ເຂື່ອນຫຼວງພຣະບາງ ຄວນສຶກສາ ຜົລກະທົບ: ວິຊາການ

ບັນ​ດາ ນັກ​ຊ່ຽວ​ຊານ​ ຈາກ​ຫຼາຍ​ຝ່າຍ ສະ​ແດງ​ຄວາມ​ຄຶດ​ຄວາມ​ເຫັນ ກັງວົນ ຕໍ່ຜົນກະທົບ ທີ່​ອາດ​ເກີດ​ຂຶ້ນ ຈາກໂຄງການເຂື່ອນຫຼວງພຣະບາງ ໃນ​ກອງ​ປະ​ຊຸມ ຜູ້​ມີ​ສ່ວນ​ໄດ້​ສ່ວນ​ເສັຽ ທີ່​ຈັດ​ຂຶ້ນ ຢູ່​ຫຼວງ​ພ​ຣະ​ບາງ.

ກອງປະຊຸມ ຜູ້ມີສ່ວນໄດ້ສ່ວນເສັຽ ຕໍ່ກັບໂຄງການ ເຂື່ອນຫຼວງພຣະບາງ ຫລື PNPCA ຈັດຂຶ້ນ ຢູ່ແຂວງຫຼວງພຣະບາງ ວັນທີ 5-6 ເດືອນ ກຸມພາ 2020. RFA

ຫລາຍຝ່າຍ ຍັງມີຄວາມເປັນຫ່ວງ ຕໍ່ຜົລກະທົບ ທາງດ້ານແວດລ້ອມ ແລະ ສັງຄົມ ທີ່ຈະເກີດຂຶ້ນ ໃນອະນາຄົດ ຈາກໂຄງການ ກໍ່ສ້າງເຂື່ອນ ຫລວງພຣະບາງ.

ຢູ່ໃນກອງປະຊຸມ ຜູ້ມີສ່ວນໄດ້ສ່ວນເສັຽ ຕໍ່ກັບໂຄງການ ເຂື່ອນພຣະບາງ (PNPCA) ທີ່ຈັດຂຶ້ນ ຢູ່ແຂວງຫລວງພຣະບາງ ແຕ່ວັນທີ 5-6 ກຸມພາ, ນັກວິຊການ ໄດ້ສະແດງຄວາມເປັນຫ່ວງ ເຣື່ອງຜົລກະທົບ ທີ່ຈະເກີດຂຶ້ນ ຈາກໂຄງການດັ່ງກ່າວ.

ດຣ ໄຊຍຸດ ສຸກສີ, ອາຈານປະຈຳ ພາກວິຊາ ວິສະວະກຳແຫລ່ງນ້ຳ ຈາກຈຸລາລົງກອນ ມະຫາວິທຍາລັຍ, ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 6 ກຸມພາ ວ່າ:

"ດ້ວຍສະພາບພູມີປະເທດ ທີ່ຈະເປັນກໍຄືວ່າ ຕອນນີ້ ທາງຜ່ານປາ ຂອງຫລວງພຣະບາງທີ່ເຂົາ (ຣັຖບານລາວ) ເຮັດນີ້ ເປັນຫລັກ ຢູ່ຝັ່ງຂວາ ຝັ່ງຂວານີ້ ມັນມີປະຕູເຮືອ ມີຊ່ອງທາງ ທີ່ຈະໃຫ້ເຮືອຂຶ້ນ ເພາະສະນັ້ນ ຄຳຖາມ ກໍເລີຍເກີດຂຶ້ນວ່າ ເມື່ອທ່ານເອົາທາງຜ່ານປາ ມາຢູ່ຝັ່ງຂວາ ມັນຈະມີຜົລກະທົບ ຕໍ່ການຂຍາຍທາງເດີນເຮືອ ຫລືບໍ່ ເພາະມັນມາຢູ່ໃນຕຳແໜ່ງດຽວກັນ.”

ດຣ ໄຊຍຸດ ກ່າວຕື່ມອີກວ່າ ໃນອະນາຄົດ ຖ້າເຂື່ອນຫລວງພຣະບາງ ຕ້ອງການຂຍາຍຊ່ອງທາງຜ່ານເຮືອ ເພີ່ມເຕີມໃນອະນາຄົດ ຈະສົ່ງ ຜົນກະທົບຢ່າງແນ່ນອນ ຊຶ່ງຣັຖບານລາວ ຕ້ອງໄດ້ຫາແນວທາງ ປ້ອງກັນຢ່າງຈະແຈ້ງ ແລະ ແຈ້ງຕໍ່ປະເທດສະມາຊິກລຸ່ມນ້ຳຂອງໃຫ້ຮັບຮູ້ນຳ.

