ຄົນງານ ຍ້າຍຖິ່ນ ຈາກຜົລກະທົບ ເຂື່ອນນ້ຳຂອງ
ການສ້າງງເຂື່ອນ ໃສ່ແມ່ນ້ຳຂອງ ສົ່ງຜົລກະທົບ ຕໍ່ປະຊາຊົນ ຢູ່ແຄມນ້ຳຂອງ ຜູ້ທີ່ຫາປາ ເປັນອາຊີພ ຈົນເຂົາເຈົ້າ ຫຼາຍຄົນ ຕ້ອງຢຸດເຊົາ ອາຊີພຫາປາ ແລະ ໜີໄປຂາຍແຮງງານ ຢູ່ປະເທດໄທຍ ແທນ.
-
ອຸ່ນແກ້ວ
2022-11-03 -
-
-
Your browser doesn’t support HTML5 audio
ປະຊາຊົນ ຢູ່ແຂວງພາກໃຕ້ຂອງລາວ ທີ່ເຄີຍຫາປາເປັນອາຊີພຫຼັກ ປັດຈຸບັນ ເຂົາເຈົ້າຕ້ອງໄດ້ຢຸດເຊົາ ອາຊີບດັ່ງກ່າວ ແລ້ວຫັນໄປເຮັດວຽກ ເປັນກັມມະກອນ ຢູ່ປະເທດໄທຍແທນ. ຊາວໜຸ່ມ ຫຼື ຄົນທີ່ຢູ່ໃນວັຍ ເຮັດວຽກ ສ່ວນຫຼາຍ ຈະໄປເຮັດວຽກ ເປັນກັມມະກອນ ຢູ່ປະເທດໄທຍ ແລະ ຈະປະແຕ່ຜູ້ເຖົ້າ ໄວ້ກັບເດັກນ້ອຍ ຢູ່ບ້ານ ຍ້ອນວ່າ ເຂົາເຈົ້າບໍ່ສາມາດ ຫາປາໄດ້ອີກຕໍ່ໄປ ຫຼັງຈາກທີ່ມີການສ້າງເຂື່ອນ.
ຊາວເມືອງໂຂງ ແຂວງ ຈຳປາສັກ ທ່ານນຶ່ງ ໄດ້ໃຫ້ສັມພາດ ຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ເຂົາບໍ່ສູ້ລົງ ມີແຕ່ໄປເຮັດວຽກ ເປັນກັມມະກອນ ຢູ່ເມືອງໄທຍ ສ່ວນຫຼາຍ ແຕ່ກ່ອນນີ້ກະເຮັດນາ ຫາປາ ພວກຊາວດອນ ບາດນີ້ກະເຫຼືອຢູ່ ປະມານ 20%.”
ສະເລັ່ຽແລ້ວ ຊາວບ້ານທີ່ຍັງຍຶດອາຊີພຫາປາຢູ່ ປະມານ 20% ສ່ວນທີ່ເຫຼືອ ໄປເຮັດວຽກ ຢູ່ປະເທດໄທ. ປະຊາຊົນ ຢູ່ເຂດເມືອງໂຂງ ຈາກທີ່ເຄີຍຫາປາກິນ ແຕ່ປັດຈຸບັນ ໄດ້ຊື້ປາກິນ ແລະ ປານ້ຳຂອງ ກໍເຣີ່ມຫາຍາກ ແລະ ແພງກວ່າແຕ່ກ່ອນ.
ຊາວເມືອງໂຂງ ອີກທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ມັນບໍ່ມີປາໃຫ້ຫາແລ້ວ ສ່ວນຫຼາຍມັນບໍ່ມີດອກ ປາເຄິງໂລ ລະແສນກີບ ປາຫັ້ນມັນປັບສະພາບ ບໍ່ທັນດອກ ເຮັດນາແລ້ວ ກະມີແຕ່ລູກໄປໄທຍ ມີແຕ່ອາໄສວ່າ ໄປຂາຍແຮງງານກິນ ຢູ່ໄທຍ ຄົນເຖົ່າຫັ້ນແມ່ນເຝົ້າຫຼາຍ ພໍ່ແມ່ເຂົາໄປທັມງານ.”
