ປະຊາຊົນຢູ່ໃກ້ທາງ ຣົດໄຟ ເຣີ່ມກັງວົນ

ໄຊຍາ
2020.08.20
F-train ທາງຣົດໄຟ ລາວ-ຈີນ ທີ່ເຂດບ້ານ ຫ້ວຍນ້ຳເຢັນ, ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ (ຖ່າຍຮູບເມື່ອ: ວັນທີ 26 ເດືອນເມສາ 2020)
RFA

ຊາວລາວທີ່ອາສັຍຢູ່ຕາມແລວທາງຣົດໄຟ ລາວ-ຈີນ ຍັງບໍ່ໄດ້ຕຽມພ້ອມຮັບມື ຕໍ່ການປ່ຽນ ແປງໃດໆ ເມື່ອທາງຣົດໄຟເປີດໃຊ້ບໍຣິການທ້າຍ ປີ 2021 ຂນະທີ່ທາງການລາວ ແລະ ແຂວງຕ່າງໆ ກໍຍັງບໍ່ລົງໄປໃຫ້ຄວາມຮູ້ ແກ່ຊາວບ້ານເທື່ອ. ດັ່ງຊາວລາວຢູ່ເມືອງໄຊ ແຂວງອຸດົມໄຊ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 19 ສິງຫາ ວ່າ:

"ບໍ່ ບໍ່ຮູ້ເທື່ອນ່າ ດຽວນີ້ນີ້ນະ ຂະເຈົ້າການມີແຜນການຊ່ອຍເຫຼືອ ຈັ່ງໃດ ກາບໍ່ຮູ້ເທື່ອເຮັດຢູ່ ແຕ່ມັນບໍ່ມີບ່ອນເດ້ ແລະກາບໍ່ມີທຶນ ເອື້ອຍນີ້ຢາກ ເຮັດໂອ້ຍ ຢາກເຮັດເພີ່ນ ຊິວ່າຈັ່ງໃດ."

ສ່ວຊາວເມືອງນາໝໍ້ ແຂວງອຸດົມໄຊ ກ່າວວ່າ ບໍ່ເຫັນທາງການລົງມາ ໃຫ້ຄວາມຮູ້ແກ່ ຊາວບ້ານໃນເຣື່ອງການຕຣຽມຄວາມພ້ອມ.

"ຄົນລາວເຮົາກາບໍ່ຮູ້ຄືກັນ ອັນນີ້ເພາະມີ ໂຮງແຮມ 2 ຫຼັງຕິດກັນຢູ່ ນີ້ມັນຂຍັບຂຍາຍ ກາຊິບໍ່ມີບ່ອນເບີ່ງນີ້."

ສ່ວນຊາວບ້ານເມືອງຫິນເຫີບ ແຂວງວຽງຈັນໄດ້ໃຫ້ຄຳເຫັນວ່າ ສຳລັບເມືອງຫິນເຫີບທາງ ຣົດໄຟລາວ-ຈີນເປັນພຽງທາງຜ່ານບໍ່ມີສະຖານີ.

"ອັນນີ້ກາຍັງບໍ່ຮູ້ນ່າ ແຕ່ວ່າມັນບໍ່ມີແບບນັກທ່ອງທ່ຽວ ມາຫຼິ້ນຫຼາຍມັນບໍ່ ຄືວັງວຽງແບບມັນເປັນທາງຜ່ານຊື່ໆ."

ໃນຂນະທີ່ເຈົ້າໜ້າຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງຫຼວງພຣະບາງ ໄດ້ກ່າວຕໍ່ເອເຊັຽເສຣີວ່າ ບໍ່ເຄີຍໄດ້ຮັບຊາບກ່ຽວກັບ ບັນຫານີ້ເທື່ອ ບໍ່ທັນເຫັນພາກສ່ວນ ໃດສເນີແຜນ ເຂົ້າມາ.

"ອັນນີ້ເຮົາກາຍັງບໍ່ທັນຮູ້ໄດ້ ບໍ່ຮູ້ ບໍ່ໄດ້ລົງໄປຕິດຕາມຫັ້ນນ່າຍັງບໍ່ທັນເຫັນແຜນຍັງບໍ່ທັນມີ."

ຕໍ່ກັບບັນຫານີ້ເຈົ້າໜ້າທີ່ກະຊວງ ຖແລງຂ່າວວັທນະທັມ ແລະ ທ່ອງທ່ຽວ ໄດ້ກ່າວຕໍ່ ເອັເຊັຽເສຣີວ່າ ຣັຖບານລາວຍັງບໍ່ສາມາດຕອບໂຈດ ໄດ້ໃນເຣື່ອງນີ້ ຈະເຮັດແນວໃດ.

