ວັນປູກຕົ້ນໄມ້ຢູ່ລາວ ຫຼາຍແຂວງ ຕຽມລົງມື

ອຸ່ນແກ້ວ ສຸກສະຫວັນ
2021.05.26
ວັນປູກຕົ້ນໄມ້ຢູ່ລາວ ຫຼາຍແຂວງ ຕຽມລົງມື ທາງການລາວຈັດພິທີ ປູກຕົ້ນໄມ້ ໃນວັນທີ 1 ມິຖຸນາ.2020, ທີ່ ສວນດົງໝາກຄາຍ ຊຶ່ງ ກົງກັບວັນ ປູກຕົ້ນໄມ້ ແຫ່ງຊາດ.
ນັກຂ່າວພົລເມືອງ

ຜແນກກະສິກັມ ແລະປ່າໄມ້ ຢູ່ຫຼາຍແຂວງ ມີແຜນປູກຕົ້ນໄມ້ ເນື່ອງໃນວັນປູກຕົ້ນໄມ້ ແຫ່ງຊາດ ວັນທີ 1 ມິຖຸນາ ກົງກັບວັນເດັກ ສາກົນ ແຕ່ຈະບໍ່ຈັດໃຫຍ່ຄື 2-3 ປີ ທີ່ຜ່ານມາຍ້ອນວ່າ ຕ້ອງປະຕິບັດຕາມມາຕການ ປ້ອງກັນໂຄວິດ-19. ເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ກໍສືບຕໍ່ມອບໃຫ້ບໍຣິສັດ ບຸກຄົນ ນິຕິບຸກຄົນ ປູກຕາມສວນຕາມປະເພນີແຫຼະ. ມັນກໍຕ້ອງມີຄວາມຈຳກັດກ່ຽວກັບ ການປູກນີ້ກໍອີງໃສ່ ແຈ້ງການຂອງນາຍົກຣັຖມົນຕຼີ ເລກທີ 15 ເວົ້າເລື່ອງຄວາມເຂັ້ມງວດ ກ່ຽວກັບການຈັດຕັ້ງປະຕິບັດ ກ່ຽວກັບການປ້ອງກັນໂຣຄໂຄວິດ ນີ້ແຫຼະ."

ຢູ່ແຂວງອຸດົມໄຊ ຜແນກກະສິກັມ ແລະປ່າໄມ້ໄດ້ມອບໃຫ້ເອກຊົນ ເອົາຕົ້ນໄມ້ໄປປູກ ຢູ່ເຂດປ່າຜລິດ ແລະພື້ນທີ່ຄຸ້ມຄອງຂອງບ້ານ. ເຈົາໜ້າທີ່ຜແນກກະສິກັມ ແລະປ່າໄມ້ ແຂວງອຸດດົມໄຊ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ວັນປູກຕົ້ນໄມ້ແຫ່ງຊາດ ຣັຖບານ ເພິ່ນຈະອອກແຈ້ງການ ໃຫ້ແຕ່ລະແຂວງມີແຜນ. ພາກເອກຊົນ ຈະເອົາໄມ້ໄປປູກ ປ່າຜລິດ ລະກະເຂດຄຸ້ມຄອງຂອງບ້ານ ຂອງຄອບຄົວ. ສ່ວນວ່າ ຢູ່ແຂວງສວັນນະເຂດ ໃນປີນີ້ ກໍມີການປູກຕົ້ນໄມ້ ພໍເປັນພິທີ ຍ້ອນວ່າ ຕ້ອງປ້ອງກັນ ການລະບາດຂອງໂຄວິດ-19."

ເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ແຂວງສວັນນະເຂດ ໄດ້ກ່າວວ່າ:

"ແຕ່ລະປີ ກໍມີຢູ່ແຜນແບບວ່າ ໃຫ້ຕົ້ນໄມ້ແຕ່ລະອົງການຫ້ອງການ. ແຕ່ລະຫ້ອງການແຕ່ລະຂົງເຂດເນາະ ເພິ່ນຈະເອົາຕົ້ນໄມ້ ໃຫ້ໄປປູກ ຈັດຢູ່ແຕ່ເຮົາກໍຍັງ ປ້ອງກັນໄວ້ຢູ່."

