ມ.ໄຊທານີປິດໂຮງຮຽນ ຍ້ອນ ນ້ຳຖ້ວມ

ໂຮງຮຽນ ເມືອງໄຊທານີ ຍັງບໍ່ເປີດ ສົກຮຽນໃໝ່ໄດ້ ຍ້ອນ ນ້ຳຍັງຖ້ວມໜັກ.

ສະພາບນໍ້າຖ້ວມໂຮງຮຽນເມືອງໄຊທານີ ນະຄອນຫຼວງວຽງຈັນ RFA/LX

ຊາວບ້ານທີ່ໄດ້ຮັບຜົລກະທົບ ຈາກພັຍນ້ຳຖ້ວມ ໃນເມືອງໄຊທານີ ຍັງບໍ່ສາມາດພາລູກຫຼານໄປໂຮງຮຽນ ໃຫ້ທັນມື້ເປີດສົກຮຽນໃໝ່ ໃນວັນທີ 03 ກັນຍາ ຍ້ອນນ້ຳຍັງຖ້ວມຢູ່ ແລະບໍ່ມີທ່າທີວ່າ ຈະບົກແຫ້ງລົງ ໃນໄວໆນີ້ ຈຶ່ງບໍ່ໄດ້ກະຕຽມ ເຄື່ອງຮຽນໃຫ້ລູກຫຼານ ໄປໂຮງຮຽນເທື່ອ ຮວມທັງການສັນຈອນໄປມາ ຕາມບ້ານກໍຫຍຸ້ງຍາກ. ດັ່ງຊາວບ້ານຜູ້ນຶ່ງ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ 30 ສິງຫາ ຜ່ານມາວ່າ:

“ເພາະວ່າໂຮງຮຽນຫັ້ນນ້ຳກະຖ້ວມຍັງເລິກຢູ່ ເປີດຍັງບໍ່ທັນໄດ້ດອກ ໂຮງຮຽນນ້ຳຍັງຖ້ວມເລິກຢູ່. ມື້ເຊົ້ານີ້ກະຍັງຂຶ້ນຢູ່ ແຮ່ງຂຶ້ນເທື່ອລະນິດ ລະໜ້ອຍ."

ຊາວບ້ານອີກທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນວ່າ ນັບແຕ່ມື້ເກີດເຫຕນ້ຳຖ້ວມ ສະພາບການ ເດີນທາງແມ່ນ ຫຍຸ້ງຍາກ ຈຶ່ງບໍ່ໄດ້ອອກໄປຊື້ ອຸປກອນການຮຽນໃຫ້ລູກເຕົ້າ ເພື່ອໃຫ້ທັນກັບການ ເປີດສົກຮຽນໃໝ່:

“ກະວ່າຊິໄປຊື້ໃຫ້, ແຕ່ວ່າມັນນ້ຳຖ້ວມ ຈັ່ງຊີ້ມັນກະວຸ້ນກັນຫຼາຍ ມັນກະເລີຍບໍ່ໄດ້ໄປ, ຊ່ວງນີ້. ວ່າຊິພາກັນໄປຊື້ກ່ອນຊິເປີດເທີມອີ່ຫຍັງນີ້ ວ່າຊິພາກັນໄປຊື້ໄວ້ ແຮ່ງບໍ່ໄດ້ໄປປານນີ້. ການໄປມາກະ ການສັນຈອນ ການຄົມມະນາຄົມອີ່ຫຍັງກະບໍ່ສະດວກເນາະ, ຊິໄປຊື້ເຄື່ອງ ຊື້ຂອງໃຫ້ລູກໃຫ້ເຕົ້າ ກະຫຍຸ້ງຍາກຕອນນີ້. ເຣື້ອງການເປີດໂຮງຮຽນນີ້ ມັນກະຄືຊິບໍ່ທ່ວງບໍ່ທັນແຫຼະ."

ໃນຂນະດຽວກັນ, ຫົວໜ້າຫ້ອງການສຶກສາເມືອງ ປະຈຳເມືອງໄຊທານີ ໄດ້ຢືນຢັນຕໍ່ຜູ້ສື່ຂ່າວ ເອເຊັຽເສຣີໃນ ວ່າ ຕາມປົກກະຕິ ແລ້ວ ຈະມີການເປີດ ສົກຮຽນໃໝ່ ໃນວັນທີ 03 ກັນຍານີ້, ແຕ່ເນື່ອງຈາກ ມີນ້ຳຖ້ວມສູງ ທາງການກໍຕ້ອງໄດ້ເລື່ອນການເປີດ ສົກຮຽນໃໝ່ ອອກໄປແບບ ບໍ່ມີກຳນົດ ຫຼື ຈົນກວ່າ ນ້ຳຈະບົກແຫ້ງລົງ:

“ດຽວນີ້ຫັ້ນເນາະ ໄທເຮົາເປີດສົກຮຽນໃໝ່ ເອົາວັນທີ 03 ວັນຈັນນີ້, ວັນທີ 03 ເດືອນ 09. ແຕ່ວ່າບາງໂຮງຮຽນ ທີ່ຖືກຜົລກະທົບນີ້ ພວກເຮົາກະໄດ້ເລື່ອນ ຈົນກວ່ານ້ຳບົກພຸ້ນແຫຼະ."

ທ່ານກ່າວຕື່ມວ່າ ໃນເຂດເມືອງໄຊທານີ ໂຮງຮຽນຫຼາຍແຫ່ງ ສ່ວນໃຫຍ່ແມ່ນຖືກນ້ຳຖ້ວມ, ແຕ່ໂຮງຮຽນ ທີ່ບໍ່ຖືກນ້ຳຖ້ວມ ກໍຖືກຈັດຕັ້ງ ໃຫ້ເປັນທີ່ ພັກພາອາສັຍຊົ່ວຄາວ ໃຫ້ປະຊາຊົນພາຍໃນບ້ານ ທີ່ໄດ້ຮັບຜົລກະທົບຈາກພັຍນ້ຳຖ້ວມ, ດັ່ງນັ້ນຈຶ່ງຍັງບໍ່ສາມາດ ເປີດສົກຮຽນ ໃໝ່ໄດ້ ຕາມກຳນົດເວລາ ແລະຈະມີການແຈ້ງການຕື່ມ ກ່ຽວກັບມື້ເປີດສົກຮຽນໃໝ່ ໃນເຂດເມືອງຂອງຕົນ ຖ້າຫາກສະພາບການຕ່າງໆ ເອື້ອອຳນວຍ ຕໍ່ການເປີດສົກຮຽນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org