ໂຄງການເຂື່ອນຄືບໜ້າ ບັນຫາ ຊາວບ້ານຫຼ້າຫຼັງ
2021.03.16
ໂຄງການເຂື່ອນໄຟຟ້າ ແຂວງຫຼວງພຣະບາງ ກຳລັງດຳເນີນການກໍ່ສ້າງ ກະຕຽມສ້າງໂຕເຂື່ອນໃຫຍ່ ເຊັ່ນການວາງຕາຂ່າຍໄຟຟ້າ, ການສ້າງຖນົນໃນໂຄງການ, ສ້າງແຄ້ມພັກຄົນງານ ແລະ ສິ່ງອຳນວຍຄວາມສະດວກຫຼາຍຢ່າງ. ໃນຂນະທີ່ການເຊັ່ນສັນຍາຊື້ຂາຍ ໄຟຟ້າລ່ວງໜ້ານັ້ນ ຍັງບໍ່ມີການຢືນຢັນທີ່ແນ່ນອນ ດັ່ງເຈົ້າໜ້າທີ່ຜແນກພລັງງານ ແລະບໍ່ແຮ່ ແຂວງຫຼວງພຣະບາງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີໃນວັນທີ 16 ມິນາ ວ່າ. ທີ່ໂຄງການກຳລັງກໍ່ສ້າງ ໃນປັຈຈຸບັນ ຄືວຽກທີ່ກະຕຽມລ່ວງໜ້າ.
"ບໍ່ຮູ້ວ່າຊິໄດ້ເຮັດຫຼືບໍ່ໄດ້ເຮັດ ແຕ່ສີ່ງທີ່ເອົາປັຈຈຸບັນຄືວຽກກະກຽມລ່ວງໜ້າຊື່ໆ, ສຳລັບ PPA ບໍ່ໄດ້ເຊັນ, ແລ້ວກະເຮົາກະຖນົນຫົນ ທາງທີ່ເຮົາເຮັດໄປກະຖືວ່າເຮັດຟຣີ. ຕາມທີ່ລົມກັນ ເນາະຂະເຈົ້າກະວ່າຄັນວ່າເປັນແຮງງານ ທີ່ບໍ່ແມ່ນວິຊາການໃຫຍ່ຫັ້ນນ່າ. ກະຢາກ ໃຫ້ມັນເປັນຄົນທ້ອງຖິ່ນ, ຄົນທ້ອງຖິ່ນມັນຈະແບ່ງເປັນ 2 ສ່ວນ ນຶ່ງຄົນລາວສອງ ມາຄົນທ້ອງຖິ່ນ ໃນເຂດການກໍ່ສ້າງເຂື່ອນເຊັ່ນ; ແຂວງຫຼວງພຣະບາງ ແຂວງອຸດົມໄຊ ຊິນ່າ ທີ່ກ່ຽວກັນກັບເຂື່ອນໂຕນີ້."
ເຈົ້າໜ້າທີ່ຜແນກພະລັງງານແລະບໍ່ແຮ່ ໄດ້ກ່າວຕື່ມວ່າກ່ຽວກັບເງິນທີ່ຈ່າຍ ຄ່າຊົດເຊີຍໃຫ້ ກັບຊາວບ້ານຫ້ວຍຍໍ້ 30 ຄອບຄົວນັ້ນ ກ່ອນໜ້ານີ້ຊາວບ້ານ ບໍ່ຍອມຮັບແຕ່ກໍໄດ້ໂອ້ລົມກັນ ແລະ ການຈ່າຍກໍສົມເຫດສົມຜົລ ຕາມການປະເມີນຂອງພາກຣັຖ.
ສ່ວນຄົນງານທີ່ຈະເຂົ້າມາເຮັດວຽກ ໃນໂຄງການເຂື່ອນ ຈຳເປັນຕ້ອງໃຊ້ແຮງງານຈຳນວນຫຼາຍ. ໂດຍແຍກໜ້າວຽກກໍ່ສ້າງເຂື່ອນ, ວຽກກໍ່ສ້າງເຮືອນຈັດສັນ ທີ່ໄດ້ຣະບຸໄວ້ໃນສັນຍາ ໂດຍກັມມະກອນທົ່ວໄປ ຈະຈ້າງຄົນລາວ ຖ້າເປັນວິຊາການ ແລະຊ່າງເຕັກນິກ ສະເພາະ ດ້ານຈະເປັນຄົນຕ່າງປະເທດ.
