ພິທີ ເອີ້ນຂວັນປາ ຄືນນ້ຳຂອງ ຄັ້ງທີ 2

ພາກປະຊາສັງຄົມໄທຍ ຈັດພິທີເອີ້ນຂວັນປາ ຄືນນໍ້າຂອງ ຄັ້ງທີ 2 ພາຍຫລັງ ປາໃນແມ່ນໍ້າຂອງ ຫລຸດຈຳນວນລົງ ຢ່າງຫລວງຫລາຍ ຊຶ່ງສາຍເຫດນຶ່ງ ເປັນຍ້ອນການສ້າງເຂື່ອນ ໃນແມ່ນ້ຳຂອງ ແລະການຫາປາຂອງຊາວບ້ານ ທີ່ໃຊ້ການລະເບີດ ແລະອຸປະກອນ ໄຟຟ້າຊັອດ.

ວິທີການ ຫາປາ ແບບປະມົງພື້ນບ້ານ. RFA

ນັບແຕ່ປີ 2019 ພາຍຫລັງ ເຂື່ອນໄຊຍະບູຣີ ເປີດດຳເນີນການຢ່າງເປັນທາງການ ກໍ່ເຮັດໃຫ້ລະດັບນໍ້າຂອງ ໃນເຂດບ້ານມ່ວງ ເມືອງສັງຄົມ ແຂວງໜອງຄາຍ ມີປະຣິມານນໍ້າ ຂຶ້ນ-ລົງ  ຜິດທັມມະຊາຕ ສົ່ງຜົລໃຫ້ລະບົບນິເວດ ແລະ ສິ່ງທີ່ມີຊີວິຕຕ່າງໆ ພາຍໃນນໍ້າຂອງ ໄດ້ຮັບຜົລກະທົບ ໂດຍສະເພາະ ປາໃນແມ່ນໍ້າຂອງ ຫລຸດຈຳນວນລົງ ຢ່າງຫລວງຫລາຍ.

ເນື່ອງຈາກ ປາໃນແມ່ນໍ້າຂອງ ຫລຸດລົງຈຳນວນລົງ ຢ່າງຫລວງຫລາຍນີ້ ຈຶ່ງເຮັດໃຫ້ພາກປະຊາສັງຄົມໄທຍທີ່ກ່ຽວຂ້ອງ ເປັນຕົ້ນ ສະມາຄົມ ເຄື່ອຂ່າຍ ສະພາອົງກອນຊຸມຊົນ ລຸ່ມແມ່ນໍ້າຂອງ 7 ແຂວງພາກອີສານ (ຄສຂ), ກຸ່ມອານຸຣັກແມ່ນໍ້າຂອງ ຕາແສງບ້ານມ່ວງ ແລະ ຊາວບ້ານຢູ່ຕາແສງບ້ານມ່ວງ ຈັດກິຈກັມ “ເອີ້ນຂວັນປາ ຄືນຂອງ ເຊື່ອມໂຍງເໜືອ-ອີສານ ຄັ້ງທີ່ 2” ຂຶ້ນໃນວັນທີ 8 ຕຸລາ 2022 ເພື່ອເອີ້ນຂວັນປາ ແມ່ນໍ້າຂອງ ທີ່ຫລຸດຈຳນວນລົງ ຢ່າງຫລວງຫລາຍ ແລ້ວໄຫລໄປບ່ອນອື່ນນັ້ນ ກັບຄືນມາ ແລະ ຊ່ວຍໃຫ້ຊາວບ້ານ ຫາຢູ່ຫາກິນໄດ້ຄືເກົ່າ.

