ເຂດລຸ່ມນໍ້າຂອງຂາດນໍ້າ ຈີນ ຍັງເມີນເສີຍ
2021.02.02
ປະເທດເຂດລຸ່ມແມ່ນໍ້າຂອງ ຮຽກຮ້ອງ ໄປຍັງທາງການຈີນ ໃຫ້ການປະສານງານ ລ່ວງໜ້າຖ້າວ່າການດຳເນີນການໃດ ທີ່ຈະມີ ຜົລກະທົບ ຕໍ່ລຸ່ມແມ່ນໍ້າຂອງ. ດັ່ງເມື່ອວັນທີ 05 ຫາ 24 ມົກກະຣາ ຜ່ານມາ, ເຂື່ອນ ຈິງຫົງ ຢູ່ມົນທົນຢູ່ນານ ປະເທດຈີນ ໄດ້ ກັກນໍ້າເພື່ອທົດລອງ ຣະບົບໄຟຟ້າ ອັນສົ່ງຜົລກະທົບ ເຮັດໃຫ້ນໍ້າຂອງຫຼຸດຣະດັບລົງ ເຊີ່ງມັນໄດ້ສ້າງຄວາມ ກັງວົນ ໃຫ້ຊາວບ້ານ. ດັ່ງ ຊາວໄທຍ ຜູ້ປະກອບອາຊີບ ຮ້ານອາຫານ ເຮືອນແພ ໃນເມືອງຊຽງແສນ ແຂວງຊຽງຮາຍ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 02 ກຸມພາ 2021 ວ່າ:
"ລົງຫຼາຍ ແຮງຫຼຸດລົງເຣື້ອຍໆ ເລີຍຫາດຊາຍທາງເບິ່ງພາຣາໃດກໍເກີດຂຶ້ນ. ຈະຫຼຸດເຣື້ອຍໆ ນໍ້າຈະຫຼຸດລົງອີກ."
ປະຊາຊົນຜູ້ອາສັຍຢູ່ແຄມນໍ້າຂອງ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ຍັງເຫັນວ່າພໍເຂົ້າເດືອນ ກຸມພາ ນໍ້າມັນກໍຫຼຸດລົງເປັນປົກກະຕິ. ແຕ່ລະປີພໍຮອດເດືອນນີ້ ຣະດັບນໍ້າຂອງກໍຢູ່ຊໍ່ານີ້ ມັນປົກກະຕິ. ດັ່ງຊາວບ້ານໄດ້ກ່າວວ່າ:
"ເອີ ກະແຫ້ງຄືກັນແຫຼະ ກະຄືແຕ່ລະເທື່ອແລ້ວ ປົກກະຕິມັນລະຍາມນີ້ມັນ ກະຊໍ່ານີ້ແຫຼະ ບໍ່ມັນກະຊໍ່ານີ້ ນິແລ້ວຮອດຍາມນີ້ມັນກະ ປົກກະຕິ."
ນໍ້າຂອງຢູ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ເຖິງວ່າຈະຫຼຸດຣະດັບລົງ ແຕ່ກໍບໍ່ໄດ້ຫຼຸດລົງຫຼາຍ ມັນກໍບໍ່ໄດ້ສົ່ງຜົລກະທົບ ຫຍັງເພາະ ຊາວບ້ານກໍແລ່ນເຮືອຕາມປົກກະຕິ. ດັ່ງຊາວບ້ານ ໃນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ອີກທ່ານນຶ່ງໄດ້ ກ່າວວ່າ:
"ມັນຫຼຸດລະຫວະ, ບໍ່ໄດ້ຫຼຸດແຮງປານນັ້ນ, ເອົາເຮືອໄປກະໄດ້ຫັ້ນແລ້ວ, ໄປໄດ້ມາໄດ້ຢູ່ ຫັ້ນແລ້ວ ເຮົາກະແລ່ນຢູ່."
ກຸ່ມຮັກຊຽງຂອງປະເທດໄທຍ ໄດ້ສະແດງຄວາມເຫັນວ່າ, ເຂື່ອນຈີນ ຍັງຫຼຸດການປ່ອຍນໍ້າ ເຮັດໃຫ້ຣະດັບນໍ້າ ໃນເມືອງຊຽງແສນ ແຂວງຊຽງຮາຍ ຫຼຸດລົງ. ປະກົດການທີ່ເກີດຂຶ້ນ ສະແດງໃຫ້ເຫັນວ່າ ຈີນ ບໍ່ເຮັດຕາມສັນຍາ ທີ່ຣະບຸໄວ້ໃນແຈ້ງການ. ທ່ານ ນິວັດ ຣ້ອຍແກ້ວ ກຸ່ມຮັກຊຽງຂອງປະເທດໄທຍ ກ່າວວ່າ:
"ທ່າທີເບິ່ງຄືວ່າມີຄວາມພຍາຍາມ ຈະແກ້ໄຂ ວ່າໄດ້ເຈຣະຈາ ກັບຣັຖບານ ຂ້າພະເຈົ້າວ່າ ປະກົດການທີ່ມັນເກີດຂຶ້ນນີ້ມັນເປັນການ ຕອກຢໍ້າອີກເທື່ອນຶ່ງ ໃຫ້ເຫັນວ່າຈີນ ບໍ່ໄດ້ເຫັນ ເຖິງຄວາມເດືອດຮ້ອນ ຂອງ ພີ່ນ້ອງລຸ່ມແມ່ນໍ້າຂອງຕອນລຸ່ມ ຢ່າງຈິງໃຈ. ເພາະວ່າ ຮູ້ທັງຮູ້ວ່າ ເຣື່ອງນີ້ມັນຈະເປັນເຣື່ອງເກີດຂຶ້ນມາຕລອດທຸກປີ ແລ້ວ ກໍມີຜົລກະທົບ ກັບຜູ້ຄົນທີ່ຢູ່ ນໍ້າຂອງຕອນລຸ່ມມາຕລອດ."
