ຈີນ ກັກນໍ້າຢູ່ເຂື່ອນຈິງຫົງ ລຸ່ມນໍ້າຂອງ ເສັຽຫາຍ

ຈໍາປາທອງ
2021.01.27
ຈີນ ກັກນໍ້າຢູ່ເຂື່ອນຈິງຫົງ ລຸ່ມນໍ້າຂອງ ເສັຽຫາຍ ສະພາບຂອງ ໄຄຫິນຂຍາຍພັນ ແລະ ເນົ່າຖິ້ມ ຢູ່ໃນແມ່ນໍ້າຂອງ ຣະຫວ່າງ ເມືອງສັງທອງ ນະຄອນຫລວງວຽງຈັນ ຂອງລາວ ແລະ ເມືອງສັງຄົມ ແຂວງໜອງຄາຍ ຂອງໄທຍ.
RFA

ຈີນ ຫລຸດປະຣິມານການປ່ອຍນໍ້າ ອອກຈາກເຂື່ອນຈິງຫົງ ຢູ່ປະເທດຈີນ ຈາກ 1,904 ແມັດກ້ອນ ຕໍ່ວິນາທີ ລົງມາເປັນ 1,000 ແມັດກ້ອນ ເປັນເວລາ 19 ມື້ເຮັດໃຫ້ໄຄຫິນ ຂຍາຍພັນ ຢ່າງໄວວາ ແລະ ເນົ່າເສັຍຢ່າງຫລວງຫລາຍ ຢູ່ໃນແມ່ນໍ້າຂອງ ຣະຫວ່າງ ເມືອງສັງທອງ ນະຄອນຫລວງວຽງຈັນ ຂອງລາວ ແລະ ເມືອງສັງຄົມ ແຂວງໜອງຄາຍ ຂອງໄທຍ, ເຮັດໃຫ້ເກີດຄວາມເສັຍຫາຍ ຮ້າຍແຮງ ຕໍ່ທັງຣະບົບນິເວດ ແລະ ປະຊາຊົນ ທີ່ ຢູ່ລຸ່ມແມ່ນໍ້າຂອງ, ດັ່ງຊາວບ້ານນ້ານອ່າງ ເມືອງສັງທອງ ນະຄອນຫລວງວຽງຈັນ ທີ່ຢູ່ບໍຣິເວນໄຄຫິນ ຫລື ເທົາເນົ່າເສັຍ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 27 ມົກກະຣາ 2021 ນີ້ວ່າ, ປາກົດການດັ່ງກ່າວ ເຮັດໃຫ້ບໍ່ມີໃຜອອກໄປຫາປາເລີຍ ເພາະຖ້າອອກໄປກໍລໍາບາກໂຕເອງລ້າ, ຜຽກ, ມອງ ຕິດແຕ່ເທົາ ຈົນຂາດ, ບໍ່ໄດ້ປາຈັກດີ້:

”ບໍ່ມີຜູ້ໃດລົງນໍ້າຂອງ, ໄຄ, ເທົາຫລາຍ ຈົນວ່າຂາດໝົດຜຽກ, ມອງ ມາພິລຶກແທ້ເດ້ ປີແລກ ສູ່ປີນັ້ນມັນກໍຕົກໄປເດືອນ ເທົານີ້ມັນຈະ ຕົກຢູ່ເດືອນສີ່ ເດືອນຫ້າ ມັນຈັ່ງຈະເກີດຢູ່ ເດືອນ ນຶ່ງ ແຕ່ກີ້ມັນທໍາມະຊາດນະ, ບໍ່ໄດ້ຫຍັງເລີຍ ປູປາບໍ່ໄດ້ລົງນໍ້າລົງໃນຫັ້ນເດ້ ຂາດໝົດເປັນຜຽກ ເປັນມອງ ກູ້ກັນມະນຶງພຶງພືດ ການທໍາມາຫາກິນມັນບໍ່ໄດ້ ບໍ່ໄດ້ຫາ, ຫາບໍ່ໄດ້ ຄືມັນກິນໄດ້ ຄັນມັນເທົາອ່ອນ ອອກໃໝ່ ໝົ້ງມັນອອກໃໝ່ເພິ່ນກໍເອົາມາຂາຍ ກະຊື້ກັນກິນ ແຕ່ບາດນີ້ມັນແກ່ແລ້ວ ມັນກິນບໍ່ໄດ້ບາດນີ້ ດຶງກໍບໍ່ຂາດເອີ, ລໍໃຫ້ຝົນຕົກ ຢ່າງດຽວ ຈົນກວ່າຝົນຈະຕົກ ຝົນຕົກມາມັນກໍໝົດໄປເອງ.”

