ຜູ້ນໍາລາວວ່າປ່າໄມ້ ຈະກວມ ລາວ 70%
ຜູ້ນໍາ ພັກປະຊາຊົນ ປະຕິວັດລາວ ເວົ້າວ່າ ປີ 2020 ຈະເຮັດໃຫ້ ປ່າໄມ້ ໃນລາວ ກວມເອົາ 70% ຂອງເນື້ອທີ່ ທັງໝົດ ຂອງປະເທສ.
-
ຈໍາປາທອງ
2018-04-24 -
-
-
Your browser doesn’t support HTML5 audio
ໃນມະຕິກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກປະຊາຊົນປະຕິວັດລາວ ຊຶ່ງເປັນກອງປະຊຸມ ຄັ້ງຫລ້າສຸດນີ້ ຜູ້ນໍາພັກສັ່ງໃຫ້ ຣັຖບາລ ສປປລາວ ປະຕິບັດໃຫ້ໄດ້ ໃນການເຮັດໃຫ້ປ່າໄມ້ໃນລາວ ກວມເອົາ 70% ຂອງເນື້ອທີ່ທັງໝົດ ຂອງປະເທສ ໃນປີ 2020 ໂດຍສັ່ງໃຫ້ຈັດສັນ, ກຳນົດ ເຂດ, ຟື້ນຟູ ແລະຂຍາຍເນື້ອທີ່ປ່າໄມ້ ໃຫ້ໄດ້ 70% ຂອງເນື້ອທີ່ທົ່ວປະເທສ ແລະພ້ອມກັນນັ້ນກໍວ່າຮອດປີ 2025 ຈະປົກປັກຮັກສາ ແລະ ຟື້ນຟູເນື້ອທີ່ປ່າໄມ້ ປົກຫຸ້ມໃຫ້ຢູ່ໃນຣະດັບບໍ່ຫລຸດ 70%. ໃນຂນະທີ່ຄົນທັງຫຼາຍ ບໍ່ເຫັນ ວ່າມັນຈະເປັນໄປໄດ້ ໃນເມື່ອທີ່ຜ່ານມາແລະ ໃນ ປັດຈຸບັນ ຍັງມີການຕັດແລະລັກຕັດຢ່າງຫຼວງຫຼາຍ ທັງສົ່ງອອກໄປຕ່າງປະເທສ ເປັນຕົ້ນກໍແມ່ນໄປວຽດນາມ ແລະໃຊ້ຢູ່ພາຍໃນປະເທສ.
ເຖິງມີຄໍາສັ່ງເລກທີ 15 ຂອງນາຍົກຣັຖມົນຕຣີຫ້າມ ແຕ່ກໍຍັງມີຫຼາຍ ບໍຣິສັດຂຸດຄົ້ນ ແລະຕັດໄມ້ສົ່ງອອກໄປຂາຍຕ່າງປະເທສ ຕາມໂຄຕາ ທີ່ຣັຖບາລ ອະນຸມັດໃຫ້ຕັດປີນຶ່ງ ເປັນລ້ານໆແມັດກ້ອນ. ພຽງແຕ່ຕັດໄປຂາຍໃຫ້ວຽດນາມ ແລະຈີນ ຢ່າງຖືກຕ້ອງ ຕາມກົດໝາຍ ກໍມີເຖິງ ລ້ານປາຍແມັດກ້ອນແລ້ວ; ດັ່ງທີ່ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ໄດ້ກ່າວຢູ່ໃນກອງປະຊຸມ ຄນະນໍາແຂວງອັດຕະປື ເມື່ອເດືອນ ມິຖຸນາ 2016 ນັ້ນວ່າ:
"ເມື່ອກີ້ນີ້ໄດ້ຖາມຮອງຣັຖມົນຕຣີກະຊວງກະສິກັມ ວ່າເຂົາກວດເບິ່ງພາສີ ນໍາເຂົ້າໄມ້ທັງເຂົ້າຈີນ ແລະນໍາເຂົ້າວຽດນາມ ລ້ານຫົກແສນ ແມັດກ້ອນນະ ເຮົາເກັບກໍາໄດ້ ແຕ່ເຮົາບໍ່ຮູ້ເມື່ອໃດ໋ ໄດ້ເທົ່າໃດພຽງແຕ່ຢູ່ ບໍລິຄຳໄຊແຂວງດຽວ ຣັຖບາລກໍອະນຸມັດ ໃຫ້ຕັດເຖິງ 4 ແສນ ແມັດກ້ອນ ແລະຂົນອອກໄປທັງເວັນທັງຄືນ."