ເຄືອຂ່າຍປະຊາຊົນສັງຄົມ ລຸ່ມແມ່ນໍ້າຂອງ ອີສານ ປະເທດໄທຍ ກ່າວເຖິງປະເດັນນີ້ວ່າ, ການທີ່ຈີນ ຜິດສັນຍາຕໍ່ປະເທດລຸ່ມ ແມ່ນໍ້າຂອງຈົນເຮັດໃຫ້ໄດ້ຮັບຜົລກະທົບ ຫຼາຍພື້ນທີ່ ຣັຖບານໃນເຂດລຸ່ມແມ່ນໍ້າຂອງ, ຄະນະກັມມາທິການແມ່ນໍ້າຂອງສາກົລ ຕ້ອງກົດດັນ ຈີນ ເຣື່ອງ ປ່ອຍນໍ້າຕາມ ທີ່ຕົກລົງກັນ. ດັ່ງ ທ່ານ ສຸວິດ ກຸຫຼາບວົງ ຜູ້ປະສານງານເຄືອຂ່າຍ ປະຊາຊົນ ລຸ່ມ ແມ່ນໍ້າຂອງອີສານ ໄດ້ກ່າວວ່າ:
"ຕ້ອງທວງຄຳໝັ້ນສັນຍາ ນັ້ນແຫຼະ ໂດຍໜ່ວຍງານ ທີ່ຮັບຜິດຊອບ ແຕ່ການກົດດັນນັ້ນ ຫຼືທວງສັນຍານັ້ນ ຂ້ອຍຄິດວ່າມັນເປັນ ເຣື່ອງຂອງຂໍ້ຜູກພັນ ຮ່ວມກັນວ່າເຈົ້າຕ້ອງປ່ອຍນໍ້າ, ຢ່າລືມວ່າຈີນ ຫາກເຈົ້າຊິຫຼີ້ນການເມືອງ ໃນ ແມ່ນໍ້າຂອງ ໃນກະແສໂລກ ເຈົ້າກະຕ້ອງມີຄວາມຍຸຕິທັມ ກັບ ພີ່ນ້ອງທ້າຍນໍ້າ ເຊັ່ນກັນ. ຄືເຮົາປະຕິເສດ ການທີ່ເຈົ້າຈະບອກ ຈະອ້າງ ການສ້ອມແປງນັ້ນ ແມ່ນຫຍັງກະວ່າກັນໄປ ແຕ່ບໍ່ແມ່ນວ່າປິດຕາຍແບບນີ້."
ທ່ານໄດ້ກ່າວຕື່ມວ່າປະເທດ ສະມາຊິກ ລຸ່ມນໍ້າຂອງ ຕ້ອງໃຫ້ຄວາມສຳຄັນ ເຖິງຜົລກະທົບ ຕໍ່ ສິ່ງແວດລ້ອມ-ສັງຄົມ ຫຼັງຈາກທີ່ເຂື່ອນ ຈີນ ໄດ້ແຈ້ງການປ່ອຍນໍ້າ ແລະ ຫຼຸດການປ່ອຍນໍ້າ ອອກຈາກເຂື່ອນ ວ່າຈະຮັບມືກັບສະພາບການ ທີ່ມັນຈະເກີດຂື້ນແນວໃດ ເພື່ອບໍ່ ໃຫ້ເກີດຜົລກະທົບ ທີ່ຮຸນແຮງ ແຕ່ຕອນນີ້ ສະມາຊິກລຸ່ມແມ່ນໍ້າຂອງ ຍັງມິດງຽບ.
ປັຈຈຸບັນທາງເຂື່ອນຈິງຫົງ ໄດ້ສຳເຣັດການທົດລອງ ລະບົບໄຟຟ້າແລ້ວ ກໍໄດ້ປ່ອຍນໍ້າລົງມາ. ຕາມສື່ໄທຍ ຣາຍງານ ເມື່ອ ວັນທີ 03 ກຸມພາ 2021 ວ່າ ນໍ້າຂອງຢູ່ ແຂວງຊຽງຮາຍ ໄດ້ເພີ່ມຣະດັບຂຶ້ນ 2 ແມັດ. ແນວໃດກໍຕາມ ການແກ້ໄຂບັນຫາ ການປ່ອຍນໍ້າຂອງ ຈະມີການປຶກສາຫາລື ຄວາມຮ່ວມມືກັນກັບ ປະເທດ ສະມາຊິກ ດັ່ງ ກັມພູຊາ, ລາວ, ໄທຍ ແລະ ວຽດນາມ ເພື່ອປ້ອງກັນ ແລະ ແກ້ໄຂຜົລກະທົບ ອັນເກີດຈາກການຈັດການ ບໍຣິຫານ ຈັດການນໍ້າ.