ປ່າໄມ້ຢູ່ລາວຈະອຸດົມ ສົມບູນ ປີ 2020

ຈໍາປາທອງ
2017.06.05
F-forest ສວນໄມ້ສັກ ຢູ່ເມືອງພຽງ ແຂວງໄຊຍະບູຣີ
Mek/fb

ຣັຖມົນຕຣີ ກະຊວງກະສິກັມ ແລະປ່າໄມ້ ເວົ້າໃນມື້ ວັນທີ 30 ພຶສພາ 2017 ນີ້ວ່າ ປີນີ້ມີແຜນ ປູກຕົ້ນໄມ້ ໃຫ້ໄດ້ 11,000 ເຮັກຕາ ໂດຍສຸມໃສ່ ເຂດອ່າງໂຕ່ງ ຂອງ ເຂື່ອນໄຟຟ້າ, ເຂດຊົລປະທານ ແລະ ທັງຈະຟື້ນຟູ ປ່າສະຫງວນ, ປ່າປ້ອງກັນ ແລະ ປ່າ ຜລິດໃຫ້ໄດ້ 670,000 ເຮັກຕາ.

ທ່ານ ລຽນ ທີແກ້ວ ຣັຖມົນຕຣີ ກະຊວງດັ່ງກ່າວເວົ້າວ່າ ໃນປີນີ້ ຈະສູ້ຊົນຟື້ນຟູ ເຂດປ່າສະຫງວນ ໃຫ້ໄດ້ 300,000 ເຮັກຕາ, ປ່າປ້ອງກັນ 227,000 ເຮັກຕາ, ເຂດປ່າຜລິດ 100,000 ເຮັກຕາ ແລະເຂດປ່າ ບ້ານຄຸ້ມຄອງ ໃຫ້ໄດ້ 42,500 ປາຍເຮັກຕາ ແລະ ທັງວ່າ ຈະຈັດຕັ້ງ ປະຕິບັດ ຄາດໝາຍ ດ້ານສິ່ງແວດລ້ອມ ທີ່ ກອງປະຊຸມໃຫຍ່ ຄັ້ງທີ 10 ຂອງ ພັກປະຊາຊົນ ປະຕິວັດລາວ ວາງອອກ ທີ່ວ່າຈະເຮັດໃຫ້ ປ່າໄມ້ ປົກຫຸ້ມເນື້ອທີ່ ຂອງ ປະເທສໄດ້ 70% ໂດຍຈະຟື້ນຟູປ່າ ໃຫ້ໄດ້ 6,000,000 ເຮັກຕາ ແລະປູກປ່າ ໃຫ້ໄດ້ 500,000 ເຮັກຕາ ພາຍໃນປີ 2020.

ແຜນທີ່ວ່ານີ້ ມີຂຶ້ນພາຍຫລັງທີ່ ຜູ້ນໍາພັກຈັດຕັ້ງ ຊີ້ນໍາ ນໍາພາ ທີ່ບໍ່ສໍາເຣັດ ໃນການ ປະຕິບັດແຜນການ 5 ປີ ທີ່ຜ່ານມາ ຊຶ່ງວ່າຈະເຮັດໃຫ້ ປ່າໄມ້ ກວມເອົາເນື້ອທີ່ 65% ຂອງ ປະເທສ ໃນປີ 2015. ກ່ຽວກັບແຜນການ ຂອງທາງການ ສປປລາວ ທີ່ວ່ານັ້ນ ດຣ.ສອນໄຊ ສີພັນດອນ ກັມການກົມການເມືອງ ສູນກາງພັກ ຄົນສຸດທ້າຍ ຮອງນາຍົກ ຣັຖມົນຕຣີ ຊຶ່ງຫລາຍຄົນ ເວົ້າວ່າ ຫວັງທີ່ຈະໄດ້ ເປັນນາຍົກຣັຖມົນຕຣີ ຄົນຕໍ່ໄປນັ້ນ ກ່າວໃນ ໂອກາດ ວັນເດັກນ້ອຍ ສາກົນ ແລະ ວັນປູກຕົ້ນໄມ້ ແຫ່ງຊາດ ວັນທີ 1 ມິຖຸນາ ທີ່ ໂທຣະທັດ ຂອງທາງການລາວ ຖ່າຍທອດຕອນນຶ່ງວ່າ: ສຽງ...

