ແຜນສ້າງ 429 ເຂື່ອນຜລິດໄຟຟ້າ ປາ ສິຢູ່ໃສ!

ສິດນີ
2021.03.31
ແຜນສ້າງ 429 ເຂື່ອນຜລິດໄຟຟ້າ ປາ ສິຢູ່ໃສ! ສະພາບນໍ້າຂອງ ທີ່ ແຫ້ງແລ້ງ ໃນເດືອນກຸມພາ ປີ 2020
File photo 2020: RFA

ຣັຖບານລາວ ມີແຜນການຈະສ້າງໂຄງການຜລິດໄຟຟ້າ ທົ່່ວປະເທດ ປະມານ 429 ແຫ່ງ ສ່ວນໃຫຍ່ ຈາກເຂື່ອນ ນອກຈາກນັ້ນ ກໍແມ່ນໂຄງການຜລິດພະລັງງານໄຟຟ້າ ຈາກ ແສງແດດ, ລົມ, ຄວາມຮ້ອນ ແລະຖ່ານຫິນ ເພື່ອຢາກເປັນຫມໍ້ໄຟ ອາຊຽນ ໃນ ອະນາຄົດ ດ້ວຍການຊັກຊວນ ໃຫ້ຈີນ ແລະ ບໍຣິສັດເອກຊົນລາວ ເຂົ້າມາລົງທຶນສ້າງ, ຊຶ່ງສ້າງຄວາມ ກັງວົນ ໃຫ້ແກ່ອົງການ ຕ່າງຊາດ ປະຊາຊົນລາວ ແລະນັກວິຊາການ ດ້ານສິ່ງແວດລ້ອມຢ່າງໃຫຍ່ ຍ້ອນວ່າໂຄງການທີ່ສ້າງແລ້ວ ແລະ ກຳລັງສ້າງ ຢູ່ໃນປັດຈຸບັນ ເປັນຕົ້ນເຂຶ່ອນ ໄຟຟ້າ ກໍສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ ຣະບົບນິແວດ ແລະ ປະຊາຊົນ ທ້ອງຖິ່ນຫຼາຍແລ້ວ. ດັ່ງ ດຣ. Ian Baird ສາສດາຈານ ຈາກມະຫາວິທຍາລັຍ ວິສຄອນຊິນ ເມືອງເມເດີຊັນ ສະຫະຣັດ ອາເມຣິກາ ແລະ ນັກວິຊາການ ດ້ານສິ່ງແວດລ້ອມ ຈາກ ການສ້າງເຂື່ອນ ກ່າວກ່ຽວກັບເຣື້ອງນີ້ ຜ່ານທາງອິແມວວ່າ:

“ທ່ານວ່າ ມັນມີຄວາມກັງວົນ ຢ່າງໃຫຍ່ຫຼວງ ຕໍ່ຜົລກະທົບຕໍ່ສິ່ງແວດລ້ອມ ຈາກການສ້າງເຂື່ອນໃນລາວ ຊຶ່ງໃນປັດຈຸບັນ ໂຄງການ ສ້າງເຂື່ອນຫຼາຍແຫ່ງ ທີ່ລົງທຶນໂດຍຈີນ ໃນລາວ ກໍພົບວ່າ ຂາດຄວາມເອົາໃຈໃສ່ ຕໍ່ຜົລກະທົບຕໍ່ສິ່ງແວດລ້ອມ ແລະ ຊຸມຊົນ ທ້ອງຖິ່ນຢ່າງໃຫຍ່.”

ທ່ານຍັງກ່າວຕື່ມວ່າ ຣັຖບານລາວ ຄວນຍຸຕິການສ້າງເຂື່ອນ ໃນຂນະທີ່ພົບເຫັນບັນຫາ ໃນຫຼາຍເຂື່ອນ ທີ່ສ້າງແລ້່ວໃນປັດຈຸບັນ ເປັນຕົ້ນບັນຫາສັງຄົມ ສີ່ງແວດລ້ອມ ແລະ ຄວາມປອດພັຍ ຂອງໂຄງການ ທີ່ປະຊາຊົນເປັນຫ່ວງ ແຕ່ບໍ່ຖືກແກ້ໄຂຈາກຣັຖບານ.

