮູ້ ສາເຫດວ່າ ມັນເປັນຍ້ອນຫຍັງນ່າ.”

ຊາວບ້ານຫຼຽງຄຳ ເມືອງນໍ້າບາກ ແຂວງຫຼວງພຣະບາງ, ທ່ານນຶ່ງເວົ້າວ່າ ເຫດການນ້ຳບາກເປັນສີຂຽວ ບໍ່ມີທ່າທີດີຂຶ້ນນັ້ນ ຊື່ງໃນ ເວລານີ້ ກຳລັງຈະໄຫຼໄປສູ່ນ້ຳອູ ອາດປົນເປື້ອນ ໄປດ້ວຍສານເຄມີ ຍ້ອນບໍ່ເຄີຍເຫັນເຫດການແບບນີ້ມາກອ່ນ.

“ກໍຖືວ່າຍັງບໍ່ດີ ຍັງຊິມາຕື່ມ ນ້ຳຂຽວ ນະຍັງຊິມາຕື່ມ ປານ້ອຍ ມັນຕາຍນະ ປາໃຫຍ່ ບໍ່ທັນຕາຍເທື່ອ ກໍບໍ່ເຄີຍເຫັນຜ່ານມາກໍຄິດ ວ່າສານເຄມີ ນັ້ນແຫຼະ.”

ຊາວບ້ານນາຄອນ ເມືອງນ້ຳບາກ ແຂວງຫຼວງພຣະບາງ ເວົ້າວ່າ ປັດຈຸບັນນ້ຳສີຂຽວໄດ້ໄຫຼມາຮອດເທສບານ ແຂວງຫຼວງພຣະບາງ ແລ້ວ, ແຕ່ສີຂຽວຈາງລົງ ບໍ່ຄືຢູ່ບ້ານຫົວນ້ຳບາກ ແຂວງອຸດົມໄຊ ແຕ່ຍັງມີປາຕາຍຢູ່.

“ແຕ່ມີວ່າແຫຼະ ຂຽວທົ່ວເມືອງນ້ຳບາກນີ້ຫຼາຍເລີຍ ຕັ້ງແຕ່ຫົວບາກຈຳຫາງບາກ ປາກບາກພຸ້ນແຫຼະຂຽວນະ ປາກໍຕາຍຫຼາຍປານ້ອຍ ສ່ວນຫຼາຍປານ້ອຍຫັ້ນແຫຼະ ຕາຍນະ ປາໃຫຍ່ແທ້ກໍບໍ່ເປັນຫຍັງ ສ່ວນຫຼາຍຢູ່ຫົວບາກ ມັນຕາຍຫຼາຍຢູ່ ແຕ່ວ່າມັນມາຮອດແຖວພີ້ ມັນກໍຢາກຈາງແດ່ແລ້ວ ມັນກໍບໍ່ຄ່ອຍຕາຍ ປານໃດ ມີແຕ່ປານ້ອຍ ຕາຍຫຼາຍ.”

ຊາວບ້ານຢູ່ບ້ານຫົວນ້ຳບາກ ເມືອງໄຊ ແຂວງອຸດົມໄຊ ເວົ້າວ່າ ບ້ານຫົວນ້ຳບາກ ເປັນບ້ານທຳອິດ ທີ່ເກີດເຫດການນ້ຳບາກກາຍ ເປັນສີຂຽວ ມາຮອດປັດຈຸບັນ ສະພາບນ້ຳໃນສາຍ ນ້ຳບາກ ກາຍເປັນສີທັມມະຊາດແລ້ວ ມີປານ້ອຍກັບ ມາອາສັຍຢູ່ຄືເກົ່າ ແຕ່ບໍ່ ຫຼາຍຄືແຕ່ກອ່ນ ແລະຊາວບ້ານກໍໃຊ້ນ້ຳ ໃນການກະເສດ ແລະ ລ້ຽງສັດແລ້ວຕາມປົກກະຕິ ແລະຄິດວ່າ ອາດມີກຸ່ມຄົນບໍ່ດີ ຖອກ ສານເຄມີລົງນ້ຳບາກ ກ່ອນຫນ້ານີ້.

“ອັນສະເພາະຢູ່ທາງຫົວບາກ ເຮົານີ້ແທ້ ດຽວນີ້ນ້ຳມັນປົກກະຕິແລ້ວ ນ້ຳມັນໄຫຼກາຍຫມົດແລ້ວ ດຽວນີ້ ອັນໂຕນີ້ ການສັງເກດຢູ່ ເຂດເຮົາບໍ່ມີໂຮງງານໂຮງຈັກ ບໍ່ມີບໍຣິສັດຫຍັງຄື ຊິແມ່ນຢາທຳຮ້າຍຈາກບຸກຄົນ ແຕ່ພວກເຮົາບໍ່ຮູ້ສາເຫດ ຈັກແມ່ນໃຜພວກເຮົາ ບໍ່ຮູ້ນະ.”

ສຳລັບເຫດການນ້ຳບາກ ກາຍເປັນສີຂຽວນັ້ນເກີດຂື້ນ ຕັ້ງແຕ່ວັນທີ 21 ເດືອນ ພຶສພາ ປີ 2021 ຢູ່ເຂດບ້ານຫົວນ້ຳບາກ ເມືອງໄຊ ແຂວງອຸດົມໄຊ, ຕໍ່ມານ້ຳກໍ່ໄຫຼລົງໄປໃຕ້ ໄປຮອດ ເມືອງນ້ຳບາກ ແຂວງງຫຼວງພຣະບາງ ໃນວັນທີ 2 ມິຖຸນາປີ 2021 ຊື່ງປັດຈຸບັນ ກຳລັງໄຫຼລົງໄປສູ່ນ້ຳອູ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.