ດິນຍຸບແຕກແຫງເຂດເຮືອນ ຈັດສັນ ຖືກປ່ອຍປະ
2020.11.20

ຜ່ານມາເກືອບ 1 ເດືອນ ທີ່ຊາວບ້ານສົບຂີງ ຢູ່ເຂດຈັດສັນໃໝ່ ຂອງໂຄງການເຂື່ອນໄຟຟ້ານໍ້າອູ 3 ຈໍານວນ 60 ປາຍຄອບຄົວຢູ່ເມືອງງອຍ ແຂວງຫລວງພຣະບາງ ຂັວນເສັຍແລະຕົກໃຈ ກັບເຫດດິນຍຸບ ແລະ ແຕກແພງ ໂດຍທີ່ຍັງບໍ່ມີພາກສ່ວນໃດ ມາກວດກາຫາສາເຫດ ແລະ ແກ້ໄຂໃຫ້ເທື່ອ, ດັ່ງຊາວບ້ານ ບ້ານສົບຂີງ ຜູ້ບໍ່ປະສົງອອກຊື່ ເວົ້າຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 20 ພຶສຈິກາ ນີ້ວ່າ:
“ແມ່ນແຫລະ ບາດນີ້ດິນຍຸບລົງເນາະ ບ່ອນໃດມັນອັນນັ້ນແຂງຢູ່ ມັນກະງັດຢູ່ບ່ອນຫັ້ນເນາະ. ມື້ນີ້ ຣົດຈົກ ນໍ້າອູ 3 ເຂົ້າມາວ່າຊັ້ນ ຂະເຈົ້າ ສິມາສ້ອມແປງ ຂະເຈົ້າມາກະມາຄັນດຽວ.”
ທ່ານເວົ້າວ່າ ໃນຕອນເຊົ້າຂອງວັນທີ 20 ພຶສຈິການີ້ ເຫັນຣົດຈົກດິນຂອງບໍຣິສັດເຂື່ອນນໍ້າອູ 3, ຄັນນຶ່ງ ເຂົ້າມາເຂດບ້ານສົບຂີງ ແຕ່ບໍ່ຮູ້ວ່າ ເຂົ້າມາເຮັດຫຍັງ ແຕ່ບໍ່ແມ່ນເຂົ້າມາສໍາຣວດ ພື້ນທີ່ເສັຍຫາຍ.
ຊາວບ້ານສົບຂີງ ອີກຄົນນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີໃນມື້ດຽວກັນນີ້ວ່າ ການໂຍກຍ້າຍມາຢູ່ເຮືອນຈັດສັນໃໝ່ ຊາວບ້ານທຸກຄົນຄຶດວ່າ ຄຸນນະພາບຊີວິດ ການກິນການຢູ່ຂອງພວກຕົນ ມັນຕ້ອງດີຂຶ້ນ ກວ່າເກົ່າ ແຕ່ມາຮອດຕອນນີ້ ຊາວບ້ານໄດ້ຮັບຜົລກະທົບ ດິນຍຸບແລະ ແຕກແຫງ ຢູ່ກັບຄວາມສ່ຽງຕລອດເວລາ, ບໍ່ເຫັນທາງການລາວ ແລະເຈົ້າຂອງໂຄງການ ເຂື່ອນນໍ້າອູ 3 ລົງມາເບິ່ງແຍງ:
“ກະບໍ່ຊ່າງສິວ່າ ຄົນກະທຸກຍາກ ແລ້ວສິບໍ່ເບິ່ງບໍ່ຄອຍ ເຂົາລະອຸກໃຈຢູ່ດຽວນີ້ ເພິ່ນກະບໍ່ລົງມາກວດກາວ່າ ໂອ໋ອັນນີ້ມັນຖືກເທົ່ານີ້ ຄອບຄົວ ນີ້ນະ ເສັຽຫາຍແນວນີ້ນະ.”
ຊາວບ້ານສົບຂີງ ອີກຄົນນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 20 ພຶສຈິກາ ນີ້ວ່າ ດິນເຂດເຮືອນຈັດສັນໃໝ່ ເກີດຍຸບ ແລະ ແຕກແຫງ ຈົນປານນີ້ກໍຍັງບໍ່ມີການສ້ອມແປງ ຊີວິດການເປັນຢູ່ ຂອງຊາວບ້ານ ໃນຕອນນີ້ ກະຍັງລໍາບາກ ຫາຢູ່ຫາກິນຕາມປ່າຕາມດົງ ບໍ່ມີອາຊີບ ເຮັດໝັ້ນຄົງ ໄປໃສມາໃສກະຫຍູ້ງຍາກ ບໍ່ຄືແຕ່ເກົ່າ:
“ບໍ່, ບໍ່ມາກວດເທື່ອຄືມັນຍຸບ ບ່ອນເຮືອນຂະເຈົ້າຍຸບ ຊ່ວຍເຫຼືອປະຊາຊົນແດ່, ຢູ່ຕາມພື້ນບ້ານເຮົານີ້ແຫຼະ ຊອກຫາກິນຕາມປ່າຕາມດົງ ຫັ້ນແຫລະ ຢູ່ເຮືອນບໍ່ມີວຽກເຮັດ.”
