ຫຼວງພຣະບາງເລັ່ງພັທນາ ສ້ອມແປງ ຖນົນ

ໄຊຍາ
2021.06.18
ຫຼວງພຣະບາງເລັ່ງພັທນາ ສ້ອມແປງ ຖນົນ ຫົນທາງ ໃນເມືອງຫຼວງພຣະບາງ ແຂວງຫຼວງພຣະບາງ
File photo: RFA

ທາງການ ແຂວງຫຼວງພຣະບາງ ໄດ້ຈັດຕ້ັງໂຄງການປັບປຸງ ແລະ ຂຍາຍເສັ້ນທາງ ພາຍໃນເທສບານ ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ຍ້ອນເຫັນວ່າມີບາງເສັ້ນທາງ ບໍ່ທັນໄດ້ປັບປຸງສຳເຣັດ ແລະ ໄດ້ຢຸດພັກຊົ່ວຄາວ ຈົນເກີດຄວາມຫຍຸ້ງຍາກ ໃຫ້ກັບຊາວບ້ານ ແລະ ຜູ້ປະກອບການຈຳນວນນຶ່ງ. ຈຶ່ງຕ້ອງຂໍໃຫ້ທາງການແຂວງ ເລັ່ງມືດຳເນີນການ ປັບປຸງ ແລະ ຂຍາຍເສັ້ນ ທາງໃຫ້ສຳເຣັດ ໂດຍໄວເພື່ອບໍ່ໃຫ້ເປັນຜົລກະທົບ ຕໍ່ປະຊາຊົນ ໃນໄລະຍະຍາວ. ດັ່ງຜູ້ປະກອບການ ຂາຍເຄື່ອງຍ່ອຍພາຍໃນ ເທສບານ ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ກ່າວຕໍ່ເອເຊັຽເສຣີໃນວັນທີ 18 ມິຖຸນາວ່າ.

"ຍັງໜ້າບ້ານຂ້ອຍເລີຍນີ້ແຫຼະ ເກືອບເດືອນແລ້ວແມ່ນແລ້ວ ກາບໍ່ຮູ້ເລີຍໄດ້ອັນນີ້ນ່າ ສຳເຣັດມື້ໃດໜ້າຮ້ານ ກາຂະເຈົ້າຕັນທາງໝົດ ຂະເຈົ້າກາຄົນກາບໍ່ຢາກເຂົ້າມາ ມັນລຳບາກ ມີແຕ່ຂະເຈົ້າແປງທາງ ແລ້ວພຸ້ນແລ້ວ ສະດວກກວ່າ."

ຍານາງໄດ້ກ່າວຕື່ມວ່າ ນັບແຕ່ທາງການແຂວງ ໄດ້ມີການປັບປຸງ ແລະ ຂຍາຍເສັ້ນທາງກວ່າ 1 ເດືອນທີ່ຜ່ານມາ ຢູ່ບໍຣິເວນຕລາດ ໂພສີ ກໍເຮັດໃຫ້ລູກຄ້າເຂົ້າມາຊື້ເຄື່ອງ ນ້ອຍລົງ ກະທົບຕໍ່ຣາຍໄດ້ ແລະ ຫາກມື້ໃດເກີດຝົນຕົກໜັກ ກໍຈະເປັນຂີ້ຕົມ, ຫາກມື້ໃດ ແດດຮ້ອນ ກໍມີແຕ່ຂີ້ຝຸ່ນພັດປີວໃສ່ເຮືອນຊານ.

ຊາວບ້ານຜູ້ນຶ່ງ ໃນນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ກ່າວວ່າ ບໍ່ມີເຮືອນ ແລະ ຮ້ານຄ້າ ໃດຖືກຍັບຍ້າຍໄປບ່ອນອື່ນແຕ່ ໄດ້ຮັບຜົລກະທົບເລັກໆນ້ອຍໆ ຈາກການຂຸດ ຮ່ອງນໍ້າ, ການເຂົ້າ-ອອກເຮືອນ ບໍ່ສະດວກປານໃດ ແລະ ບໍ່ທັນເຫັນທາງການແຂວງ ແຈ້ງໃຫ້ ຊາວບ້ານຮັບຮູ້ເລີຍວ່າ ໂຄງການດັ່ງກ່າວນີ້ ຈະປັບປຸງ ແລະ ຂຍາຍເສັ້ນ ທາງສຳເຣັດ ມື້ໃດ.

