16 ຄອບຄົວຍັງບໍ່ຮັບ ຄ່າຊົດເຊີຍ ຈາກໂຄງການ ກໍ່ສ້າງ ສວນ ວັທນະທັມ ແຂວງ
2021.08.03

ຊາວບ້ານ 16 ຄອບຄົວ ຢູ່ໃນເຂດ ບ້ານດອນສໍາພັນ, ບ້ານຫົວຂົວ, ບ້ານທົ່ງອົ້ມ ແລະ ບ້ານອື່ນໆ ຢູ່ ເມືອງຫຼວງນໍ້າທາ ແຂວງ ຫຼວງນໍ້າທາ ທີ່ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງ ສວນວັທນະທັມ ບັນດາເຜົ່າ ບ້ານແປ່ເກົ່າ ຍັງບໍ່ຮັບເອົາເງິນຄ່າຊົດເຊີຍຈາກ ພາກສ່ວນທີ່ກ່ຽວຂ້ອງ ເທື່ອ ຍ້ອນຍັງບໍ່ທັນຕົກລົງ ຄ່າຊົດເຊີຍ ທີ່ສົມເຫດສົມຜົນ ກັນໄດ້ເທື່ອ, ດັ່ງຊາວບ້ານ ທີ່ອາສັຍຢູ່ໃກ້ເຂດ ຂອງໂຄງການດັ່ງກ່າວ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 03 ສິງຫາ ນີ້ວ່າ:
“ເອີ່, ບໍ່ໄກ ດິນປະຊາຊົນນ່າ ຫຼາຍໂອ່ ມັນມີຫຼາຍບ້ານເດ້ ຄືເງິນໃຫ້ໜ້ອຍແລ້ວ ກະເຂົາຈຶ່ງບໍ່ຍອມເອົາ ຍັງບໍ່ແລ້ວເທື່ອຍັງ ບໍ່ສ້າງ ເທື່ອ.”
ໃນຂນະທີ່ ຊາວບ້ານທີ່ອາສັຍ ຢູ່ໃກ້ຄຽງໂຄງການດັ່ງກ່າວ ອີກນາງນຶ່ງກໍກ່າວວ່າ ຊາວບ້ານທີ່ເສັຽທີ່ດິນ ໃຫ້ແກ່ໂຄງການດັ່ງກ່າວ ນັ້ນ ຫຼາຍຄອບຄົວເປັນຊົນເຜົ່າຕ່າງໆ ທີ່ອາສັຍຢູ່ ໃນແຕ່ລະບ້ານດັ່ງກ່າວ ແຕ່ລາວເອງ ກໍບໍ່ຮູ້ຣາຍລະອຽດ ຄັກແນ່ ວ່າຊາວບ້ານທີ່ຮັບເອົາ ຄ່າຊົດເຊີຍໄປແລ້ວນັ້ນ ໄດ້ເງິນໜ້ອຍຫຼາຍປານໃດ ແລະ ຜູ້ທີ່ຍັງບໍ່ໄດ້ຮັບເອົາຄ່າຊົດເຊີຍ ຍ້ອນເຫດຜົນແນວໃດ ດັ່ງຍານາງກ່າວວ່າ:
“ມີຫຼາຍເຜົ່າໂອ້ ບາງເຈົ້າກະໄດ້ແລ້ວ ບາງເຈົ້າກະຍັງບໍ່ໄດ້ ກະບາງຄົນມີຫຼາຍ ກະເສັຽຫຼາຍ ບາງຄົນມີໜ້ອຍກະເສັຽໜ້ອຍຫັ້ນແຫຼະ ຄັນໄດ້ວ່າໄປກະດີແນວນຶ່ງ ບໍ່ດີແນວນຶ່ງຫັ້ນແຫຼະ.”
