ເຂື່ອນ ທໍາຣາຍຣະບົບນິເວດ: ນັກວິຊາການ

ເຂື່ອນ ຫຼວງພຣະບາງ ຕຽມໂຍກຍ້າຍ ປະຊາຊົນ ແລະ ອາຈສ້າງຂຶ້ນ ທ້າຍປີນີ້ ແຕ່ ນັກວິຊາການ ເວົ້າວ່າໂຄງການ ເຂືື່ອນແຫ່ງນີ້ ແມ່ນບໍ່ດີ ສຳລັບຊຸມຊົນ ແລະ ຣະບົບ ນິເວດ ໃນແມ່ນ້ຳຂອງ.

ແມ່ນໍ້າຂອງ ໃນເຂດໂຄງການ ສ້າງເຂື່ອນ ຫຼວງພຣະບາງ RFA

ທາງການລາວ ຕຣຽມໂຍກຍ້າຍ ປະຊາຊົນ ທັງໝົດ 6 ບ້ານ, 581 ຄອບຄົວ 2,285 ຄົນ ອອກຈາກເຂື່ອນ ຫລວງພຣະບາງ ໄປຢູ່ບ່ອນ ຈັດສັນໃໝ່ ພາຍໃນທ້າຍປີ 2020 ນີ້. ອິງຕາມຄໍາເວົ້າຂອງປະຊາຊົນບ້ານຫ້ວຍຍໍ ເມືອງຈອມເພັດ ແຂວງຫຼວງພຣະບາງ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ່ 5 ກູມພາ ນີ້:

“ເອີ ເພິ່ນກໍສິຍ້າຍຫັ້ນແລ້ວ 2 ກິໂລແມັດ, ເອ່ ບໍ່ຊ່າງວ່າແລ້ວ ບໍ່ຮູ້ມີແຕ່ເຮັດໄຮ່ເຮັດນາກິນເອີ! ປະມົງກໍທັມມະດາແລ້ວ ພໍຫາກິນຫາໄດ້ ຫຼາຍ ກໍຂາຍໂອ້ ຫາບໍ່ໄດ້ແລ້ວ.”

ທ່ານເວົ້າຕື່ມວ່າ ໃນທ້າຍປີນີ້ ຣັຖບານລາວ ກໍເຣີ້ມດໍາເນີນການກໍ່ສ້າງ ເຂື່ອນຫລວງພຣະບາງແລ້ວ ສະນັ້ນຊາວບ້ານໃນພື້ນທີ່ ຈະບໍ່ສາມາດ ອອກໄປຫາປາໄດ້ຄືເກົ່າ, ເນື່ອງຈາກ ຣັຖບານກໍານົດຂອບເຂດ ແມ່ນໍ້າຂອງ ໃນເຂດເໜືອເຂື່ອນຣະຍະ 2 ກິໂລແມັດ ແລະ ທ້າຍເຂື່ອນ ຣະຍະ 3 ກິໂລແມັດ ໃຫ້ເປັນເຂດ ໂຄງການເຂື່ອນ ຫລວງພຣະບາງ.

ທ່ານ Brian Eyler ນັກວິຊາການດ້ານສິ່ງແວດລ້ອມ ແລະ ການສ້າງເຂື່ອນ ຜູ້ອຳນວຍການໂຄງການ ເອເຊັຽຕາເວັນອອກສ່ຽງໃຕ້ ຈາກ ສະຖາບັນວິຈັຍຄົ້ນຄວ້າ Stimson center ວໍຊີງຕັນ ດີຊີ ໃຫ້ສຳພາດຕໍ່ເອເຊັຽເສຣີ ໃນວັນທີ 11 ມົກຣາ ປີ 2020 ວ່າ; ໂຄງການເຂື່ອນ ຫລວງພຣະບາງ ເປັນອີກໂຄງການນື່ງ ທີ່ບໍ່ດີ ສຳລັບຊຸມຊົນ ແລະ ຣະບົບນິເວດ ແມ່ນ້ຳຂອງ ຣັຖບານລາວ ມີທາງເລືອກທາງອື່ນ ໃນ ການຜລິດໄຟຟ້າ ດັ່ງທ່ານກ່າວໃນຕອນນື່ງວ່າ:

“ໂຄງການເຂື່ອນຫລວງພຣະບາງ ເປັນອີກໂຄງການນຶ່ງ ທີ່ບໍດີສຳລັບອ່າງແມ່ນ້ຳຂອງ ບໍ່ດີຕໍ່ສີ່ງແວດລ້ອມ ແລະຣະບົບນິເວດແມ່ນ້ຳຂອງ ທີ່ເຮັດໃຫ້ແມ່ນ້ຳຂອງ ເປັນແຫລ່ງຕຶກປານ້ຳຈືດ ຣາຍໃຫຍ່ ແລະ ບໍ່ດີຕໍ່ຊຸມຊົນຜູ້ທີ່ອາສັຍ ຊັພຍາກອນ ທັມມະຊາດ ຈາກແມ່ນ້ຳຂອງ.”

