ຂ.ຫຼວງນໍ້າທາຍັງໃຊ້ ຢາຂ້າແມງໄມ້


2013.07.02
F-pesticides ເຄື່ອງໝາຍ ເຕືອນ ໃຫ້ຣະວັງ ອັນຕະລາຍ ອາຍເປັນພິດ ຕໍ່ຄົນແລະສັດ
Wikipedia

 

ຊາວສວນ ຢູ່ ແຂວງ ຫຼວງນໍ້າທາ ຍັງໃຊ້ ຢາ ຂ້າແມງໄມ້ ເຖິງວ່າ ຈະເຄີຍເກີດ ອັນຕະລາຍ ຕໍ່ ຊາວບ້ານ ມາແລ້ວ ກໍຕາມ.

ໃນ ປັດຈຸບັນ ຊາວສວນ ຢູ່ແຂວງ ຫລວງນໍ້າທາ ຫລາຍຄົນ ຍັງໃຊ້ ຢາ ຂ້າແມງໄມ້ ຢູ່ ເລື້ອຍໆ ໂດຍ ໃຫ້ ເຫດຜົລວ່າ ຈໍາເປັນຕ້ອງ ໃຊ້ ເພື່ອໃຫ້ ຜົລຜລິດ ອອກມາດີ ເຖິງແມ່ນວ່າ ປະຊາຊົນ ເຄີຍໄດ້ ຮັບ ອັນຕະລາຍ ຈາກ ສາຣພິດ ຈົນ ທາງການ ແຂວງ ໄດ້ເຕືອນ ມາແລ້ວ ກໍຕາມ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ຜແນກ ກະສິກັມ ແລະ ປ່າໄມ້ ແຂວງ ຫລວງນໍ້າທາ ໃນວັນທີ 2 ກໍຣະກະດາ 2013 ນີ້. ທ່ານວ່າ:

"ໃຊ້ສາຣເຄມີ ຫລາຍເດ ສ່ວນຫລາຍ ກໍຄົນລາວ ໝົດ ເຮັດນີ້ ເປັນຜົລສະທ້ອນ ເຣື່ອງຢາ ເຣື່ອງ ຫຍັງ ເຂົາໃຊ້ແລ້ວ ເຂົາຖິ້ມໄປ ຕາມຫ້ວຍຮ່ອງ ຕາມປ່າ ຕາມຫຍັງໄປ ຫັ້ນນະ ສາຣເຄມີ ໂຕນີ້".

ທ່ານກ່າວຕໍ່ ໄປວ່າ ຊາວສວນ ມັກຖິ້ມຢາ ຂ້າແມງໄມ້ ຕາມປ່າ ແລະ ລົງແຫລ່ງນໍ້າ ທັມມະຊາດ ເຮັດໃຫ້ ປະຊາຊົນ ໄດ້ຮັບ ຜົນກະທົບ ຈາກການໃຊ້ ສາຣເຄມີ, ເປັນພຍາດ ບາດເຍົາ ເປັນຕົ້ນ ພຍາດ ຖອກທ້ອງ ຮຸນແຮງ ຈົນໄດ້ໄປ ປິ່ນປົວ ຢູ່ໂຮງໝໍ, ແລະ ຜູ້ພົ່ນຢາ ຂ້າແມງໄມ້ ເອງ ກໍປັນຕຸ່ມ, ເປື່ອຍຕາມໂຕ ຍ້ອນບໍໍ່ຮູ້ ວິທີ ໃຊ້ ທີ່ຖືກຕ້ອງ. ຕໍ່ບັນຫາ ດັ່ງກ່າວ ເຈົ້າໜ້າທີ່ ດ້ານ ສິ່ງແວດລ້ອມ ເວົ້າວ່າ ປົກກະຕິ ແລ້ວ ການໃຊ້ ຢາຂ້າ ແມງໄມ້ ຕ້ອງມີການ ຄວບຄຸມ ຈາກ ເຈົ້າໜ້າທີ່ ກະສິກັມ:

"ຖ້າວ່າສິມີ ການໃຊ້ ຈັ່ງຊີ້ນີ້ ຕ້ອງມີ ກະສິກັມ ແຂວງລົງໄປ ເປັນຜູ້ ແນະນໍາ ເຂົາຊິໃຊ້ ແບບໃດ ຂນາດໃດ ຊ່ວງ ຣະຍະໃດ ຂະເຈົ້າສິ ມີ ວິຊາການ ລົງໄປ ແນະນໍາ ກໍຣະນີ ຂະເຈົ້າ ໃຊ້ ຄວາມຮູ້ ຂະເຈົ້າ ບໍ່ເຖິງເນາະ ແລ້ວ ມັນອາດຈະ ແບບວ່າ ເກີດຜົລກະທົບ ແມ່ນຫຍັງ ມານໍາຫັລງ".

ຊາວສວນ ໃນຫຼາຍໆ ບ່ອນ ມັກພົ່ນຢາ ຂ້າແມງໄມ້ ແບບບໍ່ໄດ້ ແຈ້ງໃຫ້ ເຈົ້າໜ້າທີ່ຮູ້ ດັ່ງນັ້ນ ຈຶ່ງເກີດ ຜົລກະທົບ ຕາມມາ ຊຶ່ງ ເຈົ້າໜ້າທີ່ ກ່ຽວຂ້ອງ ຕ້ອງໄດ້ ລົງຊ່ວຍ ຕິດຕາມ ແກ້ໄຂ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.