ຊາວບ້ານ ຢາກໃຫ້ມີເວທີ ຟັງຄວາມເຫັນ ກ່ອນເຣີ່ມໂຄງການ ເຂື່ອນໄຟຟ້າ

ຊາວລາວ ທີ່ຈະໄດ້ຮັບຜົລກະທົບ ຈາກເຂື່ອນໃນແມ່ນໍ້າຂອງ ຢາກໃຫ້ທາງການລາວ ເປີດເວທີ ຮັບຟັງຄວາມຄິດ ຄວາມເຫັນ ເພື່ອໃຫ້ໄດ້ສະທ້ອນບັນຫາ, ຂໍ້ກັງວົນ ແລະຂໍ້ສເນີຕ່າງໆ ກ່ຽວກັບຜົລກະທົບ ທາງດ້ານສິ່ງແວດລ້ອມ-ສັງຄົມ ຂອງໂຄງການ ເຂື່ອນໄຟຟ້າ ຄືກັບປະເທດໄທຍ, ວຽດນາມ ແລະກັມພູຊາ.

ເວທີ ຮັບຟັງຄວາມຄຶດເຫັນ ປະຊາຊົນ ແຄມນ້ຳຂອງ ທີ່ຈັດຂຶ້ນ ຢູ່ແຂວງໜອງຄາຍ ປະເທດໄທຍ ໃນລະຫວ່າງ ວັນທີ 2-3 ທັນວາ 2022. RFA

ຊາວລາວ ທີ່ຈະໄດ້ຮັບຜົລກະທົບ ຈາກເຂື່ອນໃນແມ່ນໍ້າຂອງ ຢາກໃຫ້ທາງການລາວ ເປີດເວທີ ຮັບຟັງຄວາມຄິດ ຄວາມເຫັນ ຂອງຊາວບ້ານ ກ່ຽວກັບຜົລກະທົບ ທາງດ້ານສິ່ງແວດລ້ອມ-ສັງຄົມ ຂອງໂຄງການ ກໍ່ສ້າງເຂື່ອນໄຟຟ້າ ໃນແມ່ນໍ້າຂອງ ເພື່ອໃຫ້ຊາວບ້ານ ແລະພາກປະຊາສັງຄົມ ຈາກອົງການຕ່າງໆ ໄດ້ສະທ້ອນບັນຫາ, ຂໍ້ກັງວົນ ແລະຂໍ້ສເນີ ກ່ຽວກັບໂຄງການ ເຂື່ອນໄຟຟ້າ ຄືກັບປະເທດໄທຍ, ວຽດນາມ ແລະກັມພູຊາ.

ດັ່ງຊາວລາວຜູ້ນຶ່ງ ໃນເມືອງແກ່ນທ້າວ ແຂວງໄຊຍະບູຣີ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 8 ທັນວາ ນີ້ວ່າ:

“ຊິເຮັດແທ້ ມັນກະຕ້ອງໄດ້ມາຖາມ ຄວາມຄິດເຫັນຂອງປະຊາຊົນ ກ່ຽວກັບການໂຍກຍ້າຍ ການມີຊີວິຕທີ່ດີຂຶ້ນ ຫຼືຊິຮ້າຍລົງຫັ້ນນ່າ ກະຕ້ອງໄດ້ມີເວທີເນາະ ສໍາຄັນໃດ໋ ບ່ອນຂະເຈົ້າທໍາມາຫາກິນ ບາງເທື່ອກະຊິຫາກິນບໍ່ໄດ້ເນາະ ຄັນມາກະຊິໄດ້ເວົ້າລົມກັນ ແຕ່ເພິ່ນບໍ່ມາ.”

ຊາວບ້ານຜູ້ນີ້ ກ່າວຕື່ມວ່າ ທ່ານເອງ ກໍເປັນນຶ່ງໃນຄອບຄົວ ທີ່ຈະໄດ້ຮັບຜົລກະທົບ ສູນເສັຍທີ່ດິນ ແລະຖືກໂຍກຍ້າຍ ອອກຈາກພື້ນທີ່ ຂອງໂຄງການເຂື່ອນຊະນະຄາມ ແຕ່ຊາວບ້ານ ທີ່ຈະໄດ້ຮັບຜົລກະທົບ ພັດບໍ່ມີເວທີ ໄດ້ສະທ້ອນຄວາມຄິດ ຄວາມເຫັນ, ຂໍ້ກັງວົນ ແລະຂໍ້ສເນີຕ່າງໆໄປເຖິງ ຣັຖບານລາວ, ບໍຣິສັດຜູ້ລົງທຶນ ແລະພາກສ່ວນອື່ນໆ ທີ່ີກ່ຽວຂ້ອງ.