ການປູກໄມ້ຢູ່ປ່າຜລິດ ຈະເພີ່ມຂຶ້ນ ສ່ວນວ່າ ຢູ່ປ່າໄມ້ທັມມະຊາດ ຈະຫລຸດລົງ ຍ້ອນປ່າໄມ້ທັມມະຊາດ ຖືກບຸກລຸກ. ຊາວບ້ານ ຢູ່ແຂວງອຸດົມໄຊ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ຖ້າຕົ້ນໄມ້ປູກ ມັນກໍເພິ່ມຂຶ້ນ ຕົ້ນໄມ້ປູກອຸດສາຫະກັມ ຫັ້ນເນາະ ໄມ້ທຳມະຊາດມັນກໍຫຼຸດລົງ ຄົນບຸກລຸກກໍມີສ່ວນການເຊັນ ສຳປະທານ ກໍມີສ່ວນ ສຳປະທານຕ່າງໆ ທີ່ດິນບໍ່ແຮ່ ພະລັງານຕ່າງໆ."

ຊາວບ້ານທ່ານນີ້ ກ່າວອີກວ່າ ແຕ່ລະປີ ພາກສ່ວນກ່ຽວຂ້ອງ ກໍມີນະໂຍບາຍ ໃນການເພີ່ມເນື້ອທີ່ປ່າຢູ່ ລວມເຖິງກົດໝາຍນິຕິກັມ ຕ່າງໆໃນການອະນຸຮັກປ່າໄມ້ ແຕ່ກໍຍັງບໍ່ມີ ປະສິດທິຜົນ ເທົ່າທີ່ຄວນ.

ຊາວນະຄອນຫຼວງວຽງຈັນ ທ່ານນຶ່ງກ່າວວ່າ ໂຄງການປູກຕົ້ນໄມ້ ຂອງທາງການ ບໍ່ມີຜົນຫຍັງຕໍ່ປ່າໄມ້ ຍ້ອນວ່າເມື່ອປູກໄປແລ້ວ ກໍບໍ່ມີການບຳລຸງຮັກສາ ແລະ ຕົ້ນໄມ້ກໍຕາຍໄປ.

"ຈະບໍ່ເຫັນຫຍັງດີຂຶ້ນ ຕອນນີ້ ຖາມວ່າ ຂະເຈົ້າປູກຕົ້ນໄມ້ມາແຕ່ລະປີ ແຕ່ລະປີ ບໍ່ເຫັນປ່າໃດ ທີ່ວ່າເປັນປ່າທີ່ແບບວ່າ ເອີ ສົມບູນ ແບບໄດ້. ເຂົາປູກແລ້ວບໍ່ມີໜ່ວຍງານໃດ ມາຮັບຜິດຊອບໂດຍກົງ. ເຫັນມັນ ເຫັນມັນຕາຍຢືນຕົ້ນ ປູກຖິ້ມໄປ ລະກະແລ້ວເລີຍ ບໍ່ມີຜູ້ໃດຮັກສາເດ້."

ເຖິງວ່າ ຈະມີການປູກຕົ້ນໄມ້ທຸກໆປີ ແຕ່ຈຳນວນຕົ້ນໄມ້ ຢູ່ປະເທດລາວ ກໍບໍ່ເຫັນເພີ່ມຂຶ້ນ ຍ້ອນທາງການປູກແລ້ວ ກໍມີການຕັດ. ຊາວບ້ານທ່ານນຶ່ງ ຢູ່ແຂວງສວັນນະເຂດ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:

"ປູກປູກແລ້ວ ກໍຕັດເໝືອນເດີມ ບໍ່ໄດ້ເພີ່ມຂຶ້ນ ລະກະບໍ່ໄດ້ຫຼຸດລົງ ໃນສ່ວນງານອະນຸຮັກ ມີໜ່ວຍງານທີ່ເຂົາອອກຄວາມຄິດເຫັນ ລະຕອບຍາກບອກໄປເຂົາກໍບໍ່ຍອມຮັບ ໃນຄວາມຄິດເຫັນດອກຢ້ານ."

ສຳນັກຂ່າວສານປະເທດລາວ ໄດ້ລາຍງານ ໃນວັນທີ 23 ພຶສພາ ໂດຍອ້າງຄຳເວົ້າຂອງ ທ່ານ ພັດ ພົມພິພັກ ຣັຖມົນຕຼີ ກະຊວງ ກະສິກັມ ແລະປ່າໄມ້ ໄດ້ເວົ້າຕອນນຶ່ງວ່າ: ເນື່ອງໃນ ວັນປູກຕົ້ນໄມ້ແຫ່ງຊາດ ກະຊວງກະສິກັມ ແລະ ປ່າໄມ້ ມີແຜນຈະປູກຕົ້ນໄມ້ ໃຫ້ໄດ້ 200,000 ເຮັກຕາ ໃນນັ້ນເນື້ອທີ່ປ່າຜລິດ 160,000 ເຮັກຕາ, ເນື້ອທີ່ປ່າຍອດນ້ຳ ແລະ ປ່າປ້ອງກັນທັມມະຊາດ ລວມມີ 40,000 ເຮັກຕາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.