ອີງຕາມຣາຍງານ ຂອງຣັຖບານລາວ ຣະບຸວ່ານອກຈາກ 6 ບ້ານ ທີ່ ຈະຖືກໂຍກຍ້າຍ ອອກຈາກບ້ານເດີມ ແລ້ວຍັງມີ ປະຊາຊົນອີກ ປະມານ 20 ບ້ານ ທີ່ຈະໄດຮັບຜົນກະທົບ ບາງສ່ວນເປັນຕົ້ນ: ເສັຽດິນນາ ແລະ ດິນສວນ ຂອງເຂົາເຈົ້າ.

ໃນຂນະດຽວກັນ ເຈົ້າໜ້າທີ່ ກະຊວງກະສິກັມ ແລະ ປ່າໄມ້ ທ່ານນຶ່ງ ທີ່ຮັບຜິດຊອບ ກັບໂຄງການ ໂຍກຍ້າຍ ເວົ້າວ່າ ການໂຍກຍ້າຍ ຍັງມີຫລາຍບັນຫາ:

“ກໍເວລາໂຍກຍ້າຍ ເຂົາໄປແລ້ວ ເຂົາມີພື້ນທີ່ເຮັດກິນບໍ່ ຍືນຍົງບໍ່ ສ່ວນມາກ ກະຊວງພະລັງງານ ຈະເບິ່ງແຕ່ເຣື້ອງ ທີ່ຢູ່ອາສັຍຕ່າງໆ ແຕ່ບໍ່ໄດ້ເບີ່ງເຣື້ອງ ເຂົາຈະຢູ່ກິນແນວໃດ ເວລາຖືກໂຄງການໃຫຍ່ໆເຂື່ອນໄຟຟ້າ ຈັດສັນໂຍກຍ້າຍເຂົາໄປ ພຽງແຕ່ໃຫ້ ເງິນ ຫຼືວ່າ ເຣື້ອງເຮືອນ ແຕ່ບໍ່ເບີ່ງວ່າ ວິຊາຊິບ ຈະປະກອບ ໃນອະນາຄົດ.”

ທ່ານວ່າ ຫລາຍໂຄງການ ທີ່ປະຊາຊົນ ໄດ້ຮັບຜົນກະທົບ ແລະ ຖືກໂຍກຍ້າຍນັ້ນ ຣັຖບານ ຈະຈ່າຍຄ່າຊົດເຊີຍ ແລະ ສ້າງເຮືອນໃຫ້ ເທົ່ານັ້ນ ແຕ່ບໍ່ໄດ້ ເວົ້າເຖິງການວາງແຜນ ຊີວິດຄວາມເປັນຢູ່ ຂອງປະຊາຊົນ ເປັນຕົ້ນ: ການຈັດຫາອາຊິບ ຊື່ງຣັຖບານ ລາວ ຕ້ອງໄດ້ ສຶກສາ ຜົນກະທົບ ຢ່າງຣະອຽດ ກ່ອນຈະເຣີ້ມ ການກໍ່ສ້າງ ເຂື່ອນ ຫລວງພຣະບາງ ຂຶ້ນໃນທ້າຍປີນີ້, ທ່ານ Eyler ກ່າວຕື່ມວ່າ:

“ໂຄງການເຂື່ອນແມ່ນ້ຳ ສາຍຫລັກ ກີດກັ້ນການໄຫລຂອງຝຸ່ນຕົມທີ່ອຸດົມສົມບູນ ປ່ຽນແປງການໄຫຼ ຂອງນ້ຳ ຕາມຣະດູການ ແລະໃນ ແຕ່ລະມື້ ຕັນທາງຂື້ນລົງ ແລະການອົພຍົບຂອງຝຸງປາ ຊຶ່ງການຂຶ້ນລົງຂອງນໍ້າ ໃນແມ່ນ້ຳຂອງ ແຕ່ລະປີ ຄາດວ່າ ມີຢູ່ປະມານ 30 ຕັນ ຕໍ່ຊົ່ວໂມງ.”

ທ່ານອານຸລັກ ກິດຕິຄຸນ ຫົວໜ້າຝ່າຍຍຸທສາດແລະຫຸ້ນສ່ວນ ຄນະກັມມະທິການແມ່ນໍ້າຂອງ ກໍເປັນຫ່ວງກ່ຽວກັບເຂື່ອນຫຼວງພຣະບາງ; ດັ່ງທ່ານກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນວັນທີ່ 6 ກຸມພາ ນີ້ວ່າ:

“ກໍມີການເປັນຫ່ວງ ເຣື້ອງການຂຶ້ນ-ລົງ ຂອງປາ ການໄຫຼຕະກອນ ກໍເຣື້ອງຣະດັບນໍ້າ ການໄຫຼຂອງຣະດັບນໍ້າ ປະເດັນໃຫຍ່ໆ ເພີ່ນກໍຈະ ພຍາຍາມ ຕິດຕາມ ທີ່ MRC ແນະນໍາ ແຕ່ກໍມີບາງຈຸດ ທີ່ວ່າເຮົາກໍແນະນໍາ.”

