ແມ່ນໍ້າຂອງຖືກທໍາຣາຍ
2014.06.05
ແມ່ນໍ້າຂອງ ເປັນ ແມ່ນໍ້າ ສາຍນຶ່ງ ທີ່ໄຫລຜ່ານ ຫລາຍ ປະເທສ ຊຶ່ງ ບໍ່ໄດ້ຮັບ ການຄຸ້ມຄອງ ບໍຣິຫານ ທີ່ດີ. ແມ່ນໍ້າຂອງ ມີຄວາມ ຍາວ ອັນດັບ 12 ຂອງໂລກ ແລະ ເປັນ ອັນດັບ ທີ 7 ຂອງ ເອເຊັຍ, ເປັນ ແມ່ນໍ້າ ສາຍສໍາຄັນ ສໍາລັບ ການ ເດີນເຮືອ ແລະ ການຄ້າ ຂອງ 6 ປະເທສ ທີ່ ນໍ້າໄຫລ ຜ່ານຄື: ຈີນ, ພະມ້າ, ລາວ, ໄທ, ກໍາພູຊາ ແລະ ວຽດນາມ. ຕາມຣາຍງານ ຂອງ ໜັງສືພິມ Today ຂອງ ສິງກະໂປ ໃນ ວັນທີ 2 ມິຖຸນາ 2014.
ເຖິງຢ່າງໃດ ກໍຍັງ ເຫັນວ່າ ການ ຮ່ວມມືກັນ ຣະຫວ່າງ 6 ປະເທສ ດັ່ງກ່າວ ຍັງບໍ່ດີ ກ່ຽວກັບ ການຄຸ້ມຄອງ ບໍຣິຫານ ແມ່ນໍ້າ ສາຍນີ້ ທີ່ ກໍາລັງ ຊຸດໂຊມ ລົງ ຂະນະທີ່ ກັມມາ ທິການ ແມ່ນໍ້າຂອງ ສາກົນ ກໍຮູ້ວ່າ ການພັທນາ ຢ່າງໄວວາ ໃນດ້ານ ການສ້າງ ເຂື່ອນ ໄຟຟ້າ ແລະ ຂແນງການ ກະສິກັມ ກໍາລັງ ເພີ່ມ ຄວາມກົດດັນ ຕໍ່ ສະພາບ ແວດລ້ອມ, ຕໍ່ ປະລິມານ ແລະ ຄຸນນະພາບ ນໍ້າ ຕໍ່ວິຖີ ຊີວິດ ຂອງ ປະຊາຊົນ ຫລາຍ ລ້ານຄົນ.
ຄວາມຕ້ອງການ ທາງດ້ານ ເສຖກິດ ແລະ ສັງຄົມ ຂອງ 6 ປະເທສ ໃນ ການໃຊ້ນໍ້າ ປັດຈຸບັນ ນໍາໄປສູ່ ການພັທນາ ໂຄງຮ່າງ ທີ່ໃຫຍ່ໂຕ ຕາມລໍາ ແມ່ນໍ້າຂອງ ແລະ ສາຍນໍ້າ ສາຂາ.
ຖ້າຫາກວ່າ ມີການ ວາງແຜນ ທີ່ດີ ການພັທນາ ນັ້ນ ກໍຈະເປັນ ຜົລດີ ໃຫ້ທຸກ ປະເທສ ແຕ່ກັບ ກົງກັນຂ້າມ ຜົລສະທ້ອນ ອັນ ໃຫຍ່ຫລວງ ຕໍ່ເສຖກິດ, ສັງຄົມ ແລະ ສິ່ງ ແວດລ້ອມ ນັ້ນເປັນໄປ ໃນທາງລົບ.
ປັດຈຸບັນ ການພົວພັນ ຮ່ວມມື ກັນ ຣະຫວ່າງ ປະເທສ ຕ່າງໆ ທີ່ວ່ານັ້ນ ຍັງບໍ່ດີພໍ ຮວມທັງ ຣະຫວ່າງ 4 ປະເທສ ສະມາຊິກ ອົງການ ແມ່ນໍ້າຂອງ ແລະ ທັງ 2 ປະເທສ ຈີນ ແລະ ພະມ້າ ກໍຍັງ ບໍ່ດີພໍ ອັນຈະນໍາ ໄປສູ່ ການຂາດ ໂອກາດ ກໍເປັນໄດ້.