ທ່ານ ໄຊວັດ ພາຣະຄຸນ ຜູ້ປະສານງານເຄືອຂ່າຍ ຮັກນໍ້າຂອງ ເຂດບ້ານມ່ວງ ເມືອງສັງຄົມ ແຂວງໜອງຄາຍ ທີ່ຮິບໂຮມຂໍ້ມູນ ແມ່ນໍ້າຂອງ ເພື່ອການອະນຸຮັກມາດົນນານ ກໍເວົ້າເຖິງ ເຣື່ອງດັ່ງກ່າວໃນມື້ດຽວກັນນັ້ນວ່າ:

“ໄຄຫິນເຫລົ່ານີ້ ປົກກະຕິມັນຈະຢູ່ໃນແອ່ງນໍ້າ ທີ່ບໍ່ໄຫລ ແຕ່ຈາກການທີ່ເຂື່ອນເປີດປິດນໍ້ານີ້ ນໍ້າຂຶ້ນນໍ້າລົງ ບໍ່ເປັນຣະດັບນີ້ ເຮັດໃຫ້ນໍ້າ ມັນໄຫລເຂົ້າມາ ແລະພັດພາໄຄຫິນ ພວກນີ້ ໄປສູ່ສາຍນໍ້າໃຫຍ່ ກາຍເປັນວ່າເຮັດໃຫ້ເກີດບັນຫາ ຈະເກີດບັນຫາທັນທີ ເພາະວ່າມັນ ຈະເນົ່າ ພໍມັນເນົ່າກໍຈະເຮັດໃຫ້ນໍ້າເສັຍ ສັດ ນໍ້າໂຕເລັກໆນ້ອຍໆ ສັດນໍ້າໂຕຂນາດເລັກ ກໍຈະຕາຍ.”

ປາກົດການດັ່ງກ່າວ ນອກຈາກສົ່ງຜົລກະທົບ ທີ່ເຮັດໃຫ້ສັດນໍ້າຂນາດນ້ອຍ ໃນແມ່ນໍ້າຂອງຕາຍແລ້ວ ກໍຍັງເຮັດໃຫ້ເກີດບັນຫາ ຕໍ່ເຄື່ອງມື ຫາປາຂອງຊາວບ້ານ ນໍາດ້ວຍ ດັ່ງພໍ່ຕູ້ ຖໍ່າ ຊາວບ້ານທີ່ຫາປາໃນແມ່ນໍ້າຂອງ ຢູ່ເຂດເມືອງສັງຄົມ ແຂວງໜອງຄາຍ ເວົ້າຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 27 ມົກກະຣາ ນີ້ວ່າ:

“ປີທໍາອິດ ປີແລກເລີຍແຫຼະ ທີ່ມີໄຄຫິນຫຼາຍນະ ໂອຍ ບໍ່ຄືແຕ່ກ່ອນແຕ່ຫລັງນະ ຕັ້ງແຕ່ເຂົາປ່ອຍເຂື່ອນຈີນ ນໍ້າຂຶ້ນມາ ຄັນນໍ້າຂຸ່ນ ມັນກໍຕາຍໂລດເທົານະ ຍ້ອນພວກເຂື່ອນຈີນນີ້ແຫຼະ ໄທເຮົາໄປຫາ ເອົາດາງນ້ອຍໄປໄຫຼ ກໍບໍ່ໄດ້ໄດ໋ ຖິ້ມເລີຍມອງຍ້ອນຂີ້ເທົານະ.”

ແລະຊາວບ້ານອີກຜູ້ນຶ່ງ ທີ່ຫາປາຢູ່ເຂດບ້ານມ່ວງ ກໍເວົ້າວ່າ ປົກກະຕິກໍຫາປາຍາກຢູ່ແລ້ວ ຍິ່ງມາເກີດປາກົດການໄຄຫິນຣະບາດ ແລະຕາຍ ຄືແນວນີ້ອີກ ພວກຫາປາບໍ່ຢາກຫາປາ ເປັນອາຊີບອີກແລ້ວ:

“ຂີ້ມັນມາເກາະມອງ ມາເກາະຕາຂ່າຍ ແລ້ວທີນີ້ປາ ກໍບໍ່ຖືກຕິທີນີ້ ບາດຕາຂ່າຍມາຕິດຫລາຍໆ ມອງຊື້ມານີ້ດາງນຶ່ງກໍພັນສອງພັນນະ ລົງທຶນ ແລ້ວຍັງຄ່ານໍ້າມູກນໍ້າມັນແລ່ນເຮືອ ຂຶ້ນໄປບາດນີ້ແຕ່ລະມື້ຕ້ອງໃຊ້ນໍ້າມັນ ມື້ນຶ່ງມື້ລະເປັນລິດ ໄປ-ກັບນະ ແລ້ວຄິດສະເລັ່ຽ ແລ້ວເດືອນນຶ່ງ ບໍໄດ້ປາຈັກເທື່ອບາດນີ້ ກູ້ດີກວ່າ ເຮັດຢ່າງອື່ນດີກວ່າ.”

