ຜແນກແຜນການ ແລະການລົງທຶນ ແຂວງຫລວງພຣະບາງ ໄດ້ເຮັດບົດບັນທຶກກັບບໍຣິສັດ ອິນຟີນີຕີ ທ່ອງທ່ຽວຈໍາກັດຂອງເອກກະຊົນ ໂດຍອະນຸຍາດໃຫ້ສໍາຣວດ ແລະສຶກສາຄວາມເປັນໄປໄດ້ ໃນການສ້າງແຫລ່ງທ່ອງທ່ຽວຄົບວົງຈອນ ຢູ່ເຂດພູຈອມຫວດ ແລະພູຫິນກອງ ໃນເຂດບ້ານຜານົມ ແລະບ້ານນາສ້າງເຫວີຍ ນະຄອນຫລວງພຣະບາງ ໃນເນື້ອທີ່ປະມານ 100 ຫາ 150 ເຮັກຕາ, ຈະໃຊ້ເວລາສຶກສາ ແລະສໍາຣວດ 1 ປີ ເພື່ອເຮັດການປະເມີນ ຜົລກະທົບຕໍ່ສິ່ງແວດລ້ອມ, ຕໍ່ສັງຄົມ ແລະມໍຣະດົກໂລກ. ກ່ຽວກັບເຣື່ອງທີ່ວ່ານີ້ ປະຊາຊົນໃນເຂດນັ້ນ ກັງວົນຫລາຍນໍາເຣື່ອງຜົລກະທົບຕໍ່ສິ່ງແວດລ້ອມ, ສັດປ່າແລະວິຖີຊີວິດຂອງພວກຕົນ, ອີງຕາມຄໍາເວົ້າຂອງຊາວບ້ານນາງນຶ່ງ ທີ່ບໍ່ປະສົງອອກຊື່ ແລະສຽງ ຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 7 ມົກກະຣານີ້.
"ຜ່ານມາເຂົາກໍາລັງມີໂຄງການຫລາຍ ຂອງຣັຖຂະເຈົ້າມາເຮັດດິນໂຄງການນັ້ນແມ່ນຂະເຈົ້າຈັດໄວ້ແລ້ວ ແຕ່ວ່າດິນຂອງປະຊາຊົນແທ້ມັນບໍ່ເຂົາຂອງໂຄງການ. "
ນາງເວົ້າຕື່ມວ່າ ການທີ່ບໍຣິສັດດັ່ງກ່າວ ຈະເຂົ້າມາສໍາຣວດ ແລະສຶກສາຄວາມເປັນໄປໄດ້ ເພື່ອພັທນາແຫລ່ງທ່ອງທ່ຽວ ຢູ່ພູຈອມຫວດ ແລະພູຫິນກອງນັ້ນ ຕົນກໍຍັງບໍ່ຮູ້ເທື່ອວ່າຈະເປັນແນວໃດ ແລະຈະກວມເອົາທີ່ດິນຂອງຊາວບ້ານ ຫລືບໍ່, ຍ້ອນວ່າມາຮອດມື້ນີ້ ກໍຍັງບໍ່ມີພາກສ່ວນໃດ ລົງມາແຈ້ງຂ່າວໃຫ້ຊາວບ້ານຮູ້.
ຊາວບ້ານອີກນາງນຶ່ງ ກໍເວົ້າໃນມື້ດຽວກັນນີ້ວ່າ ປັດຈຸບັນ ຢູ່ເຂດບ້ານຜານົມກໍມີຫລາຍໂຄງ ການພັທນາ ທີ່ຢູ່ໃນຣະຫວ່າງການກໍ່ສ້າງ ເປັນຕົ້ນໂຄງການກໍ່ສ້າງຫໍສມຸດຂອງຍີ່ປຸ່ນ, ຫ້ອງ ການຕໍາຣວດ ແລະອື່ນໆ ຊຶ່ງປະຊາຊົນຫລາຍຄົນເຊື່ອວ່າ ສິ່ງດັ່ງກ່າວຈະເຊື່ອມໂຍງເຂົ້າກັບໂຄງການພັທນາແຫລ່ງທ່ອງທ່ຽວທີ່ວ່ານັ້ນໃນອະນາຄົດ.
