ແມ່ນ້ຳຂອງ ປົນເປືອນມົລພິດ ຈາກຂີ້ເຫຍື້ອ ພລາສຕິກ

ຂີ້ເຫຍື້ອ ພລາສຕິກ ໃນແມ່ນ້ຳຂອງ, ວັນທີ 13 ເດືອນສິງຫາ ປີ 2022.
ຂີ້ເຫຍື້ອ ພລາສຕິກ ໃນແມ່ນ້ຳຂອງ, ວັນທີ 13 ເດືອນສິງຫາ ປີ 2022. (RFA)

0:00 / 0:00

ຄະ​ນະ​ກັມ​ມາ​ທິ​ການ​ແມ່​ນ້ຳ​ຂອງ​ສາ​ກົ​ນ ຫຼື MRC ກວດ​ພົບມົ​ລ​ພິດ​ ຈາກພ​ລາ​ສ​ຕິກ ປະ​ມານ 8 ລ້ານ​ຕັນ ​ໃນ​ແມ່​ນ້ຳ​ຂອງ ທີ່​ມາ​ຈາກ​ປະ​ເທດ​ລາວ, ໄທ​ຍ, ວຽດ​ນາມ ແລະ ກັມພູ​ຊາ, ໃນນັ້ນ ເປັນ​ຂີ້​ເຫຍື້ອ​ທົ່ວ​ໄປ 70-90% ທີ່​ມາ​ຈາກ​ຖົງ​ຢາງ ຫຼື ຖົງ​ພ​ລາ​ສ​ຕິກ ແລະ ໂຟມ, ນັ້ນ​ສົ່ງ​ຜົ​ລ​ກະ​ທົບ ​ຕໍ່​ລະ​ບົບ​ນິ​ເວດແມ່​ນ້ຳ​ຂອງ ແລະ ສຸ​ຂ​ພາບ​ຂອງ​ຄົນ ອີງ​ຕາມ​ບົດ​ຣາຍ​ງານ​ຂອງ MRC ທີ່​ເຜີຍ​ແຜ່​ໃນວັນ​ທີ 21 ທັນ​ວາ 2022.

ສາ​ເຫ​ດ​ນຶ່ງ​ມາ​ຈາກ ປະ​ຊາ​ຊົນ​ທີ່ຢູ່​ໃກ້​ກັບ​ນ້ຳ​ຂອງ​ ມີ​ການເຜົາ​ ແລະ ຖິ້ມ​ຂີ້​ເຫຍື້ອລົງ​ໃສ່​ແມ່​ນ້ຳ​ຂອງ. ເຈົ້າ​ໜ້າ​ທີ່​ສິ່ງ​ແວດ​ລ້ອມ ແຂວງ​ ຫລວງ​ພ​ຣະ​ບາງ ໄດ້​ກ່າ​ວ​ວ່າ:

" ເຈົ້າ ແມ່ນໆ ໜ້າ ເປັນ ຫ່ວງ ຢູ່ ບາງ ຄົນ ເນາະ ຂະ ເຈົ້າບໍ່ ເຂົ້າ ໃຈ ເຣື່ອງໂຕນີ້ ຂະ ເຈົ້າ ກະ ຍັງ ຈູດ ຍັງ ເຜົາ ຢູ່ ການ ຖິ້ມ ຂີ້ ເຫຍື້ອ ກະ ຍັງ ຊະ ຊາຍ ຢູ່ ຕາມ ແຄມ ທາງ ແຄມ ຂອງ ເຈົ້າ ."