ຕາມຄຳເວົ້າຂອງສະມາຊິກສະພາແຫ່ງຊາດ ຕໍ່ກອງປະຊຸມສະພາແຫ່ງຊາດທີ່ຜ່ານມາ.
ຈໍານວນໄມ້ທີ່ວ່ານັ້ນ ເປັນໄມ້ທີ່ຖືກຕັດຢ່າງຕ້ອງຕາມກົດໝາຍ, ສ່ວນທີ່ບໍ່ຖືກກົດໝາຍ ຫລາຍຄົນເວົ້າວ່າ ມີຫຼາຍກວ່ານັ້ນ. ເວົ້າສະເພາະໄມ້ ທີ່ອົງການ ກວດກາຣັຖບາລ ໄດ້ສັ່ງຍຶດຄັ້ງດຽວ ຢູ່ແຂວງອັດຕະປື ແຂວງດຽວ ເມື່ອຕົ້ນເດືອນ ມິຖຸນາ ປີກາຍ ກໍມີໄມ້ເຖິງ 1,000 ປາຍ ແມັດກ້ອນ ໃນຣົດ 27 ຄັນ ທີ່ດ່ານພູເກືອ ເມືອງພູວົງ ຊຶ່ງກໍາລັງຈະຂົນໄປ ວຽດນາມ ທີ່ກໍາລັງຂາດເຂີນໄມ້ ປ້ອນໂຮງງານຢ່າງຫຼວງຫຼາຍ ຈົນເກີດມີການລັກຕັດໄມ້ ຢູ່ປະເທສຂອງຕົນເອງ ຍ້ອນໄມ້ທີ່ໄດ້ຈາກລາວ ແລະກໍາພູຊາ ບໍ່ພຽງພໍກັບຄວາມຕ້ອງການ.
ແລະໃນມື້ວັນທີ 13 ທັນວາ ທີ່ຫາກໍຜ່ານມານີ້ ຄນະກວດກາ ແລະປາບປາມປາກົດການຫຍໍ້ທໍ້ທາງສັງຄົມ ແຂວງອັດຕະປື ກໍໄດ້ກວດພົບ ໄມ້ຕັບຜິດກົດໝາຍ 180 ແມັດກ້ອນ ທີ່ຊຸກເຊື່ອງໄວ້ ໃນບໍຣິເວນຊາຍແດນ ລາວ-ວຽດນາມ; ດັ່ງເຈົ້າໜ້າທີ່ອາວຸໂສ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 18 ທັນວາ ທີ່ຜ່ານມານີ້ວ່າ:
"ເປັນການກວດກາ ຂອງຄນະກວດກາຂອງແຂວງ ທີ່ໄປພົບເຫັນການຊຸກເຊື່ອງໄມ້ ທີ່ນັ້ນຫັ້ນນະ ໂຕນີ້ກະຍັງບໍ່ຮູ້ແມ່ນໃຜ ກະສິແມ່ນ ນັກທຸຣະກິດລາວ ກັບວຽດນາມ ຫັ້ນແຫລະຮ່ວມກັນ ກະເຂົາບໍ່ທັນໄດ້ເອົາເມືອ ພວກເຮົາໄດ້ໄປເຫັນກ່ອນ."
