ພັທນາເສຖກິດ ກັບ ສິ່ງແວດລ້ອມ

ການເຕີບໃຫຍ່ ຂອງ ເສຖກິດ ໃນ ພູມີພາກ ແມ່ນໍ້າຂອງ ນັ້ນ ບໍ່ຄວນ ເຮັດໃຫ້ ສະພາບ ແວດລ້ອມ ຕ້ອງ ເສັຽຫາຍ.

ແມ່ນໍ້າຂອງ ໃນເຂດທາງ ພາກໃຕ້ ຂອງລາວ RFA

ບົດຖແລງ ຂ່າວ ຂອງ ຣັຖມົນຕຣີ ຕ່າງ ປະເທດ ສະຫະຣັດ ທ່ານ John Kerry ທີ່ ກ່ຽວພັນ ກັບ ກອງປະຊຸມ ພິເສດ ເພື່ອນມິດ ແມ່ນໍ້າຂອງ ຢູ່ ເມືອງ ປາກເຊ ແຂວງ ຈໍາປາສັກ ຣະຫ່ວາງ ວັນທີ 2 ຫາ 3 ກຸມພາ 2015 ທີ່ ມີໃຈຄວາມ ວ່າ ການ ເຕີບໃຫຍ່ ຂອງ ເສຖກິດ ໃນ ພູມີພາກ ແມ່ນໍ້າຂອງ ບໍ່ຄວນ ເຮັດໃຫ້ ສິ່ງ ແວດລ້ອມ ຖືກ ທໍາລາຍ.

ປະເທດ ພູມີພາກ ແມ່ນໍ້າຂອງ ຕ້ອງ ຈັດຕັ້ງ ປະຕິບັດ ຍຸທສາດ ຮອບດ້ານ ເພື່ອ ຮັບປະກັນ ວ່າ ການ ເຕີບໃຫຍ່ ຂອງ ເສຖກິດ ນັ້ນ ບໍ່ເຮັດໃຫ້ ອາກາດ, ນໍ້າ, ເປັນ ມົລພິດ ແລະ ຣະບົບ ນິເວດ ວິທຍາ ມີ ສຸຂພາບ ທີ່ ສົມບູນ ດີ. ທ່ານວ່າ ຊະຕາກັມ ໃນ ພູມີພາກ ນີ້ ຈະມີ ຜົນ ສະທ້ອນ ຕໍ່ຊີວິດ ການ ເປັນຢູ່ ຂອງ ພົລເມືອງ ໃນຂົງເຂດ. ຍົກ ໂຕຢ່າງ ການຄ້າ ຣະຫ່ວາງ ສະຫະຣັດ ກັບ ພູມີພາກ ແມ່ ນໍ້າຂອງ ເພີ້ມຂຶ້ນ 40 ສ່ວນຮ້ອຍ ຈາກ ປີ 2008 ຫາ ປີ 2014. ການຄ້າ ທີ່ ຂຍາຍໂຕ ນີ້ ໝາຍເຖິງ ວຽກເຮັດ ງານທໍາ ຂອງຄົນ ອະເມຣິກັນ ກໍເພີ້ມຂຶ້ນ ແລະ ເສຖກິດ ໃນ ພູມີພາກ ເອເຊັຽ ຕະເວັນ ອອກ ສ່ຽງໃຕ້ ກໍຂຍາຍໂຕ ໄປ ພ້ອມໆກັນ.

ເພື່ອ ທີ່ຈະຮັບມື ກັບ ສິ່ງ ທ້າທາຍ ເຫລົ່ານີ້ ເຮົາ ຕ້ອງໄດ້ ເຮັດວຽກ ຮ່ວມກັນ, ຍົກເອົາ ການ ພັທນາ ອັນ ທີ່ ຕ້ອງການ ແທ້ໆນັ້ນ ຂຶ້ນມາ ເວົ້າກັນ. ທ່ານວ່າ ການພັທນາ ຕ້ອງການ ຂໍ້ມູນ ທີ່ດີ ເພື່ອໃຊ້ ວິເຄາະ ແລະ ວາງແຜນ ໃຫ້ ຖືກຕ້ອງ. ການລົງທຶນ ທີ່ ເກີດ ປໂຍດ ຜູ້ນໍາ ຕ້ອງ ເຂັ້ມແຂງ ແລະ ມີ ສະຖາບັນ ທີ່ ເຂັ້ມແຂງ ໃນການ ຄຸ້ມຄອງ ແມ່ນໍ້າຂອງ ເພື່ອ ໃຫ້ເກີດ ປໂຍດ ແກ່ ທຸກຄົນ ໃນ ພູມີພາກ.

ທ່ານວ່າ ດັ່ງນັ້ນ ສະຫະຣັຖ ເມື່ອ ຕົ້ນເດືອນ ກຸມພາ ນີ້ ຈຶ່ງໄດ້ຈັດ ກອງປະຊຸມ ຮ່ວມກັນ ກັບ ເຈົ້າໜ້າທີ່ ຂັ້ນສູງ ຂອງ 5 ປະເທດ ລຸ່ມ ແມ່ນໍ້າຂອງ ອັນມີ ສະຫະຣັດ ແລະ ຝ່າຍ ຢູໂຣບ ຢູ່ ເມືອງ ປາກເຊ. ນອກນັ້ນ ກໍຍັງ ມີບັນດາ ປະເທດ ໃຫ້ ການ ຊ່ວຍເຫລືອ ເຊັ່ນ ທະນາຄານ ພັທນາ ເອເຊັຽ ແລະ ທະນາຄານ ໂລກ. ໃນ ກອງ ປະຊຸມ ສະຫະຣັດ ໄດ້ ປະກາດ ແຜນການ ລິເລີ້ມ ຫລາຍ ໂຄງການ ທີ່ຈະ ຊັກຊວນ ໃຫ້ ມີການ ລົງທຶນ ພັທນາ ທີ່ ບໍ່ທໍາລາຍ ສິ່ງ ແວດລ້ອມ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org