ທ່ານ ກ່າວ​ຕື່ມ​ວ່າ ໄລ​ຍະ​ຜ່ານ​ມາ ກໍ​ມີ​ການ​ຈັດ​ກິ​ຈ​ກັມ ເພື່ອ​ໂຄ​ສ​ນາ ໃຫ້​ຄວາມ​ຮູ້​ ແລະ ບູກ​ຈິຕ​ສຳ​ນຶກ ໃຫ້ແກ່​ຊາວ​ບ້ານ ເຣື່ອງ​ການ​ກັມ​ຈັດ​ຂີ້​ເຫຍື້ອ, ການ​ຄັດ​ແຍກ​ຂີ້​ເຫຍື້ອ ໃຫ້​ຖືກວິ​ທີ ເພາະ​ວ່າ ຖ້າ​ຖິ້ມ​ຊະ​ຊາຍລົງ​ໃສ່​ແມ່​ນ້ຳ​ຂອງ ກໍ​ຈະ​ສົ່ງ​ຜົ​ລ​ກະ​ທົບ ​ຕໍ່​ລະ​ບົບ​ນິ​ເວດ​ແມ່ນ້ຳ​ຂອງ ແລະ ແມ່​ນ້ຳ​ສາ​ຂາ ເຊິ່ງ​ເປັນ​ແຫຼ່ງ​ສະ​ບຽງ​ອາ​ຫານ ແລະ ແຫຼ່ງ​ທ່ອງ​ທ່ຽວ ​ຂອງ​ແຂວງ​ຫລວງ​ພ​ຣະ​ບາງ, ແຕ່ ກໍ​ຍັງ​ມີ​ຊາວ​ບ້ານ​ຈຳ​ນວນ​ນຶ່ງ ບໍ່​ເຂົ້າ​ໃຈ.

ຢູ່​ແຂວງ​ຫລວງ​ພຣະ​ບາງ ສ່ວນ​ຫຼາຍ​ຊາວ​ບ້ານ ມັກ​ຈະ​ເຜົາ​ຢູ່​ຕາມ​ໄຮ່, ຕາມສວນ, ແຄມ​ທາງ ແລະ ຖິ້ມ​ໃສ່​ນ້ຳ​ຂອງ. ຊາວ​ບ້ານ ຢູ່ແຂວງ​ຫລວງ​ພ​ຣະ​ບາງ ກ່າວ​ວ່າ:

" ດຽວນີ້ນີ້ ຕາມ ສະ ພາບບາງ ຄົນກະ ໄປ ຖິ້ມ ນຳ ໄຮ່ ນຳ ນາ ບາງ ຄົນ ກະ ຖິ້ມ ກະ ເຜົາ ບາງ ຄົນ ກະ ຖິ້ມ ລົງ ນ້ຳ ຂອງ ຊິ ນ່າແຫຼະ ມັນ ກະ ບໍ່ ຄັກ ປານ ໃດ ດອກ ອ້າຍ ກະ ເຫັ ຢູ່ ມັນ ຫາກ ເວົ້າບໍ່ ໄດ້ ເດ້ ເຮັດ ແນວ ໃດ ຍອມ ຮັບ ເລີຍ ວ່າ ດຽວນີ້ ບໍ່ ຢາກ ຄັກ ປານ ໃດແລ້ວ ນ້ຳ ຂອງ ບາງ ເທື່ອ ກະ ມີ ສານ ເຄ ມີ ແດ່ ."

ປະ​ຊາ​ຊົນ ຢູ່​ຕາມ​ເທ​ສ​ບານ​ເມືອງ ຢູ່​ແຂວງ​ຄຳ​ມ່ວນ ຍັງ​ບໍ່​ມີ​ການກຳ​ຈັດ​ຂີ້​ເຫຍື້ອ​ທີ່​ຖືກ​ຕ້ອງ ແລະ ບໍ່​ມີ​ການ​ຄຸ້ມ​ຄອງ​ຢ່າງ​ເປັນ​ລະ​ບົບ.

ເຈົ້າ​ໜ້າ​ທີ່​ ຜ​ແນກ​ຊັ​ພ​ຍາ​ກອນ​ທັມມະ​ຊາຕ ແລະ ສິ່ງ​ແວດ​ລ້ອມ ແຂວງ​ຄຳ​ມ່ວນ ໄດ້​ກ່າວ ຕໍ່​ວິທຍຸ ເອ​ເຊັຽ​ ເສ​ຣີ ໃນ​ວັນ​ທີ 22 ທັນ​ວາ ວ່າ:

" ແມ່ນ ກະ ມີ ແຕ່ ໂຕ ເມືອງ ແຕ່ ລະ ເມືອງ ກະ ຍັງ ບໍ່ ທັນ ໄດ້ ມີ ໃຜ ແບບ ມາ ບໍ ຣິ ການ ຫຼື ຄຸ້ມ ຄອງພິ ສັງ ເທື່ອຫັ້ນ ນ່າ ກະ ແລ້ວ ແຕ່ ຫຼັງ ຄາ ເຮືອນ ສ່ວນ ຫຼາຍມັນ ກະ ຢາກ ຖິ້ມ ຊະ ຊາຍ ຫຼື ວ່າ ຈູດ ເຜົາ ເອົາ ເນະ ."