ໃນຂນະດຽວກັນ ທ່ານ Brian Eylers ຜູ້ອຳນວຍການ ໂຄງການ ເອເຊັຽຕາເວັນອອກສ່ຽງໃຕ້ ຈາກ ສະຖາບັນ ວິຈັຍຄົ້ນຄວ້າ Stimson center ວໍຊີງຕັນ ດີ ຊີ ສະຫະຣັດ ອາເມຣີກາ ນັກວິຊາການ ດ້ານສິ່ງແວດລ້ອມ ແລະການສ້າງເຂື່ອນ ກໍກ່າວ ກ່ຽວກັບເຣື້ອງນີ້ໂດຍຜ່ານ ທາງອິແມວວ່າ:

“ທ່່ານວ່າ ບໍຣິສັດ ຣັດວິສາຫະກິດ ແລະ ບໍຣິສັດເອກຊົນຈີນ ໄດ້ຮັບສັມປະທານ ແລະລົງນາມ ໃນບົດບັນທຶກຄວາມເຂົ້າໃຈ ເຕັມສ່ວນ ຫລືເຄິ່ງນຶ່ງ ໃນໂຄງການສ້າງເຂື່ອນ 41 ແຫ່ງ ໃນລາວ ໃນນັ້ນ 18 ເຂື່ອນ ແມ່ນໄດ້ບໍຣິຫານ ຈັດການໃນການຂາຍ ໄຟຟ້າ ແລ້ວ, 20 ເຂື່ອນ ຢູ່ໃນແຜນການຈະສ້າງ ແລະ ອີກ 3 ເຂື່ອນກຳລັງສ້າງຢູ່ ໃນປັດຈຸບັນ. 4 ເຂື່ອນ ແມ່ນ ເຂື່ອນນ້ຳຂອງ ຂອງ ບໍຣີສັດຕ້າຖັງ ຂອງຈີນ ເປັນຕົ້ນ ເຂື່ອນປາກແບງ, ປາກລາຍ ,ຊະນະຄາມ ແລະ ພູງອຍ ບາງເຂື່ອນ ມີຫຸ້ນເຕັມ ແລະ ບາງເຂື່ອນ ມີການຮ່ວມຫຸ້ມ ກັບ ບໍຣິສັດ ອື່ນໆ ຂອງຈີນ ເຂື່ອນໄຟຟ້່າ ດັ່ງກ່າວທັງຫມົດນີ້ ບໍໄດ້ຈັດເຂົ້າຢູ່ໃນ ເຂື່ອນ ທີ່ບໍຣິສັດຈີນ ຂາຍອຸປກອນ ການກໍສ້າງໃຫ້ແກ່ ໂຄງການສ້າງເຂື່ອນອື່ນໆ ໃນລາວ.”

ທ່ານກ່າວຕື່ມວ່າ ຕາມຂໍ້ມູນຈາກຫນ່ວຍງານ ແມ່ນ້ຳຂອງ ທີ່ຕິດຕາມການສ້າງເຂື່ອນ ໃນລາວ ຣະບຸວ່າ ທາງການລາວສົນໃຈຈະ ສ້າງເຂື່ອນປະມານ 335 ເຂື່ອນໃນແມ່ນ້ຳຂອງ ແລະ ແມ່ນ້ຳສາຂາ ໃນນັ້ນ 65 ເຂື່ອນ ຢູ່ໃນການບໍຣິຫານ ຈັດການຂາຍໄຟຟ້າ ແລ້ວ, 37 ເຂື່ອນ ຢູ່ໃນການກໍ່ສ້າງ ແລະ 233 ເຂື່ອນ ແມ່ນຢູ່ໃນແຜນການຈະສ້າງ. ໃນປັດຈຸບັນ ຈີນ ເປັນເຈົ້າຂອງ ເຂື່ອນ ໃນລາວ 20% ໃນໂຄງການເຂື່ອນ ທີ່ສ້າງແລ້ວ ເຂື່ອນ ຍັງຢູ່ໃນການກໍ່ສ້າງ ແລະ ມີແຜນການຈະສ້າງ.