ຊາວລາວອີກຄົນນຶ່ງ ໃນເມືອງຊະນະຄາມ ແຂວງວຽງຈັນ ກ່າວວ່າ ພາຍຫຼັງທີ່ຊາວບ້ານ ຮັບຮູ້ຂ່າວຈາກທາງການລາວ ວ່າຈະສູນເສັຍທີ່ດິນ ທໍາການກະເສຕ ແລະຖືກໂຍກຍ້າຍ ອອກຈາກພື້ນທີ່ ເພື່ອໄປຢູ່ອາສັຍບ່ອນໃໝ່ ຍ້ອນຈະມີການສ້າງເຂື່ອນ ໃນແມ່ນໍ້າຂອງ ກໍຮູ້ສຶກເປັນກັງວົນໃຈຫຼາຍ ເນື່ອງຈາກຢ້ານບໍ່ມີບ່ອນທໍາມາຫາກິນ, ຢ້ານບໍ່ມີອາຊີພ ຫາກຍ້າຍໄປແລ້ວ ເກີດຄວາມທຸກຍາກ ໄປກວ່າເກົ່າ ຈະມີພາກສ່ວນໃດເຂົ້າມາຊ່ອຍເຫຼືອ ຊາວບ້ານ ເປັນຄວາມກັງວົນໃຈ ຂອງຊາວບ້ານທຸກຄົນ.

ສະນັ້ນແລ້ວ ກໍຢາກໃຫ້ທາງການລາວ ໄດ້ເປີດເວທີຮັບຟັງຄວາມຄິດ ຄວາມເຫັນ ເພື່ອໃຫ້ຊາວບ້ານ ໄດ້ສະທ້ອນບັນຫາ ແລະຂໍ້ກັງວົນຕ່າງໆ ເພື່ອສ້າງການຮັບຮູ້ ແລະເຂົ້າໃຈຢ່າງເລິກເຊິ່ງ ໃຫ້ກັບຊາວບ້ານ ຊຶ່ງປັດຈຸບັນ ບໍ່ວ່າໂຄງການພັທນາ ໃດກໍຕາມ ທາງການລາວ ບໍ່ເຄີຍມີເວທີ ຫຼື ກອງປະຊຸມ ເພື່ອໃຫ້ຊາວບ້ານໄດ້ສະແດງ ຄວາມຄິດຄວາມເຫັນເທື່ອ.

ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ເພິ່ນເວົ້າເພິ່ນວ່າ ກະບໍ່ລົງມາເທື່ອກໍ ກະວ່າແຕ່ຊິເຮັດໆຊື່ໆ ແລ້ວເພິ່ນກະບໍ່ໄດ້ມາປຶກສາ ຫາລືຫຍັງກັນແທ້ດອກ ແຕ່ປະຊາຊົນ ມັນກະໄດ້ແຕ່ເວົ້າກັນຊື່ໆ ນີ້ແຫຼະ.”

ສ່ວນຊາວລາວ ອີກຄົນນຶ່ງ ທີ່ເຮັດວຽກກ່ຽວກັບ ດ້ານສິ່ງແວດລ້ອມ-ສັງຄົມ ໃນນະຄອນຫຼວງວຽງຈັນ ກ່າວວ່າ ການເປີດເວທີ ຫຼື ກອງປະຊຸມ ເພື່ອຮັບຟັງຄວາມຄິດເຫັນ ຂອງຊາວບ້ານ ກ່ຽວກັບໂຄງການເຂື່ອນໄຟຟ້າ ແລະໂຄງການພັທນາຂນາດໃຫຍ່ອື່ນໆ ເປັນເຣື່ອງທີ່ຈໍາເປັນ ແລະມີຄວາມສໍາຄັນຫຼາຍ ເພາະຈະຊ່ອຍໃຫ້ ໂຄງການພັທນາເຫຼົ່ານັ້ນ ເກີດຄວາມຍືນຍົງ, ບໍ່ມີຂໍ້ຂັດແຍ້ງ ແລະຊ່ອຍຫຼຸດຜ່ອນ ຜົລກະທົບ ຕໍ່ສິ່ງແວດລ້ອມ-ສັງຄົມ ໄດ້ເປັນຢ່າງດີ ແລະມີປະສິດທິພາບ.