ທີ່​ຜ່ານ​ມາ ໜ່ວຍ​ງານ​ທີ່​ກ່ຽວ​ຂ້ອງ ​ມີ​ການ​ໂຄ​ສ​ນາໃຫ້​ຄວາມ​ຮູ້​ ແກ່​ຊາວ​ບ້ານ ແລະ ຊາວ​ໜຸ່ມ ​ຢູ່​ຕາມ​ໂຮງ​ຮຽນ​ຕ່າງໆ ກ່ຽວ​ກັບ​ເຣື່ອງ​ການ​ກຳ​ຈັດ​ຂີ້​ເຫຍື້ອ ລົງ​ແມ່​ນ້ຳ​ຂອງ ແລະ ແມ່​ນ້ຳ​ສາ​ຂາ. ເຈົ້າ​ໜ້າ​ທີ່​ ຫ້ອງ​ການ​ປົກ​ຄອງ​ ເມືອງ​ປາກ​ລາຍ ກ່າວ​ວ່າ:

" ໂຕນີ້ ພວກ ເຮົາ ນັ້ນ ທີ່ ຜ່ານ ມາ ເຮົາ ເຄີຍ ມີ ເນາະ ແຕ່ ຊ້ວງນີ້ ພວກ ເຮົາ ບໍ່ ມີ ໂຄງ ການ ແລ້ວ ຫັ້ນ ນ່າ ກ່ຽວ ກັບ ຂີ້ ເຫຍື້ອ ໄປ ປູກ ຈິຕ ສຳ ນຶກ ໄວ ໜຸ່ມ ກ່ຽວ ກັບ ການ ຮັກ ສາ ສິ່ງ ແວດ ລ້ອມ ."

ໃນ​ປີ 2020 ທີ່​ຜ່ານ​ມາ ອົງ​ການ​ສິ່ງ​ແວດ​ລ້ອມແຫ່ງ ສະ​ຫະ​ປະ​ຊາ​ຊາຕ ຫຼື UNEP ໄດ້​ເຜີຍ​ແຜ່ໂຄງ​ການ ​ວິ​ໄຈ ເຊິ່ງ​ເປັນ​ບົດ​ວິ​ໄຈ ທຳ​ອິດ ທີ່​ໃຊ້​ຂະບວນ​ການ ​ວິ​ທະ​ຍາ​ສາຕ ສຳ​ຣວດຕົ້ນກຳ​ເນີດ ຂີ້​ເຫຍື້ອພ​ລາ​ສ​ຕິກ ໃນ​ແມ່​ນ້ຳ​ຂອງ ໂດຍ​ມີ​ການ​ເກັບ​ໂຕ​ຢ່າງ ​ໃນ​ພື້ນ​ທີ່ສຳ​ຣວດ 33 ຈຸດ ຕ​ລອດ​ລຳ​ແມ່​ນ້ຳ​ຂອງ.

ອີງ​ຕາມ​ການ​ວິ​ໄຈ ພົບ​ການ​ປົນ​ເປື້ອນ ໄມ​ໂຄຣພ​ລ​າ​ສ​ຕິກ (ພລາສຕິກຂນາດນ້ອຍ) ສູງ​ເຖິງ 90% ເຊິ່ງ​ສອດ​ຄ່ອງ​ກັບ ຜົ​ລ​ກາ​ນ​ສຶກ​ສາ ຂອງ​ທີມ​ວິ​ໄຈ ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ມະ​ຫາ​ສາ​ຣະ​ຄາມ ຂອງ​ໄທ​ຍ ທີ່ກວດ​ພົບ​ໄມ​ໂຄຣພ​ລາ​ສ​ຕິກ ​ປົນ​ເປື້ອນ​ໃນ​ປາ ແລະ ສ່ຽງ​ເປັນ​ມົ​ລ​ພິດ​ ຕໍ່​ລະ​ບົບ​ນິ​ເວດ ແລະ ສຸ​ຂ​ພາບ ຂອງ​ຄົນທີ່​ອາ​ສັຍ ​ຢູ່​ລຸ່ມ​ແມ່​ນ້ຳ​ຂອງ.

