ທາງການອອກຊ່ອຍເຫຼືອ ຊາວບ້ານ ຫ້ວຍມົດສົ້ມ

ສຸພັດຕາ
2018.05.04
F-Paklai ສະພາບນໍ້າຖ້ວມ ຫົນທາງຖືກນໍ້າສຸຖັ່ງຕັດຂາດ ເຂດບ້ານຫ້ວຍມົດສົ້ມ ເມືອງປາກລາຍ ແຂວງໄຊຍະບູຣີ
Screen captured muan sanook

ທາງການເມືອງປາກລາຍ ແຂວງໄຊຍະບູຣີ ເລັ່ງຊ່ວຍເຫຼືອປະຊາຊົນ ບ້ານຫ້ວຍມົດສົ້ມ ກວ່າ 150 ຄອບຄົວ. ໃນນັ້ນມີ 14 ຄອບຄົວ ຖືກຜົນກະທົບໜັກ ຍ້ອນນໍ້າປ່າໄຫຼພັດມາ ຖ້ວມຢ່າງກະທັນຫັນ ໃນຕອນບ່າຍຂອງວັນທີ່ 1 ພຶສພາ ນີ້ ຊຶ່ງຂນະນີ້ທາງການ ກຳລັງເກັບ ກຳຂໍ້ມູນ ຄວາມເສັຍຫາຍທັງໝົດນັ້ນຢູ່, ດັ່ງເຈົ້າໜ້າທີ່ ຫ້ອງການປົກຄອງ ເມືອງປາກລາຍ ກ່າວຕໍ່ເອເຊັຍເສຣີ ໃນວັນທີ 3 ພືສພາ ນີ້ວ່າ:

“ເອີ່ ກະມັນກະເຮັດໃຫ້ທາງຂາດ ເຮັດໃຫ້ອັນນັ້ນ ນໍ້າຖ້ວມເດ້ ຖ້ວມບ້ານເດ້ ບ້ານຂະເຈົ້າພັດຢູ່ຕໍ່າເດ້ ຢູ່ແຄມຫ້ວຍ ຖະໜົນຫົນທາງກະເພວ້າ ທາງຈົນຂາດ ເພິ່ນກໍ່ໄດ້ແກ້ໄຂສຸກເສີນແລ້ວ ຝົນເຂົ້າ ມ.ສ ພາຍຸຖືກລົມ ຖືກໝາກເຫັບ ຖືກເຂົ້າ ມ.ສ ເມືອງວ້າ ຫັ້ນເດ່, ມີແທ້ ມີກະທົບ ປ່າໄມ້ ກວດທັງໝົດກໍ່ຍັງ 60 ສິບປາຍເປີເຊັນ ທົ່ວເມືອງຫັ້ນນະ.”

ທ່ານກ່າວຕື່ມວ່າ ນໍ້າປ່າ ທີ່ໄຫຼຖ້ວມບ້ານຫ້ວຍມົດສົ້ມເທື່ອນີ້ ເຮັດໃຫ້ຫົນທາງຖືກຕັດຂາດ, ການສັນຈອນໄປມາ ກໍລຳບາກ, ບ້ານເຮືອນຂອງ ປະຊາຊົນເປ່ເພ ແລະໂຮງຮຽນມັທຍົມ ເມືອງວ້າ ກໍເພພັງເສັຽຫາຍເຊັ່ນດຽວກັນ.

ປັດຈຸບັນ ທາງການໄດ້ເອົາດິນມາຖົມທາງ ທີ່ຖືກນໍ້າພັດຂາດນັ້ນແລ້ວ ເພື່ອໃຫ້ປະຊາຊົນ ສາມາດໄປມາໄດ້. ພ້ອມດຽວກັນນັ້ນ ທາງການຍັງ ໄດ້ຊ່ວຍເຫຼືອເຣື້ອງອາຫານການກິນ ໃຫ້ແກ່ຄອບຄົວທີ່ຖືກຜົນກະທົບໜັັກ 14 ຄອບຄົວ ສ່ວນການສ້ອມແປງຫຼັງຄາ ຂອງໂຮງຮຽນມັທຍົມນັ້ນ ຂນະນີ້ກຳລັງສ້ອມແປງຢູ່.

ຢ່າງໃດກໍຕາມ ຫຼັງຈາກເກີດເຫດນໍ້າຖ້ວມບ້ານຫ້ວຍມົດສົ້ມແລ້ວ ທາງການເມືອງປາກລາຍ ກໍໄດ້ແຈ້ງເຕືອນ ປະຊາຊົນທີ່ອາສັຍ ຢູ່ເຂດໃກ້ພູ ໃຫ້ຣະວັງດິນເຈື່ອນ ແລະ ນໍ້າປ່າໄຫຼພັດແຮງ ນຳອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.