ເຮືອນຳທ່ຽວແລ່ນໄວ ຕາມລຳແມ່ນ້ຳຂອງ ສ້າງຜົນກະທົບໃຫ້ຊາວບ້ານ

ເຮືອທ່ອງທ່ຽວຂນາດໃຫຍ່ ທີ່ແລ່ນຕາມລຳແມ່ນ້ໍາຂອງ ໂດຍສະເພາະເຂດຫລວງພຣະບາງ ຊຶ່ງມັກແລ່ນດ້ວຍຄວາມໄວສູງ ເຮັດໃຫ້ເກີດຄື້ນກະທົບເຮືອຫາປາ ຂນາດນ້ອຍຂອງຊາວ ແລະສິ່ງແວດລ້ອມ, ຂະນະທີ່ ທາງການລາວ ແລະພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ມີມາຕຣາການ ໃນການຄວບຄຸມເທື່ອ.

ເຮືອຂນາດນ້ອຍ ຂອງຊາວບ້ານ ທາງພາກເໜືອ ຂອງລາວ ທີ່ແລ່ນຕາມລຳແມ່ນ້ຳຂອງ ວັນທີ 15 ຕຸລາ 2022. RFA

ໃນເມື່ອວັນທີ 30 ມົກກະຣາ ທີ່ຜ່ານມາ ໃນເວລາປະມານ 12 ໂມງ 30 ນາທີ ຕອນກາງເວັນ ມີເຮືອນໍາທ່ຽວຂນາດໃຫຍ່ ແລ່ນຈາກເຂື່ອນໄຟຟ້ານ້ໍາຂອງ ແຂວງໄຊຍະບູຣີ ມາຮອດເຂດບ້ານເມືອງຂາຍ ນະຄອນຫລວງພຣະບາງ ແຂວງຫລວງພຣະບາງ ແບບບໍ່ຜ່ອນຄວາມໄວ ເຮັດໃຫ້ເຮືອຂນາດນ້ອຍ ຂອງຊາວບ້ານທີ່ຈອດໄວ້ ແລະ ສິ່ງແວດລ້ອມ ບໍຣິເວນແຄມຂອງ ໄດ້ຮັບຜົລກະທົບ.

ດັ່ງ ຊາວບ້ານ ຢູ່ແຂວງຫລວງພຣະບາງ ກ່າວໃນວີດີໂອທີ່ເຜີຍແຜ່ ຜ່ານເຟສບຸກຄ໌ສ່ວນໂຕ ຂະນະທີ່ ເຫັນເຫດການດັ່ງກ່າວນີ້ວ່າ:

“ໜ້າທີ່ແຂບຢາກທ່ຽວຊົມທັມມະຊາດ ແຕ່ວ່າເຮືອລໍານີ້ ເປັນຫຍັງຄືວ່າແລ່ນໄວແທ້ ແລ່ນໄວມີຜົລກະທົບໃຫ້ແກ່ແຕ່ລະບ້ານ ເຮືອຈອດຢູ່ຕາຝັ່ງບໍ່ ຫລືວ່າຈັ່ງໃດຫັ້ນນ່າ ພວກຊາວປະມົງບໍ່ ເຮືອເລັກເຮືອນ້ອຍ ອັນນີ້ເອົາແຕ່ວ່າ ໃຈຜູ້ຊິແລ່ນເລີຍ ຄວາມແຮງນີ້ບໍ່ໃຫ້ເວົ້າເລີຍ ເຮືອໃຫຍ່ຢູ່ແລ້ວ ທີ່ຈິງ ແຂກນີ້ມັນຕ້ອງຄ່ອຍໄປຄ່ອຍມາ ມັກເບິ່ງທັມມະຊາຕ.”