ດຣ. ວິທູນ ເພີ້ມພົງສາຈເຣີນ, ນັກພັທນາດ້ານສິ່ງແວດລ້ອມ ເຄືອຂ່າຍພະລັງງານ ນິເວດວິທຍາ ໃນລຸ່ມແມ່ນ້ຳຂອງທີ່ມີສຳນັກງານ ທີ່ປະເທສໄທຍ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽ ເສຣີ ໃນວັນທີ 20 ສິງຫາ ຜ່ານມາວ່າ ແຜນຍຸທສາຕດ້ານພະລັງງານໄຟຟ້າ ຂອງລາວ ກຳລັງຕົກຢູ່ໃນຄວາມສ່ຽງ ຊື່ງໂຄງການເຂື່ອນໄຟຟ້າ ແຫ່ງຕ່າງໆ ສ່ວນໃຫຍ່ເປັນຂອງ ນັກລົງທຶນ ຕ່າງປະເທດ ເປັນສິ່ງທີ່ຣັຖບານລາວ ບໍ່ສາມາດກຳນົດການຊື້-ຂາຍໄດ້ດ້ວຍໂຕເອງ ແຕ່ແມ່ນນັກລົງທຶນ ຕ່າງປະເທສຕ່າງຫາກ ເປັນຜູ້ກຳນົດ ຈຶ່ງເຮັດໃຫ້ສິ່ງນີ້ ເປັນ ຄວາມສ່ຽງຕໍ່ຣັຖບານລາວເອງ.

ທ່ານກ່າວຕື່ມວ່າ ທີ່ຜ່ານມາ ປະເທສໄທຍ ທີ່ເຄີຍເປັນຜູ້ຊື້ໄຟຟ້າຫຼັກ ຈາກລາວ, ປະຈຸບັນນີ້ ໄທຍ ມີໄຟຟ້າສຳຮອງແລ້ວສູງເຖິງ 60%. ຖ້າຫາກປະເທສໄທຍ ບໍ່ຊື້ໄຟຟ້າຈາກລາວ ໄທຍ ກໍຍັງຈະມີໄຟຟ້າໃຊ້ ຫຼາຍປີ.

ນອກຈາກນີ້, ປະເທສອື່ນໆໃນອາຊຽນ ກໍມີໄຟຟ້າສຳຮອງໄວ້ໃຊ້ ໃນໄລຍະຍາວແລ້ວ ຢ່າງໜ້ອຍ 5-10 ປີ ດັ່ງນັ້ນ ແຜນຍຸທສາຕ ດ້ານພະລັງງານໄຟຟ້າຂອງລາວ ຢາກເປັນ Battery of Asean ນັ້ນເຮັດໃຫ້ຣັຖບານລາວ ຕົກຢູ່ໃນຄວາມສ່ຽງຫຼາຍດ້ານ

ທ່ານ ສະຫວຽນ ກົງສິມມາ ເຄືອຂ່າຍ ສະພາອົງການລຸ່ມນໍ້າຂອງ ປະຈໍາແຂວງເລີຍ ຂອງໄທຍ ກໍໄດ້ສະແດງ ຄວາມກັງວົນ ກ່ຽວກັບໂຄງການສ້າງ ເຂື່ອນ ຊະນະຄາມ ທີ່ຢູ່ຫ່າງຈາກ ແຂວງເລີຍ ພຽງ 2 ກິໂລແມັດ. ໂຄງການສ້າງເຂື່ອນ ດັ່ງກ່າວ ມີແນວໂນ້ມວ່າ ຈະສ້າງຂຶ້ນຢ່າງແນ່ນອນ ບໍ່ຢາກໃຫ້ມີການສ້າງເຂື່ອນ.