ໃນຂນະດຽວກັນ ຍານາງ ກ້ານກ່ອງ ຈັນລອງ ຜູ້ປະສານງານເຄືອຂ່າຍປະຊາຊົນ ລຸ່ມນໍ້າຂອງ ແຂວງໜອງຄາຍ ກໍເວົ້າວ່າ ຕໍ່ໄປ ທັງປາ ແລະກົກໄຄ້ ທີ່ເກີດຕາມແຄມແມ່ນໍ້າຂອງ ອາຈສູນພັນໄປໝົດ:

“ກໍຄືເຫັນນີ້ແຫລະ ມັນພັດມາຕິດໆໆຕົ້ນໄຄ້ໝົດ ບາງຕົ້ນ ຫາກຕົ້ນສູງແນ່ກໍຍ້ອນອອກໄດ້ ແຕ່ຫາກຕົ້ນບໍ່ສູງ ກໍຄືມັນຄຸມຍອດໄວ້ ມັນກໍຂຶ້ນບໍ່ໄດ້ ແລະເວລາແມ່ປາມັນ ຈະເຂົ້າມາວາງ ໄຂ່ ເຂົ້າມາຕາມບຸ່ງ ຕາມໄຄຫິນ ຕາມກ້ອງໄຄຫິນ ຕາມກ້ອງຕົ້ນໄຄ້ ນໍ້າທີ່ມີໄຄຫິນຂະເຈົ້າວາງໄຂ່ນໍ ແຕ່ຖ້າມັນເນົ່າຈັ່ງຊີ້ ປາມາວາງໄຂ່ກໍວາງບໍ່ໄດ້ ເພາະວ່າຈະສົ່ງຜົລກະທົບ ກັບ ໄຂ່ປາ ລູກປາ ຖ້າມັນເນົ່າແລ້ວ ສັດນໍ້າມັນກໍບໍ່ຢູ່.”

ເຂື່ອນຈິງຫົງ ຢູ່ປະເທດຈີນ ເປັນເຂື່ອນໃຫຍ່ກັ້ນ ແມ່ນໍ້າຂອງ ເລິ້ມຫລຸດປະຣິມານ ການປ່ອຍນໍ້າລົງມາ ໃນມື້ວັນທີ 5 ມົກກະຣາ 2021. ພາຍຫລັງຫລຸດ ປະຣິມານການປ່ອຍນໍ້າ ລົງມາແລ້ວ ກໍເກີດມີບັນຫາ ຢູ່ຫລາຍເຂດລຸ່ມແມ່ນໍ້າຂອງ ເປັນຕົ້ນເຂດເມືອງ ຫ້ວຍຊາຍ, ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຄືຣະດັບນໍ້າຂອງ ລົດລົງຢ່າງໄວວາ ຈົນເຫັນເກາະດອນ ແລະ ມີຜົລກະທົບອັນບໍ່ດີ ຕໍ່ຣະບົບນິເວດ ຂນະທີ່ຢູ່ເຂດເມືອງສັງທອງ ນະຄອນຫລວງວຽງຈັນ ແລະ ເມືອງສັງຄົມ ແຂວງໜອງຄາຍ ຂອງໄທຍ ກໍເກີດ ປາກົດການໄຄຫິນ ຂຍາຍພັນຢ່າງ ໄວວາ ແລະເນົ່າເສັຍ ຊຶ່ງເປັນບັນຫາ ທີ່ເຄືອຂ່າຍພາກປະຊາສັງຄົມໄທຍ ເວົ້າວ່າ ນອກຈາກ ເຂື່ອນໄຟຟ້າ ຈິງຫົຂອງຈີນແລ້ວ ກໍຍັງເປັນຍ້ອນ ເຂື່ອນໄຟຟ້າ ໄຊຍະບູຣີ ທີ່ສ້າງກັ້ນ ແມ່ນໍ້າຂອງ ນັ້ນນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.