ສະນັ້ນແລ້ວ ກໍຍັງເປັນຄໍາຖາມ ສໍາຄັນຄືກັນວ່າ ເປັນຍ້ອນສາເຫດໃດ ທາງການລາວ ຈຶ່ງບໍ່ຄ່ອຍມີການເປີດເວທີ ເພື່ອຮັບຟັງຄວາມຄິດ ຄວາມເຫັນ ຂອງຊາວບ້ານ ເຊິ່ງສະທ້ອນວ່າ ທາງການລາວ ແລະ ບໍຣິສັດຜູ້ພັທນາໂຄງການ ບໍ່ມີຄວາມຈິງໃຈ ແລະໂປ່ງໃສ ໃນການຈັດຕັ້ງປະຕິບັດ ໂຄງການພັທນາເຫຼົ່ານັ້ນ.

ດັ່ງຊາວລາວຜູ້ນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ດຽວກັນນີ້ວ່າ:

“ຝັ່ງລາວ ມັນຈະມີບັນຫາ ເຣື່ອງຂບວນການມີສ່ວນຮ່ວມນີ້ແຫຼະ ການມີສ່ວນຮ່ວມ ຂອງຜູ້ທີ່ໄດ້ຮັບຜົລກະທົບ ເຮົາຕ້ອງໄປເບິ່ງວ່າ ໃນການທີ່ຈະປະກອບ ຄວາມຄິດຄວາມເຫັນ ກັບໂຄງການນີ້ ມັນມີຄວາມທ່ຽງທັມບໍ່ ມີຄວາມໂປ່ງໃສບໍ່ຈັ່ງຊີ້.”

ຂະນະທີ່ ເຄື່ອຂ່າຍພາກປະຊາສັງຄົມໄທຍ, ອົງການຈັດຕັ້ງ ແລະໂຕແທນປະຊາຊົນ 8 ແຂວງ ລຸ່ມແມ່ນໍ້າຂອງ ທັງພາກເໜືອ ແລະພາກອີສານ ໄດ້ເປີດເວທີຮັບຟັງຄວາມຄິດ ຄວາມເຫັນ ຂອງຊາວບ້ານ ຢູ່ແຂວງໜອງຄາຍປະເທດໄທຍ ໃນມື້ວັນທີ 2-3 ທັນວາ 2022 ທີ່ຜ່ານມາ ເພື່ອສະທ້ອນບັນຫາ ແລະຂໍ້ກັງວົນ ກ່ຽວກັບໂຄງການ ກໍ່ສ້າງເຂື່ອນຊະນະຄາມ, ເຂື່ອນປາກແບງ ແລະເຂື່ອນຫຼວງພຣະບາງ ທີ່ມີແຜນຈະສ້າງໃນແມ່ນໍ້າຂອງ.

ຍານາງ ຈິຕ ຕາງໜ້າ ເຄືອຂ່າຍຊາວບ້ານ ລຸ່ມນໍ້າພອງ ແລະແມ່ນໍ້າຂອງ ປະເທດໄທຍ ກໍໄດ້ສເນີວ່າ ທຸກໂຄງການພັທນາ ໃນແມ່ນໍ້າຂອງ ທີ່ຢູ່ໃນແຜນການ ຕ້ອງເປີດໃຫ້ປະຊາຊົນ ທີ່ຢູ່ໃນພື້ນທີ່ຂອງໂຄງການ ໄດ້ເຂົ້າໄປມີສ່ວນຮ່ວມ ໃນການຕັດສິນໃຈ ຮັບຟັງຂໍ້ມູນ ແລະສເນີຄວາມຄິດຄວາມເຫັນໄດ້.

ດັ່ງຍານາງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 3 ທັນວາ ທີ່ຜ່ານມານັ້ນວ່າ:

“ຢາກມາຮຽກຮ້ອງມື້ນີ້ ກໍຄື ເຮົາຢາກໃຫ້ປະຊາຊົນ ເຮົາມີສ່ວນຮ່ວມ ມີສ່ວນຮ່ວມໃນການ ເຂົ້າຮ່ວມເວທີ ຫຼືວ່າ ໃຫ້ທາງໜ່ວຍງານ ສໍານັກຊັພຍາກອນນໍ້າ ຫຼືທາງຊົລປະທານ ໃຫ້ຄວາມສໍາຄັນ ກັບຊາວບ້ານແດ່ ຊຶ່ງເຮົາບໍ່ພໍໃຈ ທີ່ພາກປະຊາຊົນເຮົານ່າ ບໍ່ມີສິດໄປເຂົ້າຮ່ວມ ແລະແຕ່ລະເວທີ.”

