ເຂື່ອນຫຼພບ ເມືອງມໍຣະດົກໂລກ ຕົກໃນຄວາມສ່ຽງ
2020.12.02

ການອະນຸມັດ ໃຫ້ສ້າງ ເຂື່ອນຫຼວງພຣະບາງ ຂອງຣັຖບານລາວນັ້ນ, ໄດ້ມີການຄັດຄ້ານ ຂອງປະເທດເພື່ອນບ້ານ ດັ່ງ ກັມພູຊາ, ວຽດນາມ ແລະ ໄທຍ ທີ່ວິຕົກັງວົນ ຕໍ່ຜົລກະທົບ ທາງດ້ານສັງຄົມ ແລະ ສິ່ງແວດລ້ອມ, ໂດຍສະເພາະແມ່ນ ເມືອງມໍຣະດົກໂລກ ແຂວງຫຼວງພຣະບາງ ທີ່ຈະມີຄວາມສ່ຽງ ໄດ້ຮັບຜົລເສັຽຫາຍ ເພາະຈຸດສ້າງເຂື່ອນ ຢູ່ບໍ່ຫ່າງຈາກ ນະຄອນຫຼວງພຣະບາງ. ດັ່ງເຈົ້າໜ້າທີ່ ຜແນກຊັພຍາກອນ ທັມຊາດ ແລະ ສິ່ງແວດລ້ອມ ແຂວງຫຼວງພຣະບາງ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 2 ທັນວາ 2020 ວ່າ:
“ໂຄງການກໍ່ສ້າງ ເຂື່ອນໄຟຟ້ານໍ້າຂອງ ເນາະ ກະມີບັນຫາກັນ ຍັງບໍ່ລົງລອຍກັນໂຕນີ້. ຍັງບໍ່ສາມາດ ລົງມືຈັດຕັ້ງ ປະຕິບັດໄດ້ ເພາະວ່າ ຄວາມສ່ຽງພັຍ ຕໍ່ມໍຣະດົກໂລກຫັ້ນ ເພາະວ່າ ທາງ UNESCO ເຂົາກະພະຍາຍາມ ຂັດສຸດຂີດ, ຫັ້ນນ່າ. ເຂດ Buffer Zone ຂອງເຮົານີ້ ມັນຕ້ອງໃຫ້ຫ່າງ 15 ຫາ 20 ກິໂລແມັຕພຸ້ນເດ້.”
ທ່ານໄດ້ກ່າວຕື່ມວ່າ ເຂດ Buffer Zone ຫຼື ພື້ນທີ່ກັນຊົນ ທີ່ກວມເອົາ ເນື້ອທີ່ທັງໝົດ 12,000 ເຮັກຕ້າຣ ຂອງອົງການ UNESCO ໄດ້ກຳນົດໄວ້ ຢ່າງຈະແຈ້ງວ່າ ຫ້າມພັທນາກ່ຽວກັບປະເພດ ໂຄງການຂນາດໃຫຍ່ ແລະ ຄວາມສູງ ທີ່ຈະກະທົບຕໍ່ດິນ, ມົລພິດ ດ້ານກິ່ນ, ສຽງ, ພູມີທັສ ແລະ ວິຖີຊີວິດ ຂອງຄົນໃນພື້ນທີ່ ເຂດເມືອງມໍຣະດົກໂລກ. ຖ້າໂຄງການ ເຂື່ອນຫຼວງພຣະບາງ ສ້າງສຳເຣັດ ໃນຕໍ່ໜ້າ ເມື່ອມີຜົລກະທົບ ເກີດຂຶ້ນແທ້ຈິງ ເມືອງມໍຣະດົກໂລກ ຈະຖືກພິຈາຣະນາ ຖອນສະຖານະ ເມືອງມໍຣະດົກໂລກ ອອກຈາກອົງ ການ UNESCO.
