ເມືອງນານເຕືອນເສັ້ນທາງ ອັນຕະລາຍ
ທາງການ ເມືອງນານ ແຂວງຫຼວງພຣະບາງ ແຈ້ງເຕືອນ ປະຊາຊົນ ໃຫ້ຫຼີກລ່ຽງ ໃຊ້ເສັ້ນທາງ ກາສີ ຫາ ເມືອງນານ ຍ້ອນທາງ ເປ່ເພ ແລະ ສ່ຽງຕໍ່ ອຸບັດຕິເຫດ.
-
ສຸພັດຕາ
2019-02-21 -
-
-
Your browser doesn’t support HTML5 audio
ຫ້ອງການໂຍທາທິການ ແລະຂົນສົ່ງ ເມືອງນານ ແຂວງຫຼວງພຣະບາງ, ແຈ້ງເຕືອນປະຊາຊົນ, ນັກທຸຣະກິຈ, ຕລອດຈົນຮອດ ຣົດຂົນສົ່ງ ນັກທ່ອງທ່ຽວ, ໃຫ້ຫຼີກລ່ຽງການໃຊ້ເສັ້ນທາງ ເມືອງກາສີ ແຂວງວຽງຈັນ ຫາ ເມືອງນານ ຍ້ອນເສັ້ນທາງແຫ່ງນີ້ ເປ່ເພໜັກ, ໂດຍສະເພາະ ຢູ່ເຂດພູເກົ້າຫຼັກ, ເຮັດໃຫ້ມີຄວາມສ່ຽງ ຕໍ່ອຸບັດຕິເຫດ ຣົດຕົກເຫວ, ດັ່ງເຈົ້າໜ້າທີ່ ປະຈໍາຫ້ອງການໂຍທາທິການ ແລະຂົນສົ່ງ ເມືອງນານ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 21 ກຸມພາ ນີ້ວ່າ:
“ທາງການເຮົາ ກະໄດ້ແຈ້ງວ່າ, ຫາກເວັ້ນໄດ້ ກະຄວນເວັ້ນເນາະ, ກະມີຫຼາຍຈຸດເປ່ເພ, ແຕ່ວ່າສໍາຄັນກະແມ່ນ, ທາງໂຄ້ງຂອງພູເກົ້າຫຼັກຫັ້ນ ເນາະ, ຢາກເພໜັກກວ່າໝູ່ ໂຕນີ້ແຫຼະ.”
ເຈົ້າໜ້າທີ່ທ່ານນີ້ກ່າວຕື່ມວ່າ, ເສັ້ນທາງຢູ່ເຂດພູເກົ້າຫຼັກ, ມີຄວາມອັນຕະລາຍຫຼາຍ, ຍ້ອນເປັນທາງໂຄ້ງ ທີ່ມັກເກີດອຸບັດຕິເຫດ, ຣົດຕົກເຫວ ເລື້ອຍໆ, ເນື່ອງຈາກຄົນຂັບຣົດແລ່ນໄວໃນຕອນກາງຄືນ ເມື່ອມາຮອດເຂດດັ່ງກ່າວ, ຈຶ່ງແລ່ນຫຼຸດໂຄ້ງຕົກເຫວ, ເຖິງແມ່ນວ່າເສັ້ນທາງນີ້ ຈະມີຄວາມສ່ຽງຫຼາຍກໍຕາມ, ແຕ່ກໍຍັງມີຜູ້ຝ່າຝືນ ຍ້ອນເປັນເສັ້ນທາງທີ່ມີຄວາມສັ້ນ, ໃນການເດີນທາງໄປມາ ຣະຫວ່າງພາກເໜືອ ຫາ ນະຄອນຫຼວງວຽງຈັນ.
ທ່ານວ່າ ທາງການໄດ້ແນະນໍາໃຫ້ຜູ້ຂົບຣົດນັ້ນ, ເດີນທາງຜ່ານເສັ້ນທາງເລຂທີ 13 ເໜືອແທນ, ເພາະມີຄວາມປອດພັຍຫຼາຍກວ່າ, ຊຶ່ງ ປັດຈຸບັນ ບໍຣິສັດຜູ້ຮັບເໝົາ ກໍາລັງສ້ອມແປງເສັ້ນທາງ ກາສີ-ເມືອງນານ ຢູ່, ເພື່ອຮອງຮັບການເດີນທາງ ໃນຣະດູຝົນ ຄາດວ່າໃຊ້ເວລາ ປະມານ 2 ເດືອນ ຈຶ່ງຈະແລ້ວ.
ເມື່ອເດືອນກຸມພາ ປີ 2018 ເກີດເຫດ ຣົດເມສອງຊັ້ນ ສາຍຜົ້ງສາລີ-ນະຄອນຫຼວງວຽງຈັນ ຂອງບໍຣິສັດ ຄຳປະເສີດ ຊຶ່ງມຸ້ງໜ້າໄປຍັງ ນະຄອນຫຼວງວຽງຈັນ ເສັຍຫຼັກຕົກເຫວ ຢູ່ເຂດພູເກົ້າຫຼັກ ເຮັດໃຫ້ມີຄົນເສັຽຊີວິດ 7 ຄົນ ແລະ ບາດເຈັບອີກ 20 ຄົນ, ຍ້ອນຣົດເບກແຕກ ໃນຣະຫວ່າງທີ່ຣົດກໍາລັງແລ່ນຜ່ານທາງໂຄ້ງ, ເຮັດໃຫ້ຄົນຂັບບໍ່ສາມາດຄວບຄຸມຣົດໄດ້, ຈຶ່ງເຮັດໃຫ້ຣົດເມຕົກເຫວ ແລະເມື່ອເດືອນ ຕຸລາ ປີ 2017 ຣົດພ້ວງ ທີ່ຂົນເຮືອມາຈາກແຂວງໄຊຍະບູລີ ມຸ້ງໜ້າໄປແຂ່ງຂັນຊ່ວງເຮືອ ຢູ່ ນະຄອນຫຼວງວຽງຈັນ ກໍເກີດອຸບັດຕິເຫດ ແຫກໂຄ້ງ ຢູ່ເຂດດັ່ງກ່າວຄືກັນ ແຕ່ບໍ່ມີຜູ້ໄດ້ຮັບບາດເຈັບ ຫຼືເສັຽຊີວິດ.