ຄ່າຊົດເຊີຍທີ່ດິນຕໍ່າ ຊາວບ້ານ ບໍ່ຍອມ

ໄມຊູລີ
2019.03.21
ໂຮງງານຜລິດເຈັ້ຍ ຊັນ-ເປເປີ ລາວ ໂຮນດິງ (Sun Paper Lao Holding) ຈໍາກັດຂອງຈີນ ຢູ່ບ້ານ ມັນຈິ ເມືອງເຊໂປນ ແຂວງສະຫວັນນະເຂດ
ຮູບພາບອຸປຖັມໂດຍ: ນັກຂ່າວສະຫວັນນະເຂດ

ປັຈຈຸບັນ ໂຮງງານຜລິດເຈັ້ຍ ຊັນເປເປີ ລາວໂຮນດິ້ງ ຢູ່ເມືອງເຊໂປນ ແຂວງສວັນນະເຂດ ຍັງບໍ່ສາມາດ ຕົກລົງກັບຊາວບ້ານ ມັນຈີ່ 12 ຄອບຄົວໄດ້ເທື່ອ ກ່ຽວກັບເຣື້ອງ ຂໍທີ່ດິນຊາວບ້ານ ຮວມທັງໝົດ 40 ເຮັກຕາຣ໌ ເພື່ອຈະຂຍາຍໂຮງງານຍ້ອນທາງ ໂຮງງານຕີຣາຄາ ຄ່າຊົດເຊີຍຕໍ່າ. ດັ່ງເຈົ້າໜ້າທີ່ ທ້ອງຖິ່ນ ທ່ານນື່ງກ່າວຕໍ່ ວິທຍຸເອເຊັຍເສຣີ ໃນວັນທີ່ 20 ມີນາ ນີ້ວ່າ:

“ເຂົາຊົດເຊີຍ ແບບວ່າຊົດເຊີຍບໍ່ເໝາະສົມແຫລະ ຊົດເຊີຍເຂົາກໍເວົ້າເຣື້ອງ ແມ້ດກາເຣ ຫັ້ນເນາະ ແມ້ດກາເຣ ນຶ່ງ 8,000 ດິນນາ ກໍ 16,000 ກີບເດ ຢາກໄດ້ຣາຄາສູງຫັ້ນແຫລະ ຍັງບໍ່ທັນຕົກແຕກ.”

ເຈົ້າໜ້າທີ່ທ່ານນີ້ ກ່າວອີກວ່າ ຕາມຈິດໃຈ ຂອງຊາວບ້ານແທ້ ນັ້ນ ແມ່ນຢາກໄດ້ຄ່າຊົດເຊີຍ ແມ້ດກາເຣ ລະ 50,000 ກີບຂຶ້ນໄປ ຈຶ່ງຈະ ຄຸ້ມຄ່າ ເພາະເປັນດິນທີ່ພວກເຂົາເຈົ້າ ປູກພຶດແລະລ້ຽງສັດ ມາຕັ້ງແຕ່ດົນນານ ຖ້າຈະມີຜູ້ມາຊື້ແທ້ ກໍຕ້ອງໄດ້ ຣາຄາທີ່ ເໝາະສົມແດ່.

ເຖິງຢ່າງໃດກໍຕາມ ໃນເບື້ອງຕົ້ນ ທາງໂຮງງານ ດັ່ງກ່າວ ຍັງບໍ່ສາມາດ ຕົກລົງເຣື້ອງຣາຄາ ທີ່ຊາວບ້ານ ຕ້ອງການນັ້ນເທື່ອ ແລະ ຍັງຈະ ມີການຫາລືກັນອີກ.

ຍ້ອນເຫດຜົນດັ່ງກ່າວນີ້, ໃນປັຈຈຸບັນ ເຈົ້າໜ້າທີ່ຂອງໂຮງງານ ຊັນເປເປີ ຍັງບໍ່ໄດ້ມາວັດແທກ ດິນຊາວບ້ານ ຫຼືປັກຫຼັກໝາຍແຕ່ຢ່າງໃດ ຈົນກ່ວາ ຈະມີການຕົກລົງ ຄ່າຊົດເຊີຍໄດ້ ຈິ່ງຈະໃຊ້ເນື້ອທີ່ ດິນສ່ວນນັ້ນ ສໍາລັບຂຍາຍໂຮງງານ ໃນຂັ້ນຕໍ່ໄປ.

ກ່ຽວກັບບັນຫາເຣື້ອງ ໂຮງງານຊັນເປເປີ ສົ່ງຜົນກະທົບຕໍ່ສິ່ງແວດລ້ອມນັ້ນ ມາຮອດປັຈຈຸບັນ ສາມາດແກ້ໄຂ ບັນຫາປ່ອຍນໍ້າເສັຍ ແລະ ສົ່ງກິ່ນເໝັນ ຣົບກວນຊາວບ້ານແລ້ວ, ແຕ່ບັນຫານໍ້າເສັຍ ຢູ່ຫ້ວຍອາລ້ອງ ຍັງມີສະພາບເປັນນໍ້າສີເຫລືອງ ຄືເກົ່າ ເຖິງແມ່ນວ່າ ຈະບໍ່ມີ ນໍ້າເສັຍໃຫລລົງ ມາ ຕື່ມອີກກໍຕາມ ຍ້ອນບໍ່ມີການບໍາບັດ ໃຫ້ກາຍເປັນນໍ້າ ປົກກະຕິນັ້ນເອງ, ທ່ານວ່າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.