"ເຮັດຫລັກໆ ກະຄືກໍາລັງສ້າງ ດຽວນີ້ກະຄືແມ່ນຫໍສມຸດຍີ່ປຸ່ນ ມີຫ້ອງການຕໍາຣວດ ເປັນແຫລ່ງພັທນາບ່ອນແຖວນີ້ ຢາກເຮັດທ່ອງທ່ຽວຕີ໋. "
ແລະຊາວບ້ານອີກຜູ້ນຶ່ງ ກໍເວົ້າວ່າ ຕົນຫາກໍ່ຮູ້ຂ່າວນັ້ນຜ່ານທາງສື່ມວນຊົນ ແລະກໍເຊື່ອວ່າແຜນພັທນາແຫລ່ງທ່ອງທ່ຽວ ຢູ່ພູຈອມຫວດ ແລະພູຫິນກອງ ອາຈເຊື່ອມໂຍງກັບເສັ້ນທາງ ຣົຖໄຟລາວ-ຈີນ ເພື່ອດຶງດູດນັກທຸຣະກິດຈີນ ເຂົ້າມາລົງທຶນຫລາຍ.
ກ່ຽວກັບເຣື່ອງທີ່ວ່ານີ້ ນັກທຸຣະກິດດ້ານການທ່ອງທ່ຽວ ຢູ່ແຂວງຫລວງພຣະບາງທ່ານນຶ່ງ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 7 ມົກກະຣານີ້ວ່າ ປັດຈຸບັນ ຢູ່ເຂດພູຈອມຫວດ ແລະພູຫິນກອງ ຍັງບໍ່ທັນເປັນແຫລ່ງທ່ອງທ່ຽວ ທີ່ມີຊື່ສຽງ ແລະບໍ່ທັນໄດ້ຮັບຄວາມສົນໃຈ ຈາກນັກທ່ອງທ່ຽວຫລາຍເທື່ອ ເຖິງແມ່ນມັນຈະເປັນແຫລ່ງທ່ອງທ່ຽວ ທາງທັມຊາດກໍຕາມ. ດັ່ງ ນັ້ນ ຈຶ່ງເປັນໄປໄດ້ວ່າ ທາງການແຂວງຢາກພັທນາແລະຍັກຣະດັບແຫລ່ງທ່ອງທ່ຽວແຫ່ງນີ້ ໃຫ້ກາຍເປັນເຂດ ທີ່ສາມາດດຶງດູດນັກທ່ອງທ່ຽວໄດ້ຫລາຍໃນຂັ້ນຕໍ່ໄປ ຊຶ່ງເຂດນີ້ຕົນກໍບໍ່ໄດ້ໄປຈັກເທື່ອ.
"ສ່ວນຫລາຍມັນເປັນປ່າເປັນນັ້ນ ຂະເຈົ້າບໍ່ໄດ້ຕິເບາະ ຂ້ອຍກະບໍ່ໄດ້ໄປຈັກບາດເທື່ອ ຢູ່ເມືອງຫລວງພຣະບາງນີ້ ມັນມີແຕ່ວັດໂພນເພົາ ໂຕພູສີ. "
ຜູ້ປະກອບການດ້ານການທ່ອງທ່ຽວ ຢູ່ແຂວງຫລວງພຣະບາງ ອີກທ່ານນຶ່ງ ກໍເວົ້າວ່າ ນັກທ່ອງທ່ຽວ ສ່ວນໃຫຍ່ມັກໄປທ່ຽວຢູ່ເຂດບ້ານຜານົມ, ຮູ້ຈັກບ້ານນີ້ດີ ຍ້ອນເປັນບ້ານນີ້ມີຊື່ສຽງດ້ານຫັດຖະກໍາ ຕໍ່າສິ້ນ, ຜ້າໄໝ, ແຜ່ນແພ. ສ່ວນນັກທ່ອງທ່ຽວ ທີ່ສົນໃຈເຣື່ອງການທ່ຽວທາງທັມຊາດ ສ່ວນໃຫຍ່ຈະຂີ່ເຮືອໄປເມືອງງອຍ ຫລາຍກວ່າຢູ່ໃນນະຄອນຫລວງພຣະບາງ.