ຫຼັງ​ຈາກເຜີຍ​ແຜ່​ບົດ​ວິ​ໄຈ​ໄປ​ແລ້ວ, ອົງ​ການ UNEP ປະ​ຈຳ​ລາວ ກໍ​ໄດ້​ມີ​ການ​ຄົ້ນ​ຄວ້າ, ສຶກ​ສາ​ວິ​ໄຈ ກ່ຽວ​ກັບ​ເຣື່ອງ​ປົນ​ເປື້ອນ​ ໄມ​ໂຄຣພ​ລາ​ສ​ຕິກ​ ໃນ​ແມ່​ນ້ຳ​ຂອງ ຢູ່​ປະ​ເທດ​ລາວ, ຄຽງ​ຄູ່​ກັນ​ນັ້ນ ກໍ​ໄດ້​ສ​ນັບ​ສ​ນູນ​ທຶນ ​ຈຳ​ນວນ​ນຶ່ງໃຫ້​ຣັ​ຖ​ບານ​ລາວ ເພື່ອ​ຊ່ວຍ​ເຫຼືອ​ ໃນ​ການ​ຈັດ​ການ​ກັບຂີ້​ເຫຍື້ອ ໃຫ້​ມີ​ປະ​ສິດ​ທິ​ພາບ ໂດຍ​ສະ​ເພາະ​ໃນ​ເຂດຊົນ​ບົດ​ ຂອງປະ​ເທດ​ລາວ.

ເຈົ້າ​ໜ້າ​ທີ່ ​ອົງ​ການ UNEP ປະ​ຈຳ​ລາວ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່ວິທຍຸ ​ເອ​ເຊັຽ ​ເສ​ຣີ ໃນ​ວັນ​ທີ 22 ທັນ​ວາ ວ່າ:

"UNEP ພວກ ເຮົາ ກະ ມີ A Lap ເນາະ ເປັນ ໜ່ວຍ ງານ ນຶ່ງ ທີ່ ຂະ ເຈົ້າ ຊິ ເຮັດ ການ ສຶກ ສາ ຄົ້ນ ຄວ້າ ເວົ້າ ເຣື່ອງ ການ ຂັບ ເຄື່ອນ ໂຕ ເວົ້າ ເຣື່ອງ ຂັບ ເຄື່ອນ ຂີ້ ເຫຍື້ອ ຊິ ໃຫ້ ທຶນ ໃນ ການ ແກ້ ໄຂ ບັນ ຫາ ສິ່ງ ແວດ ລ້ອມ ໃນ ຂັ້ນ ຊຸມ ຊົນ ."

ໃນ​ເວ​ລາ​ຄົນ​ຖິ້ມ​ຂີ້​ເຫຍື້ອລົງ​ໄປແລ້ວ ແ​ລະ ມັນ​ຈະ​ສ​ລາຍ, ​ເປື່ອຍ ກາຍ​ເປັນສານ​ຂີ້ເຫຍື້ອ ຂ​ນາດ​ນ້ອຍ, ແລ້ວປະ​ປົນ​​ກັບ​ສານ​ ອາຫານ​ຂອງ​ສັດ​ນ້ຳ.

ອາ​ຈ​ານ ​ທີ່​ສອນ​ວິ​ຊາ ​ສິ່ງ​ແວດ​ລ້ອມ ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ອຸ​ບົນ​ຣາ​ຊ​ທາ​ນີ ປະ​ເທດ​ໄທ​ຍ ໄດ້​ກ່າວ​ຕໍ່​ວິທຍຸ ເອ​ເຊັຽ​ເສ​ຣີ ວ່າ:

" ຄື ຕອນ ທຳ ອິດ ເຮົາ ເຂົ້າ ໃຈ ວ່າ ເປັນ ຖົງ ລາ ຕິກ ນາດ ໃຫຍ່ໆ ມັນ ລົງ ໄປ ໃນ ນ້ຳ ກະ ພຽງ ແຕ່ ເປັນ ຂີ້ ເຫຍືອ ແຕ່ ມັນ ກະ ລາຍ , ແຕ່ ມັນ ຈະ ລາຍ ເປັນ ອະ ນຸ ນາດ ນ້ອຍ ເຊິ່ງ ອັນ ນ້ອຍໆ ມັນ ເຂົ້າ ໄປ ໃນ ຮ່າງ ກາຍ ຂອງ ສິ່ງ ມີ ຊີ ວິຕ, ມັນ ກໍ ຈະ ສະ ສົມ ຜ່ານ ຫ່ວງ ໂສ້ ອາ ຫານ ໄປ ຍັງ ປາ ນາດ ໃຫຍ່ ​."