ປະຊາຊົນທີ່ອາສັຍ ການຫາປາຢູ່ນ້ຳຂອງ ໄດ້ຮັບຜົລກະທົບ ຈາກເຂື່ອນ ຢູ່ແມ່ນ້ຳຂອງ ສ່ວນໃຫຍ່ຕ້ອງ ໄດ້ພາກັນໜີ ໄປເຮັດວຽກຢູ່ປະເທດໄທຍ. ນອກຈາກນີ້ ເຂດພາກກາງ ຂອງປະເທດລາວ ກໍໄດ້ຮັບຜົລກະທົບເຊັ່ນດຽວກັນ ຈາກຈຳນວນປາລົດລົງຫຼາຍ ແລະ ປະຊາຊົນ ທີ່ເຮັດອາຊີບພ ຫາປາກໍ ໄດ້ຮັບຜົລກະທົບ.
ເວບໄຊຕ໌ ຂ່າວທີ່ຊື່ວ່າ ແມ່ຂອງ ອ່າຍ (Mekong Eye) ຫຼືແປເປັນພາສາລາວວ່າ ເບິ່ງແມ່ນ້ຳຂອງ ໄດ້ຣາຍງານວ່າ:
“ຈຳນວນປາ ຢູ່ແມ່ນ້ຳ ທີ່ເປັນສາຂາ ແມ່ນ້ຳຂອງ ຫຼຸດລົງ ແລະ ປະຊາຊົນ ທີ່ອາສັຍ ຢູ່ແຄມນ້ຳຂອງ ຢູ່ປະເທດໄທຍ ກໍໄດ້ຮັບຜົລກະທົບ ຈາກຈຳນວນປາ ທີ່ຫຼຸດລົງ ຍ້ອນການສ້າງເຂື່ອນ ໃສ່ແມ່ນ້ຳຂອງ ສາຍຫຼັກ.”
ໂຕຢ່າງ ປະຊາຊົນ ທີ່ຢູ່ແຂວງນະຄອນພະນົມ ປະເທດໄທຍ ຊຶ່ງຢູ່ກົງຂັ້ນຂ້າມກັບ ແຂວງຄຳມ່ວນ ປະເທດລາວ. ລຸງ ວິຈິດ ພົງລາດ ອາຍຸ 73 ປີ ຊາວແຂວງນະຄອນພະນົມ ທີ່ມີອາຊີພ ຫາປາ ຢູ່ ແມ່ນ້ຳສົງຄຣາມ (Songkhram) ທີ່ເປັນສາຂາ ແມ່ນ້ຳຂອງ ໄດ້ກ່າວວ່າ:
“ປັດຈຸບັນນີ້ ປາເຣີ່ມຫາຍາກຢູ່ໃນແມ່ນ້ຳ ພັນປາບາງຊະນິດ ສູນຫາຍໄປຈາກແມ່ນ້ຳ ແລະ ພວກເຮົາບໍ່ສາມາດຮັກສາວິຖີຊີວິດ ການຫາປາໄວ້ໃຫ້ຄົງຢູ່ອີກ.”
ຢູ່ເຂດນະຄອນຫລວງວຽງຈັນ ກໍເຊັ່ນດຽວກັນ ໃນຍາມແລ້ງ ນ້ຳກໍບົກລົງຫຼາຍ ຊາວບ້ານຈະສັງເກດເຫັນຫາດຊາຍ ຫຼື ດອນຢູ່ກາງແມ່ນ້ຳຂອງ ເປັນບໍຣິເວນກ້ວາງ ກວ່າແຕ່ກອນ ຈະມີການສ້າງເຂື່ອນ ໃສ່ແມ່ນໍ້າຂອງ ອີງຕາມຂໍ້ມູນ ຈາກປະຊາຊົນ ຢູ່ນະຄອນຫລວງວຽງຈັນ.
