ຣັດເຊັຽ, ລາວ ຮ່ວມມື ກູ້ລະເບີດ
ທະຫານ ຣັດເຊັຽ ແລະ ທະຫານລາວ ຮ່ວມກັນ ເກັບກູ້ລະເບີດ ທີ່ ບໍ່ທັນແຕກ ອອກຈາກ ພື້ນທີ່ ຈະສ້າງສນາມບິນ ທົ່ງໄຫຫິນ ແຂວງຊຽງຂວາງ.
-
ໄມຊູລີ
2019-10-30 -
-
-
Your browser doesn’t support HTML5 audio
ກອງທະຫານຣັດເຊັຽ ຮ່ວມກັບ ທະຫານລາວ ເຣີ່ມເກັບກູ້ລະເບີດ ທີ່ ບໍ່ທັນແຕກອອກຈາກ ພື້ນທີ່່ ທີ່ຈະສ້າງສນາມບິນ ທົ່ງໄຫຫິນ ຢູ່ ເມືອງແປກແຂວຊຽງຂວາງ ໃນວັນທີ 25 ຕຸລາ ນີ້ໃນພື້ນທີ່ທັງໝົດປະມານ 500 ເຮັກຕ້າຣ໌ ແລະ ພົບລະເບີດ ທີ່ບໍ່ທັນແຕກ ສະເລັ່ຽແລ້ວ 27 ໜ່ວຍຕໍ່ 1 ເຮັກຕ້າຣ໌.
ຕາມແຜນແລ້ວ ແມ່ນຈະເກັບກູ້ ໃນໄລຍະ 6 ເດືອນ ແຕ່ຍັງບໍ່ຮູ້ວ່າ ຈະສາມາດເກັບກູ້ ໃຫ້ແລ້ວ ຕາມກໍານົດ ຫລືບໍ, ອິງຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ ເກັບກູ້ລະເບີດ ຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 28 ຕຸລານີ້:
“ການຮ່ວມມືກັນ ຂອງກອງທັບຣັດເຊັຽ ກັບທະຫານລາວ ຈະກວດກູ້ລະເບີດ ໃຫ້ມີຄວາມປອດພັຍ ເພື່ອກໍ່ສ້າງ ສນາມບິນສາກົນ ສນາມບິນ ທົ່ງໄຫຫິນນີ້ ໄລຍະຕົ້ນ ເຂົາເຈົ້າຈະຮ່ວມມື ກວດລະເບີດ ໃນ 6 ເດືອນ ນີ້ກ່ອນວ່າ ຈະໄດ້ຫລາຍ ປານໃດ ເພາະເນື້ອທີ່ ປະມານ 500 ກວ່າເຮັກຕ້າຣ໌ ສະເລັ່ຽແລ້ວ ໄດ້ 27 ລູກ ຕໍ່ 1 ເຮັກຕ້າຣ໌."
ທ່ານກ່າວຕື່ມວ່າ ສໍາລັບພື້ນທີ່ ທີ່ຈະສ້າງເປັນສນາມບິນ ທົ່ງໄຫຫິນນັ້ນ ເຄີຍເປັນບ່ອນສູ້ຣົບ ໃນສມັຍສົງຄາມມາກ່ອນ ຄື: ເຄີຍເປັນທີ່ໝັ້ນ ຂອງກອງທະຫານລາວ ຢູ່ໃຈກາງຣະຫວ່າງ ບ້ານອ່າງ, ບ້ານມີໄຊ, ແລະ ບ້ານນາໂອ ແລະ ການເກັບກູ້ລະເບີດເທື່ອນີ້ ເປັນການຮ່ວມ ມືກັນຣະຫວ່າງ ທະຫານຣັດເຊັຽ ແລະ ທະຫານລາວ ແຕ່ລະຝ່າຍ ແມ່ນໃຊ້ ງົບປະມານ ຂອງຕົນເອງ:
”ການຮ່ວມມືເຮັດວຽກນໍາກັນຊື່ໆ ແຕ່ງົບປະມານແມ່ນ ຂອງຝ່າຍໃຜຝ່າຍມັນ ຮັບຜິດຊອບ. ເຂົາເຈົ້າຈະບໍ່ຊ່ວຍທາງລາວ, ເບື້ອງກອງທັບລາວ ກໍໃຊ້ງົບປະມານ ຂອງກອງທັບລາວ ເພື່ອກວດກູ້ລະເບີດ ກອງທັບຣັດເຊັຽ ເຂົາເຈົ້າ ໝົດເທົ່າໃດ ເຂົາເຈົ້າຮັບຜິດຊອບ ພາກສ່ວນມາກວດກູ້ ລະເບີດ ຂອງເຂົາເຈົ້າ ເອງເລີຍ.”
ເຖິງຢ່າງໃດກໍຕາມ, ການເກັບກູ້ລະເບີດ ໃນເທື່ອນີ້ ເປັນການ ຕຽມພື້ນທີ່ ສ້າງສນາມບິນ ທົ່ງໄຫຫິນ ເພື່ອຮອງຮັບ ນັກທ່ອງທ່ຽວ ທີ່ຈະເຂົ້າມາທ່ຽວ ລາວ ຫລາຍຂຶ້ນ ໃນອະນາຄົດນີ້ ພາຍຫລັງທົ່ງໄຫຫິນ ໄດ້ຖືກຮັບຮອງ ເຂົ້າເປັນ ມໍຣະດົກໂລກ ແຫ່ງທີ່ 3 ຂອງ ສປປລາວ.