ແຜນປູກຕົ້ນໄມ້ປົກຄຸມພື້ນທີ່ ເຮັດ ບໍ່ໄດ້

ສປປລາວ ຈະ ບໍ່ສາມາດ ບັນລຸ ເປົ້າຫມາຍ ໃນການ ເຮັດໃຫ້ ເນື້ອທີ່ ປົກຫຸ້ມ ໄປດ້ວຍ ປ່າໄມ້ ກວ່າ 60% ໃນປີ 2015.

ແຜນປູກຕົ້ນໄມ້ ໃຫ້ປົກຄຸມພື້ນທີ່ 60% ຜິດພາດ ການຕັດໄມ້ທໍາລາຍປ່າ ປະຕິບັດ ກັນເປັນຂະບວນການ ແລະວ່ອງໄວ RFA/Lx

 

ນັກຊ່ຽວຊານດ້ານປ່າໄມ້ລາວ ທ່ານນື່ງເວົ້າວ່າ ການທີ່ ສປປລາວ ໄດ້ວາງເປົ້າຫມາຍ ໃຫ້ເນື້ອທີ່ ໃນທົ່ວປະເທດ ປົກຫຸ້ມໄປດ້ວຍປ່າໄມ້ ໃຫ້ ໄດ້ ຫລາຍກວ່າ 60% ໃນປີ 2015 ແລະ 70% ໃນປີ 2020 ນັ້ນ ອາດເປັນ ໄປໄດ້ຍາກ ຖ້າອີງໃສ່ສະພາບ ປ່າໄມ້ໃນລາວ ໃນປັດຈຸບັນ.

ເນື່ອງຈາກວ່າ ຍັງມີການຕັດໄມ້ ທຳລາຍປ່າ ການຖາງປ່າເຮັດໄຮ່ ເລື່ອນລອຍ ການຕັດໄມ້ ເພື່ອໃຊ້ເປັນ ອຸດສາຫະກັມ ຢ່າງກວ້າງຂວາງ ການສ້າງເຂື່ອນ ແລະ ການຂຸດຄົ້ນ ແຮ່ທາດ ສີ່ງດັ່ງກ່າວ ເປັນການທໍາລາຍ ປ່າໄມ້ໃນລາວ.

"ກ່ຽວກັບເຣື້ອງເພີ່ນສລຸບຕົວເລກ ວ່າງປີ 1960 ເຮົາມີເນື້ອທີ່ ປ່າໄມ້ຫຸ້ມ 60% ເນາະ ມາຮອດປີ 2014 ນີ້ເຫລືອ 40% ແລະແຕ່ນີ້ຫາປີ 2015 ຫາປີ 2020 ຍັງ 4-5 ປີລະຊີ່ ໃຫ້ມັນຂື້ນຮອດ 70% ຂ້າພະເຈົ້າ ຄິດວ່າ ເປັນໄປບໍ່ໄດ້ ທີ່ສຸດເນາະ ເປັນໄປໄດ້ຍາກ ຄັນວ່າມັນຊີ່ ຫລຸດລົງນີ້ ຂ້າພະເຈົ້າ ຄິດວ່າມັນຊີ່ ຫລຸດລົງຊ້ຳ".

ແຜນການ ຈາກຜແນກປ່າໄມ້ ແລະ ຊັພຍາກອນ ທັມມະຊາດ ຣະບຸວ່າ ທາງການລາວ ຈະສູ້ຊົນໃຫ້ເນື້ອທີ່ ໃນລາວປົກຫຸ້ມ ໄປດ້ວຍປ່າໄມ້ ໃຫ້ ໄດ້ກວ່າ 60% ໃນປີ 2015 ແລະ 70% ໃນປີ 2020 ທີ່ຮວມດ້ວຍ ປ່າສງວນ ປ່າປ້ອງກັນ ແລະປ່າຜລິດ ແຕ່ໃນປັດຈຸບັນ ປ່າໄມ້ໃນ ລາວ ໄດ້ຫລຸດລົງ ຢ່າງຫລວງຫລາຍ ດັ່ງໃນປີ 2012 ມີບໍ່ຮອດ 41% ຂອງເນື້ອທີ່ ທີ່ປົກຫຸ້ມໄປ ດ້ວຍປ່າໄມ້ ໃນລາວ.

ປ່າໄມ້ປົກຫຸ້ມທີ່ທາງການລາວ ຄາດວ່າຈະໃຫ້ໄດ້ 60% ໃນປີ 2015 ນັ້ນແມ່ນຮວມທັງປ່າຢາງພາລາ ປ່າຢູຄາລີບຕັສ ແລະປ່າໄມ້ເສຖກິດ ປະເພດຕ່າງໆ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org