ຕາມຄວາມເວົ້າ ຂອງທ່ານຊັຍວັທນ໌ ພາຣະຄຸນ ຜູ້ແທນ ສະມາຄົມເຄືອຂ່າຍ ສະພາອົງກອນຊຸມຊົນ ລຸ່ມແມ່ຂອງ 7 ແຂວງພາກອີສານ (ຄສຂ), ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 7 ຕຸລາ ທີ່ຜ່ານມານີ້ວ່າ:

“ປາໂຕທີ່ມັນລອດ ມັນອາດໜີ ຕະເລີດເປີດເປິງ ໄປໄກຈັ່ງຊີ້ນ່າ ເຮົາກໍ່ເລີຍມີຄວາມຄິດວ່າ ຄວນຈັດພິທີເອີ້ນຂວັນ ໃຫ້ເພິ່ນກັບມາຢູ່ ໝ້ອງທີ່ເພິ່ນເຄີຍຢູ່ ລັກສະນະທີ່ເຮົາຄິດ ແບບຄືຄົນບ້ານເຮົາຈັ່ງຊີ້ນ່າ ເວລາເກີດອຸບັດຕິເຫດ ລົ້ມປ່ວຍເຈັບໄຂ້ຈັ່ງຊີ້ ທີ່ຂວັນອອກຈາກໂຕໄປ ເຮັດໃຫ້ນານເຊົາ ກໍ່ເໝືອນກັບປາ ທີ່ວ່າຂວັນເຂົາກະເຈີງ ທີ່ເຂົາບໍ່ເຄີຍພົບ ເຫດການແບບນີ້ ຈັ່ງຊີ້ນ່າ.”

ໂດຍໃນພິທີເອີ້ນຂວັນປານັ້ນ ໄດ້ຈັດຂຶ້ນໃນເວລາ 5:30 ໂມງແລງຂອງວັນທີ 8 ຕຸລາ ທີ່ຜ່ານມາ ເປັນພິທີບາສີ ປະກອບດ້ວຍ ພານໃນຕອງບາສີ, ນໍ້ນແດງ, ເຫລົ້າຂາວ, ໄກ່ລາດຕົ້ມ, ເຂົ້າໜຽວ ແລະ ນໍ້າດື່ມ ໂດຍມີພາມ ເປັນໝໍພອນ ເອີ້ນຂວັນປາ ທີ່ຍັງມີຊີວິຕຢູ່ ກັບຄືນມາຢູ່ຕາແສງ ບ້ານມ່ວງຄືເກົ່າ ຫລັງຈາກນັ້ນ ກໍ່ເປັນພິທີຜູກຂໍ້ຕໍ່ແຂນ ໃຫ້ກຳລັງໃຈ ຄົນເຮັດວຽກ ໃນເຂດແຄມຂອງ ແລ້ວກໍ່ປ່ອຍໂຄມໄຟ ເອີ້ນຂວັນປາ ແລະ ກໍໍ່ຊົມການສະແດງໝໍລຳ ເຊີ້ງໝໍລຳ ຮ້ອງໝໍລຳໄປນຳກັນໃນງານ.

ຍານາງ ກ້ານກ່ອງ ຈັນລອງ ປະທານກຸ່ມ ອານຸຣັກແມ່ນໍ້າຂອງ ຕາແສງ ບ້ານມ່ວງ ເຊິ່ງຍານາງ ກ້ານກ່ອງ ເປັນອະດີຕ ນັກວິຈັຍແມ່ນໍ້າຂອງ ກໍ່ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 7 ຕຸລາ ທີ່ຜ່ານມາວ່າ ອີງຕາມການຮີບໂຮມຂໍ້ມູນ ພົບວ່າ ພາຍຫລັງເຂື່ອນໄຊຍະບູຣີ ເປີດດຳເນີນການ ຢ່າງເປັນທາງການ ປາໃນແມ່ນໍ້າຂອງ ທີ່ເຄີຍມີ 167 ຊະນິດນັ້ນ ປັຈຸບັນ ເຫລືອບໍ່ກາຍ 50 ຊະນິດ ອີກທັງ ປາທີ່ເຄີຍພົບເຫັນ ແລ້ວສາມາດຈັບຂຶ້ນ ມາກິນພາຍໃນຄອບຄົວ ແລະ ຊຸມຊົນໄດ້ ກໍ່ບໍ່ຄ່ອຍມີແລ້ວ ເປັນຕົ້ນ ປາບຶກ ແລະ ປາແກງ.