ຜ່ານມາ ຫ້ອງການ ເມືອງມໍຣະດົກ ແຂວງຫຼວງພຣະບາງ ກໍໄດ້ທັກທ້ວງ ຕໍ່ກັບ ການຮັກສາ ມໍຣະດົກໂລກ, ໂດຍສະເພາະແມ່ນ ການສ້າງເຂື່ອນໄຟຟ້າ ແມ່ນໍ້າຂອງ ທີ່ບ້ານຫ້ວຍຢໍ້, ເມືອງຈອມເພັດ ແຂວງຫຼວງພຣະບາງ.
ເຖິງວ່າ ຈະມີການປະເມີນ ຂອງໂຄງການກໍຕາມ ແຕ່ແນວໃດ ທາງໜ່ວຍງານ ມໍຣະດົກໂລກ ກໍໄດ້ຕິດຕາມ ເພື່ອໃຫ້ການກໍ່ສ້າງ ເຂື່ອນໄຟຟ້ານີ້ ເປັນໄປຕາມ ຣະບຽບການ ທີ່ທາງການລາວ ເຊັນຮັບຮອງ ໃນການຂຶ້ນທະບຽນ ເປັນເມືອງ ມໍຣະດົກໂລກ ແຫ່ງທຳອິດ ຂອງລາວ ໃນປີ 1995.
ການສ້າງເຂື່ອນໄຟຟ້າ ຂອງແຂວງຫຼວງພຣະບາງ ຈາກເຂດ ທີ່ກຳນົດໄວ້ ຂອງໂຄງການ ທີ່ຢູ່ບ້ານຫ້ວຍຢໍ້, ເມືອງຈອມເພັດນັ້ນ ຖືວ່າ ຢູ່ໃກ້ກັບໂຕເມືອງ ຫຼວງພຣະບາງຫຼາຍ ເພາະໄລຍະຫ່າງ ມີພຽງ 20 ກິໂລແມັຕ ອັນຈະສົ່ງຜົລໃຫ້ ນະຄອນຫຼວງພຣະບາງ ທີ່ເປັນພື້ນ ທີ່ຕໍ່າ ມີຄວາມສ່ຽງ ຫຼາຍດ້ານ. ດັ່ງປະຊາຊົນ ຊາວນະຄອນຫຼວງພຣະບາງ ໄດ້ໃຫ້ຄຳເຫັນວ່າ:
“ທີ່ຈິງ ເຣື່ອງສ້າງເຂື່ອນ ສ່ວນຫຼາຍ ປະຊາຊົນ ຂະເຈົ້າກະບໍ່ເຫັນດີ, ຫັ້ນແຫຼະ ເພາະວ່າ ມັນກະຫ່ວງ ເຣື່ອງຄວາມປອດພັຍ. ສ່ວນຫຼາຍນີ້, ຫຼວງພຣະບາງ ມັນກະຢູ່ບ່ອນຕໍ່າເນາະ ມັນກະຢູ່ມໍ່ໂຕເມືອງ, ແຕ່ຄັນວ່າ ຢູ່ຖໍ້າຕິ່ງເດ້.”
ຕາມຄວາມເປັນຈິງ, ຊາວຫຼວງພຣະບາງ ບໍ່ຢາກໄດ້ ເຂື່ອນໄຟຟ້າ, ແຕ່ກະບໍ່ມີຄົນໃດ ກ້າສະແດງອອກ ເພື່ອຄັດຄ້ານ ໂຄງການນີ້. ດັ່ງຊາວບ້ານ ໃນນະຄອນຫຼວງພຣະບາງ ອີກຄົນນຶ່ງ ໄດ້ກ່າວວ່າ:
“ກະບໍ່ຢາກໄດ້ ຫັ້ນແລ້ວເນາະ ແນວໝູ່ນີ້ ຣັຖບານເພິ່ນ ອະນຸມັດແລ້ວ, ມັນກາຍາກ ຍາກແລ້ວເຮົາ. ໂຢ່! ເຮົາບໍ່ຈັກຊິວ່າ ຣັຖບານເພິ່ນ ເປັນຜູ້ໃຫ້ເນາະ.”