"ບໍ່ ບໍ່ໄດ້ບອກສຳເຣັດມື້ໃດ ຂະເຈົ້າແປງແມ່ນໄປທາງຕລາດໂພສີພຸ້ນ ອັນເຮັດແຕ່ວ່າບໍ່ແລ້ວ ເທື່ອຂະເຈົ້າແປງກາເປີດຮ້ານ ປົກກະຕິ ກາບໍ່ມີຜູ້ໃດ ຍ້າຍອີ່ຫຍັງ."

ຊາວບ້ານອີກຜູ້ນຶ່ງ ໃນນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ກ່າວວ່າບໍ່ໄດ້ຮັບຜົລກະທົບຫຍັງ ກັບໂຄງການດັ່ງກ່າວທັງ ເຫັນວ່າການປັບປຸງ ແລະ ຂຍາຍເສັ້ນທາງຂອງ ທາງການລາວ ເປັນເຣື່ອງທີ່ດີຫຼາຍ ເຮັດໃຫ້ເສັ້ນທາງກວ້າງຂວາງ ຜູ້ເດີນທາງ ສະດວກ ບໍ່ໄດ້ວຸ້ນວາຍ ຄືແຕ່ກ່ອນ.

"ການຂຍາຍຫຼາຍເສັ້ນເຕີບໄດ໋ 2-3 ເສັ້ນພຸ້ນໄດ໋ເພິ່ນຂຍາຍແມ່ນ ຂຍາຍຂື້ນແລ້ວບາດນີ້ ຂອບທາງເພິ່ນຊິເຮັດເປັນທາງຍ່າງມັນກາ ກວ້າງຂຶ້ນມັນກາສະດວກຂຶ້ນ ອີກບາດນີ້ນ່າ."

ສຳລັບໂຄງການປັບປຸງ ແລະ ຂຍາຍເສັ້ນທາງເພື່ຶອເຮັດໃຫ້ ທັສນີຍາພາບຂອງ ເສັ້ນທາງຕ່າງໆພາຍໃນ ເທສບານນະຄອນຫຼວງ ພຣະບາງ ບໍແອອັດຄັບແຄບ ແລະກວ້າງຂວາງ ຂື້ນນີ້. ຊາວ ບ້ານຈຳນວນນຶ່ງ ກໍເປັນຫ່ວງຫວັງວ່າ ຈະກະທົບຕໍ່ໂຄງການສ້າງ ອາຄານ ບ້ານເຮືອນ ເມືອງມໍຣະດົກໂລກ ຫຼວງພຣະບາງ ຈົນເກີດຄວາມເສັຽຫາຍນັ້ນ.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຫ້ອງການ ມໍຣະດົກໂລກ ແຂວງຫຼວງພຣະບາງ ທ່ານນຶ່ງໄດ້ກ່າວຕໍ່ເອເຊັຽເສຣີ ວ່າເຖີງຈະມີການປັບປຸງ ແລະ ຂຍາຍເສັ້ນທາງພາຍໃນ ເທສບານ ນະຄອນຫຼວງພຣະບາງ ເຊິ່ງຕິດຈອດກັບ ເຂດມໍຣະດົກໂລກຫຼວງພຣະບາງ ແຕ່ກາບໍ່ໄດ້ ມີຜົລກະທົບຫຍັງ ຕໍ່ໂຄງສ້າງອາຄານ ແລະ ບ້ານເຮືອນຕ່າງໆ.

"ເພາະວ່າຂະເຈົ້າຂຍາຍກາມີແຕ່ ມັນນອກເຂດມໍຣະດົກນ່າເນາະ ເພາະວ່າມັນຕິດກັນວ່າຊັ້ນນ່າເນາະ ຜ່ານມາມັນແອອັດເປັນທາງ ທຽວໄປໂຮງໝໍ ແດ່ໄປທາງ ຕລາດແດ່ເນາະ ເປັນທາງເສັ້ນຫຼັກເລີຍເຈົ້າ ເພາະວ່າໂຕນີ້ມັນກາຢູ່ນອກເຂດເຮົາ ແລ້ວວ່າຊັ້ນສ່າເພາະ ວ່າໂຕນີ້ ມັນຂຶ້ນກັບຜແນກໂຍທາເຈົ້າ."