ຜູ້ນໍາພັກ-ຣັຖ ສປປລາວ ທີ່ຜູກຂາດອໍານາດ ແບບຜະເດັດ ການມາໄດ້ 40 ປາຍປີແລ້ວນັ້ນ ປະກາດວ່າ ເນື່ອງໃນໂອກາດ ວັນປູກຕົ້ນໄມ້ ແຫ່ງຊາດ 1 ມິຖຸນາ ໄດ້ປູກຕົ້ນໄມ້ ຢູ່ຕາມ ສະຖານທີ່ ສຳຄັນຕ່າງໆ. ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄນະບໍຣິຫານງານ ສູນກາງພັກ ຜູ້ນໍາສູງສຸດ ຂອງ ສປປລາວ ກໍຮ່ວມ ປູກຕົ້ນໄມ້ ພໍເປັນພິທີ ທີ່ນະຄອນຫລວງ ວຽງຈັນ ໂດຍຫວັງວ່າ ຈະບັນລຸ ໄດ້ຄາດໝາຍ ເຮັດໃຫ້ປ່າປົກຫຸ້ມ ທົ່ວປະເທດ ເພີ່ມຂຶ້ນເປັນ 70% ໃນປີ 2020 ຄືທີ່ວ່າ ມານັ້ນ.

ໃນປີ 2017 ທາງການລາວ ໄດ້ວາງຄາດໝາຍ ປູກຕົ້ນໄມ້ ໃນທົ່ວປະເທສ ຈຳນວນ 14 ລ້ານປາຍເບັ້ຍ ໃນເນື້ອທີ່ 11,000 ເຮັກຕາ ແລະທັງວ່າ ບ້ານຕ້ອງເອົາໃຈໃສ່ ແລະ ຮັບຜິດຊອບ ໃນການຮັກສາ ບົວIະບັດຕົ້ນໄມ້ ທີ່ປູກແຕ່ລະປີ ໃຫ້ເຕີບໃຫຍ່ ຊຶ່ງຫລາຍຄົນ ເວົ້າວ່າ ພັກແລະຣັຖບາລ ບັງຄັບໃຫ້ຊາວບ້ານ ຫລືຊຸມຊົນ ເປັນຜູ້ບົວຣະບັດ ຕົ້ນໄມ້ ແຕ່ເມື່ອຕົ້ນໄມ້ ໃຫຍ່ຂຶ້ນມາແລ້ວ ແມ່ນຣັຖບາລ ຫລື ຜູ້ມີອໍານາດ ອະນຸຍາດ ໃຫ້ບໍຣິສັດ ຕ່າງໆຕັດ ທັງທີ່ຕັດແບບ ຖືກຕ້ອງ ຕາມກົດໝາຍ ແລະ ລັກຕັດຂາຍ ຢູ່ພາຍໃນ ປະເທສ ແຕ່ສ່ວນຫລາຍ ແມ່ນຂົນໄປຂາຍ ຕ່າງປະເທສ ເປັນຕົ້ນແມ່ນ ໄປວຽດນາມ ເຖິງຈະມີ ກົດໝາຍ, ມີດໍາຣັຖ ຫລືຄໍາສັ່ງ ແຈ້ງການ ຫ້າມບໍ່ໃຫ້ຕັດ ແລະສົ່ງໄມ້ ເປັນຕົ້ນໄມ້ທ່ອນ ອອກໄປ ຕ່າງປະເທສ ກໍບໍ່ມີຄວາມໝາຍ ພໍເທົ່າໃດ ຊຶ່ງລ້າສຸດນີ້ ກໍແມ່ນຄໍາສັ່ງ ເລກທີ 15 ລົງວັນທີ 13 ພຶສພາ 2016 ຂອງ ນາຍົກຣັຖມົນຕຣີ ທອງລຸນ ສີສຸລິດ ກ່ຽວກັບ ການຄຸ້ມຄອງ ປ່າໄມ້ ໂດຍສະເພາະແມ່ນ ໃຫ້ຢຸດຕິ ການສົ່ງໄມ້ທ່ອນ ອອກໄປ ຕ່າງປະເທດ ໃນທຸກກໍລະນີ ຢ່າງເດັດຂາດ ລວມທັງໄມ້ ທີ່ຣັຖບາລ ໄດ້ອະນຸມັດ ຜ່ານມາ ແຕ່ຍັງບໍ່ທັນໄດ້ ຈັດຕັ້ງ ປະຕິບັດ ນັ້ນ ກໍປະຕິບັດ ບໍ່ໄດ້ ພໍເທົ່າໃດ.

