ຂ.ສາຣະວັນໄດ້ການຊ່ອຍເຫຼືອ


2014.01.26
F-WFP ອົງການ ອາຫານໂລກ ມີຢູ່ ທົ່ວໂລກ ທີ່ຊ່ວຍມະນຸສ ໃຫ້ພົ້ນຈາກ ຄວາມອຶດຢາກ
WFP

 

ອົງການອາຫານໂລກ ໄດ້ບໍຣິຈາກເຂົ້າສານຈຳນວນ 223 metric tons ທີ່ເປັນການຊ່ອຍເຫຼືອ ຈາກ ຣັຖບານຍີ່ປຸ່ນ ຜ່ານໂຄງການ ສາງເກັບເຂົ້າ ສຸກເສີນອາຊຽນບວກສາມ ໃຫ້ແກ່ເມືອງ ທີ່ຖືກນ້ຳ ຖ້ວມຫລາຍກວ່າຫມູ່ ທີ່ແຂວງສາຣະວັນ ໃນປີ 2013 ດັ່ງເມືອງ ຄົງເຊໂດນ.

ຫລັງຈາກເຫດການນ້ຳຖ້ວມ ລາຍໃຫຍ່ ທີ່ແຂວງພາກໃຕ້ຂອງລາວ ໃນປີ 2013 ຍ້ອນລົມພາຍຸ ກະຊວງກະສິກັມປ່າໄມ້ ແລະກະຊວງ ແຮງງານ ແລະສວັດດີການສັງຄົມ ສປປລາວ ກໍໄດ້ ຮ້ອງຂໍການ ຊ່ອຍເຫລືອ ຈາກອົງການອາຫານໂລກ ໃຫ້ຊ່ອຍເຂົ້າສານ ແລະ ນຳ້ມັນພືດແກ່ປະຊາຊົນ ກວ່າ 14 ພັນຄົນ ທີ່ເມືອງຄົງເຊໂດນ ແຂວງສາຣະວັນ ຜູ້ທີ່ໄດ້ຮັບຜົລກະທົບ ຫລາຍ ກວ່າຫມູ່ຈາກເຫດນ້ຳຖ້ວມ ໃນປີ 2013 ເພື່ອຫລີກລ້ຽງ ການຂາດອາຫານ ໃນຊ່ວງທີ່ ສຳຄັນ ໃນການເກັບກ່ຽວ.

ທ່ານ Bradly Guerrant ຕົວແທນ ອົງການອາຫານໂລກ ປະຈຳລາວກ່າວວ່າ ຫລັງຈາກເຫດການ ນ້ຳຖ້ວມ ປະຊາຊົນລາວ ໃນຫລາຍ ເຂດຈໍາເປັນຕ້ອງຂາຍເຄື່ອງຂອງ ທີ່ຕົນມີຮວມທັງ ທີີ່ດິນເພື່ອຊື້ເຂົ້າກິນ. ມັນມີຄວາມສຳຄັນຢ່າງຍີ່ງ ທີ່ອົງການເຮົາຕ້ອງໄດ້ຊ່ອຍປະຊາຊົນ ເຫລົ່ານີ້ ເພື່ອໃຫ້ຂະເຈົ້າສາມາດ ຟື້ນຕົວຄືນໄດ້ ໃນການສ້າງຄອບຄົວ ແລະ ຊິວິດການເປັນຢູ່ ຂອງຂະເຈົ້າ ໃນອະນາຄົດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.