ສຳລັບຝ່າຍລາວ ທ່ານ ອານຸລັກ ກິດຕິຄຸນ ຫົວໜ້າຝ່າຍຍຸທສາດ ແລະ ຫຸ້ນສ່ວນ ຄະນະກັມມາທິການ ແມ່ນໍ້າຂອງ ກໍເປັນຫ່ວງ ກ່ຽວກັບເຂື່ອນຫຼວງພຣະບາງ; ໂດຍເວົ້າວ່າ ຣັຖບານ ລາວ ກໍມີຄວາມພຍາຍາມ ທີ່ຈະປັບງປຸງແກ້ໄຂ ຕາມຄໍາແນະນໍາ ຂອງ ຄະນະກັມມາທິການ ແມ່ນໍ້າຂອງ ແຕ່ກໍຍັງບໍ່ດີພໍ ແລະ ໃນຖານະ ທີ່ຣັຖບານລາວ ເປັນເຈົ້າຂອງໂຄງການ ຈໍາເປັນຕ້ອງໄດ້ ທົບທວນຄືນໃໝ່ ເຣື້ອງຜົນກະທົບ ສິ່ງແວດລ້ອມ ແລະສັງຄົມຄືນໃຫ້ລະອຽດຈະແຈ້ງ ແລະແຈ້ງຂໍ້ມູນຕໍ່ ຄະນະກັມມາທິການ ແມ່ນໍ້າຂອງ ຮວມເຖິງປະເທດ ສະມາຊິກ.

ເຈົ້າຫນ້າທີ່ຜແນກພະລັງງານແລະບໍ່ແຮ່ ແຂວງຊຽງຂວາງ ທ່ານນື່ງກ່າວວ່າ; ດຽວນີ້ພາຍໃນແຂວງ ກໍມີແຕ່ນັກລົງທຶນຈີນ ເຂົ້າມາ ສຶກສາຄວາມເປັນໄປໄດ້ ໃນການລົງທຶນ ດ້ານພະລັງງານທຸກຮູບແບບ ທັງເຂື່ອນຂນາດນ້ອຍ ແລະ ພະລັງງານແສງແດດ, ທ່ານ ບໍ່ເຫັນພ້ອມທີ່ ຣັຖບານລາວ ຈະສ້າງເຂື່ອນໄຟຟ້າ ຍ້ອນເນື້ອທີ່ໃນແຂວງມີນ້ອຍ ແລະຈຳກັດ.

“ຍັງບໍ່ທັນເຂົ້າໃຈ ນຳເພິ່ນນ່າ ຈຸດປະສົງເພິ່ນພິສັງແທ້ ບາດນີ້ໄຟຟ້າ ນ້ຳພັດມັນບໍ່ມີແລ້ວ ເຂົາກະເຊັນ MOU ໄວ້ຫຼາຍບໍຣິສັດກຳລັງ ສຶກສາຢູ່ ນີ້ກະຈີນ ກຳລັງຢູ່ນີ້ນ່າ ແຕ່ສຳຄັນເນື້ອທີ່ ມັນມີຫນ້ອຍ.”

ເຈົ້າຫນ້າທີ່ກະຊວງພະລັງງານ ແລະ ບໍ່ແຮ່ ທ່ານນຶ່ງເວົ້າວ່າ ນະໂຍບາຍ ແລະ ແຜນພະລັງງານຂອງຣັຖບານ ທີ່ຢາກເປັນຫມໍ້ໄຟ ອາຊຽນ ຈຶ່ງມີຄວາມຈຳເປັນ ຍິ່ງຕ້ອງໄດ້ຊັກຊວນ ໃຫ້ຈີນ ເຂົ້າມາລົງທຶນ ຍ້ອນວ່າ ຈີນ ມີທັງງົບປະມານ ນັກວິຊາການ ແລະ ເທັກໂນໂລຈີ ທີ່ທັນສມັຍໃນການສ້າງ.