ທ່ານວ່າ ຢ່າງໃດກໍຕາມ ຣັຖບານລາວ ກໍມີຄວາມ ພຍາຍາມ ທີ່ຈະປັບງປຸງແກ້ໄຂ ຕາມຄໍາແນະນໍາ ຂອງຄນະກັມມະທິການ ແມ່ນໍ້າຂອງ ແຕ່ກໍຍັງບໍ່ດີພໍ ແລະໃນຖານະ ທີ່ຣັຖບານລາວ ເປັນເຈົ້າຂອງໂຄງການ ຈໍາເປັນຕ້ອງໄດ້ທົບທວນຄືນໃໝ່ ເຣື້ອງ ຜົນກະທົບ ສິ່ງແວດລ້ອມ ແລະ ສັງຄົມຄືນໃຫ້ລະອຽດ ຈະແຈ້ງ ແລະ ແຈ້ງຂໍ້ມູນຕໍ່ ຄນະກັມມະທິການ ແມ່ນໍ້າຂອງ ຮວມເຖິງປະເທດ ສະມາຊິກ ແມ່ນໍ້າຂອງ ຄື: ລາວ, ໄທ, ກັມພູຊາ ວຽດນາມ ແລະ ຜູ້ ມີສ່ວນໄດ້ສ່ວນເສັຽ ໄດ້ຮູ້ນໍາດ້ວຍ. ໃນທີ່ສຸດ ທ່ານ Eyler ເວົ້າວ່າ:

“ທີ່ຫນ້າສົນໃຈສຳລັບເຂື່ອນຫລວງພຣະບາງ ກໍແມ່ນໄດ້ຮັບການສນັບສນູນ ຈາກຣັດວິສາຫະກິດ ຂອງວຽດນາມ ນີ້ເປັນເທື່ອທຳອິດ ທີ່ ຣັຖບານວຽດນາມ ຖືຫຸ້ນສ່ວນໃຫຍ່ ໃນໂຄງການ ເຂື່ອນ ສາຍຫລັກ ແລະກໍເປັນເທື່ອທຳອິດ ໃນໂຄງການແມ່ນ້ຳຂອງ."

ຄນະກັມມາທິການແມ່ນ້ຳຂອງສາກົນ ໄດ້ຕອບຄຳຖາມຂອງວິທຍຸເອເຊັຽເສຣີ ຜ່ານອິແມວ ກ່ຽວກັບໂຄງການ ເຂື່ອນຫຼວງພຣະບາງ ວ່າ;

“ອິງຕາມເອກສານ ຈາກຣັຖບານ ທີ່ສົ່ງໃຫ້ຄນະກັມມາທິການ ແມ່ນ້ຳຂອງ, ການສ້າງເຂື່ອນຫລວງພຣະບາງ ອາດເກີດຂຶ້ນ ໃນທ້າຍປີນີ້ ແຕ່ເຖິງຢ່າງໃດກໍຕາມ ການຕັດສິນໃຈ ທີ່ຈະເດີນຫນ້າໃນໂຄງການສ້າງເຂື່ອນຫລວງພຣະບາງ ຈະເປັນປີນີ້ ຫຼືປີ ຕໍ່ໄປຫຼືຈະບໍ່ສ້າງ ເລີຍນັ້ນ ກໍຂຶ້ນຢູ່ກັບຣັຖບານລາວ ທັງຫມົດ."

ໂຄງການເຂື່ອນ ຫລວງພຣະບາງ ມີຂນາດ 1,460 ເມັກກະວັດ, ມີມູນຄ່າການກໍ່ສ້າງ 3 ຕື້ໂດລາ ໂດຍແມ່ນບໍຣິສັດ Petro-Vietnam Power Corporation ຂອງວຽດນາມ ແລະ ບໍຣິສັດ ຊໍ ການຊ່າງ ຂອງໄທ ເປັນເຈົ້າຂອງໂຄງການ ແລະ ຄາດການວ່າ ໂຄງການ ເຂື່ອນຫລວງພຣະບາງ ຈະເລີ້ມການກໍ່ສ້າງ ພາຍໃນປີ 2020 ແລະ ຈະສຳເຣັດລົງ ໃນປີ 2027.

ຕາມການສຶກສາ ເບື້ອງຕົ້ນ ໂຄງການເຂື່ອນຫລວງພຣະບາງ ຈະສົ່ງຜົລກະທົບ ຕໍ່ປະຊາຊົນລາວ ທັງໝົດ 1,077 ຄອບຄົວ ຈໍານວນ 4,600 ຄົນ ຢູ່ 3 ເມືອງ ໃນ 3 ແຂວງ ຂອງລາວ ຄື: ເມືອງຈອມເພັດ ແຂວງຫລວງພຣະບາງ, ເມືອງປາກອູ ແຂວງອຸດົມໄຊ ແລະ ເມືອງຫົງສາ ແຂວງໄຊຍະບູຣີ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org