ດັ່ງຍານາງກ່າວວ່າ:

“ປາອັນທີ່ຊາວບ້ານເຄີຍໄດ້ ສມັຍແຕ່ກ່ອນ ເປັນປາທີ່ຊາວບ້ານ ກິນຕລອດກໍ່ຫາຍໄປ ຄືປາ ແກງ ຈັ່ງຊີ້ ກໍ່ບໍ່ເຫັນແລ້ວ ແລ້ວປາບຶກ ເຄີຍໄດ້ ກໍ່ບໍ່ຄ່ອຍມີແລ້ວດຽວນີ້, ເດືອນນຶ່ງ ກໍ່ໄດ້ໂຕນຶ່ງຖ້າໝ່ານກໍໄດ້ 2ໂຕແດ່ ແຕ່ບໍ່ຄຸ້ມຄ່າ ກັບເຮົາຫັ້ນຊື້ນໍ້າມັນ ແລ້ວກໍ່ອະຫຍັງລົງໄປປາດອກ ແຕ່ວ່າ ເພິ່ນເຄີຍຫາ ກໍ່ເລີຍຫາ ແຕ່ກີ້ ສມັຍກ່ອນ ເພິ່ນໄດ້ມາແລ້ວ ໄດ້ຄ່າ ໄດ້ກັບເຂົ້າໄວ້ກິນເປັນ 4-5 ມື້ແລ້ວ ແຕ່ດຽວນີ້ບໍ່ໄດ້ແລ້ວ.”

ຫລັງຈາກນັ້ນ ປະມານເວລາ 7 ໂມງແລງ ຂອງວັນທີ 8 ຕຸລາ ນີ້ ກໍ່ມີເວທີເສວນາ ແມ່ນໍ້າຂອງ ຂອງໃຜ? ໃຜຂ້າແມ່ນໍ້າຂອງ? ໜ້າຮ້ານໝໍລຳ ເພື່ອເຫລົ່າເຖິງບົດຮຽນ ແລະ ປະສົບການຂອງພາກປະຊາສັງຄົມໄທຍ ແລະ ຊາວບ້ານແຄມຂອງ ຝັ່ງໄທຍ ເຂດບ້ານມ່ວງ, ຕາແສງບ້ານມ່ວງ, ໂດຍມີບົດຮຽນ ແລະປະສົບການ ທີ່ຖືກເວົ້າເຖິງ ຄື ພາຍຫລັງທີ່ ເຂື່ອນໄຊຍະບູຣີ ເຮັດໃຫ້ລະດັບນໍ້າ ໃນແມ່ນ້າຂອງຂຶ້ນ-ລົງ ຜິດປົກກະຕິ ເຮັດໃຫ້ຊາວບ້ານ ຫາປາລຳບາກ ຈາກເດີມ ທີ່ເຄີຍຫາປາ ປີລະໄດ້ 2-4 ແສນຕັນ ມາປີນີ້ ໄດ້ປາບໍ່ກາຍ 2,000 ໂຕ, ຂະນະດຽວກັນ ກໍ່ມີປະກົດການ ຈາກຝັ່ງລາວ ລັກລອບລະເບີດ ແລະ ໃຊ້ໄຟຟ້າ ຊັອດປາ ໃນແມ່ນໍ້າຂອງ ເຮັດໃຫ້ປານ້ອຍ ຫາຍໄປໝົດ ຈຶ່ງຢາກໃຫ້ຊ່ວຍກັນ ບໍ່ຫາປາແບບດັບສູນ.