ສ່ວນ​ວ່າ ມັນ​ຈະ​ສົ່ງ​ຜົ​ລ​ກະ​ທົບ​ ຕໍ່​ສຸ​ຂ​ພາບ​ຂອງ​ຄົນ ​ໃນ​ຮູບ​ແບບ​ໃດ​ນັ້ນ ຍັງ​ບໍ່​ທັນ​ມີ​ການ​ວິ​ໄຈ​ອອກ​ມາ ແຕ່ ປັດ​ຈຸ​ບັນ ມີ​ຫຼາຍ​ພາກ​ສ່ວນ ທັງ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ ມະ​ຫາ​ວິ​ທະ​ຍາ​ໄລ ໃນ​ປະ​ເທດ​ໄທ​ຍ ກຳ​ລັງ​ຢູ່​ລະ​ຫວ່າງ​ການ​ຄົ້ນ​ຄວ້າ, ແລະ ສຶກ​ສາ​ວິ​ໄຈ ເພື່ອ​ຄົ້ນ​ຫາ​ຄໍ​າ​ຕອບ.

ດ​ຣ. ອະ​ນຸ​ລັກ ກິດ​ຕິ​ຄຸນ ຫົວ​ໜ້າ​ກອງ​ເລ​ຂາ​ທິ​ການ ຄະ​ນະ​ກັມ​ມາ​ທິ​ການ ແມ່​ນ້ຳ​ຂອງ​ສາ​ກົນ ຫຼື MRC ກ່າວ​ໃນ​ບົດ​ຣາ​ຍານ ສະ​ບັບ​ໃໝ່ ກ່ຽວກັບ​ມົ​ລ​ພິດ​ ຂີ້​ເຫຍື້ອພ​ລາ​ສ​ຕິກ​ ໃນ​ແມ່​ນ້ຳ​ຂອງ ໃນ​ວັນ​ທີ 21 ທັນ​ວາ 2022 ທີ່​ຜ່ານ​ມາ ວ່າ:

“ໃນ​ຂະ​ນະ​ທີ່​ພາກ​ພື້ນ​ ຂອງ​ພວກ​ເຮົາ ກຳ​ລັງຢູ່​ລະ​ຫວ່າງ ການ​ພັ​ທ​ນາ​ ທາງ​ເສ​ຖ​ກິ​ຈ​ ຢ່າງວ່ອງ​ໄວ ແລະ ການ​ຂ​ຍາຍ​ໂຕ​ ຂອງ​ເມືອງ, ພ​ລາ​ສ​ຕິກ ​ມີ​ການ​ໃຊ້​ງານ ​ທີ່​ຫຼາກ​ຫຼາຍ ເນື່ອງ​ຈາກ ຕົ້ນ​ທຶນ​ຂ້ອນ​ຂ້າງ​ຕ່ຳ, ນຳ​ໜັກ​ເບົາ, ທົນ​ທານ ແຜ່​ຫຼາຍ ແລະ ອ່ອນ​ໂຕ​ໄດ້​ດີ.”

ທ່ານ ກ່າວ​ຕື່ມ​ວ່າ “ຂີ້​ເຫຍື້ອ​ພ​ລາ​ສ​ຕິກ ​ໃນ​ແມ່​ນ້ຳ​ຂອງ ຈະ​ຕ້ອງ​ໃຊ້​ເວ​ລາ ທີ່​ຄວບ​ຄຸມ ລວມ​ເຖິງຄວາມ​ຮ່ວມ​ມື​ ຈາກ​ຫຼາຍ​ພາກ​ສ່ວນ ແລະ ຄວາມ​ຮູ້ ​ທາງ​ດ້ານ​ສ​ມຸດ​ສາຕ ເພື່ອ​ເປັນ​ການ​ປົກ​ປ້ອງ​ ແມ່​ນ້ຳ​ຂອງ.”