ທ່ານ ອໍານາດ ໄຕຣຈັກ ຕາງໜ້າເຄືອຂ່າຍ ສະພາອົງກອນ ຊຸມຊົນລຸ່ມນໍ້າຂອງ 7 ແຂວງພາກອີສານ ກໍໄດ້ສເນີຂໍ້ຮຽກຮ້ອງຫຼັກໆ ຄື ຂໍໃຫ້ຣັຖບານໄທຍ ຢຸດເຊົາ ການເຊັນສັນຍາຮັບຊື້ໄຟຟ້າ (PPA) ຈາກໂຄງການເຂື່ອນໄຟຟ້າ ໃນແມ່ນໍ້າຂອງແຫ່ງໃໝ່ ແລະກໍຫັນມາແກ້ໄຂບັນຫາ ລະບົບນິເວດ ໃນແມ່ນໍ້າຂອງ ທີ່ເກີດຈາກໂຄງການ ເຂື່ອນໄຊຍະບູຣີ ເປັນຕົ້ນ ການຂຶ້ນ-ລົງຂອງລະດັບນໍ້າ ທີ່ສົ່ງຜົລກະທົບ ເຮັດໃຫ້ດິນເຈື່ອນ, ການເດີນເຮືອ, ການຫາປາ ແລະພື້ນທີ່ທໍາການກະເສຕ ຂອງຊາວບ້ານ ຕາມແຄມແມ່ນໍ້າຂອງ ແລະບັນຫາອື່ນໆ.

ດັ່ງທ່ານກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 3 ທັນວາ ທີ່ຜ່ານມານັ້ນວ່າ:

“ເຮົາຈະສເນີຮຽກຮ້ອງວ່າ ຂໍໃຫ້ແກ້ບັນຫາຜົລກະທົບເກົ່າ ທີ່ມັນເກີດຂຶ້ນກ່ອນ ການທີ່ໄດ້ຮັບຜົລກະທົບຂອງອ້າຍນ້ອງ ທີ່ເກີດຈາກເຂື່ອນໄຊຍະບູຣີ, ເຂື່ອນປາກແບງ, ເຂື່ອນຊະນະຄາມນີ້ ໂຈະເຊົາໄວ້ກ່ອນ ຂໍໃຫ້ແກ້ປັນຫາເກົ່ານີ້ ໃຫ້ຮຽບຮ້ອຍກ່ອນ ບໍ່ວ່າຈະເປັນປັນຫາ ເຣື່ອງລະບົບນິເວດແມ່ນ້ໍາຂອງ ປັນຫາເຣື່ອງດິນເຈື່ອນພັງ.”

ທາງດ້ານ ທ່ານ ນິວັດ ຣ້ອຍແກ້ວ ປະທານເຄືອຂ່າຍກຸ່ມຮັກຊຽງຂອງ ແຂວງຊຽງຮາຍ ປະເທດໄທຍ ກ່າວໃນເວທີຮັບຟັງ ຄວາມຄິດຄວາມເຫັນ ຂອງຊາວບ້ານ ໃນມື້ວັນທີ 3 ທັນວາ ທີ່ຜ່ານມານັ້ນວ່າ ການເປີດເວທີ ຮັບຟັງຄວາມຄິດ ຄວາມເຫັນ ຂອງຊາວບ້ານ ແມ່ນມີຄວາມສໍາຄັນຫຼາຍ ເພາະຊາວບ້ານໃນພື້ນທີ່ ຈະເປັນຄົນ ສະທ້ອນບັນຫາໄດ້ເປັນຢ່າງດີ ແລະທ່ານ ຍັງຮຽກຮ້ອງອີກວ່າ ການເປີດເວທີ ຮັບຟັງຄວາມຄິດຄວາມເຫັນ ຂອງຊາວບ້ານ ຕ້ອງໄດ້ເຣີ່ມຕັ້ງແຕ່ ຂະບວນການທໍາອິດ ໄປຈົນສໍາເຣັດໂຄງການ ເພື່ອສົ່ງເສີມການມີສ່ວນຮ່ວມ ລະຫວ່າງຊາວບ້ານ, ພາກຣັຖ ແລະບໍຣິສັດ ຜູ້ພັທນາໂຄງການ.