ກ່ຽວກັບຜົລກະທົບດິນຍຸບ ແລະແຕກແຫງໃນເຂດຈັດສັນຢູ່ບ້ານສົບຂີງ, ເຈົ້າໜ້າທີ່ຜແນກພະລັງງານແລະບໍ່ແຮ່ ແຂວງຫລວງພຣະບາງ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ດຽວກັນນີ້ ພຽງສັ້ນໆວ່າ ຍັງບໍ່ທັນໄດ້ຮັບ ການຮ້ອງຮຽນ ຈາກຊາວບ້ານບ້ານສົບຂີງເທື່ອ:
“ໂອ໋ ນໍ້າອູ 3 ຕິ ພວກນ້ອງບໍ່ເຫັນເອກສານ ບໍ່ທັນໄດ້ຮັບເທື່ອ.”
ທາງດ້ານເຈົ້າໜ້າທີ່ຜແນກຊັພຍາກອນທັມຊາດ ແລະ ສິ່ງແວດລ້ອມ ແຂວງຫລວງພຣະບາງ ຜູ້ຂໍສງວນຊື່ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ ດຽວກັນນີ້ວ່າ ເຂດຈັດສັນໃໝ່ຢູ່ບ້ານສົບຂີງ ຕັ້ງຢູ່ເທິງພູດອຍ ຊຶ່ງ ມີຄວາມສ່ຽງສູງຢູ່ແລ້ວ ທີ່ດິນຈະເຈື່ອນເນື່ອງຈາກ ທາງບໍຣິສັດເຂື່ອນ ໄຟຟ້ານໍ້າອູ 3 ບໍ່ໄດ້ສ້າງກັນເຈື່ອນ ຕາມມາຕຖານທີ່ຄວນຈະມີ:
“ບໍ່ໄດ້ເຮັດກັນເຈື່ອນ ມັນດິນໂຕຕັ້ງເຮືອນ ມັນຕັ້ງຢູ່ດິນທັມຊາດ ໂຕສັນພູຫັ້ນນະ ຍຶ່ງນໍ້າແນ່ນອນເນາະ ນໍ້າຍຶ່ງຂຶ້ນມາ ດິນຂີ້ຄວາຍມັນກະ ຍຸບລົງ ໂອ໋ ແນ່ນອນແລ້ວ ໄປເບິ່ງຫັ້ນແລ້ວ ກະຕ້ອງໄດ້ໄປເບິ່ງ ກະໃຫ້ ບໍຣິສັດຂະເຈົ້າ ໄປກວດກາດິນຫັ້ນນ່າ,”
ທ່ານກ່າວອີກວ່າ ສາເຫດຂອງການເກີດດິນຍຸບ ແລະ ແຕກແຫງ ອາດມີຫລາຍປັດໃຈ ເຊັ່ນວ່າ ເປັນດິນບຸກເບີກໃໝ່, ດິນບໍ່ເໝາະສົມຕໍ່ ການປຸກສ້າງທີ່ຢູ່ອາສັຍ, ຣະຫວ່າງການກໍ່ສ້າງ ບໍ່ມີການອັດດິນໃຫ້ແໜ້ນ ເວລາຝົນຕົກແຮງ ເຮັດໃຫ້ດິນຍຸບໂຕ ຍາມດິນແຫ້ງ ຈະເກີດ ແຕກແຫງ.
ຢ່າງໃດກໍຕາມ ຕົນກໍຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ທັງຜແນກພະລັງງານແລະບໍ່ແຮ່ ຮວມເຖິງບໍຣິສັດຈີນ ຊຶ່ງເປັນຜູ້ສ້າງເຮືອນຈັດສັນ ໃຫ້ຊາວບ້ານ ຕ້ອງຮີບຮ້ອນລົງກວດກາຄວາມເສັຍຫາຍ ແລະ ສ້ອມແປງ ໃຫ້ໄວທີ່ສຸດ ກ່ອນທີ່ຜົລກະທົບ ຈະໜັກຂຶ້ນກວ່ານີ້.
ໂຄງການເຂື່ອນນໍ້າອູ 3 ເປັນນຶ່ງໃນຈໍານວນເຂື່ອນໄຟຟ້າ ທັງໝົດ 7 ແຫ່ງ ໃນສາຍນໍ້າອູ ທີ່ ກຸ່ມບໍຣິສັດ ພະລັງງານ ຂອງຈີນ China Power ເປັນຜູ້ລົງທຶນກໍ່ສ້າງ ແລະ ບໍຣິສັດ ຊິໂນຮາຍໂດຣ ຂອງຈີນ ເປັນຜູ້ຮັບເໝົາກໍ່ສ້າງ. ເຂື່ອນທັງ 7 ແຫ່ງ ມີກໍາລັງຜລິດໄຟຟ້າ ລວມກັນ 1.217 ແມັກກາວັດ, ມູລຄ່າການກໍ່ສ້າງ 2.4 ພັນລ້ານໂດລາສະຫະຣັຖ.
ເຂື່ອນໄຟຟ້າທັງ 7 ແຫ່ງ ກໍ່ສ້າງສໍາເຣັດແລ້ວຕາມແຜນ ປີ 2020. ສ່ວນກະແສໄຟຟ້າທີ່ຜລິດໄດ້ ຈະນໍາໃຊ້ເຂົ້າໃນໂຄງການທາງຣົດໄຟ ລາວ-ຈີນ, ທາງດ່ວນລາວ-ຈີນ ແລະສ່ວນນຶ່ງ ຂາຍໃຫ້ຣັຖວິສາຫະກິດ ໄຟຟ້າລາວ ແຂວງພາກເໜືອ.