“ຄວາມຈິງກະຢາກໃຫ້ເຮັດ ຫ້ັັນແຫລ້ວ ເພາະວ່າດຶງນັກທຸຣະກິດ ເຂົ້າມາລົງທຶນ ມັນກະມີປະຊາຊົນໄດ້ມີວຽກເຮັດງານທຳເນາະ ສ່ວນປະຊາຊົນໄດ້ຮັບຜົລກະທົບນັ້ນ ມັນກະຂຶ້ນກັບ ຜູ້ໃຫຍ່ແຫຼະ ຜູ້ໃຫຍ່ເພິ່ນລົມແນວໃດ ມັນກໍແນວນັ້ນ.”

ສ່ວນປະຊາຊົນລາວ ຜູ້ທີ່ອາສັຍການລ້ຽງຊີວິດຕາມແມ່ນ້ຳຂອງ ແລະແມ່ນ້ຳສາຂາ ຈາກຫຼາຍແຂວງບໍ່ວ່າຝັ່ງລາວ ຫຼືຝັ່ງໄທຍ ກໍສະແດງຄວາມກັງວົນ ໃນໂຄງການສ້າງເຂື່ອນ ຂອງຣັຖບານລາວ ທີ່ຈະສົ່ງຜົລກະທົບ ຕໍ່ຊີວິດການເປັນຢູ່ຂອງພວກຂະເຈົ້່າ ເພີ້ມຂຶ້ນ, ດັ່ງຄົນລາວທ່ານນຶ່ງ ຜູ້ທີ່ໄດ້ຮັບຜົລກະທົບ ຈາກ ເຂື່ອນນ້ຳຄານ 2 ຢູ່ແຂວງຫຼວງພຣະບາງ ເວົ້າວ່າ:

“ກະແນ່ນອນແລ້ວ ມັນກະຕ້ອງມີແຕ່ຜົລກະທົບແຫຼະ ເພິ່ນກະສິປະຕິບັດ ຕາມເປັນຫມໍ້ໄຟອາຊຽນ ຕິເບາະ ເປັນຫມໍ້ໄຟອາຊຽນ ແລ້ວບາດນີ້ບ່ອນອີ່ພໍ່ຢູ່ ທັງໂຄດຫັ້ນ ກະແຫ້ງແລ້ງ ຫມົດເດ້ ມີແຕ່ຂີ້ດິນ.”

ຊາວນະຄອນຫຼວງວຽັງຈັນ ທ່ານນຶ່ງເວົ້າວ່າ ບໍ່ວ່າແຕ່ນັກລົງທຶນຈີນ ນັກລົງທຶນຈາກປະເທດ ອື່ນກໍບໍ່ຢາກໃຫ້ເຂົ້າມາລົງທຶນສ້າງ ເຂື່ອນອີກໃນລາວ ຍ້ອນມັນສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະ ຊຸມຊົນ ມີຜົລເສັຽຫຼາຍກວ່າໄດ້.

“ອັນນີ້ກະຢາກບໍ່ເຫັນດີປານໃດແລ້ວ ກໍຢາກໃຫ້ທາງຂັ້ນເທິງ ພິຈາຣະນາຢຸດເຊົາອັນນີ້ສ່າ (ເຂຶ່ອນ) ເພາະວ່າມັນພໍແລ້ວເຣື້ອງ ນີ້ນ່າ ມັນເສັຽຫຼາຍກວ່າໄດ້ ປະຊາຊົນໄດ້ໂຍກຍ້າຍ ອອກຈາກເຮືອນ ມັນທຳລາຍສິ່ງແວດລ້ອມ.”

