ລາວຈະປັບປຸງກົດໝາຍ ແຫຼ່ງນ້ຳ
ທາງການລາວ ຈະປັບປຸງ ກົດໝາຍ ວ່າດ້ວຍ ຊັພຍາກອນ ນ້ຳ ພາຍຫລັງ ທີ່ໄດ້ອອກ ແລະນໍາໃຊ້ ກົດໝາຍ ດັ່ງກ່າວ ມາເປັນ ເວລາ 5 ປີ.
-
ຈໍາປາທອງ
2017-09-13 -
-
-
Your browser doesn’t support HTML5 audio
ທາງການລາວ ຈະປັບປຸງ ກົດໝາຍ ວ່າດ້ວຍ ຊັພຍາກອນ ນ້ຳ ພາຍຫລັງ ທີ່ໄດ້ອອກ ແລະນໍາໃຊ້ ກົດໝາຍ ດັ່ງກ່າວ ມາເປັນ ເວລາ 5 ປີ, ຍ້ອນເຫັນວ່າ ມີຜົລກະທົບໃສ່ ແຫຼ່ງນ້ຳ ເຊັ່ນວ່າ; ແມ່ນ້ຳຂອງ ແລະລຳນ້ຳສາຂາ ຈົນວ່າອາຈບໍ່ສາມາດ ຈະແກ້ໄຂໄດ້. ຕາມການເປີດ ເຜີຍ ຂອງເຈົ້າໜ້າທີ່ ກະຊວງ ຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ຜູ້ບໍ່ປະສົງອອກຊື່ ໃນມື້ວັນທີ 12 ກັນຍາ 2017:
"ກົດໝາຍຊັພຍາກອນນໍ້າ ລາວເຮົາມີມາແຕ່ດົນແລ້ວ ແຕ່ວ່າເນຶ່ອງຈາກ 4-5 ປີທີ່ຜ່ານມານີ້ ມັນຈະມີປະເດັນ ຫລາຍໆຢ່າງເກີດຂຶ້ນ ເລຶ່ອງ ຂອງແມ່ນໍ້າຫັ້ນນ່າ ແກ້ໄຂບໍ່ຕົກກັນ ກໍຈະມີການປັບປຸງນໍ ບໍ່ແມ່ນສະເພາະແມ່ນໍ້າຂອງ ແຕ່ວ່າເປັນເລຶ່ອງ ຂອງແມ່ນໍ້າ ໂດຍທົ່ວໄປຫັ້ນນະ ຫລັກການຕ່າງໆ ທີ່ຢູ່ໃນກົດໝາຍ ຫັ້ນນະ ມາຕການຕ່າງໆ ທີ່ວ່າມັນບໍ່ເຂັ້ມງວດ ມັນບໍ່ເດັດຂາດ ຫັ້ນນະ".
ນາງກ່າວວ່າ ກົດໝາຍວ່າດ້ວຍຊັພຍາກອນນ້ຳ ຈະມີການປັບປຸງໃໝ່ໃຫ້ດີຂຶ້ນ ໃນຫຼາຍໆເຣຶ່ອງ ທັງເຣຶ່ອງກົດຣະບຽບ ການໃຊ້ນ້ຳ, ຜົລກະ ທົບຈາກ ເຂື່ອນໄຟ ຟ້າ, ເຣຶ່ອງສານພິດເຄມີ ຈາກພື້ນທີ່ ທຳການຜລິດ ໄຫລລົງໃສ່ນ້ຳ ຊຶ່ງພວກນັກລົງທຶນ ຕ່າງປະເທສ ໃຊ້ຫຼາຍເກີນ ຂອບເຂດ ແລະເຣຶ່ອງການໃຊ້ ອຸບປະກອນ ແລະ ວິທີຫາປາຕ່າງໆ. ແລະວ່າຜູ້ຣະເມີດ ຣະບຽບກົດໝາຍນັ້ນ ຈະໄດ້ຖືກລົງໂທດ ໜັກຂຶ້ນ ກວ່າເກົ່າ. ພ້ອມກັນນັ້ນ ກໍຈະໃຫ້ເຈົ້າໜ້າທີ່ ທ້ອງຖິ່ນ ກວດກາສະພາບນ້ຳ ແລະແມ່ນ້ຳລຳເຊຕ່າງໆ ໃນທົ່ວປະເທສ ຫຼາຍຂຶ້ນ. ດັ່ງທີ່ນາງ ກ່າວວ່າ:
"ຈະເປັນຂະບວນການ ໄປຕິດຕາມປະເມີນຜົລ ແລ້ວກໍວິທີການແກ້ໄຂບັນຫາ ປະມານນີ້ນະ ຖ້າເກີດບັນຫາຂຶ້ນມາແລ້ວ ແມ່ນພາກສ່ວນໃດ ຈະຕ້ອງຮັບຜິດຊອບ ພາກສ່ວນໃດ ຕ້ອງໄປແກ້ໄຂ ຫັ້ນນະ ແລ້ວຕ້ອງມີມາຕການ ລົງໂທດ ແນວໃດຫັ້ນນະ, ແມ່ນໍ້າ ກໍຈະເປັນປະເດັນ ລວມໆແບບນີ້ ຈະເນັ້ນໄປດ້ານນີ້ຫລາຍ".
ນາງກ່າວຕື່ມອີກວ່າ ການປັບປຸງກົດໝາຍ ວ່າດ້ວຍຊັພຍາກອນນ້ຳ ທີ່ວ່ານີ້ ຍັງບໍ່ຮູ້ວ່າ ຈະມີຂຶ້ນເມື່ອໃດ ແລະຈະສຳເຣັດເມື່ອໃດ ກັນແທ້.