ສໍາລັບເຮືອນໍາທ່ຽວ ຈາກແຂວງຫລວງພຣະບາງ ສ່ວນຫລາຍຈະອອກເດີນທາງ ໄປຮອດເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໂດຍໃຊ້ໄລຍະເວລາ ປະມານ 2-3 ມື້ ແຕ່ມາຮອດປັດຈຸບັນ ເຮືອນໍາທ່ຽວ ຂອງຜູ້ປະກອບການບາງຄົນ ເພີ່ມຄວາມໄວ ຕາມຄວາມຕ້ອງການ ຂອງຜູ້ຂີ່ເຮືອ ແລະ ກຸ່ມນັກທ່ອງທ່ຽວ ຈຶ່ງສາມາດເດີນທາງ ໄປຮອດແຂວງບໍ່ແກ້ວໄດ້ ພາຍໃນໄລຍະເວລາ 1 ມື້ປາຍ ຫາ 2 ມື້.

ດັ່ງ ເຈົ້າຂອງເຮືອນໍາທ່ຽວ ເສັ້ນທາງພາກເໜືອ ທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 31 ມົກຣາ 2023 ນີ້ວ່າ:

ໂຕນີ້ ຮັບບໍ່ແກ້ວ-ຫ້ວຍຊາຍ ອ່າ ໂຕນີ້ກໍໜ້າຈະປະມານມື້ນຶ່ງ ມື້ປາຍໜ້ອຍນຶ່ງ ມື້ປາຍ ເກືອບ 2 ມື້ ມັນກໍແລ້ວແຕ່ວ່າເຮົາແລ່ນຊ້າແລ່ນໄວ ຖ້າແລ່ນຊ້າກໍຊ້າ ສ່ວນຫລາຍທ່ອງທ່ຽວ ໂດຍ ສ່ວນຫລາຍເຮົາເປັນເຮືອທ່ອງທ່ຽວຢູ່.”

ທີ່ຜ່ານມາ ກະຊວງໂຍທາທິການ ແລະ ການສົ່ງຂົນສົ່ງ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ເຮັດວຽກ ກ່ຽວກັບການຂົນສົ່ງທາງນ້ໍາ ຍັງບໍ່ທັນມີຂໍ້ກໍານົດ ຢ່າງຄັກແນ່ວ່າ ເຮືອນໍາທ່ຽວ ແລະ ເຮືອຂົນສົ່ງສິນຄ້າ ໃນແມ່ນ້ໍາຂອງ ສາມາດໃຊ້ຄວາມໄວໄດ້ເທົ່າໃດ ແລະ ມີຈຸດໃດແດ່ ທີ່ຈໍາເປັນຕ້ອງຜ່ອນຄວາມໄວ ເພື່ອບໍ່ໃຫ້ກະທົບຕໍ່ສິ່ງທີ່ມີຊີວິຕ ໃນແມ່ນ້ໍາຂອງ ແລະ ຊາວບ້ານທີ່ຫາຢູ່ຫາກິນ ໃກ້ບໍຣິເວນແຄມແມ່ນ້ໍາຂອງ.

ດັ່ງ ເຈົ້າໜ້າທີ່ ທີ່ເຮັດວຽກກ່ຽວກັບ ການຂົນສົ່ງທາງນ້ໍາ ຜູ້ບໍ່ປະສົງອອກຊື່ ແລະ ຕໍາແໜ່ງ ທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ການແລ່ນເຮືອສ່ວນຫລາຍ ມັນກໍບໍ່ຄ່ອຍໄດ້ fix (ກໍານົດ) ຄວາມໄວ ມັນກໍໄດ້ເບິ່ງຕາມສະພາບໂຕຈິງ ມັນກໍແລ່ນ ປົກກະຕິມັນກໍ 15 ວິ ໄປຫັ້ນນ່າ ມັນບໍ່ແຮງດອກ ຄ່ອຍໆ ຄ່ອຍປືດຂຶ້ນໄປ ເພາະວ່າ ແລ່ນເຮືອຢູ່ນ້ໍາຂອງນີ້ ຂາຂຶ້ນມັນຈະ ຄ່ອຍໆ ແລ່ນ 10 ວິ 11 ວິ ຫລວງພຣະບາງສ່ວນຫລາຍ ຈະເປັນ ເຮືອລາວນ່າ (ສ່ວນເຮືອຂົນສົ່ງ) ແມ່ນ ເຮືອ ຂນາດ 100 ໂຕນ 100 ປາຍໂຕນນີ້ແຫລະ 100-200 ໂຕນ ເຮືອຂົນສົ່ງສິນຄ້າ ຜູ້ໂດຍສານກໍບໍ່ຫລາຍ.”

