ສູນອະນຸຮັກສັດປ່າ ແຫ່ງໃໝ່ ຫຼວງພຣະບາງ

ສູນອະນຸຮັກ ສັດປ່າ ແຂວງຫລວງພຣະບາງ ຈະເປີດໃຫ້ ປະຊາຊົນ ເຂົ້າຊົມ ໃນອີກບໍ່ດົນ ນີ້ ແລະ ປັດຈຸບັນ ສູນດັ່ງກ່າວ ຍັງຢູ່ໃນ ການກໍ່ສ້າງ ໃຫ້ຖືກຕາມ ຫຼັກສາກົນ.

ສັດປ່າ ທີ່ນໍາມາລ້ຽງ ຢູ່ສູນອານຸຮັກ ສັດປ່າ ຫຼວງພຣະບາງ ນັກຂ່າວພົລເມືອງ

ສູນອະນຸຮັກສັດປ່າ ແຂວງຫລວງພຣະບາງ ຈະເປີດໃຫ້ປະຊາຊົນເຂົ້າຊົມ ໃນອີກບໍ່ດົນນີ້ ປັດຈຸບັນ ສູນດັ່ງກ່າວຍັງຢູ່ໃນໄລຍະການ ກໍ່ສ້າງໃຫ້ຖືກ ສຸຂລັກສນະ ຕາມຫຼັກສາກົນ ເພື່ອ ຮອງຮັບຜູ້ທີ່ຈະເຂົ້າຊົມ.

ສັດທີ່ຈະອະນຸຮັກໄວ້ ຢູ່ໃນສູນລວມມີ; ໝີ, ເໝືອຍ, ລິງ ແລະໝີແພນດາແດງ ທີ່ສູນໄດ້ຊ່ວຍເຫຼືອ ມາຈາກກຸ່ມລັກລອບຄ້າສັດປ່າ. ເຈົ້າໜ້າທີ່ສູນອະນຸຮັກພັນສັດປ່າ ແຂວງຫຼວງພຣະບາງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 6 ເມສາ ວ່າ:

"ສູນອະນຸຮັກພັນສັດປ່າ ຫຼວງພຣະບາງ ໂຕນີ້ພວກເຮົາຍັງບໍ່ທັນເປີດ ຍັງຢູ່ໃນຂັ້ນຕອນການກໍ່ສ້າງ ມັນມີຢູ່ທີ່ມາຫຼັກໆໄດ້ມາຈາກ ການລັກລອບຄ້າຂາຍຂາຍສັດປ່າ ທີ່ຜິດກົດໝາຍ ໂດຍຜູ້ຄ້າ ຜູ້ວ່າຍັງມີ ຄວາມຄິດທີ່ວ່າ ລ້ຽງໝີເອົາບີ ຫັ້ນນ່າ ມັນເປັນຢາ ສະໝູນໄພຕ່າງໆ ປະມານນີ້."

ທ່ານກ່າວຕື່ມວ່າ ແຮງບັນດານໃຈ ໃນການເປີດສູນອະນຸຮັກ ພັນສັດປ່າ ຍ້ອນວ່າຕ້ອງໃຫ້ພາກສ່ວນກ່ຽວຂ້ອງ ປິດຟາມໝີ ໃນລາວ ແລະ ຕ້ອງການໃຫ້ປະຊາຊົນຢຸດລ້າໝີ ເພື່ອ ເອົາບີໝີໄປໃຫ້ຊາວຈີນ ເຮັດຢາຈີນບູຮານ ໂດຍສະເພາະ ໝີ, ເໝືອຍ, ແລະ ໝີດຳ ຍ້ອນສັດຊນິດນີ້ ໃກ້ຈະສູນພັນ ໃນລາວ.

ໃນໄລຍະຜ່ານມາ ໝີ ແລະ ຊ້າງ ຢູ່ແຂວງຫລວງພຣະບາງ ແລະ ແຂວງໄຊຍະບູລີ ກຳລັງຖືກນາບຂູ່ ທີ່ຈະສູນພັນ ຍ້ອນວ່າ ປ່າໄມ້ ທີ່ເປັນທີ່ຢູ່ອາສັຍຂອງສັດເຫຼົ່ານັ້ນ ຖືກຖາງເພື່ອ ຈຸດປະສົງ ການເຮັດກະສິກັມ ແລະ ຍັງມີນາຍພານ ຈຳນວນນນຶ່ງ ເຂົ້າໄປລ້າໝີ ໄປຂາຍ. ເຈົ້າໜ້າທີ່ສູນອະນຸຮັກ ພັນສັດປ່າ ແຂວງຫລວງພຣະບາງ ຄົນດຽວກັນນີ້ ໄດ້ກ່າວວ່າ:

