ປາຢູ່ໜ້າເຂື່ອນນໍ້າຄານ 2 ໜ້ອຍລົງ

ປະຊາຊົນ ຫາປາ ຢູ່ໜ້າເຂື່ອນ ນໍ້າຄານ 2 ເມືອງຊຽງເງິນ ແຂວງຫລວງພຣະບາງ ໄດ້ໜ້ອຍລົງ.

ເຂື່ອນນໍ້າຄານ ທີ່ແຂວງຫຼວງພຣະບາງ Screen captured Nam Khan Dam and relocation site video

ປະຊາຊົນທີ່ອາສັຍຢູ່ບໍຣິເວນ ເຂື່ອນນໍ້າຄານ 2 ເມືອງຊຽງເງິນ ແຂວງຫລວງພຣະບາງ ຫາປາໄດ້ໜ້ອຍລົງ, ເຖິງແມ່ນວ່າ ທາງການລາວ ຈະມີເຂດອະນຸຮັກປາ ຢູ່ບໍຣິເວນໜ້າເຂື່ອນນໍ້າຄານ 2 ແຕ່ກໍຍັງມີປະຊາຊົນ ຈໍານວນນຶ່ງລັກລອບ ເຂົ້າໄປຫາປາຢູ່ ເຮັດໃຫ້ປາ ມີໜ້ອຍລົງ. ດັ່ງປະຊາຊົນ ບ້ານພູຊາງ ເມືອງຊຽງເງິນ ກ່າວເມື່ອວັນທີ 7 ມິຖຸນາ ນີ້ວ່າ:

"ຂ້ອນຂ້າງວ່າຫລຸດລົງຫລາຍ ໃນນັ້ນມັນກໍມີ ບາງຣະດູນີ້ ກໍຫຼາຍ ແຕ່ວ່າບາງຣະດູ ກໍບໍ່ມີ ຫາປະຊຸມ ກັບມານີ້ ກໍອະນຸລັກ ອັນມໍ່ໆກັນ ລະ ແມ່ນຕັ້ງແຕ່ເຂື່ອນຂຶ້ນໄປ 3 ກິໂລແມັຕ ອະນຸລັກ ໄວ້".

ກ່ຽວກັບເຣື່ອງນີ້ RFA ໄດ້ສອບຖາມໄປຍັງເຈົ້າໜ້າທີ່ ຊັພຍາກອນທັມຊາດ ແລະ ສິ່ງແວດລ້ອມ ເມືອງຊຽງເງິນ ໄດ້ຮັບຄໍາຕອບວ່າ ທາງ ໂຄງການ ເຂື່ອນນໍ້າຄານ ແລະພາກຣັຖ ໄດ້ປ່ອຍພັນປາ ລົງໃນເຂື່ອນ ເປັນປະຈໍາທຸກປີ ເຮັດໃຫ້ປາ ເພີ່ມຂຶ້ນ:

"ປາ ຂະເຈົ້າ ເວລາຕັນເຂື່ອນແລ້ວ ກໍບໍ່ມີຄົນທໍາລາຍ ມັນກໍເພາະພັນໄດ້ແບບວ່ອງໄວ ມັນກໍເພາະພັນໄດ້ຫຼາຍ ມັນກໍມີ ການປ່ອຍປາເດ໊ ທາງໂຄງການຂະເຈົ້າ ກໍເອົາປາ ມາປ່ອຍເປັນແສນໆ ພຸ້ນແຫລະ".

ອີກຢ່າງນຶ່ງ ບໍຣິເວນໜ້າເຂື່ອນນໍ້າຄານ 2 ທາງໂຄງການ ເຂື່ອນນໍ້າຄານ ແລະທາງແຂວງ ໄດ້ຈັດສັນໃຫ້ ເປັນເຂດ ປະມົງ ທີ່ປະຊາຊົນ ສາມາດຫາປາໄດ້ ຊຶ່ງປັດຈຸບັນ ທາງແຂວງ ໄດ້ຈັດໃຫ້ມີກຸ່ມປະມົງ ຂອງປະຊາຊົນ ແລະຈັດໃຫ້ມີ ຜູ້ຮັບຊື້ປາ ຈາກປະຊາຊົນ. ແຕ່ບັນຫາ ມີຢູ່ວ່າ ຜູ້ຮັບຊື້ປາ ຈາກປະຊາຊົນ ໃຫ້ຣາຄາ ຕໍ່າເກີນໄປ:

"ຣາຄານີ້ ກໍຂ້ອນຂ້າງບໍ່ດີປານໃດ ຕໍ່າຫລາຍ ໂລ 8 ພັນ ໂລ 10 ພັນຂຶ້ນໄປ ຫາ 15 ພັນ ບໍ່ເກີນນັ້ນ, ອີງຕາມປາຕົວນ້ອຍ ຕົວໃຫຍ່ ກໍໄດ້ຕໍ່າຫລາຍ. ມື້ວານນີ້ ພວກເຮົາ ກໍໄດ້ປະຊຸມ ຮຽກຮ້ອງໃຫ້ທາງເມືອງ ແລະ ພາກສ່ວນ ທີ່ເກັບຊື້ປານັ້ນ ຮຽກຮ້ອງໃຫ້ ເອົາຣາຄານີ້ ຂຶ້ນຕື່ມ. ຖ້າຣາຄາ ແນວນີ້ ກໍຄືວ່າກິນ ເອົາລັດເອົາປຽບ ຂອງຝ່າຍປະຊາຊົນຫລາຍ".

ປະຊາຊົນ ເວົ້າຕື່ມວ່າ ກຸ່ມທີ່ມາຮັບຊື້ປາ ຈາກປະຊາຊົນ ເປັນເອກຊົນ ທີ່ໄດ້ສັມປະທານ ຈາກທາງແຂວງ ແລະເປັນກຸ່ມທີ່ ຮັບຊື້ປາ ຂອງ ປະຊາຊົນ ຢູ່ທີ່ເຂື່ອນນໍ້າງື່ມ ມາກ່ອນ. ປັດຈຸບັນ ຊາວປະມົງ ຢູ່ເຂື່ອນນໍ້າຄານ 2 ມີທັງໝົດ 6 ໜ່ວຍ ແຕ່ລະໜ່ວຍມີ 10 ຄອບຄົວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org