ມາຮອດປັດຈຸບັນ ບັນຫາ ເຮືອນໍາທ່ຽວໃຊ້ຄວາມໄວສູງ ແລ່ນໃນແມ່ນ້ໍາຂອງ ຍັງມີໃຫ້ເຫັນຢ່າງຕໍ່ເນື່ອງ ໂດຍສະເພາະ ໃນໄລຍະທີ່ນ້ໍາບໍ່ຫລາຍ ລວມເຖິງ ບໍຣິເວນທີ່ບໍ່ຄ່ອຍມີປະຊາຊົນ ອາສັຍຢູ່ ແຕ່ຢ່າງໃດກໍຕາມ ການແລ່ນເຮືອ ດ້ວຍຄວາມໄວ ພັດເຮັດໃຫ້ເກີດຄື້ນນ້ໍາໃຫຍ່ ແລະ ຟອງນ້ໍາ ເຊິ່ງກະທົບຕໍ່ສິ່ງແວດລ້ອມ ພາຍໃນພື້ນທີ່.

ດັ່ງ ຊາວບ້ານ ທີ່ອາສັຍຢູ່ບໍຣິເວນແຄມນ້ໍາຂອງ ແຂວງຫລວງພຣະບາງ ທ່ານນຶ່ງ ກ່າວວ່າ: 

ຖ້າເປັນເຮືອໃຫຍ່ຈັ່ງຊີ້ ຂະເຈົ້າຈະແລ່ນໄປທາງຫ້ວຍຊາຍ-ບໍ່ແກ້ວ, ບໍ່ແກ້ວ-ຫ້ວຍຊາຍ ມັນຂຶ້ນກັບນ້ໍາແດ່ ຖ້ານ້ໍາມັນໄຫລແຮງ ເຮົາກໍຈະແລ່ນແຮງ ຖ້ານ້ໍາປົກກະຕິ ເຮົາຈະແລ່ນປົກກະຕິ ຖ້ານ້ໍາມັນໄຫລແຮງ ຂະເຈົ້າຈະແລ່ນແຮງໜ້ອຍນຶ່ງ ມັນຈະຢູ່ຕາມແຄມ ຈະເປັນນ້ໍາຮ້າຍ (ນ້ໍາຄື້ນໃຫຍ່) ມັນຈະເປັນຟອງເປັນຫຍັງ ມັນຈະມີຢູ່ທຸກຈຸດຫັ້ນແຫລະ.”

ນັບແຕ່ການແຜ່ຣະບາດ ຂອງໂຄວິດ-19 ຫລຸດຜ່ອນລົງ ເຣີ່ມມີນັກທ່ອງທ່ຽວ ເດີນທາງມາໃຊ້ບໍຣິການເຮືອນໍາທ່ຽວ ໃນແມ່ນ້ໍາຂອງເປັນຈໍານວນຫລາຍ ໂດຍສະເພາະ ນັກທ່ອງທ່ຽວ ທີ່ໃຊ້ບໍຣິການເຮືອນໍາທ່ຽວຢູ່ແຂວງຫລວງພຣະບາງ ເຊິ່ງການທ່ອງທ່ຽວ ດ້ວຍການລ່ອງເຮືອໃນແມ່ນ້ໍາຂອງ ໃນລັກສະນະດັ່ງກ່າວນີ້ ມັກມີນັກທ່ອງທ່ຽວບາງຄົນ ບໍ່ຊ່ອຍກັນຮັກສາສິ່ງແວດລ້ອມ ດ້ວຍການຖິ້ມຂີ້ເຫຍື້ອ ລົງໃນແມ່ນ້ໍາຂອງ ເຊິ່ງຂີ້ເຫຍື້ອດັ່ງກ່າວນີ້ ພັດຊະຊາຍຢູ່ຕາມແຄມນ້ໍາຂອງ ທັງຝັ່ງປະເທດລາວ ແລະ ປະເທດໄທຍ.

