ຫຼາຍແຂວງຂອງລາວ ຖືກນ້ຳຖ້ວມ ປະຊາຊົນຕ້ອງການຄວາມຊ່ວຍເຫຼືອ

ວິທຍຸເອເຊັຽເສຣີ
2024.09.12
ຫຼາຍແຂວງຂອງລາວ ຖືກນ້ຳຖ້ວມ ປະຊາຊົນຕ້ອງການຄວາມຊ່ວຍເຫຼືອ ສະພາບ ນ້ຳຖ້ວມ ແຂວງຫຼວງນ້ຳທາເມື່ອວັນທີ 9 ກັນຍາ ທີ່ຜ່ານມານີ້.
RFA

ຫຼ້າສຸດນີ້, ສູນກາງຊາວໜຸ່ມລາວ ກໍໄດ້ເປີດຮັບບໍລິຈາກເຄື່ອງ ຢູ່ຈຸດບ້ານໂພນທັນ, ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເພື່ອນຳໄປຊ່ອຍເຫຼືອ ຜູ້ປະສົບໄພນ້ຳຖ້ວມ ຢູ່ແຂວງຫຼວງນ້ຳທາ ແລະ ແຂວງອື່ນໆ ທີ່ຖືກນ້ຳຖ້ວມ. ອີກທັງ ມີລາຍງານຕື່ມວ່າ ກອງພັນໃຫຍ່ 703 ຂອງກອງບັນຊາການ ທະຫານອາກາດ ກໍໄດ້ນຳກຳລັງທະຫານ ແລະ ເຮືອບິນ ອີກ 4 ລຳ ພ້ອມດ້ວຍເຮືອ ອີກຈຳນວນໜຶ່ງ ເພື່ອໄປຊ່ອຍເຫຼືອ ຜູ້ປະສົບໄພນ້ຳຖ້ວມ ທີ່ແຂວງຫຼວງນ້ຳທາ.

ສຳລັບເຫດການນ້ຳຖ້ວມ ຢູ່ແຂວງຫຼວງນ້ຳທາ ຍັງບໍ່ທັນມີລາຍງານ ມູນຄ່າຄວາມເສັຽຫາຍເທື່ອ, ແຕ່ໃນເບື້ອງຕົ້ນ ມີຊາວບ້ານ ເສຍຊີວິດ 1 ຄົນ ຍ້ອນຖືກນ້ຳພັດໄຫຼ ຈາກການທີ່ພະຍາຍາມ ເຂົ້າໄປຊ່ອຍ ຜູ້ປະສົບໄພນຳກັນ. ອີກທັງ ເຂື່ອນໄຟຟ້ານ້ຳທາ 3 ກໍຖືກນ້ຳຖ້ວມ ຈົນລົ້ນ ແລະ ໄດ້ເກີດຄວາມເສຍຫາຍ ແກ່ເຮືອນຈັກ ບາງສ່ວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.