"ສູນເສັຽແຫຼ່ງ ທີ່ຢູ່ອາສັຍຂອງໝີ ນຶ່ງ ການບຸກລຸກປ່າໄມ້ ສອງມາ ກໍມີນັກລ່າ ເນື່ອງຈາກວ່າ ມັນອາດຈະມີພໍ່ຄ້າ ທີ່ວ່າຢາກໄດ້ ບີໝີ ສ່ວນຫຼາຍ ມັນຈະຂ້າໂຕໃຫຍ່ນະ ແລ້ວເອົາລູກນ້ອຍ ມາລ້ຽງຕໍ່ ແລ້ວສົ່ງໄປຟາມ ໄປຂາຍໃຫ້ຟາມ, ບາງເຂດກໍບໍ່ມີໝີ ໂຕຢ່າງ ມັນບໍ່ແມ່ນປ່າສງວນ ໂຕຢ່າງ ເຂົາເຈົ້າສ້າງເຂື່ອນຢູ່ ມັນເປັນເຂດຊຸມຊົນ ທີ່ວ່າ ມີໄຮ່ສວນ ທັມມະດາ ມັນບໍ່ແມ່ນປ່າໃຫຍ່ ມັນກໍຈະບໍ່ມີ ອັນນັ້ນ ມັນກໍບໍ່ໄດ້ຖືກຜົນກະທົບ ອະຫຍັງ."

ການຕັ້ງສູນ ອະນຸຮັກສັດປ່າ ແຂວງ ຫຼວງພຣະບາງ ເພື່ອໃຫ້ເດັກນ້ອຍ ໄດ້ຮູ້ຄວາມສຳຄັນ ການອະນຸຮັກ ສັດປ່າ ໃນບ້ານເຮົາ. ຊາວບ້ານ ຢູ່ບ້ານກິ່ງຕະລຸມ1 ເມືອງຊຽງເງິນ ແຂວງຫຼວງພຣະບາງ ໄດ້ກ່າວວ່າ:

"ໄປຢ້ຽມຢາມ ໄປທັສນະສຶກສາ ເພື່ອໃຫ້ມັນເຫັນບ່ອນ ກາຍບ່ອນເທສບານ ຊຶ່ງມີຄວາມຮູ້ ໃຫ້ແກ່ນັກຮຽນ ການສຶກສາ ແລະ ປະຊາຊົນ ມີຄວາມຮູ້ພັທນາ ນີ້ຮູ້ວ່າມີບ່ອນກ້າວໜ້າ ບ່ອນພັທນາ ຄັນວ່າ ບໍ່ຮູ້ສັດ ຄັນວ່າສູນພັນ ລະແມ່ນ ລູກຫຼານ ທີ່ຮຸ່ນຕໍ່ໄປນີ້ ບໍ່ຮູ້ວ່າ ຢູ່ໃນປະເທດເຮົາ ຫຼື ທ້ອງຖິ່ນເຮົາເນາະ ມີສັດແນວໃດເນາະ ບໍ່ຮູ້ຮັກສາ."

ຊາວບ້ານ ຢູ່ບ້ານໂຄ້ງ ເມືອງນ້ຳບາກ ແຂວງຫຼວງພຣະບາງ ເວົ້າວ່າ ຖ້າບໍ່ມີການອະນຸຮັກສັດ ດັ່ງກ່າວ ກໍຈະສູນພັນ.

"ນຶ່ງກໍເບີກບານມ່ວນຊື່ນເນາະ ສອງກໍເພິ່ນກໍຮັກສາໄວ້ຢູ່ ເພາະວ່າ ຄັນເຮົາບໍ່ເຮັດຈັ່ງຊັ້ນ ມັນກໍສູນພັນໄປ."

ຊາວບ້ານຫ້ອມ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ກ່າວວ່າ ການເປີດສູນອະນຸຮັກສັດປ່າ ກໍເປັນເລື່ອງທີ່ດິນໃນລາວ ແລະ ກໍຢາກໄປທ່ຽວຊົມ ແຕ່ຫົນທາງມັນໄກ.

"ກໍຢາກເບິ່ງອະນຸຮັກສັດປ່າ ເຮົານີ້ແຫຼະ ກໍຢາກໄປທ່ຽວ ໄປຊົມເບິ່ງ ມັນກໍເວົ້າເລື່ອງການໃຊ້ຈ່າຍ ເຮົານີ້ແຫຼະ ຄັນໄປນະ ໂອ້! ກໍໄກເນາະ ຫລວງພະບາງ ກັບບ້ານຫ້ອມເຮົາ ເປັນ 100 ກວ່າກະໂລເນາະ."

ກ່ອນໜ້ານີ້ ຢູ່ແຂວງຫລວງພຣະບາງ ກໍມີສະຖານທີ່ ອະນຸຮັກໝີຢູ່ແລ້ວ ຊຶ່ງເອີ້ນວ່າ ສູນອະນຸຮັກໝີ ຕາດກວາງຊີ ມີໝີດຳ ແລະ ເໝືອຍ ທັງໝົດຈຳນວນ 40 ໂຕ ແລະເປີດໃຫ້ເຂົ້າຊົມ 9-12 ທຸກໆວັນ ສ່ວນວ່າ ສູນອະນຸຮັກພັນສັດປ່າ ແຂວງຫລວງພຣະບາງ ແຫ່ງໃໝ່ ຫາກຈາກ ຕາດກວາງຊີ ໄປປະມານ 20 ກິໂລແມັດ ແລະ ປັດຈຸບັນ ສູນດັ່ງກ່າວ ຍັງຢູ່ໃນ ລະຫວ່າງການກໍ່ສ້າງ ແຕ່ຍັງບໍ່ມີກຳນົດວ່າ ຈະເປີດໃຫ້ປະຊາຊົນ ເຂົ້າຊົມເມື່ອໃດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org