ຢູ່ເຂດພາກເໜືອຂອງລາວ ໂດຍສະເພາະ ຢູ່ແຂວງໄຊຍະບູຣີ ກໍໄດ້ຮັບຜົລກະທົບເຊັ່ນດຽວກັນ, ປະຊາຊົນຫາປາບໍ່ໄດ້ ຍ້ອນວ່າ ຫຼັງຈາກສ້າງເຂື່ອນ ຢູ່ບາງຈຸດ ທີ່ເຄີຍຫາປາ, ນ້ຳກໍຫຼາຍ ບາງຈຸດກໍນ້ຳໜ້ອຍ ແລະ ສລຸບລວມແລ້ວ ເຂົາເຈົາຫາປາບໍ່ໄດ້ ຄືແຕ່ກ່ອນ.
ຊາວແຂວງໄຊຍະບູຣີ ທ່ານນນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ
“ເຂົາຫາປາບໍ່ໄດ້ ມັນເປັນນ້ຳຍຶ່ງຫັ້ນນ່າ ແຕ່ກີ້ຫັ້ນມັນຈະເປັນແບບວ່າ ນ້ຳມັນໄຫຼເນາະ ເຂົາຫາປູຫາປາມັນງ່າຍເນາະ ດຽວນີ້ ຫັ້ນຫາບໍ່ໄດ້.”
ການສ້າງເຂື່ອນ ໃສ່ແມ່ນ້ຳຂອງ ເຮັດໃຫ້]ະບົບນິເວດ ແມ່ນ້ຳຂອງມີການປ່ຽນແປງ ແລະ ເສັຽຫາຍ. ອາຈານ ໄຊນະຣົງ ເສດຖະເຊື້ອ ຈາກ ຄະນະມະນຸສສາຕ ແລະ ສັງຄົມສາຕ ມະຫາວິທຍາໄລ ມະຫາສາລະຄາມ ປະເທດໄທຍ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ຄວາມແຫ້ງແລ້ງນີ້ ມັນຈະເປັນບັນຫາໃຫຍ່ ສຳລັບລຸ່ມແມ່ນ້ຳຂອງ, ປະການທີສອງຄື ລະບົບນິເວດແມ່ນ້ຳຂອງ ພັງທະລາຍ ເພາະວ່າ ປົກຕິແລ້ວ ລະບົບແມ່ນ້ຳຂອງ ມັນຈະຂຶ້ນລົງ ຕາມທັມມະຊາຕ ໃນຍາມຝົນກໍມີນ້ຳຫຼາຍ ໃນຍາແລງ ນ້ຳກໍລົງ ແຕ່ ບໍ່ໄດ້ແຫ້ງຄືຕອນມີເຂື່ອນ.”
ການສ້າງເຂື່ອນ ເຮັດໃຫ້ການຂຶ້ນ-ລົງ ຂອງປາ ຜິດຣະດູ ແລະ ປາບາງຊະນະ ບໍ່ສາມາດຂຶ້ນໄປວາງໄຂໄດ້.
ອາຈານ ໄຊນະຣົງ ໄດ້ກ່າວວ່າ:
“ການທີ່ນ້ຳໃນແມ່ນ້ຳຂອງ ໃນຍາມຝົນບໍ່ຫຼາຍຄືເກົ່າ ກໍຈະເຮັດໃຫ້ປາ ທີ່ອົພຍົບຂຶ້ນໄປວາງໄຂ່ ຢູ່ແມ່ນ້ຳສາຂາ ກໍບໍ່ສາມາດຂຶ້ນໄປວາງໄຂໄດ້ ນອກຈາກນັ້ນ ເຂື່ອນທີ່ເຮັດໃຫ້ນ້ຳຂຶ້ນໆລົງໆ ກໍເຮັດໃຫ້ປາອົພຍົບຜິດຣະດູການ.”