ຄຳສັ່ງສະບັບນີ້ ແມ່ນເພື່ອຄຸ້ມຄອງປ່າໄມ້, ຄຸ້ມຄອງການທຸຣະກິດໄມ້, ການຂຸດຄົ້ນໄມ້, ປຸງແຕ່ງ ແລະ ຊື້ຂາຍໄມ້ ໃຫ້ມີຄວາມ ເຂັ້ມງວດ ຕາມກົດຫມາຍ ແລະ ລະບຽບ ການຕ່າງໆ ທີ່ຣັຖບາລ ໄດ້ວາງອອກ ໃຫ້ມີຄວາມສັກສິດ, ທັງເປັນການສະກັດກັ້ນ, ຕ້ານແລະແກ້ໄຂ ບັນຫາ ອັນບໍ່ດີ ໃນຂົງເຂດ ວຽກງານປ່າໄມ້ ໃຫ້ຫຼຸດລົງ ແລະຫມົດໄປ ເທື່ອລະກ້າວ.

ໃນນັ້ນ ຫ້າມເດັດຂາດບໍ່ໃຫ້ສົ່ງອອກ ໄມ້ທ່ອນ, ໄມ້ຕີບຕັບ,ໄມ້ແປຮູບ, ໄມ້ຊອຍ, ແລະທັງຮາກໄມ້ ຫຼືເຫງົ້າໄມ້, ຕໍໄມ້, ປູດໄມ້, ງ່າໄມ້ ແລະໄມ້ຢືນຕົ້ນ ຫຼື ໄມ້ ປະດັບ ທີ່ຂຸດຄົ້ນອອກຈາກ ປ່າທຳມະຊາດ ໄປຕ່າງປະເທດ ໃນທຸກກໍລະນີ.

ຄໍາສັ່ງທີ່ວ່ານີ້ ເວົ້າເຖິງການ ໃຫ້ສືບຕໍ່ປະຕິບັດ ຕາມຄຳສັ່ງເລກທີ 31 ລົງວັນທີ 5 ພຶສຈິກາ 2013 ຂອງນາຍົກ ຣັຖມົນຕຣີ ສປປລາວ ຄົນກ່ອນ ທີ່ຫລາຍຄົນເວົ້າວ່າ ບໍ່ໄດ້ຮັບການ ຈັດຕັ້ງ ປະຕິບັດ ພໍເທົ່າໃດ.

ໃນວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ຫລາຍພາກສ່ວນ ຂອງທາງການ ສປປລາວ ຮວມທັງ ນາຍົກຣັຖມົນຕຣີ, ຣັຖມົນຕຣີ ກະຊວງແຮງງານ ແລະສະຫວັດດິການ ສັງຄົມ, ສານສູງສຸດ ກໍໄດ້ພາກັນ ປູກຕົ້ນໄມ້ ທັງໄມ້ປະດັບ ແລະໄມ້ ກິນໝາກ ຈໍານວນໜ້ອຍນຶ່ງ ພໍເປັນພິທີ. ດັ່ງ ເຈົ້າຫນ້າທີ່ ສປປລາວ ຜູ້ທີ່ໄດ້ ປະກອບສວ່ນ ໃນການປູກຕົ້ນໄມ້ ທີ່ຫໍພິທິພັນ ແຫ່ງຊາດ ນະຄອນຫລວງ ວຽງຈັນ ເວົ້າວ່າ:

"ຕົ້ນໄມ້ທີ່ປູກໃນມື້ນີ້ ມີທັງຫມົດ 154 ຕົ້ນ ມີທັງຕົ້ນໄມ້ປະດັບ ຕົ້ນໄມ້ກິນຫມາກ ມີຫລາຍ ຊນິດ ເຮັດໃຫ້ພື້ນທີ່ ຫໍພິທິພັນແຫ່ງຊາດ ນີ້ເຕັມໄປດ້ວຍ ຄວາມຮົ່ມເຢັນ ສົດຊື່ນ".

ທີ່ຜ່ານມາ ແລະໃນປັດຈຸບັນ ຫລາຍຄົນເວົ້າວ່າ ຕົ້ນໄມ້ໃນປ່າໄມ້ ຢູ່ປະເທສລາວ ຮວມທັງໄມ້ ໃນປ່າສງວນ, ປ່າປ້ອງກັນ ແລະປ່າຜລິດ ຖືກຕັດອອກໄປ ເປັນຈໍານວນ ຫລວງຫລາຍ ທັງທີ່ຖືກ ກົດໝາຍ ແລະ ຜິດກົດໝາຍ ຈາກກຸ່ມຄ້າ ໄມ້ທ່ອນ ທີ່ຜູ້ມີ ອໍານາດ, ມີອິດທິພົນ ໃນລາວ ຢູ່ເບື້ອງຫລັງ ຈົນວ່າມີການ ວິພາກວິຈານກັນ ໄປຕ່າງໆນາໆ ຮວມທັງວ່າ ເປັນໄປບໍ່ໄດ້ ທີ່ວ່າຈະເຮັດ ໃຫ້ປ່າໄມ້ ປົກຫຸ້ມ ທົ່ວປະເທດ 65% ໃນປີ 2015 ແລະ ເພີ້ມຂຶ້ນເປັນ 70% ໃນປີ 2020 ຕາມທີ່ ທາງການລາວ ຫວັງເອົາໄວ້ນັ້ນ ຖ້າຫາກວ່າ ທາງການລາວ ຜູ້ມີສິດ ມີອໍານາດຢູ່ ສປປລາວ ບໍ່ຢຸດເຊົາ ຕັດໄມ້ ທໍາລາຍປ່າ ຢ່າງເປັນຂະບວນ ດ້ວຍຮູບການ ແລະ ວິທີການຕ່າງໆ ຄືໃນຣະຍະ 40 ປາຍປີມານີ້. ດັ່ງຊາວລາວ ຜູ້ບໍ່ປະສົງ ອອກຊື່ເວົ້າຕໍ່ ວິທຍຸເອເຊັຍເສຣີ ເມື່ອກ່ອນນັ້ນວ່າ: ສຽງ..