ອີງຕາມຄວາມເວົ້າ ຂອງຊາວບ້ານ ຢູ່ເມືອງຊຽງຂອງ ແຂວງຊຽງຮາຍ ທີ່ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 30 ມົກຣາ 2023 ທີ່ຜ່ານມານີ້. 

ກ່ອນໜ້ານີ້ ເມື່ອວັນທີ 20 ກັນຍາ 2022 ທີ່ຜ່ານມາ ຄະນະກັມມາທິການແມ່ນ້ໍາຂອງສາກົລ ຫລື Mekong River Commission (MRC) ໄດ້ຈັດກອງປະຊຸມຄະນະກັມມະການ ກໍາກັບການດໍາເນີນໂຄງການຮ່ວມ ລະຫວ່າງ ໄທຍ-ລາວ ກ່ຽວກັບການຮ່ວມມື ວ່າດ້ວຍການເດີນເຮືອ ໃນແມ່ນ້ໍາຂອງ ຈາກຫລວງພຣະບາງ ໄປຫາ ຄອນພະເພັງ ໂດຍມີຜູ້ແທນຈາກປະເທດລາວ ແລະ ປະເທດໄທຍເຂົ້າຮ່ວມ ຍ້ອນທີ່ຜ່ານມາ ການເດີນເຮືອຕາມແລວນ້ໍາຂອງ ຈາກຫລວງພຣະບາງ ໄປຫາ ຄອນພະເພັງ ຍັງບໍ່ທັນມີຂໍ້ກໍານົດດັ່ງກ່າວນີ້ເທື່ອ ຂະນະທີ່ ການເດີນເຮືອ ຈາກແຂວງຫລວງພຣະບາງ ໄປຍັງຊາຍແດນຈີນ ແລະ ພະມ້າ ມີຂໍ້ກໍານົດແລ້ວ

ສໍາລັບຣາຍລະອຽດ ທີ່ກ່ຽວຂ້ອງກັບຄວາມປອດພັຍ ແລະ ການປ້ອງກັນ ມົນລະພິດ ທີ່ຄາດວ່າຈະເກີດຂຶ້ນຈາກ ການເດີນເຮືອໃນແມ່ນ້ໍາຂອງ ທີ່ຜູ້ເຂົ້າຮ່ວມ ໄດ້ຮ່ວມກັນ ປຶກສາຫາລື ເພີ່ມຕື່ມນັ້ນ ມີຈໍານວນ 13 ຂໍ້ ເປັນຕົ້ນ ຄວາມປອດພັຍ ໃນການຈະຣາຈອນທາງນ້ໍາ, ຄວາມປອດພັຍຂອງເຮືອ, ການຄຸ້ມຄອງຜູ້ໂດຍສານ, ການສ້າງຄວາມໝັ້ນໃຈ ໃຫ້ແກ່ລູກເຮືອ, ການຄົ້ນຫາ ແລະ ການກູ້ພັຍ, ການຕອບສນອງຕໍ່ສະຖານະການສຸກເສີນ, ຄວາມປອດພັຍ ຂອງທ່າເຮືອ, ການຈັດການຂອງເປີະເປື້ອນ, ແຜນຮັບມືສຸກເສີນ, ກົດລະບຽບກ່ຽວກັບ ການຈໍາແນກເຮືອ ແລະ ເສັ້ນທາງນ້ໍາ, ການຕອບສນອງສຸກເສີນ ແລະ ການຮົ່ວໄຫລ ຂອງນ້ໍາມັນ ໃນທ່າເຮືອ ແລະ ປາຍທາງ, ຂໍ້ກໍານົດທາງເຕັກນິກ ແລະ ການປະຕິບັດການ ຂອງເຮືອບັນທຸກນ້ໍາມັນ ແລະ ສິນຄ້າອັນຕຣາຍ ຕ້ອງຫ້າມ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org