ປັດຈຸບັນ, ທາງການລາວ ໄດ້ຣາຍງານວ່າ ເຂື່ອນໄຟຟ້າໃນລາວ ມາຮອດປີ 2020 ມີເຖິງ 78 ແຫ່ງ, ແຕ່ໄຟຟ້າລາວ ກໍຍັງຄົງ ມີໜີ້ສິນເພີ່ມຂຶ້ນ. ສ່ວນເຂື່ອນ ມີແຜນທີ່ຈະສ້າງ ໃສ່ແມ່ນໍ້າຂອງ ທັງເຂື່ອນປາກລາຍ, ປາກແບງ, ຊະນະຄາມ ແລະ ເຂື່ອນຫຼວງພຣະບາງ ທາງວິຊາການ ສ້າງເຂື່ອນໄຟຟ້າ ຊີ້ແຈງວ່າ ມັນມີແຕ່ຈະສ້າງ ຜົລປໂຍດຫຼາຍກວ່າ ແລະ ສາມາດຂາຍໃຫ້ ປະເທດເພື່ອນບ້ານ ໄດ້ອີກ.
“ຢູ່ 4-5 ປະເທດນີ້, ຊິໃຫ້ມັນ ຢູ່ດີກິນດີ ປະຊາຊົນ ມີວຽກເຮັດງານທຳ. ມີອຸດສາຫະກັມ ເຂົາກະວ່າ ແມ່ນໍ້າຂອງ ເປັນສາຍເລືອດ ຈະຕ້ອງເຮັດເຂື່ອນ ຢູ່ແມ່ນໍ້າຂອງນີ້ 10 ກ່ວາແຫ່ງເນາະ. ປັດຈຸບັນ, ມັນກະຍັງ ມີບັນຫາ ໄທຍກະພໍໄທຍ, ລາວກະພໍລາວ, ກັມປູເຈັຽ ກະພໍກັມປູເຈັຽ, ວຽດນາມ ກໍພໍວຽດນາມ ຍາດດິນ, ຍາດນໍ້າ, ຍາດຊາຍ, ຍາດຕາຝັ່ງ, ຍາດເກາະ ຍາດດອນກັນ, ເຈົ້າໄດ້ຫຍັງ ເຈົ້າກະເສັຽ ຂ້ອຍກະເສັຽ.”
ການສ້າງເຂື່ອນ ແມ່ນມີຜົລກະທົບ ຕໍ່ປະຊາຊົນ ແລະ ກໍມີຜົລກະທົບ ຕໍ່ກັບທັມຊາດ ກໍຢາກໃຫ້ ທາງພາກຣັຖ ຟັງຄຳເຫັນ ຈາກປະຊາຊົນ. ດັ່ງຊາວນະຄອນຫຼວງວຽງຈັນ ໄດ້ກ່າວວ່າ:
“ຄັນຖ້າວ່າ ສ້າງເຂື່ອນແລ້ວ, ເຣື່ອງທິວທັສ ທັມຊາດນີ້ ສູນຫາຍໄປໝົດແຫຼະ ມັນຊິບໍ່ເຫຼືອຫຍັງໄດ໋. ໂຕນີິ້ແຫຼະ ກະຢາກໃຫ້ ທາງຜູ້ໃຫຍ່ ເພິ່ນພິຈາຣະນາ ຄົ້ນຄວ້າເບິ່ງ ເພາະວ່າ ເຣື່ອງເຂື່ອນ ມັນກະບໍ່ແມ່ນໜ້ອຍແລ້ວ.”
ການສ້າງເຂື່ອນໄຟຟ້າ ຫຼວງພຣະບາງ, ຣັຖບານລາວ ຍັງຢືນຢັນ ວ່າຈະສ້າງ, ແຕ່ດ້ວຍປັດຈຸບັນ ຍັງຕິດພັນ ຫຼາຍບັນຫາ ເຮັດໃຫ້ບໍ່ສາມາດ ສ້າງເຂື່ອນໄດ້ເທື່ອ, ໂດຍສະເພາະ ແມ່ນບັນຫາ ທີ່ສາກົລ ເຂົາທັກທ້ວງ. ດັ່ງເຈົ້າໜ້າທີ່ ກະຊວງພລັງງານ ແລະ ບໍ່ແຮ່ ໄດ້ກ່າວວ່າ:
“ກາຊິແມ່ນຍັງຄາ ຫຼາຍໆບັນຫາແຫຼະ ເພາະທາງຣັຖບານລາວ ຕ້ອງໄດ້ແກ້ໄຂ ເຣື່ອງບັນຫາ ທີ່ສາກົລ ເພິ່ນທັກທ້ວງ ກະອາຈຊິແກ້ໄຂ, ຫັ້ນນ່າ. ປັບປຸງໄປ ເພື່ອສຶກສາ ເພີ່ມຕື່ມ ແມ່ນຫຍັງ.”
