ບໍຣິສັດໄຟຟ້າຫາລື ກັບ ທາງການລາວ
2018.07.25
ບໍຣິສັດໄຟຟ້າເຊປຽນ-ເຊນໍ້ານ້ອຍ ກໍາລັງປະຊຸມຫາລື ກັບທາງຣັຖບານລາວ ທີ່ນະຄອນຫລວງວຽງຈັນ ເພື່ອວາງແຜນແນວທາງການ ຊ່ວຍເຫລືອ ປະຊາຊົນ ປະມານ 6,600 ຄົນ ຢູ່ເມືອງສນາມໄຊ ແຂວງອັຕຕະປື ທີ່ໄດ້ຮັບຜົນກະທົບ ຈາກນໍ້າທ້ວມ ສາເຫດມາຈາກ ຄູກັ້ນນໍ້າ ຫຼື ສັນເຂື່ອນ D ເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ແຕກ ແລະຍຸບລົງ ເຮັດໃຫ້ນໍ້າ 5 ລ້ານ ຕັນ ໄຫລຖ້ວມເມືອງສນາມໄຊ ຢ່າງໄວວາ. ດັ່ງເຈົ້າໜ້າທີ່ ຕາງໜ້າບໍຣິສັດ ເຊປຽນ-ເຊນໍ້ານ້ອຍ ຈໍາກັດ (PNPC) ນະຄອນຫລວງວຽງຈັນ ກ່າວຕໍ່ວິທຍຸ ເອເຊັຍ ເສຣີ ໃນມື້ວັນທີ່ 25 ກໍຣະກະດາ ນີ້ວ່າ:
“ໂອ້ ປັຈຈຸບັນນີ້ ທາງບໍຣິສັດ ກໍາລັງປືກສາຫາລື ກັບຣັຖບານຢູ່ ເພາະວ່າມັນບໍ່ທັນໄດ້ປະເມີນຄວາມເສັຍຫາຍ ອອກມາ ຊັດເຈນເທື່ອ ຍັງບໍ່ໄດ້ຄອນເຟິມເນາະ ຍັງບໍ່ທັນຢຶນຢັນ ຈາກທາງພາກສ່ວນໄດ້ເທື່ອ.”
ທ່ານກ່າວຕື່ມວ່າ ທາງບໍຣິສັດ ຍິນດີທີ່ຈະຊ່ອຍເຫລືອປະຊາຊົນ ຜູ້ຖືກຜົນກະທົບຢ່າງເຕັມທີ່ ແຕ່ຂນະນີ້ ກໍຍັງຢູ່ໃນຣະຫວ່າງ ຫາລືກັນກັບ ທາງຣັຖບານລາວ ວ່າຈະຊ່ອຍເຫລືອໃນລັກສນະໃດ, ອີກຢ່າງນຶ່ງຕ້ອງລໍຖ້າການມະເມີນຜົນເສັຍຫາຍ ແລະຜົນກະທົບ ຂອງປະຊາຊົນ ຈາກທາງການລາວ ຕື່ມເສັຍກ່ອນ.
ໃນຂນະດຽວກັນ ບໍຣິສັດ SK Engineering and Construction (SKE) ຂອງເກົາຫຼີໃຕ້ ຊຶ່ງເປັນບໍຣິສັດຖືຫຸ້ນໃຫຍ່ ກໍໄດ້ສົ່ງທີມງານ ຂອງຕົນ ໄປເມືອງສນາມໄຊ ແຕ່ມື້ວານນີ້, ມີທັງ ເຮລີຄອບເຕີ ເຮືອ ແລະ ເຈົ້າໜ້າທີ່ກູ້ພັຍ ໄປຊ່ວຍເຫລືອປະຊາຊົນ ແລ້ວ.
ບໍຣິສັດໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ເປັນເຈົ້າຂອງໂຄງການກໍ່ສ້າງ ເຂື່ອນໄຟຟ້າພາຍໃຕ໊ ການຮ່ວມຫຸ້ນສ່ວນຂອງບໍຣິສັດ SKE ຈາກ ປະເທດເກົາຫຼີໃຕ້ ຖືຫຸ້ນ 26 ສ່ວນຮ້ອຍ, ບໍຣິສັດ Korea Western Power ຫຼື KOWEPO ຈາກປະເທດເກົາຫຼີໃຕ້ ຖືຫຸ້ນ 25 ສ່ວນຮ້ອຍ, ບໍຣິສັດ General Holding Public ຫຼື RATCH ຈາກປະເທດໄທ 25 ສ່ວນຮ້ອຍ ແລະບໍຣິສັດ ຣັຖວິສາຫະກິດລາວ ຫຼື LHSE ຖືຫຸ້ນ 24 ສ່ວນຮ້ອຍ.
ເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ, ມີມູນຄ່າການລົງທຶນ 1,020 (1 ພັນ 20 ລ້ານ ) ດອນລ່າ ສະຫະຣັຖ. ມີພລັງການຜລິດໄຟຟ້າ 410 megawat ຊຶ່ງໄຟຟ້າທີ່ຜລິດ ຈະສົ່ງຂາຍໃຫ້ ປະເທດໄທ 90 ສ່ວນຮ້ອຍ ແລະ ຣັຖວິສາຫະກິດ ໄຟຟ້າລາວ 10 ສ່ວນຮ້ອຍ.
ຢ່າງໃດກໍຕາມ ໂຄງການເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ມີອາຍຸສັມປະທານ 27 ປີ ແລະໂຄງການ ມີລັກສນະ ກໍ່ສ້າງດ້ວຍຮູບແບບ ການຈັດສັນນໍ້າ ຫມາຍຄວາມວ່າ ເປັນການຜັນນໍ້າ ຈາກບ່ອນສູງ ລົງສູ່ບ່ອນຕໍ່າ ໂດຍຄູກັ້ນນໍ້າ ຫຼື ສັນເຂື່ອນ D ເປັນເຂື່ອນຍ່ອຍ ທີ່ແຕກແລະຍຸບລົງນັ້ນ ເປັນສ່ວນນື່ງ ຂອງເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ທີ່ແຕກ ແລະຍຸບລົງ ຊື່ງມີ ຄວາມກວ້າງ ຄູນໍ້າ 8 ແມັດ ມີຄວາມສູງ 16 ແມັດ ຍາວ 700 ແມັດ ແລະ ພື້ນທີ່ ອ່າງນໍ້າ 217 ຕາຣາງ ກິໂລແມັດ ສາມາດເກັບນໍ້າໄດ້ ຫລາຍເຖິງ 28 ລ້ານ ແມັດກ້ອນ ຕາມຣາຍງານ.