"ໂຕນີ້ພວກເຮົາກາເປັນຫ່ວງຫຼາຍເດີ້ ບໍ່ສາມາດຕອບໂຈດໄດ້ວ່າເຮົາ ຕ້ອງເຮັດໃຫ້ແດ່ຫັ້ນນ່າເຮົາຕ້ອງຕຽມ ອັນໃດແດ່ບຸກຄຸລາກອນເຮົາ ປະຊາຊົນເຮົາຫັ້ນນ່າ ມີຄວາມຮູ້ ຄວາມສາມາດ ແນວໃດແລ້ວຊິ ປົກປ້ອງສິດຜົລປໂຍດ ຂອງເຂົາເຈົ້າແນວໃດ ເຮົາກາເປັນຫ່ວງຄືກັນ, ທາງຣັຖບານເຮົາບຸຄລາກອນ ຢູ່ຣັຖບານເຮົາຄົນເກັ່ງມັນມີນ້ອຍ ສ່ວນຫຼາຍເຂົາໄປຢູ່ນຳເອກະຊົນ."

ທ່ານ ກ່າວຕື່ມວ່າ ສີ່ງທີ່ຣັຖບານລາວຄວນເອົາໃຈໃສ່ ເພື່ອຫຼຸດຜ່ອນຜົລກະທົບ ຕໍ່ຄົນລາວ ການລົງທຶນສ້າງງານວິຈັຍ ຄົ້ນຄວ້າສຶກສາ ແບບຣະອຽດ ລົງໃຫ້ຄວາມຮູ້ ສ້າງຄວາມເຂົ້າໃຈ ໃຫ້ກັບຊາວບ້ານ ເພື່ອໃຫ້ເຂົາມີຄວາມພ້ອມຮັບມືການປ່ຽນແປງທີ່ຈະເກີດຂື້ນຫຼັງຈາກນີ້.

ໃນລະຫວ່າງວັນທີ 10-12 ສິງຫາ 2020 ບໍລິສັດ ທາງຣົດໄຟລາວ-ຈີນ ໄດ້ຈັດຕັ້ງຄັດເລືອກ ບຸຄລາກອນ ຊຸດທີ່ 2 ແລະ ຊຸດທີ່ 3 ເພື່ອເຂົ້າຮ່ວມຝຶກອົບຮົມ ວິຊາສະເພາະ ໃນໄລຍະ ດໍາເນີນການ ຂອງໂຄງການຣົດໄຟ ລາວ-ຈີນ, ເຊິ່ງມີຜູ້ເຂົ້າສະໜັກຫລາຍກວ່າ 1 ພັນກວ່າຄົນ ແລະ ຈະຄັດເອົາພຽງ 550 ຄົນ.

ສ່ວນຊຸດທີ 1 ມີທັງໝົດ 248 ຄົນທີ່ຜ່ານການຄັດເລືອກ ແຕ່ເດືອນມິຖຸນາຜ່ານມາ ປັຈຈຸບັນ ກຳລັງຢູ່ໃນຂັ້ນຕອນການຝຶກອົບຮົມຈາກ ທາງບໍຣິສັດ ທາງຣົດໄຟ ລາວ-ຈີນ ຢູ່ນະຄອນຫຼວງວຽງຈັນ.

ທະນາຄານກຸງເທບປະເທດໄທຍ ຣາຍງານກ່ຽວກັບ Land Linked ຣົດໄຟ ຈີນ ເຊື່ອມ ວຽງຈັນ ເມື່ອວັນທີ 24 ມິຖຸນາ 2019 ຣະບຸວ່າ ເມື່ອ ທາງຣົດໄຟ ລາວ-ຈີນ ສ້າງສຳເຣັດ ໃນທ້າຍ ປີ 2021 ຈະເຮັດໃຫ້ລາວ ເປັນທີ່ໜ້າສົນໃຈທີ່ສຸດໃນອາຊ້ຽນ ແລະ ຈະມີກຸ່ມທຶນຍ້າຍ ເຂົ້າໄປ ລົງທຶນໃນລາວເພີ່ມຂື່ນ ຂນະທີ່ທາງການລາວ ກໍປ່ອຍໃຫ້ນັກລົງທຶນ ສາມາດເຊົ່າ- ສັມປະທານ ທີ່ດິນໃນໄລຍະ ເວລາ 50 ປີ.

ນອກຈາກນີ້ ຄົນງານຈາກປະເທດເພື່ອນບ້ານກໍຈະອົພຍົບເຂົ້າລາວ ເພື່ອຊອກວຽກເຮັດ ເປັນຈຳນວນຫຼາຍເຊັ່ນກັນ ໂດຍຄາດການວ່າ ຈະມີຄົນຈີນ ຍ້າຍເຂົ້າມາຫຼາຍສຸດ ປະມານ 02 ລ້ານຄົນ , ຄົນໄທຍ 1 ລ້ານຄົນ, ຄົນເກົາຫຼີ 1 ລ້ານຄົນ ແລະ ຄົນວຽດນາມ ອີກ 1 ລ້ານ ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.