ຊາວບ້ານຜູ້ທີ່ໄດ້ຮັບຜົລກະທົບ ໃນເມືອງງາ ແຂວງອຸດົມໄຊ ກໍໄດ້ຢັ້ງຢືນວ່າແນວໃດໂຄງການນີ້ ກໍ່ຈະສ້າງຢູ່ແລ້ວກໍຂໍຮຽກຮ້ອງມາຍັງ ຂແນງການທີ່ກ່ຽວຂ້ອງ ໃຫ້ດູແລການເປັນຢູ່ ຂອງປະຊາຊົນ ແລະຈ່າຍຄ່າຊົດເຊີຍ ໃຫ້ເໝາະສົມ:
"ມີຄວາມກັງວົນຢູ່ພາກຣັຖ ເພິ່ນເຮັດແລ້ວແນວໃດເພິ່ນກະຊິສ້າງ, ແຕ່ວ່າທຸກສີ່ງທຸກຢ່າງ ເຣື່ອງການດູແລພໍ່ແມ່ປະຊາຊົນໃຫ້ມັນ ຖືກຕ້ອງຕາມຈິດໃຈປະຊາຊົນ. ເຣື່ອງການຊົດເຊີຍ ກະໃຫ້ມັນສົມມາພາຄວນ ໃຫ້ພໍ່-ແມ່ປະຊາຊົນ ໃຫ້ມັນຢູ່ດີມີແຮງກ່ຽວກັບ ອາຄານບ້ານເຮືອນແດ່. ເຣື່ອງການບໍ່ຢາກໂຍກຍ້າຍໂອ້.. ເນາະ ມັນກະຫາກຈຳເປັນເນາະ ແຜນຂອງຂັ້ນ ເທິງຂອງພັກຂອງຣັຖ."
ຊາວບ້ານເມືອງງາ ແຂວງອຸດົມໄຊ ອີກທ່ານນຶ່ງກ່າວວ່າ ປັຈຈຸບັນຊາວບ້ານທີ່ຖືກໂຄງການ ໄດ້ຮັບຮູ້ພຽງແຕ່ວ່າຖືກໂຍກຍ້າຍ ແຕ່ບໍ່ຮູ້ວ່າຈະຍ້າຍເມື່ອໃດ, ຍ້າຍໄປຢູ່ໃສ ແລະ ຄ່າຊົດເຊີຍຈະໄດ້ເທົ່າໃດ.
"ໂອ້ ເຮົາກະບໍ່ຊ່າງຊິວ່າແນວໃດ ກັບໂຄງການເລີຍ, ເຣື່ອງນີ້ມັນໝາຍ ຄວາມວ່າຂ້າພະເຈົ້າ ມີແຕ່ມາເອົາຂໍ້ມູນນໍາເບື້ອງຕົ້ນ ແລ້ວກະສຳເຣັດແລ້ວ ກະຖືວາງແຜນການໂຍກຍ້າຍນີ້ກະ ບ້ານພວກເຮົາ. ກະຖືວ່າເປັນບ້ານໂຍກຍ້າຍ 100% ຫັ້ນແຫຼະ ຈາກການໂຍກຍ້າຍຫັ້ນກະບໍ່ຮູ້ວ່າຈະໄວ ຫຼືຊ້າເປັນແນວໃດກະບໍ່ຮູ້ນໍາໂຄງການເພິ່ນເທື່ອ."
ຊາວບ້ານຫ້ວຍຍໍ້ ເມືອງຈອມເພັດ ແຂວງຫຼວງພຣະບາງ ໄດ້ກ່າວຢືນຢັນໂຄງການເຂື່ອນ ໄຟຟ້ານໍ້າຂອງຈຸດຫຼວງພຣະບາງໄດ້ ກໍ່ສ້າງທັງເວັນທັງຄືນ ຊາວບ້ານນອນບໍ່ ໄດ້ທັງສຽງ ຣະເບີດຫີນ, ຂຸດຫີນ ແລະຂົນຫີນ ໂດຍບໍ່ສົນໃຈກັບ ຄົນຢູ່ເຂດໃກ້ຄຽງ.
ເພິ່ນລົງມືແລ້ວແກນເຂື່ອນ ເພິ່ນກະລົງບຸກເບີກແລ້ວ. ຊາວບ້ານນີ້ກະຫຍຸ້ງຍາກເຕັມທີ່ດຽວນີ້ນ່າ. ຊິລັບບໍ່ໄດ້ລັບ ບໍ່ໄດ້ນອນມັນເຮັດ ທັງເວັນທັງຄືນມັນໜັກ, ມັນພັກຢູ່ຫັ້ນລະດຽວນີ້ ຍັງບໍ່ໄດ້ຫຍັງເທື່ອ ໝົດບ້ານບໍ່ເວົ້າບໍ່ວ່າຫຍັງແລ້ວ ຂະເຈົ້າເຮັດມັນເດືອດຮ້ອນ ປະຊາຊົນດຽວນີ້ນ່າກ ມັນຈູດຣະເບີດບໍ່ ມັນຄວັນຣົດ ມັນຈົກໝົດມື້ໝົດຄືນ ມັນປະຊາຊົນ ອົດລັບ ອົດນອກໂອ້.