ຊາວລາວຢູ່ແຂວງບໍຣິຄຳໄຊ ເວົ້າວ່າ ປະຊາຊົນກໍເຮັດຫຍັງບໍ່ໄດ້ ມີແຕ່ເພີ່ນເຮັດແນວໃດຊົມເຊີຍ ດັ່ງທ່ານເວົ້າວ່າ:

“ກະມີແຕ່ວ່າເພິ່ນເຮັດແນວໃດ ກະຊົມເຊີຍນຳຂັ້ນເທິງແລ້ວເນາະ ເພິ່ນເຮັດໄດ້ກະດີໃຈ ກະມີຟືນມີໄຟໃຊ້ບ້ານເຮົາພຽງພໍ ແລ້ວ ກະອອກຂາຍຕ່າງປະເທດ ເຮົາກະດີໃຈດອກ ຄັນເພິ່ນເຮັດໄດ້ ຫັ້ນນ່າ ຜົລກະທົບມັນມີດ້ານນຶ່ງ ຫັ້ນນ່າ ຄຽງຄູ່ກັນໄປຫັ້ນແຫຼະ ເອີ; ກະຈຳເປັນແຫຼະເພິ່ນເປັນາຍເຮົາເດ້.”

ກະຊວງພະລັງງານ ແລະ ບໍແຮ່ ໄດ້ຣາຍງານຄວາມຄືບຫນ້າກ່ຽວກັບ ການລົງທຶນດ້ານພະລັງງານ ຂອງນັກລົງທຶນໃນລາວ ເມື່ອ ບໍ່ດົນມານີ້ວ່າ ມາຮອດທ້າຍປີ 2020 ນັກລົງທຶນຈີນ ໄດ້ເຂົ້າມາລົງທືນສ້າງ ເຂຶື່ອນໄຟຟ້າ 16 ເຂື່ອນ ໃນລາວ ມີກຳລັງຕິດຕັ້ງ ປະມານ 2,256 ເມກາວັດ.

ໃນປັດຈຸບັນ ການພັທນາໂຄງການພະລັງງານ ທີ່ຮ່ວມດ້ວຍການສ້າງເຂື່ອນ ໃນລາວ ທັງໃນຣະດັບສູນກາງ ແລະ ທ້ອງຖິ່ນມີ ທັງຫມົດ 429 ໂຄງການແລະໂຄງການທີ່ເຊັນ MOU ມີ 246 ໂຄງການຊື່ງສວ່ນໃຫຍ່ ເປັນການລົງທຶນຂອງຈີນ.

ໃນປັດຈຸບັນຈີນ ເປັນຜູ້ລົງທຶນອັນດັບນຶ່ງໃນລາວ ໂດຍມີການລົງທຶນທັງຫມົດ ໃນຈຳນວນ 785 ໂຄງການ ຮວມມູນຄ່າການລົງທຶນ ປະມານ 12 ຕື້ໂດລາ ສະຫະຣັດ ຕາມຣາຍງານ ຂອງກະຊວງແຜນການ ແລະການລົງທຶນ ໃນປີ 2019.

ໂຄງການສ່ວນໃຫຍ່ທີ່ຈີນລົງທຶນ ໃນລາວ ກໍມີໂຄງການສ້າງເຂືຶ່ອນໄຟຟ້າ, ຂຸດຄົ້ນແຮ່ທາດ, ເຂດເສຖກິດພິເສດ, ຣົດໄຟລາວ-ຈີນ, ໂຄງການທາງດ່ວນ, ໂຄງການສ້າງໂຮງຫມໍ ມະໂຫສົດ ແລະ ສ້າງໂຮງຈັກໂຮງງານ ຕ່າງໆທົ່ວປະເທດ. ນັກທຸຣະກິດລາວ ຜູ້ທີ່ກຳລັງສ້າງເຂື່ືອນ ຂນາດນ້ອຍໃນລາວ ຜູ້ທີ່ຂໍສງວນຊື່ ທ່ານນຶ່ງເວົ້າວ່າ:

“ຣັດວິສາຫະກິດໄຟຟ້າລາວ ມີນະໂຍບາຍ ໃຫ້ບຸກຄົນ ຫລື ບໍຣິສັດເອກຊົນ ສ້າງເຂື່ອນເພື່ອຂາຍໄຟຟ້າໃຫ້ແກ່ ຣັດວິສາຫະກິດ ໄຟຟ້າລາວ ເປັນຕົ້ນເຂື່ອນຂນາດນ້ອຍ ບາງເຂື່ອນເຮັດດ້ວຍດິນຫນຽວ ຣາຄາບໍ່ສຸງປານໃດ ຈຶ່ງເຮັດໃຫ້ນັກທຸຣະກິດ ຫຼື ບຸກຄົນ ຜູ້ມີເງິນຫຼາຍຄົນ ພາກັນສ້າງເຂື່ອນ ໃນເວລານີ້ໃນນັ້ນ ຮ່ວມດ້ວຍທ່ານເອງ.”