ໂຄງການກໍ່ສ້າງ ເຂື່ອນຫຼວງພຣະບາງ, ອີງຕາມການຣາຍງານ ຂອງທາງການລາວ ມີ ປະຊາຊົນ ໄດ້ຮັບຜົລກະທົບ 6 ບ້ານ, 581 ຄອບຄົວ ລວມເປັນ 2,285 ຄົນ ໄປຢູ່ ບ່ອນຈັດສັນໃໝ່ ແລະ ມີປະຊາຊົນ ອີກປະມານ 20 ບ້ານ ເໜືອເຂື່ອນ ແລະ ທ້າຍເຂື່ອນ ທີ່ຈະໄດ້ຮັບ ຜົລກະທົບບາງສ່ວນ ເປັນຕົ້ນແມ່ນ ເສັຽດິນນາ ແລະ ດິນສວນ.
ເມື່ອວັນທີ 03 ພຶສຈິກາ 2020, ບ້ານຖິ່ນໂຮງ, ເມືອງຈອມເພັດ ປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກການໂຄງການສ້າງ ເຂື່ອນຫຼວງພຣະບາງ ຈຳນວນ 10 ຄອບຄົວ ທີ່ເສັຽດິນນາ, ດິນສວນ, ໄມ້ອຸດສາຫະກັມ, ໄມ້ກິນໝາກ ແລະ ຜົລຜລິຕ 6 ປີ, ໄດ້ຮັບຜົລກະທົບ ໂດຍໄດ້ຮັບ ເງິນຊົດເຊີຍ ມູລຄ່າທັງໝົດ 68,280,430 ກີບ.
ໂຄງການເຂື່ອນໄຟຟ້າ ຫຼວງພຣະບາງ ທີ່ມີແຜນ ຈະຂາຍໄຟຟ້າ ໃຫ້ປະເທດໄທຍ ແລະວຽດນາມ, ມາຮອດປັດຈຸບັນ ຣັຖບານລາວ ຍັງບໍ່ທັນໄດ້ ມີການເຊັນສັນຍາ ຊື້-ຂາຍ ເທື່ອ. ໂຄງການເຂື່ອນໄຟຟ້າ ຫຼວງພຣະບາງ ມີຂນາດການຜລິຕ 1,460 ເມກະວັຕ. ລັກສະນະເຂື່ອນ ເປັນຝາຍນໍ້າລົ້ນ ຫຼື Run-off-River ຄືກັນກັບ ເຂື່ອນໄຊຍະບູຣີ ຄາດວ່າ ຈະເຣີ່ມກໍ່ສ້າງ ພາຍໃນປີ 2020, ແຕ່ປັດຈຸບັນ ຍັງບໍ່ທັນເຣີ່ມກໍ່ສ້າງ ແລະ ມີກຳນົດ ການກໍ່ສ້າງ ໃຫ້ສຳເຣັດ ໃນປີ 2027, ໂດຍເປັນການ ຮ່ວມທຶນກັນ ຣະຫວ່າງ ຣັຖບານລາວ, ບໍຣິສັດ Petro Vietnam Power Corporation ຂອງວຽດນາມ ແລະ ບໍຣິສັດ ຊໍການຊ່າງປະເທດໄທຍ, ເຊິ່ງເປັນຜູ້ ຮັບເໝົາກໍ່ສ້າງ. ມູລຄ່າໂຄງການ 3,000 ລ້ານໂດລ່າຣ ສະຫະຣັຖ.