ໜ່ວຍກູ້ພັຍບໍ່ລົດລະ ຊອກຫາ ຊາວບ້ານ

ໜ່ວຍກູ້ພັຍ ຍັງເລັ່ງຄົ້ນຫາ ປະຊາຊົນ ເມືອງສນາມໄຊ ທີ່ ຍັງ ຫາຍສາບສູນ.

ການຊອກຄົ້ນຫາ ຜູ້ທີ່ຍັງສູນຫາຍ ຫຼືວ່າຫາຍສາບສູນ ໄປໃນເຫດການ ສັນເຂື່ອນແຕກ ຍັງບໍ່ໄດ້ລົດລະ Screen captured : Attapeu today

ໜ່ວຍກູ້ພັຍລາວ ແລະຕ່າງປະເທດ ເລັ່ງຄົ້ນຫາປະຊາຊົນ ເມືອງສນາມໄຊ ແຂວງອັດຕະປື ທີ່ຍັງຫາຍສາບສູນ ທີ່ແຈ້ງຫລ້າສຸດວ່າ ມີ 120 ຄົນ; ໜ່ວຍກູ້ພັຍຄົ້ນພົບ ຜູ້ເສັຍຊີວິດອີກ 2 ສົບ ຮວມທັງໝົດເປັນ11 ສົບ ແລະ ປະຊາຊົນທີ່ຍັງ ບໍ່ມາແຈ້ງຣາຍຊື່ມີຢູ່ ປະມານ 1,122 ຄົນ ຊຶ່ງຄາດວ່າ ໃນຈໍານວນ ດ່ັງກາວນີ້ ອາດຈະຄ້າງຢູ່ ຕາມດອນ ຕາມປ່າ ແລະບ້ານອື່ນໆ. ດັ່ງເຈົ້າໜ້າທີ່ ຄນະຮັບຜິດຊອບ ແກ້ໄຂສະພາບ ນໍ້າຖ້ວມ ແຂວງອັຕຕະປື ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນມື້ວັນຈັນນີ້ ວ່າ:

“ເຂົາກໍພຍາຍາມກູ້ຢູ່ ເຫັນສົບມື້ວານນີ້ ກໍເຫັນສົບນຶ່ງ ເຂົາກໍພຍາຍາມເຂົ້າໄປ ຖືວ່ານໍ້າມັນບົກແລ້ວ ບ່ອນທີ່ວ່ານໍ້າມັນຖ້ວມ ອັນນັ້ນເຂົາໄປ ບໍ່ຮອດ ແມ່ນບ້ານທ່າແສງຈັນ ດຽວນີ້ເຂົາເຣີ້ມຄົ້ນຫາຢູ່ບ້ານໃໝ່ ເຣີ້ມຄົນຫາຜູ້ທີ່ລອດຊີວິດ ກັບຜູ້ສູນຫາຍນັ້ນ ແມ່ນເຂົາ ປະຕິບັດຢູ່ບ້ານໃໝ່ ປະຊາກອນບ້ານນັ້ນກໍຫລາຍ ມັນເປັນບ້ານໃຫຍ່ ເພາະເຂົ້າໄປເຮືອນປະຊາຊົນຫັ້ນ ເກືອບວ່າເສັຍຫາຍໝົດທັງບ້ານ ເອົາຫຍັງບໍ່ໄດ້ ເຮືອນຢູ່ບໍ່ໄດ້.”

ທ່ານກ່າວຕຶ່ມວ່າ ຂນະນີ້ ແຂວງອັຕຕະປື ມີສູນບັນເທົາທຸກທັງໝົດ 6 ຈຸດ ຕັ້ງຢູ່ພາຍໃນຕົວເມືອງອັຕຕະປື ແລະ ເມືອງສນາມໄຊ ໂດຍມີ ປະຊາຊົນ ທີ່ຖືກຜົນກະທົບ ທັງໝົດ 5,964 ຄົນທີ່ໄດ້ຮັບຜົນກະທົບ ມາອາສັຍຢູ່, ສາເຫດນໍ້າຖ້ວມ ຍ້ອນສັນເຂື່ອນ D ໂຄງການເຂື່ອນ ໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ແຕກ.

ແລະວ່າ  ມື້ວານນີ້ ແລະມື້ນີ້ ໜ່ວຍກູ້ພັຍຈະຊອກຄົ້ນຫາ ຜູ້ຫາຍສາບສູນ ຮວມທັງ ຜູ້ລອດຊີວິດ ຢູ່ບ້ານໃໝ່ ແລະບ້ານຫິນລາດ ຕື່ມອີກ.

ຕາມຣາຍງານ ຂອງໜ່ວຍກູ້ພັຍ ຈາກປະເທດໄທ ເວົາວ່າ ເຖິງແມ່ນວ່າ ນໍ້າຈະຫລຸດລົງແລ້ວ ກໍຕາມແຕ່ພາຍໃນພື້ນທີ່ ທີ່ນໍ້າຖ້ວມ ຍັງມີ ຂອນໄມ້ ຂີ້ເຫຍື່ອ ແລະຂິ້ຕົມພຽງຫົວເຂົ່າ ເຮັດໃຫ້ການປະຕິບັດໜ້າທີ່ ຂອງທິມງານ ຫຍຸ້ງຍາກ ກວ່າຕອນທີ່ນໍ້າຖ້ວມ.

ແລະບາງບ້ານ ທິມກູ້ພັຍລາວ ແລະຕ່າງປະເທດ ກໍຍັງບໍ່ສາມດ ເຂົ້າເຖິງພື້ນທີ່ໄດ້ ເປັນຕົ້ນບ້ານທ່າແສງຈັນ ບ້ານສົມປອຍ ທີ່ເປັນບ້ານຢູ່ ຫ່າງໄກສອກຫລີກ ມີປະຊາຊົນ ປະມານ 600 ຄົນ ແລະຍັງລໍຖ້າການ ຊ່ວຍເຫລືອ.

ຣາຍງານວ່າ ພາຍຫລັງນໍ້າຫລຸດລົງ ປະຊາຊົນຈໍານວນນຶ່ງ ຢູ່ບ້າໃໝ່ ບ້ານຫີນລາດ ໄດ້ເຂົ້າໄປເບິ່ງ ເຮືອນຊານຂອງຕົນແຕ່ພົບວ່າ ເຮືອນ ສ່ວນຫລາຍ ເພເພັງເສັຍຫາຍເກືອບໝົດບ້ານ ຮວມທັງ ເຄື່ອງຂອງໃນເຮືອນ ຣົຖ ແລະ ສັດລ້ຽງ ກໍບໍ່ເຫລືອ.

ຢ່າງໃດກໍຕາມ ທາງການລາວຣາຍງານວ່າຈະຟ້າວອອກບັດໃຫ້ ຜູ້ປະສົບພັຍ ທີ່ຢູ່ໃນສູນບັນເທົາທັງ 6 ແຫ່ງນັນໃຫ້ແລ້ວໂດຍໄວເພື່ອຈະ ໄດ້ກວດກາ ຄືນໃໝ່ ກ່ຽວກັບຈໍານວນ ປະຊາກອນ ທີ່ຫາຍສາບສູນ ແລະຍັງຕົກຄ້າງ ຢູ່ພາຍໃນພື້ນທີ່ ນໍ້າຖ້ວມ ໃຫ້ຣະອຽດຕື່ມ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org