ອາຈານ ໄຊນະຣົງ ຍັງກ່າວວ່າ:
“ບັນຫາໃຫຍ່ ທີ່ຕາມມາກໍຄື ເຣື່ອງຂອງຄວາມໝັ້ນຄົງ ຂອງອາຫານ ບັນຫາເຣື່ອງ Foods Security ນີ້ ມັນຈະເກີດທົ່ວພູມີພາກ ລຸ່ມແມ່ນ້ຳຂອງ ທັງໂຕແມ່ນ້ຳຂອງ ທັງຊຸມຊົນຢູ່ຕາມຝັ່ງແມ່ນໍ້າຂອງ ແລະ ແມ່ນ້ຳສາຂາ. ເຮົາມາເບິ່ງແຕ່ກ່ອນ ຕາມເມື່ອງໃຫຍ່ໆ ຢູ່ຄາມແມ່ນ້ຳຂອງ ເຂົາບໍຣິໂພກປາ. ດຽວນີ້ປານ້ຳຂອງຫາຍາກ.”
ນອກຈາກນີ້ ບັນຫາອີກຢ່າງນຶ່ງກໍຄື ປະຊາຊົນທີ່ຍົກຍ້າຍ ອອກຈາກໂຄງການເຂື່ອນ ກໍຍັງທຸກຄືເກົ່າ. ນັກສິ່ງແວດລ້ອມລາວ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:
“ກະຖືວ່າດີຫັ້ນແຫຼະ ການຊົດເຊີຍ ແຕ່ວ່າມາເບິ່ງໄລຍະຍາວ ກະຄືວ່າ ຫັ້ນແຫຼະ ຂັ້ນໝົດຊ້ວງກະ ເຂົາອອກໄປ ກະທຸກຄືເກົ່າ.”
ຊາວບ້ານ ທີ່ຖືກຍົກຍ້າຍ ອອກຈາກໂຄງການເຂື່ອນນັ້ນ ບໍ່ຄຸ້ນເຄີຍ ກັບການຢູ່ບ້ານຈັດສັນ ເພາະວ່າ ມີເນື້ອທີ່ຄັບແຄບ.
ນັກສິ່ງແວດລ້ອມ ທ່ານນີ້ ກ່າວຕື່ມວ່າ:
“ອອກຈາກບ່ອນເກົ່າໄປ ສູ່ບ່ອນແບບປັບໂຕ ກະຢາກຍາກຫັ້ນແຫຼເນາະ, ເຂົາເຄີຍຢູ່ບ່ອນໂລ່ງ ບ່ອນແຈ້ງ ອາກາດສົດຊື່ນ ມີທົ່ງນາປ່າໄມ້ ກວ້າງຂວາງ ພັດມາຢູ່ຄັບແຄບ ມີທໍ່ໃດ 40 ເບາະ 1 ໄລ່ເບາະ ເຄິ່ງໄລ່ເບາະ ຂະເຈົ້າເຮັດໃຫ້ລະມີເຮືອນ.”
ເຖິງຢ່າງໃດກໍຕາມ, ເຈົາໜ້າທີ່ກະຊວງພະລັງານ ແລະ ບໍ່ແຮ່ ກໍກ່າວ່າ ສາເຫດນ້ຳຂອງແຫ້ງ ບໍ່ແມ່ນເປັນຍ້ອນການສ້າງເຂື່ອນ ແຕ່ ມັນເປັນຍ້ອນພັຍແຫ້ງແລ້ງ ຕາມຣະດູການ.
ເຂື່ອນນ້ຳຂອງ ທີ່ສ້າງສຳເຣັດແລ້ວ ລວມມີ ເຂື່ອນໄຊຍະບູຣີ ແລະ ເຂື່ອນດອນສະໂຮງ ສ່ວນວ່າ ເຂື່ອນທີ່ມີແຜນ ການກໍ່ສ້າງ ແມ່ນເຂື່ອນປາກແບງ, ເຂື່ອນຫຼວງພຣະບາງ, ເຂື່ອນປາກລາຍ, ເຂື່ອນຊະນະຄາມ, ເຂື່ອນປາກຊົມ, ເຂື່ອນບ້ານກຸ່ມ, ແລະ ເຂື່ອນພູງອຍ.