ດັ່ງໂຕແທນ ຈາກບ້ານຕາດເສີມ ໝູ່ທີ່ 1 ຕາແສງບ້ານມ່ວງ ເມືອງສັງຄົມ ແຂວງໜອງຄາຍ ໃນເວທີເສວນາ “ແມ່ນໍ້າຂອງ ຂອງໃຜ? ໃຜຂ້າແມ່ນໍ້າຂອງ?” ບົດຮຽນປະສົບການ ໃນວັນທີ 8 ຕຸລາ ຢູ່ແຄມຂອງວັດທ່າສອງຄອນ ໝູ່ທີ່ 2 ກ່າວວ່າ:

“ດຽວນີ້ນໍ້າຂອງຂຶ້ນບໍ່ປົກກະຕິ ເຮັດໃຫ້ຊາວບ້ານ ຫາປາລຳບາກ ແລ້ວກໍອີກຢ່າງນຶ່ງ ແມ່ນບ້ານພີ່ນ້ອງຂອງເຮົາເນາະ ເຂົາຫາປາຜິດວິທີ ດຽວນີ້ ພັທນາແລ້ວ ຖິ້ມລະເບີດ ແຕ່ກ່ອນຖິ້ມກາງເວັນ ແຕ່ດຽວນີ້ຖິ້ມກາງຄືນ ໃຊ້ດອກໄຟສ່ອງເອົາ ເຮົາກໍ່ຕ້ານແລ້ວ ເອົາທູຕລາວ-ໄທຍ ເຂດແມ່ນໍ້າຂອງ ມາລົມນຳກັນ ກໍຄືເກົ່າ ລະເບີດ, ຊ໊ອດປາ ຕ່າງໆ ປານ້ອຍກໍ່ຫາຍໝົດ ກໍຝາກຜູ້ກ່ຽວຂ້ອງວ່າ ເຮົາຊິແກ້ໄຂໄດ້ແນວໃດ?

ປະມານ 2-3 ປີ ທີ່ຜ່ານມາ ຮອດປັຈຸບັນ ຢູ່ເຂດບ້ານດອນກາງຂອງ, ບ້ານເຕົ້າໄຫ ແລະ ບ້ານໂຄກເພິງ ເມືອງແສງທອງ ນະຄອນຫລວງວຽງຈັນ ເປັນບ້ານທີ່ເຫັນຊາວບ້ານ ລະເບີດປາໃນແມ່ນໍ້າຂອງຢູ່ ເນື່ອງຈາກເປັນເຂດທີ່ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ບໍ່ໄປຮອດ ອີກທັງປັຈຸບັນ ປາໃນແມ່ນໍ້າຂອງ ຫາກິນຍາກ ຈຶ່ງລະເບີດປາ ໃນແມ່ນໍ້າຂອງ ບໍ່ຄືແຕ່ກ່ອນ ໃສ່ເບັດ ໃສ່ມອງ ຫາກິນມື້ເຊົ້າ ມື້ແລງ ກໍ່ໄດ້ກິນແລ້ວ.

ດັ່ງອຳນາດ ການປົກຄອງທ້ອງຖິ່ນ ກຸ່ມດອນກາງຂອງ ກ່າວໃນວັນທີ 10 ຕຸລານີ້ວ່າ:

“ສ່ວນຫລາຍແລ້ວ ເຂົາເຈົ້າໄປລັກລະເບີດຫັ້ນແຫລະເນາະ ເຈົ້າໜ້າທີ່ຂອງບ້ານເມືອງ ເຂົາເຈົ້າໄປບໍ່ຮອດ ເທື່ອໄດ້ ເທື່ອບໍ່ໄດ້ ຫັ້ນແຫລະເນາະ ມັນນຶ່ງກໍ່ແມ່ນການສິ່ງແວດລ້ອມ ທີ່ເຂົາເຈົ້າກໍຫາກິນຍາກ ປັຈຸບັນ ກໍມິດລົງຫລາຍແຫລະເນາະ ແຕ່ກີ້ ແຕ່ພໍ່ແຕ່ແມ່ມາຫັ້ນ ໃສ່ເບັດ ໃສ່ມອງກິນ ໃຜໄປຫາກິນກໍພໍໄດ້ ໄປຫາເຊົ້າ ໄດ້ມື້ເຊົ້າ ຫາແລງ ໄດ້ມື້ແລງ ພໍໄດ້ມື້ກິນ ຊ່ວງນີ້ກໍແບບມັນກໍອຶດ ແດ່ຫັ້ນແຫລະ.