ອິງຕາມຂໍ້ມູນຈາກຜແນກ ວາງແຜນແຫລ່ງຜລິດໄຟຟ້າ ກົມນະໂຍບາຍ ແລະແຜນພະລັງງານ ກະຊວງພະລັງງານແລະບໍ່ແຮ່ ສປປລາວ ສະບັບປີ 2016 ຣະບຸວ່າ ທາງການລາວ ມີແຜນການຈະສ້າງໂຄງການ ຜລິດໄຟຟ້າ ທັງຫມົດ 429 ໂຄງການ ຊຶ່ງໃນປັດຈຸບັນ ( ປີ 2016) ມີໂຄງການໄຟຟ້າ ທີ່ດຳເນີນການຜລິດ 40 ໂຄງການ, ໂຄງການໄຟຟ້າທີ່ກຳລັງສ້າງ ແລະ ຄາດວ່າຈະສ້າງສຳເຣັດກ່ອນ ປີ 2020 ມີ 50 ໂຄງການ, ໂຄງການໄຟຟ້າ ທີ່ຄາດວ່າ ຈະສ້າງສຳເຣັດກ່ອນປີ 2025 ມີ 35 ໂຄງການ, ໂຄງການໄຟຟ້າທີ່ຄາດວ່າ ຈະພັທນາ ໃຫ້ສຳເຣັດ ກ່ອນປີ 2030 ມີຢູ່ 56 ໂຄງການ ແລະໂຄງການໄຟຟ້າທີ່ເຊັນ MOU ມີຢູ່ 248 ໂຄງການ ຮວມທັງຫມົດເປັນ 429 ໂຄງການ ທີ່ຣັຖບານລາວ ມີແຜນການຈະສ້າງ ແຕ່ອາດຈະມີການປ່ຽນແປງ ຫລັງຈາກ ເຂື່ອນເຊປ່ຽນ-ເຊນ້ຳນ້ອຍແຕກ ຢູ່ແຂວງອັດຕະປຶື ຍ້ອນວ່າ ທາງການລາວ ໄດ້ສັ່ງໂຈະ ໂຄງການເຂື່ອນບາງເຂື່ອນ ທີ່ບໍ່ໄດ້ມາຕຖານ.

ເທົ່າເຖິງປັດຈຸບັນ ຣັຖບານລາວ ແລະ ນັກທຸຣະກິດລາວ ຮ່ວມດ້ວຍຈີນ ແລະນັກລົງທຶນ ຈາກຕ່າງປະເທດ ໄດ້ລົງທຶນສ້າງ ໂຄງການຜລິດພະລັງງານໄຟຟ້າແລ້ວ 100 ປາຍໂຄງການ ແລະຍັງຢູ່ໃນແຜນການ ອີກຫລາຍໂຄງການ ສ່ວນໃຫຍ່ແມ່ນເຂື່່ອນ ສຳລັບໂຄງການພະລັງງານ ທາງເລືອກອື່ນໆ ເປັນຕົ້ນ ພະລັງງານຈາກແສງແດດ, ລົມ ແລະຄວາມຮ້ອນ ຮ່ວມດ້ວຍ ພະລັງງານ ຈາກ ຖ່ານຫິນຫລາຍໂຄງການນັ້ນ ຍັງມີການພິຈາຣະນາ ແລະ ສຳຣວດຢູ່ ອາດຈະສ້າງໃນໄວໆນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.