ຢູ່ພາກເໜືອຂອງປະເທສ ທີ່ດ່ານບ້ານມອມ ເມືອງສິງ ແຂວງຫລວງນໍ້າທາ ກໍຍຶດໄມ້ໄດ້ 4,000 ແມັດກ້ອນ ໃນຂນະທີ່ຈະລັກຂົນໄປຈີນ ເມື່ອຕົ້ນເດືອນ ກໍຣະກະດາ ປີກາຍ ແລະເມື່ອເດືອນກ່ອນນັ້ນ ກໍຍຶດຣົດຂົນໄມ້ 8 ຄັນ, ແຕ່ທາງການ ສປປລາວ ບໍ່ເປີດເຜີຍຈໍານວນໄມ້ ໃຫ້ສາທາຣະນະຊົນຮູ້.
ທີ່ເວົ້າມານັ້ນ ແມ່ນການຕັດໄມ້ຢ່າງຫຼວງຫຼາຍຢູ່ ສປປລາວ ທັງຕັດຕາມໂຄຕາ ທີ່ຣັຖບາລອະນຸມັດໃຫ້ ແລະທັງລັກລອບຕັດເພື່ອສົ່ງໄປ ຂາຍຕ່າງປະເທສ ແລະໃຊ້ຢູ່ພາຍໃນລາວ.
ເວົ້າເຣຶ່ອງໂຄຕາຕັດໄມ້ຕໍ່ໄປນີ້ ຕາມຄໍາເວົ້າຂອງ ທ່ານ ທອງລຸນ ຢູ່ແຂວງອັດຕະປື ເມື່ອຄາວທີ່ທ່ານໄດ້ຂຶ້ນເປັນ ນາຍົກຣັຖມົນຕຣີໃໝ່ໆ ແລ້ວແມ່ນວ່າ ຈະບໍ່ມີໂຄຕາອີກ:
"ຕໍ່ໄປຈະບໍ່ມີໂຄຕາ ຖ້າວ່າບ່ອນໃດທີ່ເຮັດເຂື່ອນ ເຮັດເສັ້ນທາງ ເສັດສາຍໄຟເຮັດຫຍັງ ບ່ອນຂຸດບໍ່ນີ້ຕ້ອງສໍາຣວດດີໆ ທີ່ຜ່ານມານີ້ພວກເຮົາ ຖືກຕົວະ ວ່າອ່າງໂຕ່ງນໍ້າວ່າຊັ້ນ ອ່າງໂຕ່ງນໍ້າພັດສັບເອົາຈອມພູພຸ້ນລົງມາທັດໆ ສາຍໄຟຊັ້ນນະເອົາໄປພຸ້ນ ແຕ່ລະຟາກເອົາໄປເທົ່າໃດ ກິໂລແມັດພຸ້ນ ເຮັດທາງວ່າຊັ້ນ ເຮັດໄປປ່າດົງດິບ ຕັດໄມ້ໄປໝົດແລ້ວ ໂອຜິດທາງນີ້ພັດສິອ່ວຍໄປຂ້າງນີ້ ເຮັດຜິດແລ້ວຫວັ່ງກີ້ນີ້ ໄປບໍ່ຖືກ ແລວໄປແຫວະໃສ່ປ່າດົງດິບ ອື່ນອີກ ໝົດແລ້ວອ່ວຍໃສ່ ບ່ອນອື່ນອີກ ສິໃຫ້ເຮັດແນວນີ້ ບໍຕໍ່ໄປ."
ການກຸດຫ້ຽນລົງຂອງປ່າໄມ້ໃນລາວ ນອກຈາກຈະຖືກຕັດສົ່ງໄປ ຕ່າງປະເທສຢ່າງຫຼວງຫຼາຍແລ້ວ ຢູ່ພາຍໃນປະເທສກໍໃຊ້ ຢ່າງຫຼວງຫຼາຍ ເຊັ່ນ, ມີໂຮງງານປຸງແຕ່ງ, ໂຮງງານເຟີນີເຈີ ທັງທີ່ດຳເນີນ ທຸຣະກິດແບບຖືກກົດໝາຍ ແລະຜິດກົດໝາຍ ແລະທັງ ໂຮງງານທີ່ໄດ້ມາຕຖານ ແລະບໍ່ໄດ້ມາຕຖານ ທັງນ້ອຍແລະໃຫຍ່ ຢັງຢາຍກັນຢູ່ ໃນທົ່ວປະເທສ 1,600 ແຫ່ງໃນປີ 2017. ຕາມຣາຍງານ ຂອງທາງການລາວ.