ດັ່ງທ່ານກ່າວ ຢູ່ໃນເວທີ ຮັບຟັງຄວາມຄິດ ຄວາມເຫັນ ຂອງຊາວບ້ານ ໃນຕອນນຶ່ງວ່າ:

“ພວກເຮົາເວົ້າກັນມາຕລອດ ກໍຄືວ່າ ຂບວນການ ການມີສ່ວນນັ້ນແຫຼະ ສໍາຄັນທີ່ສຸດແລ້ວ ແລະທີ່ສໍາຄັນຫຼາຍ ກໍຄືທຸກຂັ້ນຕອນຂອງ ຂະບວນການມີສ່ວນຮ່ວມ ຕ້ອງມີພາກປະຊາຊົນ ບໍ່ແມ່ນວ່າ ການມີສ່ວນຮ່ວມ ເອົາໄປຮ່ວມເປັນລໍາດັບທ້າຍໆ ຄື ຄິດແຜນໂຄງການ ກັນມາໝົດແລ້ວ ແລ້ວພາຊາວບ້ານໄປຮ່ວມ ແບບນີ້ ມັນບໍ່ໄດ້.”

ກ່ຽວກັບເຣື່ອງນີ້ ວິທຍຸ ເອເຊັຽ ເສຣີ ໄດ້ຕິດຕໍ່ໄປຫາ ຜແນກຊັພຍາກອນ ທັມມະຊາຕ ແລະສິ່ງແວດລ້ອມ ແຂວງໄຊຍະບູຣີ ເພື່ອສອບຖາມ ເຣື່ອງການເປີດເວທີ ເພື່ອຮັບຟັງຄວາມຄິດ ຄວາມເຫັນ ຂອງຊາວບ້ານ ກ່ຽວກັບໂຄງການ ກໍ່ສ້າງເຂື່ອນໄຟຟ້າ ໃນແມ່ນໍ້າຂອງ ແຕ່ເຈົ້າໜ້າທີ່ ກ່າວວ່າ ທຸກໂຄງການ ພັທນາ ຈະບໍ່ມີການເປີດເວທີຮັບຟັງ ຄວາມຄິດ ຄວາມເຫັນ ຂອງຊາວບ້ານເທື່ອ ແລະມີແຕ່ການເກັບກໍາຂໍ້ມູນ ແລ້ວແຈ້ງຣາຍລະອຽດ ເຣື່ອງຄ່າຊົດເຊີຽ, ການໂຍກຍ້າຍ ແລະແຜນການຟື້ນຟູ ຄຸນນະພາບຊີວິຕ ຂອງຊາວບ້ານເທົ່ານັ້ນ.

ດັ່ງເຈົ້າໜ້າທີ່ທ່ານນີ້ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 8 ທັນວາ ນີ້ວ່າ:

“ບໍ່ໆ ບໍ່ມີ (ເວທີຮັບຟັງ) ກະເກັບກໍາຂໍ້ມູນ ແມ່ນຫຍັງ ແລ້ວກະເວົ້າເຣື່ອງຄ່າຊົດເຊີຽ ໃຫ້ ແລ້ວແຜນພັທນາແມ່ນຫຍັງ ກະແຈ້ງຂະເຈົ້າຮູ້ ກະເທົ່ານັ້ນເນາະ.”

ປັດຈຸບັນ ໂຄງການເຂື່ອນໄຟຟ້າ ໃນແມ່ນໍ້າຂອງທຸກແຫ່ງ (ບໍ່ຮວມເຂື່ອນ ໃນປະປເທດຈີນ) ຈະມີຂະບວນການ ປຶກສາຫາລື ລ່ວງໜ້າ ຫຼື PNPCA ໂດຍຄະນະກັມມາທິການ ແມ່ນໍ້າຂອງສາກົລ ຫຼື Mekong River Commission (MRC) ຈະເປັນຜູ້ຈັດກອງປະຊຸມ ເຊິ່ງກໍານົດໄລຍະເວລາ 6 ເດືອນ ສໍາລັບ 1 ໂຄງການ ກ່ອນຈະພິຈາຣະນາ ໃຫ້ດໍາເນີນການ ກໍ່ສ້າງໂຄງການັ້ນໆ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org