ຈີນ ລະເບີດຫິນພູຢູ່ ຕໍ່ເນື່ອງ
2019.02.21
ໂຮງງານຜລິດຊິເມນ ຫົງຊີ ຂອງນັກລົງທຶນຈີນ, ທີ່ຕັ້ງຢູ່ບ້ານຜາບ່ອງ ເມືອງຫີນເຫີບ ແຂວງວຽງຈັນ, ຍັງສືບຕໍ່ລະເບີດຫິນຈົນວ່າ ພູນຶ່ງໜ່ວຍ ເກືອບຊິໝົດໄປແລ້ວ. ບໍຣິສັດດັ່ງກ່າວໄດ້ລະເບີດຫິນຜາ ເພື່ອເອົາໄປຜລິດຊິເມັນ, ແຕ່ມັນເປັນການທຳລາຍ ທັມມະຊາດ ທີ່ສວຍງາມ ຂອງ ຜາບ່ອງ, ດັ່ງຊາວບ້ານທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 21 ກຸມພາ ວ່າ:
"ຂະເຈົ້າລະເບີດທຸກມື້ຢູ່ແລ້ວ, ຢູ່ບ້ານຜາບ່ອງພຸ້ນ, ເພິ່ນລະເບີດທຸກມື້, ບໍ່ເຫັນແຈ້ງເຕືອນຈັກເທື່ອ, ມີແຕ່ຂະເຈົ້າລະເບີດ ລະກະລະເບີດ, ຂະເຈົ້າເອົາຕລອດ ເອົາທຸກມື້ເລີຍ ຜາມັນຊິໝົດໜ່ວຍ ແລ້ວເດ ຊິໝົດໜ່ວຍນຶ່ງແລ້ວນະ."
ການລະເບີດຫິນຜາຢູ່ໃນເຂດດັ່ງກ່າວ, ໄດ້ຮັບອະນຸຍາດຈາກເຈົ້າໜ້າທີ່ ເມືອງຫິນເຫີບ ແລະອຳນາດການປົກຄອງທ້ອງຖິ່ນ, ການລະເບີດຫິນ ແຕ່ລະຄັ້ງ, ເຮັດໃຫ້ຂີ້ຝຸ່ນໄງ່ ກຸ້ມຂຶ້ນທ້ອງຟ້າ ປິວມາໃສ່ເຮືອນຂອງປະຊາຊົນ, ເຮັດໃຫ້ເກີດສຽງດັງຢ່າງຮຸນແຮງ ແລະ ເຮັດໃຫ້ປະຊາຊົນ ພາກັນຕົກໃຈ, ເພາະວ່າບໍ່ມີການແຈ້ງເຕືອນ ໃຫ້ຮູ້ກ່ອນລ່ວງໜ້າ.
ຊາວບ້ານທ່ານນີ້ ກ່າວຕື່ມອີກວ່າ, ຊາວບ້ານສ່ວນຫລາຍບໍ່ເຫັນດີ ກັບການລະເບີດຫິນ ເຂດຜາບ່ອງ, ຍ້ອນວ່າ ເປັນການທຳລາຍແຫລ່ງ ທ່ອງທ່ຽວ ທັມມະຊາດທີ່ສວຍງາມ. ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ຫາເຈົ້າໜ້າທີ່ ຫ້ອງການທ່ອງທ່ຽວ ເມືອງຫີນເຫີບ ເພື່ອຖາມຂໍ້ມູນເພີ່ມເຕີມ, ແຕ່ເຈົ້າໜ້າທີ່ຜູ້ຮັບສາຍຕອບວ່າ ບໍ່ຮູ້ເລື່ອງນີ້.
ກ່ອນໜ້ານີ້ ເຈົ້າໜ້າທີ່ຫ້ອງການພລັງງານ ແລະບໍ່ແຮ່ ເມືອງຫີນເຫີບ ໄດ້ກ່າວຕໍ່ເອເຊັຽເສຣີວ່າ, ໂຮງງານຜລິດຊິເມັນຫົງຊີຂອງຈີນ ກໍ່ສ້າງ ມາແຕ່ປີ 2015-2017, ແລະ ຮອດປີ 2018 ໂຮງງານດັ່ງກ່າວໄດ້ເລີ່ມດຳເນີນການຜລິດຊິເມັນ, ເພື່ອຂາຍໃຫ້ ໂຄງການກໍ່ສ້າງຕ່າງໆ ຢູ່ແຂວງວຽງຈັນ ລວມທັງໂຄງການທາງລົດໄຟລາວ-ຈີນ ແລະ ໂຄງການທາງດ່ວນ.