ແລະທ່ານ ສົມຈິດ ສຸວັນນະຄີລີ ນັກເຄື່ອນໄຫວ ເພື່ອປະຊທິປະຕັຍ ໃນລາວ ທີ່ຣັຖ ເທັກຊັດ ສະຫະຣັຖ ອະເມຣິກາ ຜູ້ໄດ້ໄປເຫັນ ສະພາບຄວາມເປັນຈິງ ຂອງ ປ່າໄມ້ ຢູ່ປະເທສລາວ ໄດ້ກ່າວ ເມື່ອກ່ອນ ນັ້ນວ່າ: ສຽງ...

ເວົ້າເຖິງການຮັກສາປ່າໄມ້, ການປູກຕົ້ນໄມ້ ແລະການນໍາໃຊ້ໄມ້ ຢູ່ປະເທສລາວ ຜູ້ນໍາພັກ ປະຊາຊົນ ປະຕິວັດລາວ ທີ່ໃຊ້ກົງຈັກ ການຈັດຕັ້ງ ຂອງຣັຖ ຄຸ້ມຄອງຣັຖ, ຄຸ້ມຄອງ ເສຖກິດ-ສັງຄົມ ແລະມີຣະບຽບ ກົດໝາຍ ເປັນຕົ້ນ ກົດໝາຍ ວ່າດ້ວຍປ່າໄມ້ ມາດຕຣາ 1 ກໍານົດ ຫລັກການ, ຣະບຽບການ ແລະມາຕການ ພື້ນຖານ ກ່ຽວກັບ ການຄຸ້ມຄອງ, ການປົກປັກ ຮັກສາ, ການພັທນາ, ນໍາໃຊ້ ແລະກວດກາ ຊັພຍາກອນ ປ່າໄມ້ ແລະ ທີ່ດິນປ່າໄມ້, ຟື້ນຟູ, ປູກແລະຂຍາຍ ປ່າໄມ້ ໃນລາວ.

ໃນມາດຕຣາ 19 ຂອງຣັຖທັມນູນ ກໍບົ່ງໄວ້ວ່າ ຣັຖ ສົ່ງເສີມ ການປົກປັກຮັກສາ ຊັພຍາກອນ ທັມຊາດ, ຟື້ນຟູ ສິ່ງແວດລ້ອມ ທີ່ຖືກທໍາລາຍ, ຊຸດໂຊມ ແລະ ພັທນາ ໃຫ້ອູດົມສົມບູນ ແລະຍືນຍົງ. ແຕ່ໃນພາກ ປະຕິບັດຕົວຈິງ ແລ້ວ ຂໍ້ກໍານົດ ທີ່ວ່ານັ້ນ ຫລາຍຄົນ ເວົ້າວ່າ ບໍ່ໄດ້ຮັບການ ຈັດຕັ້ງ ປະຕິບັດ ໃຫ້ເກີດຜົລ ເປັນຈິງໄດ້ ພໍເທົ່າໃດ.

ດັ່ງນັ້ນເປົ້າໝາຍ ທີ່ທາງການ ສປປລາວ ຕັ້ງເອົາໄວ້ວ່າ ຈະເຮັດໃຫ້ປ່າໄມ້ ປົກຫຸ້ມເນື້ອທີ່ ຂອງ ປະເທສໄດ້ 70% ໂດຍການ ຟື້ນຟູປ່າ ໃຫ້ໄດ້ 6,000,000 ເຮັກຕາ ແລະ ປູກປ່າໃຫ້ໄດ້ 500,000 ເຮັກຕາ ພາຍໃນປີ 2020 ນັ້ນ ຄົງຈະບໍ່ ເປັນໄປໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.