"ຜານົມນີ້ ໝາຍເຖິງວ່າເປັນບ້ານວັທນະທັມເນາະ ເຣື່ອງຕໍ່າຫູກທໍໄໝນີ້ນ່າ ດຽວນີ້ຫລັກໆນີ້ ການທ່ອງທ່ຽວນີ້ເຂົາສິເນັ້ນໄປໜອງຂຽວ ເມືອງງອຍພຸ້ນນ່າ ເພາະວ່າໂຕນີ້ທັມຊາດມັນຍັງດິບໆ ຢູ່ຫັ້ນນ່າ ປະຊາຊົນກະໃຊ້ຊີວິດແບບພື້ນບ້ານຢຸ່. "
ໃນເບື້ອງຕົ້ນ ບໍຣິສັດ ອິນຟີນີຕີ ທ່ອງທ່ຽວຈໍາກັດຂອງເອກກະຊົນ ມີແຜນທີ່ຈະພັທນາແຫລ່ງທ່ອງທ່ຽວຢູ່ພູຈອມຫວດ ແລະພູຫິນກອງ ຫລາຍໂຄງການ ທັງໂຮງແຮມ, ຣີສອດ, ທີ່ພັກຕາກອາກາດ, ຝາຍກັນນໍ້າ, ບ່ອນຊົມທິວທັດ ຮວມທັງຈັດສັນພື້ນທີ່ຜລິດກະສິກໍາໃນຮູບແບບການທ່ອງ ທ່ຽວ, ສວນສັດ, ສນາມຍິງທະນູ, ສນາມກິລາ, ສນາມແຂ່ງຣົຖນ້ອຍ ແລະອື່ນໆ. ຖ້າຫາກການສໍາຣວດ ແລະການສຶກສາ ມີຄວາມເປັນໄປໄດ້ ທາງບໍຣິສັດກໍຈະສເນີຕໍ່ທາງການ ແຂວງຫລວງພຣະບາງ ແລະຣັຖບານ ເພື່ອຂໍອະນຸມັດສໍາປະທານ, ອີງຕາມຂໍ້ມູນຈາກໜັງສືພິມ ເສຖກິດ-ສັງຄົມ.
ຢູ່ແຂວງຫລວງພຣະບາງ ເມື່ອປີ 2018 ກໍເຄີຍມີບໍຣິສັດ ອາໂຈ ຂອງເອກກະຊົນຈາກປະເທດຈີນ ໄດ້ ມາຂໍສໍາປະທານແຫລ່ງທ່ອງທ່ຽວຕາດກວາງຊີ. ແຕ່ທາງການແຂວງຫລວງພຣະບາງ ບໍ່ອະນຸມັດ ຍ້ອນຢ້ານວ່າຈະຄຸ້ມຄອງໄດ້ຍາກ ແລະອາຈເກີດຫລາຍບັນ ຫາຕາມມາ ແລະປະຊາຊົນລາວຫລາຍຄົນ ກໍບໍ່ພໍໃຈ ຫາກຈະໃຫ້ບໍຣິສັດຈີນ ເຂົ້າມາສໍາປະທານແຫລ່ງທ່ອງທ່ຽວສໍາຄັນແຫ່ງນີ້.