ຊາວບ້ານເມືອງຈອມເພັດໄດ້ກ່າວຕື່ມວ່າ ຊາວບ້ານຫ້ວຍຍໍ້ຈຳນວນ 30 ຄອບຄົວໄດ້ເສັຽ ດິນໄຮ່ດິນສວນປະມານ 30 ເຮັກຕ້າເພື່ອໃຫ້ ໂຄງການສ້າງແຄ້ມຄົນງານໂດຍໃຫ້ເງິນຄ່າ ຊົດເຊີຍຊາວບ້ານ 50 ລ້ານກີບຕໍ່ເຮັກຕ້າ. ແຕ່ຊາວບ້ານເຫັນວ່າບໍ່ກຸ້ມຄ່າປານໃດແຕ່ກໍ ຕ້ອງຍອມຮັບເພື່ອຫຼີກລ້ຽງການເກີດບັນຫາກັບພາກຣັຖ. ສ່ວນການໂຍກຍ້າຍຊາວບ້ານຫ້ວຍຍໍ້ ກໍຍັງບໍ່ມີພາກສ່ວນໃດ ມາໂອ້ລົມກັບ ຊາວບ້ານເທື່ອ.
ທ່ານ ວິຣະຍົດ ສະເລີມມົນ ຮອງຜູ້ຈັດການໂຄງການ ເຂື່ອນຫຼວງພຣະບາງ ໄດ້ຣາຍງານ ເມື່ອວັນທີ 14 ມີນາ 2021 ວ່າໂຄງການ ເຂື່ອນຫຼວງພຣະບາງ ມີເປົ້າໝາຍດຳເນີນການ ຂາຍໄຟຟ້າໃນທ້າຍປີ 2027 ເຊິ່ງມີເວລາພຽງ 7 ປີນັບຈາກປີນີ້. ປັຈຈຸບັນໄດ້ສຳເຣັດ ການກໍ່ສ້າງພື້ນຖານໂຄງຮ່າງ ເຊັ່ນໄດ້ກໍ່ສ້າງເສັ້ນທາງບໍຣິການເຂົ້າ-ອອກ ຈາກບ້ານຫາດຍາ ໄປຫາຂົວຂ້າມແມ່ນໍ້າຂອງແຫ່ງໃໝ່ ສຳເຣັດ 98,57% ກວ້າງ 9 ແມັດ ຍາວ 11,6 ກິໂລແມັດ. ຂົວຂ້າມນໍ້າຂອງສຳເຣັດ 41,39% ກວ້າງ 9 ແມັດ ຍາວ 500 ແມັດ.
ທ່າເຮືອຊົ່ວຄາວມີ 3 ຈຸດ ຄື ບ້ານໂຄກແສງສຸລິຍາ, ມ່ວງແກ້ວ ແລະ ຖີ່ນໂຮງ ສຳເຣັດ 100% ຣະບົບສາຍສົ່ງ 115 KV , 22KV ແລະ ສະຖານີໄຟຟ້າຍ່ອຍ 64,48% , ແຫຼ່ງຫິນ, ແຫຼ່ງຊາຍ ແມ່ນໍ້າຂອງ ແລະການພັທນາ ພືນທີ່ 98,74% , ທີ່ພັກ ພະນັກງານ, ຣະບົບໄຟຟ້າ, ນໍ້າປະປາ ແລະ ສິ່ງອຳນວຍຄວາມສະດວກ ວຽກກໍ່ສ້າງ 99,82% ພາບຮວມຄືບໜ້າ ທັງໝົດ 80,99%.
ໂຄງການເຂື່ອນຫຼວງພຣະບາງ ຊາວບ້ານທີ່ໄດ້ຮັບຜົລກະທົບ ທັງໝົດ 6 ບ້ານ, 581 ຄອບຄົວ, 2.285 ຄົນຕ້ອງຍ້າຍອອກຈາກ ບ້ານເດີມ ແລະຊາວບ້ານທີ່ອາສັຍຢູ່ ແຄມນໍ້າຂອງອີກ 20 ບ້ານ ເສັຽດິນໄຮ່, ດິນນາ ແລະ ດິນສວນ.