ນອກຈາກນີ້, ຊາວຫລວງພຣະບາງ ທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ: ຕ້ອງການ ໃຫ້ຣັຖບານ ເອົາໃຈໃສ່ ປ້ອງກັນຜົລກະທົບ ໃນໄລຍະຍາວ 10 ປີ ຫາ 20 ປີ ທີ່ຈະເກີດຈາກ ເຂື່ອນຫລວງພະບາງ ແລະ ເຣື່ອງແຜນດິນໄຫວ ທີ່ຈະສົ່ງຜົລກະທົບ ຕໍ່ໂຄງສ້າງຂອງເຂື່ອນ.

ໂຄງການເຂື່ອນຫລວງພຣະບາງ ຍັງມີຊ່ອງວ່າງ ທາງດ້ານຂໍ້ມູນ ແລະ MRC ສເນີໃຫ້ມີການສຶກສາຕໍ່, ທ່ານ ອະນຸລັກ ກິດຕິຄຸນ, ຫົວໜ້າ ຝ່າຍຍຸທສາດ ແລະ ຫຸ້ນສ່ວນ ຄະນະກັມມາທິການ ແມ່ນ້ຳຂອງ ຫລື MRC ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ແຕ່ວ່າ ກໍມີຊ່ອງວ່າງຢູ່ເນາະ ເຣື້ອງຂໍ້ມູນ ສເນີເພິ່ນ Conduct ການສຶກສາຕໍ່ ໂດຍສະເພາະເຣື້ອງ Modeling ທາງການໄຫຼນ້ຳ ແລະ ກໍເຣື້ອງ Sediment ແລ້ວກໍສຳລັບເຣື້ອງປາ ບາງຈຸດທີ່ວ່າ ເຮົາກໍແນະນຳ ເຣື່ອງດີຊາຍ Design (ຊ່ອງທາງຜ່ານ) ຂອງປາ.”

ທ່ານ ອະນຸລັກ ກ່າວຕື່ມອີກວ່າ ໃນເມື່ອຂໍ້ມູນຂອງ ໂຄງການເຂື່ອນຫລວງພຣະບາງ ທີ່ຣັຖບານລາວ ນຳສເນີໃຫ້ຄັ້ງນີ້ ຍັງບໍ່ຈະແຈ້ງ ສະນັ້ນ ຄະນະກຳມາທິການ ແມ່ນ້ຳຂອງສາກົນ ຫລື MRC ກໍໄດ້ສເນີໃຫ້ ຣັຖບານລາວ ໃນຖານະ ທີ່ເປັນເຈົ້າຂອງໂຄງການ ຕ້ອງໄດ້ຄຳນຶງເຖິງ ຜົນກະທົບ ເຣື້ອງພັນປາ ທີ່ອາຈສູນພັນໄປ.

ແລະ ທ່ານ ຍັງກ່າວອີກວ່າ ເຣື່ອງຜົລກະທົບ ຂ້າມຊາຍແດນ ທີ່ປະຊາຊົນຫລາຍກຸ່ມ ຍັງເປັນກັງວົນນັ້ນ ກໍຕ້ອງເຝົ້າຕິດຕາມໃນໄລຍະຍາວ ຍັງບໍ່ທັນສາມາດຕອບໄດ້ ວ່າ ຜົລກະທົບ ທີ່ເຮັດໃຫ້ ແມ່ນ້ຳຂອງບົກແຫ້ງ ຣະດັບນ້ຳຂຶ້ນລົງຜິດປົກກະຕິ ຫລື ແມ່ນ້ຳປ່ຽນສີ ເກີດຈາກ ເຂື່ອນໄຟຟ້າແທ້.

ສ່ວນວ່າ ອົງການພາກປະຊາສັງຄົມ ວຽດນາມ ທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້ ໄດ້ກ່າວວ່າ ຣັຖບານລາວ ຕ້ອງຢຸດໂຄງການ ເຂື່ອນໄຟຟ້າ ຫລວງພຣະບາງ ເພາະວ່າ ປະເທດຢູ່ຕອນລຸ່ມແມ່ນ້ຳຂອງ ໄດ້ຮັບຜົກກະທົບ ຈາກນ້ຳຂອງ ບົກແຫ້ງ ແລະ ຂຶ້ນ ລົງຜິດປົກກະຕິ.

ໂຄງການເຂື່ອນ ຫລວງພຣະບາງ ມີຂນາດ 1,460 ເມັກກະວັດ, ມີມູນຄ່າການກໍ່ສ້າງ 3 ຕື້ ໂດລາ ໂດຍແມ່ນບໍຣິສັດ PetroVietnam Power Corporation ຂອງວຽດນາມ ແລະ ບໍຣິສັດ ຊໍ ການຊ່າງ ຂອງໄທຍ ເປັນເຈົ້າຂອງໂຄງການ. ແລະ ຄາດການວ່າ ໂຄງການ ເຂື່ອນຫລວງພຣະບາງ ຈະເລີ້ມການກໍ່ສ້າງ ພາຍໃນປີ 2020 ແລະ ຈະສຳເຣັດລົງ ໃນປີ 2027.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org