ແລະຍັງມີຢູ່ແຂວງອື່ນໆ ທີ່ທາງການລາວ ບໍ່ຣາຍງານໃຫ້ສາທາຣະນະຊົນຮູ້ ຂນະທີ່ແຂວງສາລະວັນ ຣາຍງານເມື່ອອາທິດຜ່ານມານີ້ວ່າ ໄດ້ສັ່ງໃຫ້ປິດໂຮງງານ ປຸງແຕ່ງໄມ້ ແລະໂຮງຊ່າງຫັຖກັມໄມ້ ທົ່ວແຂວງ ທີ່ບໍ່ຖືກຣະບຽບກົດໝາຍ 119 ແຫ່ງ ໃນຈໍານວນທັງໝົດ 158 ແຫ່ງ, ຢຶດໄມ້ໄດ້ 1,200 ແມັດກ້ອນ ແລະປັບໃໝໄມ້ 12,000 ປາຍແມັດກ້ອນ.
ແຕ່ເຖິງຢ່າງໃດກໍຕາມ ເມື່ອວັນທີ 5 ມິນາ ທີ່ຜ່ານມານີ້ ກະຊວງກະສິກັມແລະປ່າໄມ້ ສປປລາວ ກໍໄດ້ຈັດກອງປະຊຸມ ຣະດັບຊາດ ກ່ຽວກັບການສົ່ງເສີມ ການປູກຕົ້ນໄມ້ ແລະຟື້ນຟູປ່າໄມ້ ໃຫ້ໄດ້ 70% ໃນປີ 2020 ດັ່ງທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າ ກົມປ່າໄມ້ ກ່າວຕໍ່ວິທຍຸເອເຊັຍເສຣີວ່າ ໜ້າຈະເປັນໄປໄດ້:
"70% ຫັ້ນ ຄາດໝາຍສູ້ຊົນ ກັນໄລ່ເປັນເນື້ອກໍ່ 16,5 ລ້ານເຮັກຕ້າ ຜ່ານມານີ້ ກະຟື້ນຟູໄດ້ ໝາຍຄວາມປົກຫຸ້ມປ່າ ໄມ້ປັດຈຸບັນນີ້ ໄດ້ 58% ແລ້ວກະຍັງອີກ 12% ກະໄດ້ 70% ຄິດວ່າຊິໄດ້ ເພາະວ່າເຮົາ ກໍ່ສົ່ງເສີມການລົງທຶນ ຂອງຜູ້ປະກອບການແດ່ ທັງເອົາໃຈໃສ່ ການຟື້ນຟູ ປ້ອງກັນ ດຽວນີ້ມັນກໍ່ມີຄຳສັ່ງ 15 ຂອງນາຍົກ ຫ້າມຕັດໄມ້ ຫ້າມສົ່ງ ອອກໄມ້ທ່ອນ ໄມ້ຫຍັງນິ່ ມັນກໍ່ຊ່ວຍໄດ້ຫຼາຍຕື່ມ."