ສ່ວນຊາວບ້ານ ທີ່ອາສັຍຢູ່ໃກ້ຄຽງ ອີກທ່ານນຶ່ງ ກ່າວວ່າ ລາວເອງ ກໍບໍ່ຮູ້ສາເຫດທີ່ຄັກແນ່ ວ່າເປັນຍ້ອນຫຍັງ ຊາວບ້ານ 16 ຄອບຄົວ ດັ່ງກ່າວ ທີ່ເສັຽທີ່ດິນໃຫ້ແກ່ໂຄງການ ຈຶ່ງຍັງບໍ່ ຍອມຮັບເອົາເງິນຊົດເຊີຍ ຮູ້ພຽງແຕ່ວ່າ ຊາວບ້ານທີ່ໄດ້ຮັບຜົລກະທົບ ຈາກໂຄງການດັ່ງກ່າວນີ້ ຫຼາຍຄົນ ເປັນຊົນເຜົ່າໄທດໍາ, ເຜົ່າຂະມຸ ແລະ ເຜົ່າອື່ນໆ ທີ່ອາສັຍ ຢູ່ບ່ອນດັ່ງກ່າວ ມາຕັ້ງແຕ່ສມັຍ ບັນພະບຸຣຸດ ແລ້ວ, ດັ່ງທ່ານ ກ່າວວ່າ:
“ແຕ່ວ່ານີ້ ກະບໍ່ຮູ້ນ່າ ມັນມີຫຼາຍອັນນ່າ ຫຼາຍເຫດຜົນນ່າ ຢູ່ບ້ານດຽວກັນເລີຍ ມັນມີຫຼາຍຊົນເຜົ່າ ມັນມີໄທດໍາແດ່, ຂະມຸ ແມ່ນຫຍັງ ຫຼາຍຊົນເຜົ່າຢູ່, ແຕ່ວ່າ ໂຕນີ້ເຣື່ອງຣາຍລະອຽດ ກໍບໍ່ຮູ້ນ່າ ຍັງບໍ່ທັນໄດ້ເຣີ່ມເທື່ອ.”
ທາງດ້ານເຈົ້າໜ້າທີ່ ຫ້ອງການຖແລງຂ່າວ ວັທນະທັມ ແລະທ່ອງທ່ຽວ ແຂວງຫຼວງນໍ້າທາ ທ່ານນຶ່ງກ່າວວ່າ ປັດຈຸບັນ ພາກສ່ວນທີ່ ກ່ຽວຂ້ອງ ກໍາລັງຢູ່ໃນຣະຫວ່າງ ການໄກ່ເກັ່ຽ ຄ່າຊົດເຊີຍ ກັບຊາວບ້ານຈໍານວນ 16 ຄອບຄົວ ດັ່ງກ່າວທີ່ຍັງບໍ່ຮັບເອົາຄ່າຊົດເຊີຍ ເທື່ອ ຍ້ອນຫຼາຍສາເຫດ ເປັນຕົ້ນ ບໍ່ພໍໃຈຄ່າຊົດເຊີຍ ແລະ ບໍ່ຢາກເສັຽທີ່ດິນ ໃຫ້ແກ່ໂຄງການນີ້ ສ່ວນການກໍ່ສ້າງນັ້ນ ກໍຍັງບໍ່ທັນ ໄດ້ລົງມືເທື່ອ ເນື່ອງຈາກ ຢູ່ໃນໄລຍະເຝົ້າຣະວັງ ການແຜ່ຣະບາດຂອງໂຄວິດ-19, ດັ່ງທ່ານກ່າວວ່າ:
“ມີການໄກ່ເກັ່ຽຢູ່ ມີຈໍານວນນຶ່ງ ຖືກຢູ່ປະມານ 5 ເຮັກຕ້າຣ໌ ເກືອບ 6 ເຮັກຕ້າຣ໌ ນ່າ ເຣື່ອງນີ້ກໍຍັງບໍ່ທັນເຮັດຫັຍງເທື່ອນ່າ ເພາວ່າ ກະຄື ຮູ້ນໍາກັນແຫຼະ ຊ່ວງໂຄວິດແດ່ ຜູ້ລົງທຶນກະບໍ່ ຊ່າງມາ ຢູ່ວຽງຈັນຫັ້ນ.”
ທ່ານກ່າວອີກວ່າ ສໍາລັບຊາວບ້ານ ທີ່ໄດ້ຮັບຜົລກະທົບ ຈາກໂຄງການສວນວັທນະທັມ ບັນດາເຜົ່າ ບ້ານແປ່ເກົ່າ ມີທັງໝົດ 137 ຄອບຄົວ ຊຶ່ງສ່ວນໃຫຍ່ຮັບເອົາ ຄ່າຊົດເຊີຍໄປແລ້ວ ຍັງເຫຼືອແຕ່ 16 ຄອບຄົວ ດັ່ງກ່າວ ທີ່ຍັງຈະສືບຕໍ່ແກ້ໄຂຕໍ່ໄປ, ໂຄງການນີ້ ກວມເອົາດິນຂອງຊາວບ້ານ ທັງໝົດ 245 ຕອນ ຮວມເນື້ອທີ່ 31,70 ເຮັກຕ້າຣ໌.