ທາງດ້ານເຈົ້າໜ້າທີ່ ຜແນກໂຍທາທິການ ແລະ ຂົນສົ່ງ ແຂວງຫຼວງພຣະບາງ ທ່ານນຶ່ງ ໄດ້ກ່າວວ່າໂຄງການປັບປຸງ ແລະ ຂຍາຍ ເສັ້ນທາງພາຍໃນເທສບານ ນະຄອນຫຼວງພຣະບາງ ເຣີ່ມຈັດຕັ້ງປະຕິບັດ ເມື່ອເດືອນ ມີນາ 2021 ແລະ ຍັງບໍ່ສາມາດໃຫ້ຄຳຕອບໄດ້ ວ່າຈະສຳເຣັດໃນ ເດືອນໃດແທ້.

ປັດຈຸບັນມີບາງເສັ້ນທາງ ໄດ້ດຳເນີນການສຳເຣັດໄປແລ້ວ ແຕ່ມີບາງເສັ້ນທາງບໍ່ທັນສຳເຣັດ ແລະໄດ້ຢຸດຊົ່ວຄາວ ເນື່ອງຈາກເຂົ້າສູ່ ຣະດູຝົນ ເຮັດໃຫ້ການດຳເນີນວຽກງານ ເກີດຄວາມຫຍຸ້ງຍາກ.

"ຕອບບໍ່ໄດ້ກໍເພາະວ່າ ບໍຮູ້ວ່າເດືອນໃດຊິແລ້ວ ຫັ້ນນ່າໄລຍະນີ້ ເຂົ້າຝົນແລ້ວະຂເຈົ້າກາໂຈະຫັ້ນນ່າ ຂະເຈົ້າກໍຈະບໍໄດ້ເຮັດ ໄດ້ເຮັດ ແຕ່ວຽກຮ້ອງນໍ້າວຽກດິນລົງບໍ່ ໄດ້ແຕ່ວ່າມັນ ກາຊິແກ້ໄຂໃຫ້ທາງຮ່ອມ ເຂົ້າແມ່ນຫຍັງຫັ້ນນ່າ ເພາະວ່າລົງດິນໄປກາ ບໍ່ໄດ້ມັນບວມ ມັນເປ່ມັນເພໝົດເນາະເຈົ້າ ມັນວິດຝົນມັນກາຊິແລ້ວ. "

ອີງຕາມການຣາຍງານຂອງ ຜແນກໂຍທາທິການ ແລະຂົນສົ່ງ ແຂວງຫຼວງພຣະບາງ ວັນທີ 16 ມິຖຸນາ 2021 ນີ້ ຣະບຸວ່າໂຄງການ ປັບປຸງ ແລະ ຂຍາຍເສັ້ນທາງພາຍໃນເທສບານ ນະຄອນຫຼວງພຣະບາງ ແລະ ມີບໍຣິສັດພັນທະມິດ ກໍ່ສ້າງຂົວທາງ ຂອງຄົນລາວ ເປັນຜູ້ຮັບເໝົາ ກໍ່ສ້າງ ປະກອບມີ ສອງສັນຍາ ຄື.

1. ການຂຍາຍເສັ້ນທາງ ແຕ່ບ້ານນາສຳພັນ ຫາບ້ານຫົວຂົວໄລຍະທາງ 1.8 ກິໂລແມັດ ໂດຍຂຍາຍຈາກ 7 ແມັດມາເປັນ 14 ແມັດ. ປັດຈຸບັນໃກ້ສຳເຣັດໝົດແລ້ວ ແຕ່ຍັງບໍ່ 100% ງົບປະມານ ທັງໝົດ 16 ຕື້ກີບ.

2. ການຂຍາຍເສັ້ນທາງ ແຕ່ສາມແຍກ ອານຸສາວະຣີ ປະທານ ໄກສອນ ພົມວິຫານ ຫາ ສົ້ນຂົວນໍ້າດົງ ຈາກ 7 ແມັດ ມາເປັນ 12 ແມັດ ແລະ ຈະຂຍາຍທາງຍ່າງ 2 ເບື້ອງແຕ່ສາມແຍກ ອານຸສາວະຣີ ໄກສອນ ພົມວິຫານ ໄປຕລາດໂພສີ ແລະ ສ້ອມແປງຮອ່ງ ຣະບາຍນໍ້າ ງົບປະມານ 6 ຕື້ກີບປັດຈຸບັນ ໂຄງການຢຸດເຊົາຊົ່ວຄາວ ເນື່ອງຈາກເຂົ້າສູ່ຣະດູຝົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.