ແຕ່ເຖິງຢ່າງໃດກໍຕາມ ທ່ານກໍຮັບວ່າ ການປົກປັກຮັກສາປ່າໄມ້ໃນລາວ ທີ່ຜ່ານມາ ຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ, ຍັງມີການທຳລາຍປ່າໄມ້ ແລະເຮັດໃຫ້ເນື້ອທີ່ ປ່າໄມ້ຫຼຸດລົງ. ການຟື້ນຟູປ່າໄມ້ ໃຫ້ໄດ້ຕາມເປົ້າໝາຍນັ້ນ ຍັງມີຂໍ້ຈຳກັດຫຼາຍຢູ່ ເປັນຕົ້ນເຣື່ອງ ງົບປະມານ ຊຶ່ງຕາມ ຣາຍງານ ຂອງທາງການລາວ ທີ່ຜ່ານມາວ່າ ປີ 2012 ມີປ່າໄມ້ປົກຫຸ້ມ 40%, ປີ 2016 ມີ 58% ຂະນະທີ່ ທ່ານ ຊູຊາດ ເວົ້າເມື່ອ ເດືອນຜ່ານມານີ້ ກໍຍັງວ່າມີ 58% ຢູ່ຄືເກົ່າ ດັ່ງນັ້ນຫລາຍຄົນ ຈຶ່ງເວົ້າວ່າ ເຮັດແນວໃດຈຶ່ງວ່າຈະໃຫ້ໄດ້ 70% ໃນປີ 2020 ໃນຂນະທີ່ ນັກວິຊາການ ດ້ານປ່າໄມ້ທ່ານນຶ່ງ ກ່າວຕໍ່ ວິທຍຸເອເຊັຍເສຣີວ່າ ຂ່າວກ່ຽວກັບວ່າ ປູກຕົ້ນໄມ້ ໃນມື້ປູກຕົ້ນໄມ້ ແຫ່ງຊາດຂອງລາວ ວ່າໄດ້ເທົ່ານັ້ນເທົ່ານີ້ ນັ້ນຕົນບໍ່ເຊື່ອ ມັນເປັນພຽງແຕ່ການຣາຍງານແບບດອກໄມ້:
“ແຕ່ວ່າເລື້ອງໂຕເລກເພີ່ນກະວາງມາເນາະ ແຕ່ວ່າຄັນສັ່ງມາໃຫ້ແຕ່ລະແຂວງ ແຕ່ລະແຂວງກໍ່ວ່າໃຫ້ໄດ້ ແຕ່ວ່າໂຕເລກຈິງນິ ຊິໄດ້ຫຼືບໍ່ໄດ້ ກະເປັນຄຳຖາມ ຂອງໝົດທຸກຄົນຫັ້ນແຫຼະ ຄັນເບິ່ງຕາມຂ້າພະເຈົ້າຄິດເບິ່ງນີ້ ມັນກະຊິບໍ່ໄດ້ດອກ ຄັນໄດ້ກະຊິມີ ແຕ່ວ່າລາຍງານດອກໄມ້ ວ່າໄດ້ ແຕ່ວ່າໂຕເລກຈິງບາດວ່າ ເຂົາທາງພາບຖ່າຍ ທາງອາກາດເດ້ ມັນຊິບໍ່ໄດ້ທາງດາວທຽມ ທາງ Google Earth ຫັ້ນນ່າ ມັນຊິບໍ່ໄດ້ໄດ່ ຂ້ອຍວ່ານີ່ ມັນຊິບໍ່ໄດ້.”