ຢູ່ບ້ານອ່າງນ້ອຍ ເມືອງສັງທອງ ນະຄອນຫລວງວຽງຈັນ ເປັນບ້ານທີ່ຕິດຈອດ ຊາຍແດນ ບ້ານອ່າງສັມມະນາ ໂດຍບ້ານອ່າງສັມມະນາ ເປັນບ້ານທີ່ຢູ່ກົງກັນຂ້າມ ບ້ານມ່ວງ ຕາແສງບ້ານມ່ວງ ເມືອງສັງຄົມ ແຂວງໜອງຄາຍນັ້ນ, ປັຈຸບັນ ຢູ່ບ້ານອ່າງນ້ອຍ ຍັງພົບເຫັນຊາວບ້ານ ໃຊ້ໄຟຟ້າຊັອດປາ ໃນແມ່ນໍ້າຂອງ ເນຶ່ອງຈາກ ເປັນວິທີທີ່ໄດ້ປາຫລາຍ ບໍ່ຄືວິທີທັມມະຊາຕ ທີ່ໃຊ້ເບັດ ໃຊ້ມອງ ແລະ ຊາວບ້ານ ຈະຫາປາຢ່າງດຽວ ບໍ່ໄດ້ມີ ພິທີເອີ້ນຂວັນ ຄືຝັ່ງໄທຍ.

ດັ່ງຊາວບ້ານ ຢູ່ບ້ານອ່າງນ້ອຍ ກ່າວໃນວັນທີ 10 ຕຸລານີ້ວ່າ:

“ເພິ່ນໃຊ້ໄຟຊັອດນີ້ ຄືໄດ້ຍິນ ລະເບີດນີ້ ບໍ່ເຄີຍ. ບໍ່ເຄີຍ ນຶ່ງມາ ກໍຄວາມຕ້ອງການ ຢາກໄດ້ຫລາຍ ເພາະວ່າ ເຮົາໄດ້ຫລາຍແລ້ວ ເຮົາກໍ່ໄປຂາຍ ກໍ່ຈະໄດ້ເງິນຫລາຍຫັ້ນແຫລະ ຫາແບບທັມມະຊາຕນີ້ ກໍ່ໄດ້ໜ້ອຍ ໃສ່ເບັດ ໃສ່ມອງນີ້ ມັນໄດ້ ກໍຈະບໍ່ໄດ້ຫລາຍ ປາມັນກໍບໍ່ຫລາຍ ຄືແຕ່ເກົ່າຫັ້ນແຫລະ ຫາໄປຍາກໆ ບໍ່ຄືແຕ່ເກົ່າເດ່ລະ ມີແຕ່ຫາລູກດຽວ ບໍ່ມີວ່າ ຊິເອີ້ນຂວັນປາ.”

ນອກຈາກພິທີ ເອີ້ນຂວັນປາ ແລະເວທີເສວນາ “ແມ່ນໍ້າຂອງໃຜ? ໃຜຂ້າແມ່ນໍ້າຂອງ?” ທີ່ມີຢູ່ໃນກິຈກັມ “ເອີ້ນຂວັນປາມາຄືນຂອງ ເຊື່ອມໂຍງເໜືອ-ອີສານຄັ້ງທີ່ 2” ນັ້ນຍັງມີການຈັດທຳສື່ ເຊີນຊວນ ແລະ ຂຽນຂໍໍ້ຄວາມໃນໃຈ “ ບອກຮັກ ແມ່ນໍ້າຂອງ ກັບທີມເຍົາວະຊົນ ແລະຊາວປະມົງ ແມ່ນໍ້າຂອງ ບໍຣິເວນແຄມຂອງ ເຂດອານຸຣັກ ວັດທ່າສອງຄອນ ພ້ອມດ້ວຍທີມຂບວນເຮືອ ບອກຮັກແມ່ນໍ້າຂອງ ເປັນຂອງທຸກຄົນ ບໍ່ແມ່ນຂອງບໍຣິສັດໃດ ບໍຣິສັດນຶ່ງ ທີ່ຫາກຳໄລ ຈາກການຄ້າ-ຂາຍ ອຸປະກອນໄຟຟ້າ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org