ພັຍນໍ້າຖ້ວມຢູ່ລາວ
2015.08.09
ຫຼາຍ ຫມູ່ບ້ານ ຢູ່ຕາມ ແຄມຂອງ ໃນເຂດ ເມືອງ ປາກຊັນ ແຂວງ ບໍຣິຄຳໄຊ, ຕ້ອງ ໄດ້ພາກັນ ເຝົ້າຣະວັງ ນ້ຳຖ້ວມ ຍ້ອນວ່າ ນ້ຳຂອງ ຂຶ້ນລົ້ນຝັ່ງ ຢ່າງ ວ່ອງໄວ, ໃນ 2-3 ມື້ ທີ່ ຜ່ານມາ. ດັ່ງຊາວບ້ານ ຜູ້ນຶ່ງ ທີ່ ເມືອງ ປາກຊັນ ກ່າວຕໍ່ ຜູ້ສື່ຂ່າວ ເອເຊັຽ ເສຣີ, ໃນ ວັນທີ 9 ສິງຫາ 2015 ນີ້ວ່າ:
"ອື້ ແມ່ນແທ້ ບ້ານເຮົາ ເຮືອນບ້ານໃດ ທີ່ ຢູ່ແຄມຂອງ ຫັ້ນ ຫຍັງຫັ້ນນ່າ ເພິ່ນກະ ກະຕຽມ ລະເພິ່ນ ກະແຈ້ງ ກະເຕືອນ ໃຫ້ຣະມັດ ຣະວັງ ຫັ້ນແຫຼະ ສ່ວນຫຼາຍ ມັນກະ ນ້ຳຝົນຕົກ ນ້ຳຝົນ ນ້ຳແກ່ງ ນີ້ນ່າ ມັນຖ້ວມ ນ່າ".
ນາງ ກ່າວຕື່ມ ວ່າ ເຖິງ ແມ່ນວ່າ ໃນ ປັດຈຸບັນ ຝົນ ຈະເຊົາຕົກ ແລ້ວ ກໍຕາມ, ແຕ່ ຣະດັບ ນ້ຳຂອງ ຍັງ ເພີ້ມຂຶ້ນ ຢ່າງ ຕໍ່ເນື່ອງ ເຮັດໃຫ້ ຊາວບ້ານ ທີ່ອາສັຍ ຢູ່ ແຄມຂອງ ຕ້ອງ ເຝົ້າຣະວັງ ຕລອດເວລາ, ໃນຂນະ ດຽວກັນ ອຳນາດ ການປົກຄອງ ທ້ອງຖິ່ນ ກໍໄດ້ ປ່າວເຕືອນ ປະຊາຊົນ ໃຫ້ ຣະມັດ ຣະວັງ ຖ້າຈຳເປັນ ຕ້ອງໄດ້ ໂຍກຍ້າຍ ໄປຢູ່ ບ່ອນ ສູງ.
ໃນເວລາ ດຽວກັນ ທາງການ ໄທ ກໍໄດ້ ແຈ້ງເຕືອນ ປະຊາຊົນ ທີ່ ແຂວງ ໜອງຄາຍ ບຶງການ ໃນ ມື້ວັນທີ 7 ສິງຫາ ນີ້ວ່າ ໃຫ້ ປະຊາຊົນ ໃນເຂດ ຕຣົງກັນຂ້າມ ກັບ ແຂວງ ບໍຣິຄຳໄຊ ພາກັນ ເຝົ້າຣະວັງ, ຫາກ ນ້ຳຂອງ ເພີ້ມຂຶ້ນ ກໍໃຫ້ ພາກັນ ໂຍກຍ້າຍ ໄປ ຢູ່ບ່ອນສູງ.
ແຕ່ ເຖິງຢ່າງໃດ ກໍຕາມ ໃນ ວັນທີ 8 ສິງຫາ ບາງພື້ນທີ່ ຣະດັບ ນ້ຳຂອງ ກໍໄດ້ ລົ້ນຝັ່ງ ແລະ ໄດ້ໄຫລເຂົ້າ ມາເຖິງ ບ້ານເຮືອນ ປະຊາຊົນ ໃນຫຼາຍຈຸດ ແລ້ວ. ແຕ່ ທາງການ ບໍ່ທັນໄດ້ ໂຍກຍ້າຍ ປະຊາຊົນ ອອກຈາກ ເຂດ ທີ່ເປັນ ອັນຕລາຍ ເທື່ອ ໃນ ເວລາ ນີ້.