ແຕ່ເຖິງຢ່າງໃດກໍຕາມ ຜູ້ນໍາພັກກໍຍັງຢືນຢັນວ່າ ຈະເຮັດໃຫ້ປ່າ ໄມ້ອຸດົມສົມບູນໄດ້ 70% ຂອງເນື້ອທີ່ທົ່ວປະເທສ ໂດຍໃຫ້ຣັຖບາລຄຸ້ມຄອງ ແລະປົກປັກຮັກສາປ່າໄມ້ ທັງປ່າປ້ອງກັນ, ປ່າສງວນ ແລະປ່າຜລິດໃຫ້ໄດ້ ແລະ ຟື້ນຟູປ່າໄມ້ ທີ່ເສື່ອມໂຊມໃຫ້ໄດ້ 6 ລ້ານເຮັກຕາ ແລະ ປູກຕົ້ນໄດ້ໃຫ້ໄດ້ 5 ແສນເຮັກຕາ ໃນຂນະທີ່ ປ່າໄມ້ທັງ 3 ປະເພດ ທີ່ວ່ານັ້ນຖືກບຸກລຸກ, ປ່າໄມ້ທີ່ເຊື່ອມໂຊມ ບໍ່ໄດ້ຮັບການບູຣະນະ, ການປູກຕົ້ນໄມ້ໃນແຕ່ລະປີ ປູກໄດ້ຫລາຍສົມຄວນ ແຕ່ບໍ່ມີການຮັກສາ ບົວຣະບັດບໍ່ພໍເທົ່າໃດ ເຊັ່ນຕົວຢ່າງ ການປູກ ຕົນໄມ້ໃນເຂດປ່າຜລິດ ຈໍານວນ 8,000 ເຮັກຕາ ຢູ່ແຂວງອຸດົມໄຊ ຕາມທີ່ກົມ ປ່າໄມ້ກໍານົດໃຫ້ ໃນປີກາຍ ກໍປະຕິບັດບໍ່ໄດ້ ພໍເທົ່າໃດ ຍ້ອນຂາດເຂີນ ງົບປະມານ ດັ່ງເຈົ້າໜ້າທີ່ ແຂວງອຸດົມໄຊ ກ່າວຕໍ່ວິທຍຸເອເຊັຍເສຣີ ເມື່ອທ້າຍເດືອນ ທັນວາ ປີກາຍວ່າ:
"ແຜນໂຄຕາ ແຜນໂຄຕາປູກໄມ້ ຂອງກົມປ່າໄມ້ ທີ່ກົມປ່າໄມ້ ກົມປ່າໄມ້ກໍແບ່ງໃຫ້ກໍ ເປັນໜ້າທີ່ອັນໜັກໜ່ວງຢູ່ ວ່າງອອກວ່າອຸດົມໄຊ ປີນຶ່ງ ຈະປູກໄມ້ໃນປ່າຜລິດ ນີ້ກໍປະມານ 8 ພັນເຮັກຕາ ແຕ່ວ່າພວກເຮົານີ້ບໍ່ສາມາດ ປູກໄດ້ແນວນັ້ນ ງົບປະມານ ບໍ່ພຽງພໍ ປູກໄດ້ບໍ່ເກີນ ພັນສອງພັນ ນີ້ແຫລະ."
ໃນມື້ວັນທີ 29 ມິນາທີ່ຫາກໍຜ່ານມານີ້ ຣັຖບາລລາວ, ມຸນນິທິວັນໄມ້ໂລກ ແລະສະມາຄົມໄມ້ສາກົນ ກໍໄດ້ຮ່ວມກັນ ສລອງວັນໄມ້ສາກົນ ວັນທີ 21 ມິນາ ເພື່ອຮັບຮູ້ເຖິງຄວາມສຳຄັນ ຂອງປ່າໄມ້ ແລະ ແຫລ່ງຊັພຍາກອນປ່າໄມ້ ໃນການພັທນາ ເສຖກິດ-ສັງຄົມ ຮວມເຖິງ ການປົກປ້ອງສິ່ງແວດລ້ອມ, ດິນ, ນ້ຳ ແລະຄວາມຫຼາກຫລາຍ ຂອງຊີວະພາບ ແບບຍືນຍົງ.
ແຕ່ເຖິງແນວໃດກໍຕາມ ການຕັດໄມ້ທໍາລາຍປ່າຢູ່ ສປປລາວ ກໍຍັງມີຫລາຍຢູ່ ແລະເມື່ອຟັງຄໍາເວົ້າຂອງ ທ່ານ ທອງລຸນ ສີສຸລິດ ຢູ່ໃນ ກອງປະຊຸມ ທີ່ແຂວງອັດຕະປື ຜ່ານມາແລ້ວແມ່ນວ່າ ຖ້າວ່າຍັງເປັນແບບນີ້ຢູ່ຕໍ່ໄປ ປ່າໄມ້ຢູ່ປະເທສລາວຈະບໍ່ສາມາດ ເພີ້ມເນື້ອທີ່ປົກຫຸ້ມໄດ້ 70% ໃນປີ 2020, ແຕ່ຈະຍັງເຫຼືອພຽງ 20% ເທົ່ານັ້ນ.