ຊາວບ້ານຈະຖືກໂຍກຍ້າຍ ຈາກເຂື່ອນ ເຊຣະນອງ
2018.06.19

ທາງການແຂວງສວັນນະເຂດ ຈະໂຍກຍ້າຍປະຊາຊົນ 2 ບ້ານທີ່ໄດ້ຮັບຜົນກະທົບຈາກເຂື່ອນເຊຣະນອງ 1 ຊຶ່ງຕັ້ງຢູ່ເຂດເມືອງພີນ ໄປຢູ່ ບ້ານຈັດສັນ ພາຍໃນທ້າຍປີ 2018 ນີ້, ເຖິງແມ່ນວ່າປະຊາຊໍົນ ບໍ່ຢາກຍ້າຍກໍຕາມ. ດັ່ງເຈົ້າໜ້າທີ່ ຜແນກຊັພຍາກອນ ແຂວງສວັນນະເຂດ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ ວັນທີ່ 19 ມິຖຸນາ ນີ້ວ່າ:
“ເຊຣະນອງ 1 ນີ້ປະມານ 2 ເນາະ ຖືກເຂດຂອງເມືອງນອງເນາະ ບ້ານລອຍນໍ້າ ກັບບ້ານລະເບົານໍ້າ ສອງບ້ານນີ້ ຕ້ອງສໍາຣວດຂໍ້ມູນ ເບື້ອງຕົ້ນ ປະມານ 45 ນີ້ລະຕ້ອງຍ້າຍໄປບ້ານຈັດສັນ ຕ້ອງຫາທີ່ໃຫ້ເຂົາເຈົ້າ ປະມານເດືອນ 11-12 ປີນີ້ ນີ້ລະ.”
ທ່ານວ່າປະຊາຊົນທີ່ໄດ້ຮັບຜົນກະທົບ ໃນສອງບ້ານມີເກືອບ 200 ຄອບຄົວແຕ່ຖືກຍ້າຍແທ້ໆມີຢູ່ 45 ຄອບຄົວ ແລະວ່າຈາກການສໍາຣວດ ປະຊາຊົນທັງໝົດ 45 ຄອບຄົວສ່ວນໃຫຍ່ເຂົາເຈົ້າ ບໍ່ຢາກຍ້າຍ ຍ້ອນຢູ່ບ່ອນເກົ່າ ມາດົນແລ້ວແລະການຍ້າຍນີ້ ຕ້ອງຍ້າຍຈາກເມືອງນອງ ໄປຢູ່ເມືອງພິນ ຫ່າງໄກຈາກຍາດພີ່ນ້ອງ ແລະໝູ່, ອີກທັງ ຍັງຕ້ອງເຣີ້ມ ບຸກເບີກພື້ນທີ່ ທໍາມາຫາກິນ ໃໝ່ໝົດ.
ປັຈຈຸບັນ ເຂື່ອນເຊຣະນອງ 1 ສ້າງສໍາເຣັດແລ້ວ 35% ຈະເຣີ້ມຕັນນໍ້າ 100% ໃນປີ 2019:
“ເຊຣະນອງ 1 ນີ້ມັນປະມານ 35 ເປີເຊັນ ແລ້ວ ສ້າງແຕ່ 2016 ປະມານ 2019 ຈະໄດ້ສໍາເຣັດ ເພາະວ່າດຽວນີ້ ຕາມແຜນຂອງບໍຣິສັດ ທີ່ເຂົາເຈົ້າຮັບຮູ້ນີ້ ວັນທີ່ 31 ເດືອນ 5 ປີ 2019 ນີ້ແມ່ນຕັນນໍ້າເຕັມ ຮ້ອຍເປີເຊັນ ຕາມແຜນບໍຣິສັດ ສເນີເນາະ.”
ເຂື່ອນເຊຣະນອງ 1 ເປັນເຂື່ອນຂອງ ຣັຖວິສາຫະກິດລາວ ຊື່ງ ບໍຣິສັດຈີນ ເປັນຜູ້ສັມປະທານກໍ່ສ້າງ, ເຂື່ອນແຫ່ງນີ້ ມີຂນາດ 70 ເມກາວັດ ຕັ້ງຢູ່ເຂດເມືອງພີນ ບໍຣິເວນຊາຍແດນ ຕິດກັບເມືອງຣະນອງ ແຂວງສວັນນະເຂດ.
ປັຈຈຸບັນຊາວບ້ານ ທີ່ໄດ້ຮັບຜົນກະທົບ ຍັງອາສັຍຢູ່ບ້ານເດີມ ຍ້ອນທາງການຍັງຊອກຫາ ບ່ອນສ້າງບ້ານຈັດສັນ ໃຫ້ເຂົາເຈົ້າ ຕາມແຜນການ ຈະໃຫ້ແລ້ວພາຍໃນ ເດືອນ 10 ເພື່ອຮັບຮອງເອົາ ປະຊາຊົນ ໃນທ້າຍປີນີ້.