ລາວຕຣຽມການຮັບມືກັບພັຍ ທັມມະຊາດ


2013.09.25
f-wfp ແມ່ອູ້ມລູກນ້ອຍ ອາຍຸ 6 ເດືອນ ແລະ ອີກຜູ້ນຶ່ງ ອາຍຸ 2 ປີ ທີ່ຢືນຈ່ອງ ກະໂປງແມ່ ໄປຮັບການ ຊ່ອຍເຫຼືອ ຈາກ ອົງການ ອາຫານໂລກ.​ (ຊາວລາວ ແຂວງ ຄໍາມ່ວນ)
WFP/Cornelia Paetz

 

ອົງການ ອາຫານໂລກ ໄດ້ລົງນາມ ບົດບັນທຶກ ຄວາມເຂົ້າໃຈ ກັບ ກະຊວງຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ສປປລາວ ທີ່ ຈະເຮັດວຽກຮ່ວມກັນ ໃນການ ກະຕຣຽມ ແລະ ຮັບມືກັບ ພັຍພິບັດ ທັມມະຊາດ ທີ່ຈະເກີດຂຶ້ນ ໃນອະນາຄົດ. ທ່ານ ສີສວັດ ວິທະໄຊ ຮອງ ຣັຖມົນຕຣີ ຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ລາວ ໄດ້ພົບປະກັບທ່ານ Bradley Guerrant ຜູ້ປະສານງານຫ້ອງການ ອາຫານໂລກ ປະຈຳລາວ ເພື່ອປຶກສາຫາລືກັນ ກ່ຽວກັບ ແຜນການ ຮັບມືກັບ ພັຍ ທັມມະຊາດ ທີ່ ຈະເກີດຂື້ນ ໃນອະນາຄົດ.

ຫ້ອງການອາຫານໂລກ ຢຶນຢັນວ່າ ພວກຕົນພ້ອມທີ່ຈະໃຫ້ການສນັບ ສນູນ ຣັຖບານລາວ ໃນການຝຶກອົບຮົມ ເຈົ້າຫນ້າທີ່ຣັຖໃນໂຄງການ ຫລຸດຜ່ອນຄວາມສ່ຽງຈາກພັຍພິບັດ ບໍຣິຫານຈັດການ ຄວາມສ່ຽງທີ່ ຈະເກີດຂື້ນຮ່ວມທັງການແຈກຍາຍອາຫານ ແລະ ສິ່ງທີ່ຕ້ອງການຕໍ່ ປະຊາຊົນ ຜູ້ທີ່ໄດ້ຮັບ ຜົລກະທົບ ຈາກເຫດການ ໃຫ້ທັນເວລາ.

ທາງຫ້ອງການອາຫານໂລກ ຄາດວ່າ ຈາກການຮ່ວມມືດ່ັງກ່າວ ພາຍ ໃນປີ 2015 ກະຊວງ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ສປປລາວ ຈະສາມາດຍົກຣະດັບການຕຽມພ້ອມ ແລະຮັບມືກັບພັຍທັມມະຊາດໄດ້ຢ່າງມີປະສິດທິພາບ ແລະມາຕຖານ ເພາະມີ ກົດຣະບຽບ ທີ່ໄດ້ວາງໃວ້ໃຫ້ປະຕິບັດ ແລະເຈົ້າຫນ້າທີ່ ຖືກຝຶກອົບຮົມ ໃນໂຄງການ ດັ່ງກ່າວເປັນຢ່າງດີ.

ໃນແຕ່ລະປີ ສປປລາວ ປະສົບກັບພັຍພິບັດຈາກທັມມະຊາດ ຫລາຍຄັ້ງ ເຮັດໃຫ້ຄົນ ເສັຽຊິວິດ ແລະພື້ນທີ່ ປູກຝັງ ຂອງປະຊາຊົນ ເສັຽຫາຍ ເປັນຈຳນວນ ຫລວງຫລາຍ ຍ້ອນຂາດ ການຕຣຽມພ້ອມ ແລະ ການຮັບມື ຕໍ່ເຫດການ ທີ່ຈະເກີດຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.