ກ່ອນໜ້ານີ້ ເມື່ອວັນທີ 18 ເດືອນມິຖຸນາ ທີ່ຜ່ານມາພາກສ່ວນທີ່ກ່ຽວຂ້ອງ ພາຍໃນແຂວງຫຼວງນໍ້າທາ ກໍໄດ້ມີກອງປະຊຸມທົບທວນ ຄືນການແກ້ໄຂໄກ່ເກັ່ຽ ຜົລກະທົບທີ່ດິນ ກໍ່ສ້າງສວນວັທນະທັມບັນດາເຜົ່າ ບ້ານແປ່ເກົ່າ ໂດຍຈະເລັ່ງແກ້ໄຂໄກ່ເກັ່ຽ ເຣື່ອງຄ່າຊົດ ເຊີຍກັບຊາວບ້ານ 16 ຄອບຄົວ ທີ່ຍັງບໍ່ຮັບເອົາຄ່າຊົດເຊີຍ ຍ້ອນເຫັນວ່າຄ່າຊົດເຊີຍຕໍ່ານັ້ນ ໃຫ້ສໍາເຣັດລົງດ້ວຍດີ ແລະ ໃຫ້ພວກ ຂະເຈົ້າມອບທີ່ດິນໃຫ້ແກ່ຣັຖຕາມນະໂຍບາຍ, ອີງຕາມການຣາຍງານຂ່າວ ຂອງຂ່າວສານແຂວງຫຼວງນໍ້າທາ.
ໂຄງການກໍ່ສ້າງສວນວັທນະທັມບັນດາເຜົ່າ ບ້ານແປ່ເກົ່າ ເມືອງຫຼວງນໍ້າທາ ຈະຖືກສ້າງຂຶ້ນໂດຍ ບໍຣິສັດ ຫຼວງປະເສີດ ການຄ້າ- ການທ່ອງທ່ຽວ ໃນເນື້ອທີ່ທັງໝົດ 31,70 ເຮັກຕ້າຣ໌ ໂດຍກວມເອົາເນື້ອທີ່ດິນ ຂອງຊາວບ້ານໃນບ້ານຕ່າງໆ ປະກອບດ້ວຍ ບ້ານດອນສໍາພັນ ຈໍານວນ 41 ຄອບຄົວ, ບ້ານຫົວຂົວ ຈໍານວນ 34 ຄອບຄົວ, ບ້ານທົ່ງອົ້ມ 55 ຄອບຄົວ ແລະ ບ້ານອື່ນໆ ທີ່ໃກ້ກັບໂຄງການອີກ 7 ຄອບຄົວ.
ໂຄງການນີ້ ໄດ້ເຣີ່ມຂຶ້ນແຜນຕັ້ງແຕ່ປີ 2014 ເປົ້າໝາຍເພື່ອສ້າງເປັນສວນວັທນະທັມ ກ່ຽວກັບປວັດຄວາມເປັນມາຂອງແຕ່ລະເຜົ່າ ພາຍໃນແຂວງຫຼວງນໍ້າທາ ຊຶ່ງຈະມີການກໍ່ສ້າງ ທັງສວນສາທາຣະນະ ແລະອາຄານຕ່າງໆ ຄາດວ່າຈະເຣີ່ມລົງມືກໍ່ສ້າງ ພາຍໃນປີ 2022 ແຕ່ຍັງບໍ່ທັນລະບຸເທື່ອວ່າ ຈະໃຊ້ເວລາກໍ່ສ້າງຈັກເດືອນ ແລະຈັກປີ, ອີງຕາມການຣາຍງານ ຫຼ້າສຸດນີ້ ຂອງເຈົ້າໜ້າທີ່ຫ້ອງການ ຖແລງຂ່າວ ວັທນະທັມ ແລະທ່ອງທ່ຽວ ເມືອງຫຼວງນໍ້າທາ.